ກ່າວປາໄສໃນການຕ້ອນຮັບ, ທ່ານ ດົ່ງວັນແທັງ ໄດ້ສະແດງຄວາມດີອົກດີໃຈທີ່ໄດ້ຕ້ອນຮັບ ຄະນະຜູ້ແທນສະພາປະຊາຊົນແຂວງ ຈຳປາສັກ; ໃນຂະນະດຽວກັນ ກໍໄດ້ສະແດງຄວາມຍິນດີນຳແຂວງ ຈຳປາສັກ ທີ່ໄດ້ຈັດຕັ້ງການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະສົບຜົນສຳເລັດເປັນຢ່າງດີ, ປັບປຸງກົງຈັກການຈັດຕັ້ງສະພາປະຊາຊົນແຂວງ ໃຫ້ສົມບູນ ແລະ ສະແດງຄວາມຍິນດີນຳທ່ານ ອາລຸນໄຊ ສູນນະລາດ ທີ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານສະພາປະຊາຊົນແຂວງ.
![]() |
| ພາບລວມຂອງການຕ້ອນຮັບ. (ພາບ: HV) |
ປະທານສະພາກຳມະການປະຊາຊົນນະຄອນ ເກີນເທີ ໄດ້ຢັ້ງຢືນວ່າ, ສາຍພົວພັນມິດຕະພາບມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແມ່ນຮາກຖານອັນສຳຄັນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ. ບົນຮາກຖານດັ່ງກ່າວ, ສາຍພົວພັນລະຫວ່າງນະຄອນ ເກີນເທີ ແລະ ແຂວງ ຈຳປາສັກ ພາຍໃນໄລຍະຜ່ານມາ ແມ່ນໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຜ່ານບັນດາກິດຈະກຳແລກປ່ຽນຄະນະຜູ້ແທນ, ການແບ່ງປັນບົດຮຽນ ແລະ ການສົມທົບກັນສ້າງຮ່າງບົດບັນທຶກຄວາມເຂົ້າໃຈການຮ່ວມມື ໄລຍະປີ 2026 - 2030.
ທ່ານ ດົ່ງວັນແທັງ ໄດ້ຕີລາຄາສູງຕໍ່ກັບໝາກຜົນຂອງການເດີນທາງໄປເຮັດວຽກ ຂອງບັນດາການນຳນະຄອນ ເກີນເທີ ຢູ່ທີ່ແຂວງ ຈຳປາສັກ ແລະ ບາງທ້ອງຖິ່ນຂອງ ລາວ ພາຍໃນເດືອນພຶດສະພາ 2026 ທີ່ຜ່ານມາ; ໃນຂະນະດຽວກັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈຢ່າງຈິງໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະ ຖີຖ້ວນ ຂອງບັນດາການນຳແຂວງ ຈຳປາສັກ. ທ່ານມີຄວາມເຊື່ອໝັ້ນວ່າ ບັນດາເນື້ອໃນທີ່ສອງຝ່າຍໄດ້ມີຄວາມເປັນເອກະພາບກັນ ນັ້ນຈະໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໂດຍໄວ, ປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນມີຄວາມເລິກເຊິ່ງຕື່ມອີກ.
![]() |
| ທ່ານ ດົ່ງວັນແທັງ, ກຳມະການຄະນະບໍລິຫານງານສູນກາງພັກ, ຮອງເລຂາປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ເຈິ່ນເທີ (ເບື້ອງຊ້າຍ), ມອບຂອງຝາກລະນຶກໃຫ້ແກ່ທ່ານ ອາລຸນໄຊ ສູນນະລາດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ຈຳປາສັກ. (ພາບ: HV) |
ຂໍ້ມູນກ່ຽວກັບສະພາບການຂະຫຍາຍຕົວຂອງນະຄອນ ເກີນເທີ, ທ່ານ ດົ່ງວັນແທັງ ໃຫ້ຮູ້ວ່າ, ພາຍຫຼັງຈັດຕັ້ງການຈັດສັນຫົວໜ່ວຍການບໍລິຫານ ແລະ ຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ນະຄອນໄດ້ກ້າວເຂົ້າສູ່ໄລຍະແຫ່ງການຂະຫຍາຍຕົວໃໝ່ ດ້ວຍເນື້ອທີ່ປະມານ 6.360 ກິໂລຕາແມັດ ແລະ ປະຊາກອນປະມານ 4,2 ລ້ານຄົນ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນບົນຮາກຖານການຮ່ວມເຂົ້າກັນ ລະຫວ່າງ ນະຄອນ ເກີນເທີ, ແຂວງ ຊອກຈັງ ແລະ ແຂວງ ເຮົ່າຢາງ. ນະຄອນຍັງຄົງສືບຕໍ່ຮັກສາບົດບາດເປັນສູນກາງກຳລັງຂັບເຄື່ອນຂອງເຂດທົ່ງພຽງແມ່ນ້ຳຂອງ, ເປີດກວ້າງຫຼວງຫຼາຍຊ່ອງວ່າງມິຕິແຫ່ງການຮ່ວມມືກັບບັນດາທ້ອງຖິ່ນທັງພາຍໃນ ແລະ ຕ່າງປະເທດ.
