ການພົບປະແລກປ່ຽນຊາວໜຸ່ມລະຫວ່າງແຂວງກວ໋າງບິ່ງ-ຄໍາມ່ວນ

07:51 | 10/10/2022

ຫວ່າງແລ້ວນີ້, ທີ່ແຂວງກວ໋າງບິ່ງ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງກວ໋າງບິ່ງ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຄໍາມ່ວນ ໄດ້ຈັດຕັ້ງການພົບປະເຈລະຈາ ແລະລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໄລຍະ 2022 – 2024.

ຮ່າຕິ້ງ, ບໍລິຄໍາໄຊ, ຄໍາມ່ວນ ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ ຮ່າຕິ້ງ, ບໍລິຄໍາໄຊ, ຄໍາມ່ວນ ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ
ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ
ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງກວ໋າງບິ່ງ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຄໍາມ່ວນ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໄລຍະ 2022 – 2024. ພາບ: ສໍານັກຂ່າວສານຫວຽດນາມ.
ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງກວ໋າງບິ່ງ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຄໍາມ່ວນ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໄລຍະ 2022 – 2024. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ຊາວໜຸ່ມສອງແຂວງ ຈະເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ແກ່ປະຊາຊົນ ແລະຊາວໜຸ່ມເຍົາວະຊົນສອງ ແຂວງ; ຕັ້ງໜ້າ, ເປັນເຈົ້າການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນວຽກງານຂົນຂວາຍ, ສຶກສາອົບຮົມໃຫ້ຊາວໜຸ່ມ ແລະໃນການຈັດຕັ້ງ, ຜັນຂະຫຍາຍວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມເຍົາວະຊົນ.

ພ້ອມກັນນັ້ນໂຄສະນາຢ່າງກວ້າງຂວາງກ່ຽວກັບແນວຄິດຂອງປະທານໂຮ່ຈີມິນ ຕໍ່ການປະຕິວັດຫວຽດນາມ, ແນວຄິດຂອງປະທານ ໄກສອນ ພົມວິຫານ ຕໍ່ການປະຕິວັດລາວ ແລະກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃຫ້ໄວໜຸ່ມສອງແຂວງກວ໋າງບິ່ງ - ຄໍາມ່ວນ.

ຄະນະຊາວໜຸ່ມສອງແຂວງ ເຫັນດີຄົ້ນຄວ້າຮ່ວມມືກໍ່ສ້າງກິດຈະການຊາວໜຸ່ມຢູ່ຕາແສງທີ່ມີເສັ້ນຊາຍແດນຮ່ວມ. ພ້ອມກັນນັ້ນ, ຈັດຕັ້ງບັນດາ ກິດຈະກໍາເຄື່ອນໄຫວພົບປະ, ແລກປ່ຽນວັດທະນະທໍາ, ກິລາ, ການເຄື່ອນໄຫວຊອກຮູ້ປະຫວັດສາດ, ວັດທະນະທໍາ, ສັງຄົມຂອງຫວຽດນາມ ແລະລາວ ໃຫ້ນັກສຶກສາຢູ່ແຕ່ລະແຂວງ. ຄະນະຊາວໜຸ່ມແຂວງກວ໋າງບິ່ງ ຈັດການສອນພາສາຕ່າງປະເທດໃຫ້ນັກສຶກສາແຂວງຄໍາມ່ວນ ທີ່ພວມຮໍ່າຮຽນ ຢູ່ມະຫາວິທະຍາໄລກວ໋າງບິ່ງ...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.