ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ

22:41 | 17/08/2024

ຍສໝ -​ ນີ້ແມ່ນຄຳກ່າວປາໄສຂອງທ່ານ Madan Mohan Sethi, ຫົວໜ້າສະຖານກົງສູນໃຫຍ່ ສາທາລະນະລັດ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນປະກາດເອກະລາດສາທາລະນະລັດ ອິນເດຍ ໃນວັນທີ 14 ສິງຫາ. ເຫດການ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ນະຄອນ ຈັດ​ຕັ້ງ.

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ
​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຕາມ​ທ່ານ Madan Mohan Sethi ​ແລ້ວ, ​ໃນ 78 ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ໄດ້​ຮັບ​ເອກະລາດ, ອິນ​ເດຍ ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ, ນັບ​ແຕ່​ເສດຖະກິດ​ເຖິງ​ວັດທະນະທຳ, ການ​ເມືອງ, ສັງຄົມ ​ແລະ ນັບມື້ນັບ​ຢືນ​ຢັນ​ອິດ​ທິພົນ​ຂອງ​ຕົນ​ໃນ​ເວທີ​ສາກົນ.

ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ

ບັນດາ​ຜູ້​ແທນ​ໄດ້ປະຕິບັດພິທີໄຕ້ໂຄມ​ໄຟ ​ເພື່ອ​ພາວະນາຂໍ​ໃຫ້​ທຸກ​ຄົນ​ມີ​ຄວາມ​ສະຫງົບ​ສຸກ. (ພາບ: HUFO)

ພື້ນຖານເສດຖະກິດ ອິນເດຍ ເຕີບໂຕຢ່າງເຂັ້ມແຂງ, ຜົນສໍາເລັດໃນບັນດາຂະແຫນງກະສິກໍາ, ອຸດສາຫະກໍາຂອງອິນເດຍເຊັ່ນ: ລົດໂອໂຕ, ແຜ່ນແພ, ເຕັກໂນໂລຢີຊີວະສາດ, ການຢາ, ພື້ນຖານໂຄງລ່າງ, ພະລັງງານທົດແທນ ໄດ້ສ້າງຄວາມປະທັບໃຈທີ່ດີຫຼາຍຢ່າງ. ດ້ວຍ​ນະ​ໂຍ​ບາຍ​ທີ່​ສະດວກ ແລະ ສະ​ພາບ​ແວດ​ລ້ອມ​ການດຳເນີນ​ທຸ​ລະ​ກິດ​ທີ່​ໄດ້ປັບ​ປຸງ, ອິນ​ເດຍ​ ຍິ່ງກາຍ​ເປັນທີ່ສົນໃຈຕໍ່ກັບບັນດາ​ນັກ​ລົງ​ທຶນ.

ໂດຍ​ເນັ້ນ​ໜັກ​ເຖິງ​ສາຍ​ພົວພັນ​ອັນ​ເລິກ​ເຊິ່ງ ແລະ ປະຫວັດສາດ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ, ທ່ານ Madan Mohan Sethi ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ ອິນ​ເດຍ ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້ເຮັດໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ເລິກເຊິ່ງກ່ວາອີກກັບຖະ​ແຫຼ​ງການລວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ມຸ່ງໄປເຖິງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ-ຍຸດທະສາດທີ່ສູງກ່ວາ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເລິກເຊິ່ງກວ່າອີກ, ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນແທດຈິງ ​ແລະ ມີ​ປະສິດທິ​ຜົນກວ່າ, ​ການ​ຮ່ວມ​ມື​ກ້ວາງຂວາງກ່ວາກ່ຽວກັບວິທະຍາສາດ-​ເຕັກ​ໂນ​ໂລຢີ, ການແລກປ່ຽນ​ວັດທະນະທຳ-ການທ່ອງ​ທ່ຽວ ແລະ ການ​ແລກປ່ຽນ​ປະຊາຊົນກໍ່ແໜ້ນແຟ້ນກວ່າ.

ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 1972 ​ແລະ ພິ​ເສດ​ແມ່ນ​ນັບ​ແຕ່​ຍົກ​ລະດັບ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ປີ 2016 ມາຮອດປະຈຸປັນ, ການ​ພົວພັນ​ລະຫວ່າງ ຫວຽດນາມ - ອິນ​ເດຍ ໄດ້ຮັບ​ໝາກຜົນ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ໄດ້​ຮັບ​ການປັບປຸງຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຜ່ານ​ການ​ຮ່ວມ​ມື​ຢ່າງສະໜິດສະໜົມລະຫວ່າງ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ການ​ພົວພັນ​ແລກປ່ຽນ, ພົບປະລະຫວ່າງ​ຜູ້​ນໍາ​ຂັ້ນ​ສູງຢ່າງ​ເປັນ​ປະຈຳ. ຢູ່​ຂັ້ນ​ທ້ອງ​ຖິ່ນ, ການ​ນຳ​ນະ​ຄອນ ​ໂຮ່​ຈິ​ມິນ​ ແຕ່ລະໄລຍະຍັງ​ແບ່ງປັນຄວາມ​ຮັກ​ແພງ ແລະ ຄວາມເອົາ​ໃຈ​ໃສ່​ເຖິງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ສອງຝ່າຍ ​ຫວຽດ​ນາມ - ອິນ​ເດຍ.

ທ່ານ ຮວິ່ງແທ່ງເລິບ ປາດ​ຖະໜາ​ຢາກ​ສືບ​ຕໍ່​ສົມທົບ​ກັບ​ສະຖານ​ກົງສູນ​ໃຫຍ່ ອິນ​ເດຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, INCHAM ​ແລະ ບັນດາສາຂາສະມາຄົມເພື່ອ​ຈັດ​ຕັ້ງ​ບັນດາ​ເຫດການທາງ​ການ​ທູດປະຊາຊົນຕື່ມອີກ. ໃນນັ້ນ, ນະຄອນ​ ​ໂຮ່ຈິ​ມິນ ສືບ​ຕໍ່​ສົມທົບ​ກັບ​ສະຖານ​ກົງສູນໃຫຍ່ ​ຈັດ​ຕັ້ງ​ວັນ​ Yoga ສາກົນ​ປະຈຳ​ປີ; ເພີ່ມທະວີການ​ເຊື່ອມ​ຕໍ່, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາອົງການ Yoga ຂອງ​ສອງ​ປະ​ເທດ ​ແລະ ການ​ແລກປ່ຽນ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ແພດ​ພື້ນ​ເມືອງ.

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຍສໝ - ວັນ​ທີ 24 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ເລືອງ​ຕ່າມກວາງ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານນາງ ຄຳເພົາ ເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງ​ໃນ​ໂອ​ກາດ​ເລີ່ມອາຍຸການປະຕິບັດງານຢູ່ ​ຫວຽດ​ນາມ.

ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ຍສໝ - ປຶ້ມ​ດັ່ງກ່າວ ໄດ້ພິມ​ອອກ​ເປັນ​ສອງ​ພາສາ​ ຫວຽດນາມ - ​ອັງກິດ, ມີ​ຄວາມ​ໜາ​ກວ່າ 300 ໜ້າ. ຜ່ານ​ປຶ້ມ​ດັ່ງກ່າວ, ບັນດາເພື່ອນມິດ, ບັນດາການ​ເດີນ​ທາງ ​ແລະ ການ​ປະກອບສ່ວນ​ຂອງ​ຄະນະ​ກຳມະການ​ ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ສຳລັບເປົ້າໝາຍ​ສັນຕິພາບ, ...

ມີງດຶກ

ເຫດການ
302 Found

Found

The document has moved here.