ພາຍໃນ 6 ເດືອນຕົ້ນປີ 2026, ເສດຖະກິດ - ສັງຄົມຂອງນະຄອນ ເກີນເທີ ແມ່ນຮັກສາໄດ້ທ່າຂະຫຍາຍຕົວອັນຕັ້ງໜ້າ, GRDP ຄາດວ່າຈະເຕີບໂຕແຕ່ 7,4-7,6%; ໂຄງສ້າງເສດຖະກິດສືບຕໍ່ຫັນປ່ຽນຕາມທິດທາງເພີ່ມອັດຕາສ່ວນການຄ້າ - ການບໍລິການ, ອຸດສາຫະກຳ ແລະ ກະສິກຳປະຍຸກໃຊ້ເຕັກໂນໂລຊີສູງ. ບັນດາຂົງເຂດວັດທະນະທຳ, ການສຶກສາ, ສາທາລະນະສຸກ, ສະຫວັດດິການສັງຄົມ ແມ່ນໄດ້ຮັບການເອົາໃຈໃສ່; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາຢ່າງໝັ້ນຄົງ; ການປະຕິຮູບການບໍລິຫານ, ການຫັນເປັນດິຈິຕອນ ແລະ ການຍົກສູງປະສິດທິຜົນການເຄື່ອນໄຫວຂອງອົງການຕົວແທນປະຊາຊົນ ແມ່ນສືບຕໍ່ໄດ້ຮັບການຍູ້ແຮງ.
![]() |
| ບັນດາການນຳນະຄອນ ເກີນເທີ ຖ່າຍພາບລະນຶກຮ່ວມກັນກັບ ຄະນະຜູ້ແທນສະພາປະຊາຊົນແຂວງ ຈຳປາສັກ. (ພາບ: HV) |
ອີງຕາມທ່ານ ດົ່ງວັນແທັງ, ການຢ້ຽມຢາມຂອງຄະນະຜູ້ແທນສະພາປະຊາຊົນແຂວງ ຈຳປາສັກ ແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນບົດຮຽນການເຄື່ອນໄຫວຂອງອົງການຕົວແທນປະຊາຊົນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການຂະຫຍາຍຕົວທາງດ້ານເສດຖະກິດ - ສັງຄົມ, ໃນຂະນະດຽວກັນ ກໍເປີດກວ້າງການຮ່ວມມືບົນບັນດາຂົງເຂດການຄ້າ, ການລົງທຶນ, ກະສິກຳ, ການທ່ອງທ່ຽວ, ການສຶກສາ - ອົບຮົມ ແລະ ການແລກປ່ຽນວັດທະນະທຳ, ຜ່ານນັ້ນກໍປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນເອກະລັກ ຫວຽດນາມ - ລາວ ໃຫ້ມີຄວາມໜັກແໜ້ນຍິ່ງໆຂຶ້ນ.
ຕາງໜ້າໃຫ້ຄະນະຜູ້ແທນ, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຂອງບັນດາການນຳນະຄອນ ເກີນເທີ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ - ເຊິ່ງແມ່ນຊັບສິນອັນລ້ຳຄ່າທີ່ຈຳເປັນຕ້ອງໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍສືບຕໍ່ໄປ.
ທ່ານໃຫ້ຮູ້ວ່າ, ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນຮ່ວມມືໃນປີ 2011, ແຂວງ ຈຳປາສັກ ແລະ ນະຄອນ ເກີນເທີ ແມ່ນໄດ້ຮັກສາບັນດາກິດຈະກຳແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງເປັນປົກກະຕິ, ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ ບົນບັນດາຂົງເຂດການເມືອງ, ເສດຖະກິດ - ການຄ້າ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ການອົບຮົມແຫຼ່ງພະລັງງານມະນຸດ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ປະກອບສ່ວນນຳພາສາຍພົວພັນລະຫວ່າງສອງທ້ອງຖິ່ນກ້າວເຂົ້າສູ່ລວງເລິກນັບມື້.
