ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ

18:41 | 25/08/2023

ຍສໝ - ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ, ຈຳກັດບັນດາມາດຕະການດ້ານເຕັກນິກ ແລະ ປ້ອງກັນການຄ້າ ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປ ອາເມລິກາ

ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ
(ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫວະ ຕ້ອນຮັບທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen)

ຕອນບ່າຍວັນທີ 21 ກໍລະກົດ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen ທີ່ພວມຢ້ຽມຢາມ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນໃນທຸກຊ່ອງທາງພັກ, ລັດ, ລັດຖະສະພາ ແລະ ການພົບປະແລກປ່ຽນປະຊາຊົນ; ເພີ່ມທະວີການຮ່ວມມືລັດຖະສະພາ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ທຸກຂັ້ນ… ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ, ຈຳກັດບັນດາມາດຕະການດ້ານເຕັກນິກ ແລະ ປ້ອງກັນການຄ້າ ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປ ອາເມລິກາ; ທ່ານສະເໜີໃຫ້ ອາເມລິກາ ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດດີຈີຕອນ, ລັດຖະບານດີຈີຕອນຫຼາຍກວ່າ.

ສ່ວນທ່ານນາງລັດຖະມົນຕີ Janet Yellen ຢືນຢັນວ່າ, ອາເມລິກາ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ. ທ່ານໃຫ້ຮູ້ວ່າ ຈະຄົ້ນຄວ້າລະອຽດບັນດາບັນຫາເຊິ່ງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຕື້ອງເຖິງ ແລະ ຈະມີຄຳຕອບກ່ຽວກັບບັນດາບັນຫາທີ່ສາມາດຜັນຂະຫຍາຍໃນໄລຍະຈະມາເຖິງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.