ເຕັກ​ໂນ​ໂລຢີ: ກຸນແຈໃນ​ການ​ປົກ​ປັກ​ຮັກ​ສາ, ພັດ​ທະ​ນາ​ພາສາ​ຫວຽດ​ນາມ ໃຫ້ແກ່ລຸ້ນ​ໜຸ່ມ​ຊາວ​ຫວຽດ​ນາມ ອາໄສຢູ່​ຕ່າງ​ປະ​ເທດ

13:43 | 10/10/2024

ຍສໝ​ - ການ​ພັດ​ທະ​ນາ​ເຕັກ​ໂນ​ໂລຢີດ້ານ​ການ​ສຶກ​ສາ​ທີ່ກະໂດດຂັ້ນ ພວມເປີດກາ​ລະ​ໂອ​ກາດ​ໃໝ່​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ສອນ​ພາສາ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ. ຈາກບັນດາແອັບ​ຮຽນ​ພາ​ສາ​ເຖິງ​ຫ້ອງ​ຮຽນ​ອອນ​ລາຍ, ເຕັກ​ໂນ​ໂລ​ຢີ ພວມກາຍເປັນ​ເຄື່ອງ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຊ່ວຍ​ໃຫ້​ລຸ້ນ​ໜຸ່ມ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ສາ​ມາດ​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ພາ​ສາ​ແມ່ຢ່າງ​ສະ​ດວກ ແລະ ມີປະ​ສິດ​ທິ​ຜົນ.

ນັກຮຽນຮູ້ ​ຫວຽດ​ນາມ: ການປ່ຽນແປງໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຢີຢູ່ ​ຈີນ ຈະ​ສືບ​ຕໍ່​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ຫຼາຍ​ຢ່າງ
ແຂວງເບັ້ນແຈ່: ຢາກເສີມຂະຫາຍແຫຼ່ງ​ທຶນ​ຈາກ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ໃຫ້ຫຼາຍທີ່ສຸດ

ເຕັກ​ໂນ​ໂລ​ຢີ ໜູມຊ່ວຍການ​ຮຽນ​ຮູ້​ພາ​ສາ​ຫວຽດ​ນາມ

ທ່ານ ຫງວຽນ​ແອງ​ກຽດ, CEO ຂອງ​ບໍລິສັດ Kan-tek ລົງເລິກອອກແບບແອັບ ແລະ ​ເວັບ​ໄຊ​ໃຫ້​ວິ​ສາ​ຫະກິດ​ຢູ່ ອາ​ເມ​ລິ​ກາ, ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ພໍ່​ແມ່​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ຫຼາຍ​ຄົນ​ເມື່ອ​ເຫັນ​ລູກ​ຫຼານ​ຄ່ອຍໆ​ຫ່າງ​ໄກ​ຈາກ​ພາສາຫວຽດນາມ. ປະເຊີນໜ້າກັບສິ່ງທ້າທາຍໃນການຮຽນພາສາຫວຽດນາມ ຢູ່ບັນດາສູນພື້ນເມືອງດ້ວຍຄ່າໃຊ້ຈ່າຍສູງ ແລະ ຄວາມບໍ່ສະດວກ, ທ່ານ ກຽດ ໄດ້ສ້າງວິທີແກ້ໄຂເຕັກໂນໂລຢີໃໝ່: ແອັບ ABC ພາສາຫວຽດນາມ.

ເຕັກ​ໂນ​ໂລຢີ: ກຸນແຈໃນ​ການ​ປົກ​ປັກ​ຮັກ​ສາ, ພັດ​ທະ​ນາ​ພາສາ​ຫວຽດ​ນາມ ໃຫ້ແກ່ລຸ້ນ​ໜຸ່ມ​ຊາວ​ຫວຽດ​ນາມ ອາໄສຢູ່​ຕ່າງ​ປະ​ເທດ

ABC ພາສາຫວຽດນາມ, ແອັບສອນການສື່ສານພາສາຫວຽດນາມ ໃຫ້ແກ່ເດັກນ້ອຍທີ່ມີເຊື້ອຊາດຫວຽດນາມ. (ພາບ: ABC ພາສາຫວຽດນາມ)

