![]() |
| ທ່ານ Akbar Ghasemi Ali Abadi, ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ. |
ທ່ານເອກອັກຄະລັດຖະທູດ Akbar Ghasemi Ali Abadi ຖືວ່າ ຊ່ອງຫວ່າງການຮ່ວມມືລະຫວ່າງສອງປະເທດແມ່ນຍັງມີຫຼາຍທີ່ສຸດ, ແຕ່ເພື່ອຂຸດຄົ້ນໃຫ້ມີປະສິດທິຜົນກວ່າເກົ່າ, ຫວຽດນາມ ແລະ ອີຣານ ຈຳເປັນຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຂະຫຍາຍການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ຍົກສູງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ກ່ຽວກັບທ່າແຮງ ແລະ ຈຸດເດັ່ນຂອງແຕ່ລະປະເທດ.
ຄວາມປະທັບໃຈຕໍ່ຄົນຫວຽດນາມ
ພາຍໃນການແບ່ງປັນກ່ຽວກັບຄວາມປະທັບໃຈທຳອິດເມື່ອເດີນທາງມາຮອດຫວຽດນາມ, ທ່ານເອກອັກຄະລັດຖະທູດ Akbar Ghasemi Ali Abadi ໃຫ້ຮູ້ວ່າ, ສິ່ງທີ່ສ້າງຄວາມຊົງຈຳອັນເລິກເຊິ່ງທີ່ສຸດຢູ່ໃນໃຈຂອງເພິ່ນກໍຄື ຄົນຫວຽດນາມ - ເປັນຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ, ຮັກແຂກແພງຄົນ, ສະຫຼາດຫຼັກແຫຼມ ແລະ ເຕັມໄປດ້ວຍຄວາມທົນທານໜຽວແໜ້ນ.
ໂດຍສະເພາະ, ເມື່ອເດີນທາງມາຮອດ ຮາໂນ້ຍ, ທ່ານທູດໄດ້ຕີລາຄາວ່າ, ນະຄອນຫຼວງຂອງຫວຽດນາມ ແມ່ນເມືອງທີ່ຈົບງາມ, ຕັ້ງຢູ່ທ່າມກາງເນື້ອທີ່ສີຂຽວ ທີ່ມີຕົ້ນໄມ້ ແລະ ໜອງບຶງຢ່າງຫຼວງຫຼາຍ, ສ້າງໃຫ້ເກີດມີຄວາມງາມອັນລຽບງ່າຍທີ່ສຸດ. ແລະ ສຳລັບນັກການທູດອີຣານແລ້ວ, ແມ່ນຄວາມຈິງໃຈ, ຄວາມຊື່ສັດ ແລະ ຄວາມຮັກແຂກແພງຄົນຂອງປະຊາຊົນ ທີ່ຍິ່ງເຮັດໃຫ້ຄວາມງາມຂອງຮາໂນ້ຍມີຄວາມໂດດເດັ່ນຂຶ້ນຕື່ມ.
ທ່ານເອກອັກຄະລັດຖະທູດ Akbar Ghasemi Ali Abadi ເນັ້ນໜັກວ່າ, ຄົນຫວຽດນາມເວົ້າລວມ ແລະ ຊາວຮາໂນ້ຍເວົ້າສະເພາະ ແມ່ນຜູ້ທີ່ມີຄວາມທົນທານໜຽວແໜ້ນຢ່າງຍິ່ງ. ເມື່ອຫວນຄືນເຖິງບັນດາປີເດືອນທີ່ຫວຽດນາມໄດ້ຕໍ່ສູ້ຢ່າງພິລາອາດຫານຕ້ານພວກຮຸກຮານຕ່າງດ້າວ ເພື່ອຍາດເອົາເອກະລາດ, ອິດສະຫຼະພາບ ແລະ ຄວາມກຸ້ມຕົນເອງ, ຕາມເພິ່ນແລ້ວ, ແມ່ນພື້ນຖານດັ່ງກ່າວນີ້ເອງ ທີ່ໄດ້ປະກອບສ່ວນຊ່ວຍໃຫ້ປະເທດຮູບໂຕ S ແຫ່ງນີ້ ພັດທະນາຢ່າງວ່ອງໄວທີ່ສຸດໃນໄລຍະຜ່ານມາ.
