ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ

21:44 | 01/02/2024

ຍສໝ - ທີ່​ການ​ພົບ​ປະ​ກັບ​ທ່ານຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ຫວໍວັນຮວ່ານ ວັນ​ທີ 26 ມັງກອນ ຢູ່​ນະ​ຄອນ ​ໂຮ່​ຈິ​ມິນ, ຄະ​ນະ​ຜູ້​ແທນ​ສະພາແຫ່ງຊາດ ອາເມລິກາ ໂດຍ​ທ່ານ​ນາງ Young Kim, ປະ​ທານ​ອະນຸກຳມະການການ​ຕ່າງ​ປະ​ເທດ​ສະພາຕ່ຳກ່ຽວກັບ ມະຫາສະໝຸດອິນ​ເດຍ - ປາ​ຊີ​ຟິກ ໃຫ້ຮູ້ວ່າ ຍາມ​ໃດ​​ກໍ່​ມີ​ຄວາມ​ສົນ​ໃຈ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມືໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງຜົນຮ້າຍຂອງສົງຄາມ ແລະ ການໄກ່ເກ່ຍພາຍຫຼັງ​ສົງຄາມ.

ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ
ຫວຽດນາມ ຍາມໃດກໍ່ຖືວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ ຫວຽດນາມ ຍາມໃດກໍ່ຖືວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ

ຕາມ​ທ່ານ​ນາງ Young Kim ​ແລ້ວ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໄດ້​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ທີ່​ເປີດ​ກາລະ​ໂອກາດຮ່ວມ​ມື​ທີ່​ມີກຳລັງບົ່ມຊ້ອນລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດທາດເຄິ່ງຊັກນຳໄຟຟ້າ, chip ເອເລັກໂຕນິກ, ​ເຕັກ​ໂນ​ໂລ​ຢີສູງ.

ບັນດາ​ຜູ້​ແທນລັດຖະ​ສະພາໃນຄະນະະ ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ຂະຫຍັນຂັນເຄື່ອນຂອງ​ນະຄອນ ​ໂຮ່ຈິ​ມິນ ແລະ ສະແດງຄວາມປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ນະຄອນ​ໃນ​ຂົງ​ເຂດ​ພັດທະນາ​ເຕັກ​ໂນ​ໂລ​ຢີສູງ, logistics, ຂະແໜງການພະລັງງານທີ່​​ຫຼາກ​ຫຼາຍ. ບັນດາ​​ຜູ້​ແທນ​ລັດຖະສະພາ ຢືນຢັນ​ວ່າ ຍາມ​ໃດ​ກໍ່​ມີ​ຄວາມ​ສົນ​ໃຈ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມືໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາທີ່ກ່ຽວຂ້ອງເຖິງຜົນຮ້າຍຂອງສົງຄາມ ແລະ ການໄກ່ເກ່ຍພາຍຫຼັງສົງຄາມ, ພິ​ເສດ​ແມ່ນໃນ​ວຽກ​ງານທຳຄວາມ​ສະອາດ​ດິນ​ຢູ່​ບັນດາ​ເຂດ​ຖືກ​ຜົນ​ກະທົບ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ...

ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ

ທ່ານ ຫວໍວັນຮວ່ານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Young Kim, ປະ​ທານ​ອະນຸກຳມະການການ​ຕ່າງ​ປະ​ເທດ​ສະພາຕ່ຳກ່ຽວກັບ ມະຫາສະໝຸດອິນເດຍ​ - ປາ​ຊີ​ຟິກ

ໂດຍຕາງໜ້າການນຳນະຄອນ ໂຮ່ຈີມິນ, ທ່ານ ຫວໍວັນຮວ່ານ ໄດ້ແບ່ງປັນບັນດາທັດສະນະລວມຂອງພັກ, ລັດ ຫວຽດນາມ ໃນບັນດາບັນຫາທີ່ຄະນະຜູ້ແທນ​​ເອົາ​ໃຈ​ໃສ່; ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ປົກ​ປັກ​ຮັກສາ, ຊຸກຍູ້​ສິດທິ​ມະນຸດ, ຖື​ປະຊາຊົນ​ເປັນ​ອັນ​ດັບ​ໜຶ່ງ​ໃນບັນດາແຜນນະໂຍບາຍ, ນະ​ໂຍບາຍ​ຂອງ​ຕົນ.

ຫວຽດນາມ ​ແລະ ອາ​ເມ​ລິ​ກາ “​ເອົາ​ອະ​ດີດປະໄວ້, ຂ້າມ​ຜ່ານ​ຄວາມ​ແຕກ​ຕ່າງ, ເສີມຂະຫຍາຍຄວາມ​ຄ້າຍຄື​ກັນ, ມຸ່ງ​ໄປ​ເຖິງ​ອະນາຄົດ” ສະ​ນັ້ນ, ຫວຽດນາມ ຫວັງ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ສືບ​ຕໍ່​ຂະຫຍາຍ​ການ​ຊອກ​ຫາ, ສົ່ງຄືນອັດຖິກະດູກທະຫານທີ່ເສຍສະຫຼະຊີວິດໃນປາງສົງຄາມຂອງສອງ​ປະ​ເທດ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ; ລ້າງພື້ນທີ່ດິນທີ່ໄດ້ຮັບຜົນກະທົບຈາກທາດພິດດີໂອຊິນໃຫ້ໝົດໄປ...

ຕາມທ່ານ ຫວໍວັນຮວ່ານ ແລ້ວ, ນະຄອນ ໂຮ່ຈີມິນ ປາດຖະໜາຢາກຮັບຟັງ, ຮັບເອົາຄຳປຶກສາຈາກບັນດາຄູ່ຮ່ວມມືຂອງ ອາເມລິກາ ເພື່ອສ້າງນະໂຍບາຍ, ກົນໄກດຶງດູດການລົງທຶນພາຍໃນ​ສິດອຳນາດຂອງຕົນ; ສະ​ເໜີຫາສູນ​ກາງ​ບັນດາ​ບັນຫາທີ່ເໜືອສິດອຳນາດເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຈຳກັດ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ.

ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ ນະຄອນກຳນົດຈະປ່ຽນແປງໂດຍພື້ນຖານ, ຫັນ​ປ່ຽນ​ຕົນຢ່າງ​ແຮງ​ ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ສີຂຽວ, ການພັດທະນາ​ແບບ​ຍືນ​ຍົງເພື່ຶອເໝາະສົມກັບ​ທ່າ​ອ່ຽງລວມຂອງໂລກ ແລະ ຄວາມ​ສົນໃຈຂອງ​ຄະນະ​ຜູ້​ແທນ​ກ່ຽວກັບບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ການ​ຄ້າ; ການ​ຮ່ວມ​ມື​​ລົງ​ທຶນ​ໃນ​ການ​ຜະ​ລິດທາດເຄິ່ງຊັກນຳໄຟຟ້າ, chip ເອເລັກໂຕນິກ​; ເພີ່ມທະວີ​ການ​ເຊື່ອມ​ຕໍ່​ການ​ພັດ​ທະ​ນາທ່າ​ກຳ​ປັ່ນ​ທະ​ເລ. ນີ້​ກໍ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ນະຄອນ ​ໂຮ່ຈິ​ມິນ ປາດ​ຖະໜາ​ຢາກ​ຮ່ວມ​ມື ​ແລະ ພັດທະນາ​ກັບ​ບັນດາ​ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ.

ມິງດຶກ

ເຫດການ
302 Found

Found

The document has moved here.