ດ້ວຍ​ພາລະກິດ​ເຊື່ອມ​ຕໍ່​ພາສາ ​ແລະ ວັດທະນະທຳຫວຽດນາມ, ABC ພາສາຫວຽດນາມ ບໍ່​ພຽງ​ແຕ່​ແນະນຳ​ໃຫ້​ເດັກນ້ອຍ​ຮຽນ​ສື່ສານ​ພາສາຫວຽດນາມ ຢ່າງທຳ​ມະ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງປະສົມປະສານບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເຂົ້າ​ໃນ​ແຕ່ລະ​ບົດຮຽນ. “ພວກ​ຂ້າ​ພະ​ເຈົ້າ​ປະ​ສົມ​ປະ​ສານ​ບັນ​ດາ​ຄຳມາລະຍາດດີເຊັ່ນ 'ຢ້າ', 'ເທື່ອ', 'ເວີງອະ' ເຂົ້າ​ໃນບັນດາບົດຮຽນເພື່ອ​ໃຫ້​ເດັກ​ນ້ອຍ​ບໍ່​ພຽງ​ແຕ່​ໄດ້​ຮຽນ​ພາ​ສາ​ເທົ່າ​ນັ້ນ ຫາກ​ຍັງ​ເຂົ້າ​ໃຈ ແລະ ຮູ້​ບຸນ​ຄຸນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ທ່ານ ກຽດ ແບ່ງປັນກັບສື່ມວນຊົນ.

ແອັບນີ້ ຊ່ວຍໃຫ້ນັກຮຽນສາມາດຮຽນໄດ້ທຸກເວລາ, ທຸກບ່ອນໃນ iPad ຫຼື ໂທລະສັບ, ດ້ວຍໜ້າຈໍສອງພາສາ ອັງກິດ - ຫວຽດນາມ, ພ້ອມກັບລັກສະນະພິເສດຂອງຄວາມສາມາດການອອກສຽງ, ການອັດສຽງ ແລະ ການດັດປັບສຽງ. ໄລຮອດກາງ​ເດືອນ​ກັນຍາ 2024, ແອັບ​ ABC ພາສາຫວຽດນາມ ​ໄດ້​ດຶງ​ດູດ​ກ່ວາ 10.000 ເທື່ອດາວ​ໂຫຼດຈາກ Google Play, ໄດ້​ພິສູດ​ໃຫ້​ເຫັນ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ເຕັກ​ໂນ​ໂລ​ຢີ​ໃນ​ການ​ໜູນ​ຊ່ວຍ​ຮັກສາ​ພາສາ ​ແລະ ວັດທະນະທຳ ຫວຽດນາມ.

ມີຊີວິດຊີວາ, ເພີ່ມທະວີການໂຕ້ຕອບ

ບໍ່​ພຽງ​ແຕ່ ABC ພາສາຫວຽດນາມ​ເທົ່າ​ນັ້ນ, ບັນດາເວ​ທີ​ເຕັກ​ໂນ​ໂລ​ຢີອື່ນໆ​ເຊັ່ນ Zoom, Google Classroom ຫຼື​ ບັນດາ​ແອັບຮຽນ​ພາສາ​ຄື Duolingo ກໍ່​ໄດ້ ແລະ ພວມ​ປະກອບສ່ວນ​ຢ່າງບໍ່ໜ້ອຍ​ເຂົ້າ​ໃນ​ການ​ສອນ​ພາສາ​ຫວຽດນາມ ​ໃຫ້​ແກ່​ປະຊາ​ຄົມ​ຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ. ຕົວຢ່າງ, ວິທີການຫຼີ້ນເກມຂອງ Duolingo ໄດ້ຊ່ວຍໃຫ້ຜູ້ຮຽນເຂົ້າເຖິງພາສາຫວຽດນາມ ໄດ້ງ່າຍຂຶ້ນ ແລະ ໜ້າສົນໃຈກວ່າ, ພ້ອມກັນນັ້ນ ຮັກສາກຳລັງຜັກດັນການຮ່ຳຮຽນຜ່ານແຕ່ລະບົດຮຽນ.