ຕີລາຄາກ່ຽວກັບແງ່ຫວັງການພັດທະນາຂອງຫວຽດນາມ, ທ່ານທູດຖືວ່າ ເສດຖະກິດ, ການຄ້າ ແລະ ວັດທະນະທຳຂອງຫວຽດນາມ ພວມມີບັນດາແງ່ຫວັງອັນຕັ້ງໜ້າທີ່ສຸດ.
ເພິ່ນໄດ້ຕີລາຄາສູງເປັນພິເສດຕໍ່ບົດບາດການນຳພາຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ; ທັງຖືວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສນັ້ນ, ແຮງຊຸກດັນການເຕີບໂຕຂອງຫວຽດນາມແມ່ນພວມກ້າວໄປຖືກທິດທາງ.
ສຳລັບສ່ວນຂອງຕົນ, ທ່ານທູດຢັ້ງຢືນວ່າ, ໃນໄລຍະຜ່ານມາ, ອີຣານ ບັນລຸໄດ້ຜົນສຳເລັດຫຼາຍປະການພາຍໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຍ້ອນບັນດາທ່າແຮງ ແລະ ຄວາມສາມາດທີ່ມີຢູ່ແລ້ວ. ອີຣານ ພ້ອມແລ້ວທີ່ຈະສົ່ງມອບ ຫຼື ແລກປ່ຽນບັນດາບົດຮຽນ ແລະ ໝາກຜົນພາຍໃນຂົງເຂດເຫຼົ່ານີ້ ກັບບັນດາປະເທດໃນທົ່ວໂລກ, ພາຍໃນນັ້ນມີ ຫວຽດນາມ.
ດັ່ງນັ້ນ, ທ່ານເອກອັກຄະລັດຖະທູດ Akbar Ghasemi Ali Abadi ຖືວ່າ ຈຳເປັນຕ້ອງສ້າງໂອກາດຕື່ມອີກ ເພື່ອໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈຈະແຈ້ງກວ່າເກົ່າກ່ຽວກັບຄວາມສາມາດ ແລະ ທ່າແຮງຂອງກັນແລະກັນ, ໂດຍຜ່ານນັ້ນ ຊຸກຍູ້ສາຍພົວພັນສອງຝ່າຍໃຫ້ພັດທະນາບົນພື້ນຖານເອກະລາດ, ກຸ້ມຕົນເອງ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
ຍົກລະດັບການຮ່ວມມື ຫວຽດນາມ - ອີຣານ
ຕີລາຄາກ່ຽວກັບບົດບາດຂອງພື້ນຖານການທູດຫວຽດນາມ ພາຍໃນການຍົກລະດັບພາບພົດ ແລະ ທີ່ຕັ້ງຂອງປະເທດຊາດໃນເວທີສາກົນ, ທ່ານເອກອັກຄະລັດຖະທູດ Akbar Ghasemi Ali Abadi ຖືວ່າ ກ່ອນອື່ນໝົດແມ່ນຕ້ອງຮັບຮູ້ເຖິງວິທີການຄຸ້ມຄອງບໍລິຫານ ແລະ ການນຳພາຂອງບັນດາຜູ້ນຳຫວຽດນາມ ພາຍໃນຂົງເຂດການຕ່າງປະເທດ.
