ຊາວຫວຽດນາມ ອາໄລຫາຄຸນງາມຄວາມດີຂອງເທບທິດາ ລາວ ໂຍ່ຍຮວາ

10:54 | 27/04/2023

ຍສ​ໝ - ທີ່ພິ​ທີມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ພ້ອມ​ກັນ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ປະ​ເທດ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ, ຜູ້​ຕາງ​ໜ້າ​ການ​ນຳ​ແຂວງ ນິງ​ບິ່ງ, ບັນ​ດາ​ນັກ​ສຶກ​ສາ​ລາວ ທີ່ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຮ​ວາ​ລື, ພິ​ເສດ​ແມ່ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບ້ານ ທ້າຍ​ເຊີນ ພ້ອມ​ກັບ​ແຂກ​ທີ່ຢູ່ໄກ້ ແລະ ໄກ.

ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຢູ່ຕາແສງ ຕວຽນຮວາ ແລະ ນາກາຍ ໃນການຜະລິດ, ແລກປ່ຽນການຄ້າ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຢູ່ຕາແສງ ຕວຽນຮວາ ແລະ ນາກາຍ ໃນການຜະລິດ, ແລກປ່ຽນການຄ້າ
ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ
ຊາວຫວຽດນາມ ອາໄລຫາຄຸນງາມຄວາມດີຂອງເທບທິດາ ລາວ ໂຍ່ຍຮວາ
ພິທີ​ແຫ່​ຂະ​ບວນ​ເທບ​ທິ​ດາ ໂຍ່ຍ​ຮ​ວາ (ພາບ: ມາຍ​ແອັງ)

ວັນ​ທີ 3 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ຂອງ​ທຸກ​ປີ, ປະ​ຊາ​ຊົນ​ບ້ານ ທ໊າຍ​ເຊີນ (ຕາ​ແສງ ເຊີນ​ລາຍ, ເມືອງ ຍໍ​ກວານ, ແຂວງ ນິງ​ບິ່ງ) ໄດ້​ຈັດ​ຕັ້ງ​ພິ​ທີລະນຶກເຖິງວັນສິ້ນພະຊົນຂອງ ເທບ​ທິ​ດາ​ລາວ ໂຍ່ຍ​ຮ​ວາ ເພື່ອ​ສະ​ແດງ​ຄວາມ​ຮູ້​ບູນ​​ຄູນ​ຕໍ່​ຄຸນ​ງາມ​ຄວາມດີ​ຂອງ​ເພິ່ນ ກໍ່​ຄື​ຂອງ​ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ. ໃນ​ປີ​ນີ້, ພິ​ທີ​​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ມີ​ແບບ​ມີ​ແຜນ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ຊຸມ​ປີ​ກ່ອນ.

ທີ່ພິ​ທີມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ພ້ອມ​ກັນ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ປະ​ເທດ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ, ຜູ້​ຕາງ​ໜ້າ​ການ​ນຳ​ແຂວງ ນິງ​ບິ່ງ, ບັນ​ດາ​ນັກ​ສຶກ​ສາ​ລາວ ທີ່ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຮ​ວາ​ລື, ພິ​ເສດ​ແມ່ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບ້ານ ທ້າຍ​ເຊີນ ພ້ອມ​ກັບ​ແຂກ​ທີ່ຢູ່ໄກ້ ແລະ ໄກ.

ໃນ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ, ວິ​ຫານ​ ເທື້ອງ​ທ້າຍ​ເຊີນ ​ຢູ່ ບ້ານ ທ້າຍ​ເຊີນ ແມ່ນ​ບ່ອນ​ສັກ​ກະ​ລະ​ບູ​ຊາ ເທບທິ​ດາ​ປະ​ເທດ ລາວ ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຊ່ວຍ​ປະ​ເທດ ດ້າຍ​ຫວຽດ ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮາມ. ເທບ​ທິ​ດາ​ໄດ້​ບູ​ຊາ​ດ້ວຍ​ພິ​ທີ​ການ​ບູ​ຊາ​ພະແມ່. ​ຢູ່ບັນ​ດາເຂດ​ຮ່ອງ​ຮອຍປະຫວັດສາດ​ບູ​ຊາ​ພະ​ແມ່ແລ້ວ, ວັນບຸນໄດ້​ຮັບ​ການ​ຈັ​ດ​ຂຶ້ນ​ຕົ້ນ​ເດືອນ​ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ.

ພິ​ທີລະນຶກເຖິງວັນສິ້ນພະຊົນຂອງ ເທບ​ທິ​ດາ​ລາວ ໄດ້​ເລີ່ມ​ຕົ້ນ​ດ້ວຍ​ພິ​ທີ​ກຳ​ແຫ່ກ້ຽວ. ນັບ​ແຕ່​ຕອນ​ຮຸ່​ງ​ເຊົ້າ​ວັນ​ທີ 3 ເດືອນ 3 ປີ ແມວ, ພໍ່​ແມ່​ປະ​ຊາ​ຊົນ​ບ້ານ​ທ້າຍ​ເຊີນ ​ພ້ອມ​ກັບ​ແຂກທີ່ມາຮ່ວມງານ ໄດ້​ມາ​ວິ​ຫານ ​ເທື້ອງ​ທ້າຍ​ເຊີນ ເພື່ອ​ບູ​ຊາ ແລະ ເຫັນປະຈັກຕາພິ​ທີ​ທີ່​ເປັນ​ມູນ​ເຊື້ອ​ນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.