ທີ່ກອງ​ປະ​ຊຸມພົບປະກ່ຽວກັບນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ໃນ​ການ​ສອນ​ພາສາ​ຫວຽດ​ນາມ​ ໃຫ້​ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ​ໃນປີ 2022, ທ່ານນາງ ຮສ.ປອ ໂດ້ເຟືອງຖາວ, ສາ​ສະ​ດາ​ຈານ​ມະ​ຫາ​ວິ​ທະ​ຍາ​ໄລ​ສຶກ​ສາ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ບັນດາເຄື່ອງ​ມື​ຄື PowerPoint, Video Editor, ແລະ YouTube ໄດ້​ຊ່ວຍ​ໃຫ້​ນາງ​ສ້າງບັນດາບົດບັນລະຍາຍທີ່ມີ​ຊີ​ວິດ​ຊີ​ວາ., ເພີ່ມທະວີການໂຕ້ຕອບໃຫ້ນັກຮຽນຢູ່ຫ່າງໄກ. ນອກຈາກນັ້ນ, ບັນດາຊອບແວຄຸ້ມຄອງຫ້ອງຮຽນອອນໄລເຊັ່ນ Google Classroom ຍັງຊ່ວຍໃຫ້ອາຈານເຊື່ອມຕໍ່ກັບພໍ່ແມ່ ແລະ ຕິດຕາມຂະບວນການຮ່ຳຮຽນຂອງນັກຮຽນຢ່າງມີປະສິດທິພາບ.

“ແຫຼ່ງ​ຂໍ້​ມູນ​ຮຽນດິ​ຈິ​ຕອນທີ່ອຸ​ດົມ​ສົມ​ບູນ ແລະ ມີ​ຄວາມ​ຫຼາກ​ຫຼາຍ, ຊ່ວຍ​ໃຫ້​ອາ​ຈານດັດປັບບົດບັນລະຍາຍຢ່າງມີໄຫວພິບ ເພື່ອເໝາະ​ສົມ​ກັບ​ນັກ​ຮຽນ​ແຕ່​ລະ​ຄົນ", ອາຈານ ຖາວ ກ່າວ. ບັນດາເອກະສານເຫຼົ່ານີ້ ບໍ່ພຽງແຕ່ຊ່ວຍໃຫ້ອາຈານປະຫຍັດເວລາໃນການກະກຽມ, ຫາກຍັງສ້າງການໂຕ້ຕອບ, ຄວາມຕື່ນເຕັ້ນສໍາລັບຜູ້ຮຽນ, ພິເສດແມ່ນສຳລັບນັກຮຽນຫນຸ່ມ.

ເຕັກ​ໂນ​ໂລຢີ: ກຸນແຈໃນ​ການ​ປົກ​ປັກ​ຮັກ​ສາ, ພັດ​ທະ​ນາ​ພາສາ​ຫວຽດ​ນາມ ໃຫ້ແກ່ລຸ້ນ​ໜຸ່ມ​ຊາວ​ຫວຽດ​ນາມ ອາໄສຢູ່​ຕ່າງ​ປະ​ເທດ

ອາຈານ ຫາຍອ໋ຽນ ເປີດ​ຊຸດ​ຮຽນ “ຈອດໆພາສາຫວຽດນາມ” ໃຫ້​ແກ່​ເດັກນ້ອຍທີ່ມີເຊື້ອຊາດຫວຽດນາມ ນັບແຕ່ປີ 2021. (ພາບ: ຟ້າມຟີຫາຍອ໋ຽນ)

