ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ.

10:49 | 25/01/2024

ຍສໝ - ວັນ​ທີ 24 ມັງກອນ​, ສະມາຄົມອຸປະຖຳຄົນ​ເຈັບ​ທຸກ​ຍາກ​ແຂວງ ກວາງ​ບິ່ງ, ໂຮງໝໍ​ມິດຕະພາບ ຫວຽດນາມ - ກູ​ບາ ດົງເຫີຍ ໄດ້​ສົມທົບ​ກັບອົງການຈັດຕັ້ງມອບ ​ແລະ ຮັບເອົາເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງຈາກແຫຼ່ງການໜູນ​ຊ່ວຍ, ປະກອບສ່ວນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ບຸກຄົນອຸປະຖຳ.

ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ
ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ

ທ່ານ ຫງວຽນດຶກເກື່ອງ, ຜູ້ອໍານວຍການໂຮງໝໍມິດຕະພາບ ຫວຽດນາມ - ກູບາ ດົງເຫີຍ ໃຫ້ຮູ້ວ່າ ໂຮງໝໍພວມຄຸ້ມຄອງ, ປິ່ນປົວຄົນເຈັບເກືອບ 250 ຄົນທີ່ເປັນພະຍາດໝາກໄຂ່ຫຼັງຊໍາເຮື້ອທີ່ຕ້ອງການຟອກໝາກໄຂ່ຫຼັງທຽມປະຈຳໄລຍະ​. ໂດຍ​ສະ​ເລ່ຍແຕ່​ລະ​ເດືອນ​ມີ​ຄົນ​ເຈັບ​ເກືອບ 150,000 ເທື່ອຄົນ​ທີ່ຕ້ອງ​ໄດ້​ຮັບ​ການຟອກເລືອດ​ຮອບ​ວຽນ ​ແລະ ຟອກເລືອດປະຖົມພະຍາບານ; ໃນຂະນະ​ທີ່ໂຮງໝໍ​ດັ່ງກ່າວ​ມີແຕ່ເຄື່ອງຟອກໝາກໄຂ່ຫຼັງທຽມ 31 ເຄື່ອງ, ເຊິ່ງແຕ່ລະເຄື່ອງຕ້ອງ​ເຮັດ​ວຽກ​ຕໍ່​ເນື່ອງ 4-5 ລາຍຕໍ່​ມື້; ເຄື່ອງຈັກສ່ວນຫຼາຍແມ່ນເກົ່າແກ່ ແລະ ໄດ້ຖືກນໍາໃຊ້ຫຼາຍກວ່າ 10 ປີ, ເຮັດວຽກຢູ່ໃນປະລິມານທີ່ສູງ, ສົ່ງຜົນສະທ້ອນກ່ຽວກັບວຽກງານການປິ່ນປົວສ່ວນໃດສ່ວນໜຶ່ງ.

ຕໍ່ບັນດາຄວາມ​ຫຍຸ້ງຍາກ​ດັ່ງກ່າວ, ສະມາຄົມອຸປະຖຳຄົນເຈັບທຸກຍາກແຂວງ ກວາງບິ່ງ ໄດ້​ລະດົມ, ຮຽກຮ້ອງ​ບັນດາ​ອົງການຈັດຕັ້ງ, ບຸກຄົນ, ອົງການ, ວິສາຫະກິດ, ນັກທຸລະກິດ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ ຫັກ​ເງິນ​ສ່ວນ​ໜຶ່ງ​ຂອງ​ສະມາຄົມ​ເພື່ອ​ຊື້​ເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ (ມີມູນຄ່າ560 ລ້ານດົ່ງ) ມອບໃຫ້ໂຮງໝໍມິດຕະພາບ ຫວຽດນາມ-ກູບາ ດົງເຫີຍ.

ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ.

ທ່ານ ຫງວຽນດຶກເກື່ອງ, ຜູ້ອໍານວຍການໂຮງໝໍມິດຕະພາບ ຫວຽດນາມ - ກູບາ ດົງເຫີຍ ໄດ້ຮັບເອົາປ້າຍເປັນສັນຍະລັກມອບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ

ກ່າວ​ຄຳ​ປາໄສ​ທີ່​ພິທີ​ມອບ, ທ່ານ​ນາງ ຫງວຽນ​ທິ​ແທງ​ເຮືອງ, ປະທານ​ສະມາຄົມ​ອຸປະຖຳຄົນເຈັບທຸກຍາກແຂວງ ກວາງບິ່ງ ຖືວ່າ ນີ້​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ, ເຕັມໄປດ້ວຍຄວາມ​ມະນຸດສະທຳ, ໜູນ​ຊ່ວຍ​ຄົນ​ເຈັບ​ທຸກ​ຍາກ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນທາງ, ພ້ອມ​ກັນ​ນັ້ນ​ກໍ່​ປະກອບສ່ວນຫຼຸດຜ່ອນການປິ່ນປົວໃຫ້ໂຮງຫມໍແນວໜ້າ.

ຕາມ​ທ່ານ​ນາງ ຫງວຽນ​ທິ​ແທງເຮືອງ ແລ້ວ, ການ​ມອບ ​ແລະ ນຳ​ໃຊ້​ເຄື່ອງເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງແມ່ນ​ເພື່ອ​ຮັບ​ໃຊ້​ຄົນ​ເຈັບຢ່າງທັນການ ​ກ່ອນ​ບຸນ​ເຕັດປີມະໂລງ 2024. ຄົນ​ເຈັບ​ຈະ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ເວລາ​ພັກຜ່ອນ​ຫຼາຍ​ກວ່າ​ເພື່ອ​ສະຫຼອງ​ປີ​ໃໝ່ທີ່ອົບອຸ່ນກັບຄອບຄົວ, ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ດົງເຫີຍ ກໍໄດ້​ມີ​ໂອ​ກາດ​ໜູນ​ຊ່ວຍ​ບັນ​ດາ​ຄົນ​ເຈັບ​ທີ່​ຕ້ອງຟອກໝາກໄຂ່ຫຼັງທີ່​ຢູ່​ຫ່າງ​ໄກ ເພື່ອ​ກັບ​ຄືນ​ເມືອ​ບ້ານ ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ເຕັດກັບຄອບຄົວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.