ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ

20:15 | 19/10/2023

ຍສໝ - ທີ່​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດສປປ.ລາວ, ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ລາວ, ຖືວ່າ ​ລາວ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ.

ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ  ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາຕ້ອນຮັບເຈົ້າຊາຍ ແລະ ເຈົ້າຍິງ ຍີ່ປຸ່ນ ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາຕ້ອນຮັບເຈົ້າຊາຍ ແລະ ເຈົ້າຍິງ ຍີ່ປຸ່ນ

ຕາມ​ທູດສະເພາະການສຳນັກ​ຂ່າວສານ​ຫວຽດນາມ​ແລ້ວ, ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ ຄັ້ງ​ທີ 3, ຕອນ​ເຊົ້າ​ວັນ​ທີ 19 ຕຸລາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ປະ​ເທດ​ຈີນ, ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ.ລາວ ທອງລຸນ ສີສຸລິດ.

ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ພົບ​ປະ​ປະ​ທານ​ປະ​ເທດ ຫວໍວັນເຖືອງ, ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈີງ, ປະທານ​ສະພາ​ແຫ່ງ​ຊາດ ເວຶອງ​ດິ່ງ​ເຫ້ວ; ຫວນຄືນ​ໝາກຜົນ​ອັນ​ດີງາມ​ຂອງ​ການ​ຢ້ຽມຢາມ ຫວຽດນາມ ​ໃນ​ເດືອນ ກັນຍາ 2023, ​ເນື່ອງ​ໃນ​ໂອກາດ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ.

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ

ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ລາວ, ຖື​ປະເທດລາວ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ການ​ພົວພັນ ຫວຽດນາມ - ລາວ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ເປັນ​ແບບຢ່າງ, ຊື່​ສັດ, ສົດໃສ, ແມ່ນຫາຍາກໃນການພົວພັນສາກົນ.

ການນຳ 2 ທ່ານ ເນັ້ນໜັກວ່າ, ໃນໄລຍະມໍ່ໆມານີ້, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ ໄດ້ສົມທົບກັນຢ່າງຕັ້ງໜ້າ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ພ້ອມກັນມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ; ມີຫຼາຍ​ໂຄງການ​ຮ່ວມ​ມື​ທີ່​ສຳຄັນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງຕັ້ງໜ້າ.

​ໃນ​ສະພາບ​ການ​ໂລກ​ທີ່​ສັບສົນ ​ແລະ ຜັນ​ແປ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ສົມທົບ​ກັບ​ກາລະ​ໂອກາດ, 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ, ສົມທົບ​ກັນ​ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດທະນາ; ສືບ​ຕໍ່​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ, ສົນທິສັນຍາ, ສັນຍາ ​ແລະ ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ພັກ ​ແລະ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ກະກຽມ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ ​ແລະ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຮັກສາ​ກົນ​ໄກ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຢ່າງ​ມີ​ປະສິດທິ​ຜົນ; ປະຕິບັດ​ໂຄງການ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ​ໄລຍະ 2021-2030; ສູ້​ຊົນ​ແກ້​ໄຂ​ບັນ​ຫາ​ຢ່າງ​ຄົບ​ຖ້ວນ​ໃນ​ຫຼາຍ​ໂຄງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ນະວັດຕະກໍາ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ດີ​ຈີ​ຕອນ, ການ​ຄ້າ​ເອ​ເລັກ​ໂຕຣນິກ... ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດິຈິ​ຕອລລະຫວ່າງ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ​ກໍ່ຄື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ.

2 ຝ່າຍ​ກໍ່​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ການ​ເຊື່ອມ​ຕໍ່​ລະຫວ່າງ ຫວຽດນາມ - ລາວ - ກຳປູ​ເຈຍ, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ພື້ນຖານ​ໂຄງ​ລ່າງ, ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ວັດທະນະທຳ; ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ ​ເພື່ອ​ປະກອບສ່ວນ​ຮັບປະກັນ​ໃຫ້ ສປປ ລາວ ​ເປັນ​ປະທານ​ໃນ​ປີ 2024 ​ໄດ້​ຮັບ​ຜົນສຳ​ເລັດ, ຜ່ານ​ນັ້ນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ​ອາ​ຊຽນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຖືວ່າ ສປປ ລາວ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ຍາມໃດກໍ່ມານະພະຍາຍາມກໍ່ສ້າງ ແລະ ນຳມາເຊິ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສືບຕໍ່ພັດທະນາແບບຍືນຍົງ, ເຂົ້າສູ່ລວງເລິກ; ຢືນຢັນ​ວ່າ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ພັກ ​ແລະ 2 ປະ​ເທດ./.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.