ໂດຍສະເພາະ, ທ່ານທູດໄດ້ຊີ້ໃຫ້ເຫັນວ່າ, ຫວຽດນາມ ແລະ ອີຣານ ຍາມໃດກໍເລືອກເອົາວິທີການເຂົ້າຫາເນື້ອໃນນະໂຍບາຍການຕ່າງປະເທດທີ່ເອກະລາດ ອີງບົນລັດທິຫຼາຍຝ່າຍ, ການຮ່ວມມືທີ່ມີລັກສະນະສ້າງສັນ ເພື່ອການພັດທະນາຢ່າງຮອບດ້ານ ບົນຫຼັກການເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ພາຍໃນສະພາບການປັດຈຸບັນ, ອີຣານ ແລະ ຫວຽດນາມ, ດ້ວຍທີ່ຕັ້ງ ແລະ ຕຳແໜ່ງພູມສາດການເມືອງອັນສຳຄັນ ຢູ່ບັນດາເຂດຍຸດທະສາດຂອງ ອາຊີຕາເວັນຕົກ, ອ່າວເປີເຊຍ (Persian Gulf) ແລະ ອາຊີຕາເວັນອອກສ່ຽງໃຕ້, ສາມາດສ້າງໃຫ້ເກີດມີແຮງຊຸກດັນຫຼາຍຢ່າງ, ນຳມາຊຶ່ງການພັດທະນາ ແລະ ຄວາມວັດທະນາຖາວອນໃຫ້ແກ່ທັງສອງປະເທດ.
ຄຽງຂ້າງນັ້ນ, ທ່ານ Akbar Ghasemi Ali Abadi ຢັ້ງຢືນວ່າ, ດ້ວຍການຮັກສານະໂຍບາຍການຕ່າງປະເທດທີ່ເປັນກາງ, ສົມດຸນກັບບັນດາຝ່າຍ, ໂດຍສະເພາະແມ່ນກັບ ອີຣານ, ຫວຽດນາມ ສາມາດສະແຫວງຫາ ແລະ ສ້າງຜົນປະໂຫຍດໄດ້ຫຼາຍກວ່າເກົ່າ, ສອດຄ່ອງກັບເນື້ອທີ່ວ່າງແຫ່ງການຮ່ວມມືໃໝ່ລະຫວ່າງສອງຝ່າຍ. ໂດຍຜ່ານນັ້ນ, ສອງປະເທດຈຳເປັນຕ້ອງເພີ່ມທະວີການປຶກສາຫາລືຢ່າງເລິກເຊິ່ງກວ່າເກົ່າໃນທຸກຂັ້ນ, ແນໃສ່ຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ, ເຕັກໂນໂລຊີ, ວັດທະນະທຳ ແລະ ວິທະຍາສາດ ຫວຽດນາມ - ອີຣານ.
ນອກຈາກນັ້ນ, ເມື່ອເອີ່ຍເຖິງບັນດາແຜນການໃນຕໍ່ໜ້າ ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດວັດທະນະທຳ ແລະ ຊີວິດການເປັນຢູ່ຂອງສັງຄົມ, ນັກການທູດໃຫ້ຮູ້ວ່າ, ສະຖານເອກອັກຄະລັດຖະທູດ ອີຣານ ພວມຜັນຂະຫຍາຍ 3 ທິດທາງການເຂົ້າຫາຕົ້ນຕໍ ຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນສື່ມວນຊົນ; ເພີ່ມທະວີການແລກປ່ຽນບັນດາຄະນະຊ່ຽວຊານ. ໂດຍຜ່ານສິ່ງເຫຼົ່ານັ້ນ, ຈະເຮັດໃຫ້ແຮງຊຸກດັນການພັດທະນາສາຍພົວພັນ ຫວຽດນາມ - ອີຣານ ນັບມື້ນັບເລັ່ງຄວາມໄວຂຶ້ນໃນຕໍ່ໜ້າ.
| ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ. |
| ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ເລວີງຖັງ ເຂົ້າຢ້ຽມຂຳນັບການນຳກະຊວງການຕ່າງປະເທດ Romania ຍສໝ - ວັນທີ 5/5, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Romania ເລວີງຖັງ ໄດ້ເຂົ້າຢ້ຽມຂຳນັບທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Romania Ana Tinca ແລະ ການນຳບາງກົມກອງທີ່ສຳຄັນຂອງກະຊວງການຕ່າງປະເທດ Romania ເຊັ່ນ: ຫົວໜ້າກົມອາຊີ - ປາຊີຟິກ ແລະ ອາເມລິກາລາຕິນ Diana Tase, ... |
