ມາດຕະການແກ້​ໄຂ​ເພື່ອ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາ​ຊິນ: ຂໍ້ສະເໜີແນະຈາກບັນ​ດາ​ວິ​ສາ​ຫະ​ກິດ

00:00 | 11/08/2024

ຍສໝ - ສ້າງຕັ້ງສາຍການບິນໂດຍກົງ, ຈັດຕັ້ງວັນບຸນ ຫວຽດນາມ ຢູ່ ບຣາຊິນ; ກໍ່ສ້າງ​ບັນດາສູນ​​ເຊື່ອມ​ຕໍ່​ຂໍ້​ມູນ​​ໃຫ້​ແກ່​ວິ​ສາ​ຫະກິດ... ​ແມ່ນ​ຂໍ້​ສະ​ເໜີ​ຂອງ​ຫຼາຍ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ ເພື່ອຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ບຣາຊິນ ທີ່​ກອງປະຊຸມເຈລະຈາສາກົນ “ມາດຕະການ​ແກ້​ໄຂ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ ​ຫວຽດ​ນາມ - ບຣາ​ຊິນ ໃນ​ສະ​ພາບ​ການ​ໃໝ່”.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ
ບໍາລຸງ​ວິ​ທີ​ການສິດ​ສອນພາສາ​ຫວຽດ​ນາມ ​ໃຫ້​ແກ່​ຄູ​ອາ​ຈານ​ຫວຽດ​ນາມ​ ຢູ່​ໄຕ້​ຫວັນ (ຈີນ)

ທ່ານ ເຈືອງ​ເຕືອງເລີນ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ການ​ທ່ອງ​ທ່ຽວ ນາມ​ເກື່ອງ:

​ເພີ່ມ​ທະວີ​ການ​ແນະນຳ​ປະ​ເທດຊາດ, ປະຊາຊົນ ຫວຽດນາມ ດ້ວຍ​ພາສາ​ປອກຕຸຍ​ການ

ມາດຕະການແກ້​ໄຂ​ເພື່ອ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາ​ຊິນ: ຂໍ້ສະເໜີແນະຈາກບັນ​ດາ​ວິ​ສາ​ຫະ​ກິດ

ທ່ານ ເຈືອງ​ເຕືອງເລີນ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ການ​ທ່ອງ​ທ່ຽວ ນາມ​ເກື່ອງ. (ພາບ Dinh Hoa)

ພວກຂ້າພະເຈົ້າ ໄດ້ພົບກັບສິ່ງທ້າທາຍຫຼາຍຢ່າງໃນເວລາທີ່ເປີດກ້ວາງການເຄື່ອນໄຫວໃນທ້ອງຕະຫຼາດ ອາເມລິກາ ໃຕ້, ໂດຍສະເພາະແມ່ນປະເທດ ບຣາຊິນ. ໂດຍໄລຍະຫ່າງທາງທີ່ຕັ້ງພູມສາດທີ່ຍາວໄດ້ເຮັດໃຫ້ການເຊື່ອມຕໍ່ມີຄວາມຫຍຸ້ງຍາກ ແລະ ເພີ່ມຄ່າໃຊ້ຈ່າຍໃນການຂົນສົ່ງໂດຍສານ. ຂໍ້​ມູນ​ກ່ຽວ​ກັບ ​ຫວຽດນາມ​ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ໂຄສະນາສື່ສານ​ຢ່າງ​ແຮງ, ​ເຮັດ​ໃຫ້​ການ​ຮ່ວມ​ມື​ຫຍຸ້ງຍາກ. ພາສາຍັງເປັນສິ່ງກີດຂວາງອັນໃຫຍ່ຫຼວງ ເພາະມີຊາວ ຫວຽດນາມ ຈໍານວນຫນ້ອຍທີ່ເວົ້າພາສາປອກຕຸຍການໄດ້. ຍິ່ງ​ໄປ​ກວ່າ​ນັ້ນ, ວິ​ສາ​ຫະ​ກິດ ​ຫວຽດ​ນາມ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ພົວ​ພັນ​ໂດຍ​ກົງ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ບຣາ​ຊິນ ແລະ ຕ້ອງ​ແຂ່ງ​ຂັນ​ກັບບັນດາທ້ອງຕະຫຼາດອື່ນ​ໆໃນ​ພາກ​ພື້ນ.

