ສະແຕັມ ບຸນເຕັດປີມະໂລງ ພ້ອມກັບຮູບສັນຍະລັກ ຫວຽດນາມ ທີ່ປາໄນກາຍເປັນມັງກອນ

13:09 | 11/01/2024

ຍສໝ - ຫວ່າງ​ມໍ່ໆ​ນີ້, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ການສື່ສານ ຫວຽດນາມ ​ໄດ້​ເປີດຈຳໜ່າຍ​ຊຸດ​ສະ​ແຕມ “​​ເຕັດປີມະໂລງ” ​ເຊິ່ງລວມມີ​ສະ​ແຕມ 2 ​ແບບ ​ແລະ ​ກັບສະ​ແຕມ​ທີ່ມີ​ຮູບ​ມັງກອນ - ສັດປະຈຳ​ປີ 2024 ​ຕິດພັນກັບແນວຄວາມ​ຄິດ ​ປາໄນກາຍເປັນມັງກອນ ແລະ ຫວຽດ​ນາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31” ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31”
ຈຳໜ່າຍາສະແຕມທີ່ມີກິ່ນກາເຟ ຈຳໜ່າຍາສະແຕມທີ່ມີກິ່ນກາເຟ

ຊຸດສະ​ແຕມ​ໄດ້​ຮັບ​ການ​ອອກ​ແບບ​ໂດຍ​ນັກ​ສິ​ລະ​ປິນ ຫງວຽນ​ກວາງ​ວິງ ເຊິ່ງມີ​ຂະ​ໜາດ​ສະ​ແຕມ 37 x 37 ມມ. ກັບສະແຕມມີຂະຫນາດ 80 x 80 ມມ.

ຮູບສັນຍະລັກ ປາໄນກາຍເປັນມັງກອນ ໂດຍຜູ້ອອກແບບໄດ້ພິມ ແລະ​ ປະ​ສົມ​ປະສານຢູ່​ໃນ​ພື້ນ​ຖານ​ສະ​ແຕມ​ ເປັນສັນ​ຍະ​ລັກ​ແຫ່ງຄວາມ​ພະ​ຍາ​ຍາມ​, ຄວາມໂຊກດີ ແລະ ​ຄວາມ​ສໍາ​ເລັດ​. ປາໄນກາຍເປັນມັງກອນ ຍັງສະແດງເຖິງຄວາມເກັ່ງກ້າສາມາດ, ຄຸນນະພາບທີ່ພິເສດ, ຄວາມອົດທົນຕ້ານທານ, ການເສຍສະຫຼະ ແລະ ຄວາມພ້ອມທີ່ຈະປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອບັນລຸຄວາມຝັນຂອງການກາຍເປັນມັງກອນ. ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ຢ່າງເຂັ້ມ​ແຂງ​ຂອງ​ປະ​ເທດຊາດ​ໃນ​ຍຸກ​ໃໝ່, ສອດ​ຄ່ອງ​ກັບ​ການ​ພັດ​ທະ​ນາ​ຂອງ​ໂລກ ເພື່ອ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ ຫວຽດ​ນາມ ທີ່​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາຈະ​ເລີນ​ຮຸ່ງ​ເຮືອງ ແລະ ກາຍເປັນມັງກອນ ອາ​ຊີ ຂອງ ຫວຽດນາມ.

ໂດດເດັ່ນໃນພື້ນຫຼັງສະແຕມສີຟ້າ ແລະ ສີບົວ ແມ່ນຮູບມັງກອນທອງທີ່ບິນຂຶ້ນ (ທັງລອງ) ແລະ ລົງມາ (ຮະລອງ). ນີ້​ແມ່ນ​ສັນຍະ​ລັກ​ຂອງ 2 ມໍລະດົກ​ໂລກ​ຂອງ​ຫວຽດນາມ ທີ່​ຕ້ອງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ຄື: ກຳແພງພະລາຊະວັງທັງລອງ ແລະ ອ່າວຮະ​ລອງ.