ຢູ່ຍີ່ປຸ່ນ, ນັບແຕ່ປີ 2021, ອາຈານ ຟ້າມຟີຫາຍອ໋ຽນ (ຄູສອນພາສາຫວຽດນາມ ຢູ່ໂຮງຮຽນສັງລວມກ່ຽວກັບເດັກນ້ອຍຊັ້ນສູງນະຄອນ Kobe, ແຂວງ Hyogo) ໄດ້ຈັດຕັ້ງຫ້ອງຮຽນອອນໄລ “ຈອດໆພາສາຫວຽດນາມ” ເພື່ອໂຄສະນາເຜີຍແຜ່ພາສາ ແລະ ວັດທະນະທໍາຫວຽດນາມ ໃຫ້ແກ່ເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ດ້ວຍ 2 ຕອນຮຽນຕໍ່ອາທິດ, ອາຈານ ອ໋ຽນ ໄດ້ແບ່ງຫ້ອງຮຽນອອກເປັນ 2 ກຸ່ມຄື: ນັກຮຽນທີ່ບໍ່ຮູ້ພາສາຫວຽດນາມ ແລະ ນັກຮຽນທີ່ສາມາດສື່ສານພື້ນຖານໄດ້. ຍ້ອນການແບ່ງອອກກຸ່ມນີ້, ອາຈານສາມາດນໍາໃຊ້ບັນດາວິທີການສອນທີ່ເຫມາະສົມສໍາລັບແຕ່ລະເປົ້າໝາຍ, ສ້າງສະພາບແວດລ້ອມການຮຽນຮູ້ທີ່ອ່ອນໂຍນ, ບໍ່ມີຄວາມກົດດັນສໍາລັບນັກຮຽນ.

ອາຈານ ອ໋ຽນ ຍັງ​ເຊື່ອ​ໝັ້ນ​ວ່າ ການ​ປະສານງານລະຫວ່າງການສອນ​ພາ​ສາ​ ແລະ ວັດ​ທະ​ນະ​ທຳ ລ້ວນແຕ່ແມ່ນສີ່ງຫຼັກແຫຼ່ງ: “ເດັກນ້ອຍຕ້ອງ​ເຂົ້າ​ໃຈກ່ຽວກັບກົກເຄົ້າເຫງົ້າກໍ, ວັດ​ທະ​ນະ​ທຳ​ຂອງ​ຕົນ​ກ່ອນ​ເມື່ອ​ສາມາດຢາກ​ຮຽນ​ຫວຽດ​ນາມ ຢ່າງແທ້ຈິງ”. ສີ່ງນີ້ບໍ່ພຽງແຕ່ກະຕຸກຄວາມສະຫຼອກກອກເທົ່ານັ້ນ, ຫາກຍັງສ້າງຄວາມພາກພູມໃຈໃຫ້ແກ່ປະເທດຊາດໃນຫົວໃຈຂອງເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດອີກດ້ວຍ.

ທ່ານ ຮສ.ປອ ຫງວຽນທ໋ຽນນາມ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ກໍ່ໄດ້ແບ່ງປັນເຖິງເລື່ອງລາວກ່ຽວກັບການສອນພາສາຫວຽດນາມ ທາງອອນໄລໃຫ້ແກ່ເດັກຍິງຫວຽດນາມ ອາຍຸ 7 ປີ ຢູ່ ອາເມລິກາ. ວິທີການສອນການອອກສຽງພາສາຫວຽດນາມ ແບບອອນໄລ, ສົມທົບກັບເວລາຮຽນທີ່ສົມເຫດສົມຜົນ, ໄດ້ຊ່ວຍໃຫ້ເດັກຍິງຄົນນີ້ຮັບຮູ້ຕົວອັກສອນຢ່າງວ່ອງໄວ ແລະ ອອກສຽງຢ່າງຖືກຕ້ອງ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ກັບວັດທະນະທໍາແມ່ຢ່າງເລິກເຊິ່ງ.

“ການ​ສອນ​ພາສາ​ຫວຽດນາມ ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ພາສາ​ເທົ່າ​ນັ້ນ, ຫາກຍັງອາຈານ​ຍັງ​ມີ​ບົດບາດ​ເປັນຂົວ​ຕໍ່​ວັດທະນະທຳ​ອີກ​ດ້ວຍ. ຄວາມ​ເຂົ້າ​ໃຈກ່ຽວກັບວັດທະນະທຳ​ຫວຽດນາມ ​ແລະ ການ​ສົມທົບ​ກັນ​ຢ່າງຄ່ອງແຄ່ວ​ໃນ​ການສົ່ງເສີມ ເພື່ອໜູມຊ່ວຍ​ໃຫ້​ບັນດາເດັກນ້ອຍຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ​ ບໍ່​ພຽງ​ແຕ່​ຮຽນ​ພາສາ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ຮູ້​ເຖິງ​ເອກະລັກ​ຂອງ​ຊາດ​ອີກ​ດ້ວຍ”, ທ່ານ ຮສ.ປອ ຫງວຽນທ໋ຽນນາມ ໃຫ້​ຮູ້.