ເພື່ອແກ້ໄຂບັນຫານີ້, ພວກຂ້າພະເຈົ້າ ສະເໜີໃຫ້ເປີດສາຍບິນໂດຍກົງ ຫຼື ມີພຽງແຕ່ຈຸດຢຸດດຽວລະຫວ່າງ ຫວຽດນາມ ແລະ ບຣາຊິນ. ຕ້ອງ​ສຸມ​ໃສ່​ພັດທະນາ​ການ​ສື່ສານ​ດ້ວຍ​ພາສາ​ປອກຕຸຍ​ການ ​ແລະ ຈັດ​ຕັ້ງ​ບັນດາ​ເຫດການ​ວັດທະນະທຳ​ຄື ວັນບຸນ ຫວຽດນາມ ຢູ່ ບຣາຊິນ ເພື່ອ​ແນະນຳ​ປະ​ເທດຊາດ ​ແລະ ປະຊາຊົນ ຫວຽດນາມ.

ພວກ​ຂ້າ​ພະ​ເຈົ້າ ໄດ້​ຕັດ​ສິນ​ໃຈ​ສ້າງ​ຕັ້ງ​ຫ້ອງ​ການ​ຜູ້​ຕາງ​ໜ້າ​ຢູ່ ບຣາຊິນ ແລະ ນຳ​ໃຊ້​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຊາວ ​ຫວຽດ​ນາມ ຢູ່​ທີ່​ນີ້. ແຕ່ແນວໃດກໍ່ຕາມ, ການຊອກຫາບຸກຄະລາກອນທີ່ມີລະດັບວິຊາສະເພາະ ແລະ ຮູ້ພາສາປອກຕຸຍການຍັງເປັນສິ່ງທ້າທາຍອັນໃຫຍ່.

ທ່ານ ຫງວຽນ​ກິມ​ຖ໊າຍ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດຜະ​ລິດ ແລະ ສົ່ງ​ອອກ One Material ຈຳກັດ:

ວິ​ສາ​ຫະກິດ​ຕ້ອງ​ການການ​ໜູນ​ຊ່ວຍ​ໃນ​ການ​ເຊື່ອມ​ຕໍ່, ແບ່ງປັນ​ຂໍ້​ມູນຈາກ​ສະຖານທູດ, ອົງການການຄ້າ ຫວຽດນາມ ປະຈຳ ບຣາຊິນ.

ມາດຕະການແກ້​ໄຂ​ເພື່ອ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາ​ຊິນ: ຂໍ້ສະເໜີແນະຈາກບັນ​ດາ​ວິ​ສາ​ຫະ​ກິດ

ທ່ານ ຫງວຽນ​ກິມ​ຖ໊າຍ(ທີ່ສອງ​ຈາກ​ຊ້າຍ), ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດຜະ​ລິດ ແລະ ສົ່ງ​ອອກ One Material ຈຳກັດ ​ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ ​ອາ​ເມ​ລິ​ກາ​ ໃຕ້ ຢູ່​ໂຮງ​ງານນຳໂລຫະ​ເສດ​ເຫຼືອມາຜະລິດຄືນໃໝ່​ຢູ່ ​ຫວຽດ​ນາມ. (ພາບ: NVCC)

ບໍ​ລິ​ສັດຜະ​ລິດ ແລະ ສົ່ງ​ອອກ One Material ຈຳກັດ ປະຈຸບັນໄດ້ສົ່ງອອກຜະລິດຕະພັນກະເສດເຊັ່ນ ຕົ້ນເສົາກວ້ຍ, ຜະລິດຕະພັນຈາກ ເສົາກ້ວຍ ແລະ ນຳເຂົ້າປະເພດອາຫານ ລວມມີຊີ້ນງົວ, ຫມູ ແລະ ໄກ່. ພວກຂ້າພະເຈົ້າກໍາລັງຊອກຫາໂອກາດເປີດກ້ວາງທ້ອງຕະຫຼາດໄປ ອາເມລິກາ ໃຕ້, ພິເສດແມ່ນ ເວເນຊູເອລາ ແລະ ບຣາຊິນ. ເພື່ອປະຕິບັດສິ່ງນີ້, ພວກຂ້າພະເຈົ້າໄດ້ຮ່ວມມືກັບສະຖານທູດ ແລະ ບັນດາຄູ່ຮ່ວມມືທ້ອງຖິ່ນ, ພ້ອມກັນນັ້ນ ຄາດວ່າຈະປະຕິບັດການໄປປະຕິບັດງານສໍາຫຼວດທ້ອງຕະຫຼາດ ແລະ ພົບປະກັບບັນດາຄູ່ຮ່ວມມືທີ່ມີທ່າແຮງ.