ສະແຕັມ ບຸນເຕັດປີມະໂລງ ພ້ອມກັບຮູບສັນຍະລັກ ຫວຽດນາມ ທີ່ປາໄນກາຍເປັນມັງກອນ
ສະ​ແຕມ “​ບຸນເຕັດປີມະໂລງ”

ຕາມ​ນັກ​ສິລະ​ປິນ ຫງວຽນ​ກວາງ​ວິງ ​ແລ້ວ, ​ແບບ​ສະ​ແຕມ “​​ບຸນເຕັດປີມະໂລງ” ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄອບຄົວ​ມັງກອນ​ບິນ​ຂຶ້ນ​ພ້ອມກັບກ້ອນ​ເມກ​ ​ເຊິ່ງໝາຍ​ເຖິງ​ສັນຕິພາບ ​ແລະ ຄວາມ​ໂຊກ​ດີ​ຂອງ​ບັນດາ​ຄອບຄົວ​ຊາວ​ຫວຽດນາມ ​ໃນ​​ວັນ​ບຸນ​ເຕັດ​ລະດູບານ​ໃໝ່​ວຽນມາ​. ຮູບພາບ ມັງກອນ 9 ໂຕ ສະແດງໃຫ້ເຫັນເຖິງແມ່ນໍ້າຂອງ 9 ສາຂາທີ່ໄຫຼອອກສູ່ 9 ປະຕູປາກທະເລ ເຊິ່ງນຳເອົາຄວາມຈະເລີນຮຸ່ງເຮືອງມາໃຫ້ແກ່ເສດຖະກິດກະສິກໍາຂອງພາກຕາເວັນຕົກສຽງໃຕ້.

ພາບມັງກອນ ຍາມໃດກໍ່ມີທີ່ຕັ້ງທີ່ພິເສດທາງດ້ານວັດທະນະທຳ, ຄວາມເຊື່ອຂອງປະຊາຊົນ ຫວຽດນາມ, ຕິດພັນກັບດິນຟ້າອາກາດທີ່ເອື້ອອຳນວຍ, ຄວາມອຸດົມສົມບູນຂອງທີ່ດິນ. ມັງກອນເປັນທັງສັນຍະລັກອັນສັກສິດທີ່ຕິດພັນກັບນິທານຂອງມັງກອນ ແລະ ລູກຫລານຂອງເທວະດາ, ທັງເປັນສັດທີ່ສັກສິດທີ່ສຸດໃນສັດທີ່ສັກສິດ 4 ປະເພດ “ມັງກອນ-ກິເລນ-ເຕົ່າ-ຫົງຄຳ”.

ຊຸດ​ສະ​ແຕມ​ຮູບມັງ​ກອນ​ໄດ້​ຮັບ​ການ​ຕ້ອນ​ຮັບ​ເປັນທີ່ສຸດຈາກ​ນັກ​ສະ​ສົມ​ສະ​ແຕມ ເພາະ​ວ່າ​ນອກ​ຈາກ​​ສະ​ແຕມ​ຂອງ​ປີ​​ແລ້ວ, ນັກ​ສະ​ສົມ​ສະ​ແຕມ​ຍັງໄດ້​ເກັບ​ກຳ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ ຫວຽດ​ນາມ ຕື່ມອີກ. ນີ້​ແມ່ນ​ຊ່ອງ​ທາງ​ເພື່ອ​ໂຄສະນາ​ມໍລະດົກ​ໂລກ​ຂອງ ຫວຽດນາມ ​ໃຫ້​ປະຊາ​ຄົມ​ໄປສະນີ ​ແລະ ນັກ​ເກັບ​ສະ​ສົມແຕມ​ສາກົນ.

ຊຸດ​ສະ​ແຕມ “ບຸນ​ເຕັດປີມະໂລງ ” ມີ​ໄລຍະ​ສະໜອງ​ໃນເຄືອ​ຂ່າຍ 18 ​ເດືອນ, ​ແຕ່​ເດືອນ​ມັງກອນ 2024 ຫາ​ທ້າຍ​ເດືອນມິຖຸນາ 2025.

ມິງດຶກ

ເຫດການ