ປົກ​ປັກ​ຮັກ​ສາ​ພາສາຫວຽດ​ນາມ​ ດ້ວຍ​ເຕັກ​ໂນ​ໂລ​ຢີ

​ໃນ​ປີ 2022, ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດສະທຳ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າໂນ້ຍ ໄດ້​​ເປັນ​ຜູ້​ນຳໜ້າໃນການ​ເປີດຕົວ“ຊ່ອງ​ສອນ​ພາສາ​ຫວຽດນາມ​ ສຳລັບ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ” ດ້ວຍຫຼາຍ​ຫຼັກ​ສູດ​ຮຽນອອນໄລຊັ້ນ​ປະຖົມ​ໃຫ້​ຊາວຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​​ເກືອບ 20 ປະ​ເທດ​ໃນ​ໂລກ. ນີ້​ແມ່ນ​ບາດກ້າວ​ບຸກທະລຸ​ໃຫຍ່​ໃນ​ໂຄງການ “​ເພີ່ມ​ທະວີ​ການ​ສອນ​ພາສາ​ຫວຽດນາມ​ ທາງ​ອິນ​ເຕີ​ແນັດ​ໃຫ້​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ”, ​​ຊ່ວຍ​ໃຫ້​ນັກຮຽນຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດມີ​ເງື່ອນ​ໄຂ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ພາສາ​ຫວຽດນາມ, ພ້ອມ​ກັນນັ້ນ ​ຮັກສາ ​ແລະ ​ເສີມ​ຂະຫຍາຍສີສັນວັດທະນະທຳ​ຂອງ​ຊາດ.

ຊ່ອງ​ທາງ​ການ​ຮຽນ​ນີ້​ນຳ​ໃຊ້​ລະບົບ​ການ​ສອນ​ພາສາ​ຫວຽດນາມ ໂດຍຜ່ານ​ເວທີ​ການ​ສອນ​ທີ່​ກ້າວໜ້າ, ທັນ​ສະ​ໄໝ, ເໝາະ​ສົມກັບການພັດທະນາຄວາມ​ສາມາດ​ພາສາ​ຫວຽດນາມ ຂອງ​ຜູ້​ຮຽນ​ໃນ​ໄລຍະ​ການ​ປະຕິວັດ​ອຸດສາຫະກຳ 4.0, ລວມມີ ຊຸດ​ຜະລິດ​ຕະພັນຮູບແບບ Blended class (​ການ​ສອນຝຶກອົບຮົມ​ໃຫ້​ແກ່​ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ທີ່​ເປັນ​ອາຈານພາສາຫວຽດນາມ ​ເມື່ອກັບ​ຄືນ​ຫວຽດ​ນາມ) ແມ່ນ​ການທົດລອງໂດຍ​ບໍ່​ເສຍ​ຄ່າ​ໃຫ້​ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ.

