ການໂຄສະນາການທ່ອງທ່ຽວຫວຽດນາມ ໃນງານວາງສະແດງໃຫຍ່ຢູ່ ການາດາ

10:03 | 15/04/2026

ຍສໝ - ງານວາງສະແດງການທ່ອງທ່ຽວ ແລະ ການພັກຜ່ອນ ຄັ້ງທີ 29 ໄດ້ດຳເນີນໄປຢ່າງຟົດຟື້ນໃນໄລຍະສອງວັນພັກທ້າຍອາທິດທີ່ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ ສະຖານທູດຫວຽດນາມ, ຜູ້ຕາງໜ້າບັນດາອົງການການທູດ, ວິສາຫະກິດການທ່ອງທ່ຽວ, ສາຍການບິນ ພ້ອມດ້ວຍຫຼາຍພາກສ່ວນສົ່ງເສີມການທ່ອງທ່ຽວທັງພາຍໃນ ແລະ ສາກົນ.

ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງຫວຽດນາມ - ການາດາ
ທ່ານເອກອັກຄະລັດຖະທູດ Shawn Steil: ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ການາດາ ພວມນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ
ການໂຄສະນາການທ່ອງທ່ຽວຫວຽດນາມ ໃນງານວາງສະແດງໃຫຍ່ຢູ່ ການາດາ

ງານວາງສະແດງໃນປີນີ້ໄດ້ເຕົ້າໂຮມຫຼາຍກວ່າ 190 ຮ້ານວາງສະແດງ, ໃນນັ້ນ ຫວຽດນາມ ໂດດເດັ່ນເປັນຈຸດໝາຍປາຍທາງສາກົນທີ່ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ. ສະຖານທູດຫວຽດນາມ ພ້ອມດ້ວຍຄົນເຊື້ອສາຍຫວຽດນາມຢູ່ການາດາ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອໂຄສະນາພາບພັກຂອງປະເທດຊາດ ໃນຖານະເປັນຈຸດໝາຍປາຍທາງທີ່ "ບໍ່ຄວນພາດ" ຂອງສະຕະວັດໃໝ່ ຜ່ານຂໍ້ມູນ, ຮູບພາບ ແລະ ວັດຖຸພັນທີ່ເປັນເອກະລັກ.ທ່ານ ຫວູ ກວາງ ຮຽບ, ເລຂານຸການເອກ ຜູ້ຮັບຜິດຊອບວຽກງານການທູດເສດຖະກິດ ແລະ ວັດທະນະທຳ ຢືນຢັນວ່າ: ການເຂົ້າຮ່ວມງານວາງສະແດງຄັ້ງນີ້ ແມ່ນເພື່ອແນໃສ່ແນະນຳບັນດາຜະລິດຕະພັນການທ່ອງທ່ຽວໃໝ່ ແລະ ແປກໃໝ່, ຈາກນັ້ນກໍເພື່ອຍົກສູງບົດບາດຂອງຫວຽດນາມ ໃນແຜນທີ່ການທ່ອງທ່ຽວໂລກ. ໂດຍສະເພາະ, ຄົນເຊື້ອສາຍຫວຽດນາມຢູ່ການາດາ ໄດ້ຮັບບົດບາດເປັນ "ທູດການທ່ອງທ່ຽວແບບທຳມະຊາດ", ໂດຍການແບ່ງປັນປະສົບການຕົວຈິງກ່ຽວກັບວັດທະນະທຳ ແລະ ອາຫານ ເພື່ອດຶງດູດນັກທ່ອງທ່ຽວໃນທ້ອງຖິ່ນ.ທ່ານ Robert Player, ຜູ້ຈັດງານວາງສະແດງ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມຢ່າງສະໝໍ່າສະເໝີຂອງຫວຽດນາມ ແລະ ໃຫ້ຮູ້ວ່າ ຊາວມາການາດາ ນັບມື້ນັບມີຄວາມຊື່ນຊອບຕໍ່ປະເທດຫວຽດນາມ ຍ້ອນຄວາມຫຼາກຫຼາຍດ້ານທັດສະນີຍະພາບ ແລະ ວັດທະນະທຳ ຕັ້ງແຕ່ພາກເໜືອຈົນຮອດພາກໃຕ້. ໃນສະພາບການທີ່ບັນດາຫົວໜ່ວຍຈາກ ອາເມລິກາ ເຂົ້າຮ່ວມໜ້ອຍລົງ, ຄວາມເປັນເຈົ້າການຂອງຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງແຮງ ແລະ ຮັດແໜ້ນການເຊື່ອມຕໍ່ກັບຕະຫຼາດການທ່ອງທ່ຽວທີ່ມີທ່າແຮງນີ້.

ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ

ຍສໝ - ຕອນບ່າຍວັນທີ 22 ພະຈິກ, ທ່ານນາງ Annie Dubé, ກົງສຸນໃຫຍ່ການາດາ ປະຈຳນະຄອນ ໂຮ່ຈີມິນ, ພ້ອມກັນກັບການນຳນະຄອນ ເກີນເທີ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ມິດຕະພາບ ຢູ່ສວນສາທາລະນະ ຊົງເຮົ້າ (ເມືອງ ນິງກຽວ, ນະຄອນ ເກີນເທີ).

ຈະສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມ ຢູ່ ການາດາ ຈະສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມ ຢູ່ ການາດາ

ຍສໝ - ທ່ານ Dan On, ປະທານ​ສະມາຄົມ​ນັກທຸລະກິດ ຫວຽດນາມ - ກາ​ນາ​ດາ ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ “ກາ​ນາ​ດາ - ປະຕູ​ເພື່ອວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ເຖິງ​ຕະຫຼາດ ອາ​ເມ​ລິ​ກາ​ເໜືອ” ​ໄດ້ເກີດຂຶ້ນ​​ໃນ​ວັນ​ທີ 22 ພະຈິກ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