ໃນໂອກາດສະແດງຄວາມຍິນດີນຳບັນດາໝາກຜົນອັນພົ້ນເດັ່ນຂອງນະຄອນ ເກີນເທີ ພາຍໃນການຂະຫຍາຍຕົວເສດຖະກິດ - ສັງຄົມ ແລະ ການສ້າງຕັ້ງຕົວເມືອງ, ທ່ານ ອາລຸນໄຊ ສູນນະລາດ ກໍໄດ້ແນະນຳໂດຍສັງເຂບກ່ຽວກັບສະພາບການຂະຫຍາຍຕົວຂອງແຂວງ ຈຳປາສັກ ດ້ວຍຫຼວງຫຼາຍສັນຍານອັນຕັ້ງໜ້າ ກ່ຽວກັບການເຕີບໂຕທາງດ້ານເສດຖະກິດ, ສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ບົນການຕີລາຄາສູງຕໍ່ກັບການສະໜັບສະໜູນຊ່ວຍເຫຼືອຂອງນະຄອນ ເກີນເທີ ທີ່ມອບໃຫ້ແກ່ ຈຳປາສັກ ພາຍໃນໄລຍະຜ່ານມາ, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະເໜີໃຫ້ສອງຝ່າຍຮີບຮ້ອນເຮັດໃຫ້ບັນດາເນື້ອໃນສຳເລັດໂດຍໄວ ເພື່ອກ້າວໄປສູ່ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ໄລຍະປີ 2026 - 2030; ໃນຂະນະດຽວກັນ ກໍເພີ່ມທະວີການສຶກສາອົບຮົມມູນເຊື້ອມິດຕະພາບ ຫວຽດນາມ - ລາວ ໃຫ້ແກ່ຮຸ່ນຄົນໜຸ່ມ, ແບ່ງປັນບົດຮຽນການສ້າງຕັ້ງຢ່ານຖະໜົນ, ຕາແສງແບບຢ່າງ ແລະ ສົມທົບກັນຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ພາຍໃນສາຍພົວພັນຂອງສອງປະເທດ ທີ່ມຸ່ງເນັ້ນໄປສູ່ປີ 2027.
ຄຽງຄູ່ກັນນັ້ນ, ສອງທ້ອງຖິ່ນກໍໄດ້ຮັບຄວາມຫວັງວ່າຈະສືບຕໍ່ເປີດກວ້າງການຮ່ວມມື ບົນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນຫຼວງຫຼາຍ ເຊັ່ນ: ກະສິກຳສີຂຽວ, ການປະຍຸກໃຊ້ວິທະຍາສາດ - ເຕັກນິກ, ການທ່ອງທ່ຽວແບບອະນຸລັກນິເວດ, logistics, ການຄົມມະນາຄົມຂົນສົ່ງ, ການຄ້າ, ອຸດສາຫະກຳ, ພະລັງງານສີຂຽວ ແລະ ການອົບຮົມແຫຼ່ງພະລັງງານມະນຸດ; ພ້ອມທັງເພີ່ມທະວີບັນດາກິດຈະກຳແລກປ່ຽນລະຫວ່າງປະຊາຊົນ, ປະກອບສ່ວນເສີມຂະຫຍາຍຈຸດເດັ່ນຂອງແຕ່ລະທ້ອງຖິ່ນ ແລະ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນເອກະລັກ ຫວຽດນາມ - ລາວ ໃຫ້ຂະຫຍາຍຕົວຢ່າງໝັ້ນຄົງທະນົງແກ່ນຕະຫຼອດໄປ.
| 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ: ຈຸດເຕົ້າໂຮມຫຼວງຫຼາຍຄຸນຄ່າວັດທະນະທຳອັນເປັນເອກະລັກ ຍສໝ - ປັດຈຸບັນ, ນະຄອນ ໂຮ່ຈີມິນ ແມ່ນສູນກາງເສດຖະກິດ, ວັດທະນະທຳຂະໜາດໃຫຍ່ຂອງທົ່ວປະເທດ, ທັງເປັນຕົວເມືອງທີ່ມີຄວາມຂະຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ, ເປັນຫົວໜ້າແຖວພາຍໃນການຫັນປ່ຽນໃໝ່, ການປະດິດສ້າງ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ເສັ້ນທາງແຫ່ງການຂະຫຍາຍຕົວຕະຫຼອດ 50 ປີ ນັບແຕ່ນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ... |
| ຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຍສໝ - ແຕ່ວັນທີ 27-28 ມິຖຸນາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັບ ສະມາຄົມຊາວຫວຽດນາມ ແຂວງ ເຊກອງ, ໂຮງຮຽນ ມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ (ແຂວງ ຈຳປາສັກ) ແລະ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຈັດຕັ້ງໂຄງການຝຶກອົບຮົມ ... |