ທ່ານ ສຈ.ປອ ຮວ່າງແອງຕ໋ວນ - ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ພວກຂ້າພະເຈົ້າ ພວມມານະພະຍາຍາມສຳເລັດບັນດາໂຄງການ ແລະ ຫ້ອງຮຽນອອນໄລຢ່າງສົມບູນແບບຕາມແຕ່ລະລະດັບຄວາມສາມາດ, ສຸມໃສ່ກ່ອນໝົດແມ່ນລະດັບກາງ (ລະດັບ 3, 4 ຕາມສ້າງກອບຄວາມສາມາດພາສາຫວຽດນາມ); ຈັດຕັ້ງ, ບໍລິຫານລະບົບບັນດາຫຼັກສູດທີ່ຫຼາກຫຼາຍ ເພື່ອຮັບໃຊ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທຸກອາຍຸ, ກຸ່ມ​ພາກສ່ວນ ດ້ວຍຄວາມຕ້ອງການທີ່ແຕກຕ່າງກັນຕາມສ້າງກອບຄວາມສາມາດພາສາຫວຽດນາມ 6 ລະດັບ; ສໍາເລັດຊຸດເອກະສານດ້ານພາສາຂອງບົດລະຄອນການສອນອອນໄລ(ວິດີໂອສໍາລັບໂຄງການຫຼັກສູດອົດຮັບ, ບັນດາຮູບແບບໂຕ້ຕອບ...).

​ເຖິງ​ວ່າ​ເຕັກ​ໂນ​ໂລ​ຢີ ​ໄດ້​ຊ່ວຍ​ຫຼຸດຜ່ອນ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສອນ ​ແລະ ຮຽນ​ພາສາ​ຫວຽດນາມ ​ຢູ່​ຫ່າງ​ໄກ​ກໍ່ຕາມ, ​ແຕ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ຄອບຄົວຊາວຫວຽດນາມ ອາໄສຢູ່ບັນດາປະເທດທີ່ປະສົບກັບຄວາມຫຍຸ້ງຍາກທາງດ້ານເງື່ອນໄຂເສດຖະກິດປະເຊີນກັບອຸປະສັກໃນການເຂົ້າເຖິງເຕັກໂນໂລຢີທີ່ທັນສະໄຫມ ຫຼື ການເຊື່ອມຕໍ່ອິນເຕີເນັດທີ່ຫມັ້ນຄົງ. ແຕ່ແນວໃດກໍ່ຕາມ, ດ້ວຍ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ເຕັກ​ໂນ​ໂລ​ຢີ, ພ້ອມທັງຄວາມ​ພະຍາຍາມ​ໃນ​ການ​ປັບປຸງ​ວິທີ​ການ​ສອນ, ຄວາມ​ຫຍຸ້ງຍາກ​ເຫຼົ່າ​ນີ້​ອາດ​ຈະ​ຄ່ອຍໆ​ຖືກ​ແກ້​ໄຂ.

ບັນດາແອັບຮຽນພາສາ ແລະ ບັນດາຫ້ອງຮຽນອອນໄລສືບຕໍ່ເປີດກາລະໂອກາດໃຫມ່, ບໍ່ພຽງແຕ່ສໍາລັບລຸ້ນຫນຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເທົ່ານັ້ນ ຫາກຍັງສໍາລັບຊຸມຊົນຊາວຫວຽດນາມ ໃນທົ່ວໂລກ. ການ​ສົມທົບ​ກັນ​ລະຫວ່າງ​ເຕັກ​ໂນ​ໂລ​ຢີແລະ ການ​ສຶກສາ​ຈະ​ສືບ​ຕໍ່​ມີ​ບົດບາດ​ສຳຄັນ​ໃນ​ການ​ຮັກສາ ​ແລະ ພັດທະນາພາສາຫວຽດນາມ ​ໃຫ້​ແກ່​ຄົນ​ລຸ້ນຫຼັງ.

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຍສໝ - ຕັ້ງຄ້າຍລະດູ​ຮ້ອນ ​ໂດຍ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ ໂຮ່ຈີ​ມິນ ​ແລະ ພະແນກການ​ຕ່າງປະ​ເທດ​ນະຄອນດ່າ​ໜັງ ຈັດ​ຂື້ນ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວຕັ້ງ​ແຄ້ມແຕ່ລະຄົນ​ໄດ້​ສຳ​ຜັດ​ກັບ​ລະດັບຄວາມແຕກ​ຕ່າງ​ກັນ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທີ່​ຕົນ​ໄປ, ວັດທະນະທຳ, ຮີດຄອງ​, ປະ​ເພນີ​ຂອງ​ຊາດ​ຫວຽດນາມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຕົນ​ເຂົ້າ​ຮ່ວມ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.