ນອກຈາກ​ການ​ເຄື່ອນໄຫວນຳ​ເຂົ້າ ​ແລະ ສົ່ງ​ອອກ​ອາຫານ​ແລ້ວ, ພວກຂ້າພະເຈົ້າຍັງ​ໄດ້​ນຳ​ເຂົ້າ​ວັດຖຸດິບເຊັ່ນ ​ເຫຼັກ​, ອາລູມີນຽມເພື່ອນຳ​ມາ​ຜະລິດຄືນ​ໃໝ່. ປະຈຸບັນ, ພວກຂ້າພະເຈົ້າ ນໍາເຂົ້າຕົ້ນຕໍແມ່ນມາຈາກ ສ.ເກົາຫຼີ, ຍີ່ປຸ່ນ ແລະ ເອີຣົບ. ເພື່ອສ້າງຄວາມຫຼາກຫຼາຍຂອງແຫຼ່ງສະໜອງ ແລະ ຕອບສະໜອງຄວາມຕ້ອງການທີ່ໃຫຍ່ຫຼວງໃນອະນາຄົດ, ພວກຂ້າພະເຈົ້າກໍາລັງຊອກຫາແຫຼ່ງສະໜອງໃໝ່ຈາກ ອາເມລິກາ ໃຕ້.

​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າຈະ​ສຸມ​ໃສ່​ເຂົ້າໃນການເປີດກ້ວາງທ້ອງຕະຫຼາດສົ່ງ​ອອກຜະລິດຕະພັນກະສິກຳ ​ແລະ ຊອກ​ຫາ​ບັນດາ​ແຫຼ່ງວັດຖຸ​ດິບ​ຜະລິດ​ຄືນ​ໃໝ່. ການ​ເຊື່ອມ​ຕໍ່​ ແລະ ໜູນຊ່ວຍຈາກ​ສະ​ຖານ​ທູດ​ ແລະ ອົງ​ການ​ການ​ຄ້າ​ແມ່ນ​ສໍາ​ຄັນ​ເພື່ອ​ບັນ​ລຸໄດ້​ເປົ້າ​ຫມາຍ​ເຫຼົ່າ​ນີ້​.

ທ່ານ ຫງວຽນ​ເທ​ທິ, ຮອງ​ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ບັກ​ຢາງ:

ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ດ້ານ​ກະສິກຳ, ປ່າ​ໄມ້

ຫວຽດນາມ ສາມາດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ຈາກ​ການ​ຮ່ວມ​ມື​ກັບ ບຣາຊິນ ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ປ່າ​ໄມ້. ບຣາຊີ​ນ ມີ​ປະສົບ​ການ​ອັນ​ອຸດົມສົມບູນ​ໃນ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ປ່າ, ພິເສດ​ແມ່ນບັນດາມາດ​ຕະການ​ຕ້ານ​ການ​ຕັດ​ໄມ້​ທຳລາຍ​ປ່າ, ​ເຊິ່ງ ຫວຽດນາມ ຕ້ອງ​ຮ່ຳຮຽນເອົາເພື່ອ​ປົກ​ປັກ​ຮັກສາ​ແຫຼ່ງຊັບພະຍາກອນ​ປ່າຂອງຕົນ.

ມາດຕະການແກ້​ໄຂ​ເພື່ອ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາ​ຊິນ: ຂໍ້ສະເໜີແນະຈາກບັນ​ດາ​ວິ​ສາ​ຫະ​ກິດ

ຊາວ​ບັກ​ຢາງ​ ເກັບ​ກູ້​ໝາກ​ລີ້ນ​ຈີ່. (ພາບ: ໜັງສືພິມ VnExpress)

ການຫັນຜະລິດກະສິກໍາເປັນດິຈິຕອນ ແລະ ນໍາມັນໄປສູ່ເວທີດິຈິຕອນແມ່ນປັດໄຈສໍາຄັນເພື່ອເພີ່ມທະວີການບໍລິໂພກ ແລະ ການເຂົ້າເຖິງທ້ອງຕະຫຼາດ. ໃນ​ຂົງ​ເຂດ​ລ້ຽງ​ສັດ, ປະ​ສົບ​ການ​ຂອງ ບຣາ​ຊິນ ໃນ​ການ​ພັດ​ທະ​ນາ​ລ້ຽງ​ງົວ​ຈະ​ແມ່ນ​ແຫຼ່ງ​ຊັບພະຍາກອນ​ອັນ​ລ້ຳ​ຄ່າ​ໃຫ້ແກ່ຫວຽດ​ນາມ.

ເປົ້າໝາຍຂອງພວກເຮົາແມ່ນເພື່ອປ່ຽນຈິນຕະນາການ ແລະ ແບບວິທີການປູກຝັງແບບດັ້ງເດີມຂອງຊາວກະສິກອນ, ພ້ອມກັນນັ້ນ ກໍ່ນຳໃຊ້ເຕັກໂນໂລຢີສູງ ແລະ ແບບວິທີການອໍແກນນິກ. ການ​ຮ່ວມ​ມື​ກັບ​ ບຣາຊິນ​ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ພວກ​ເຮົາ​ປັບປຸງ​ເຕັກນິກ​ວິທະຍາສາດ​ທີ່​ທັນ​ສະ​ໄໝ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ໂອກາດ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ຂົງ​ເຂດ​ກະສິກຳນຳອີກ.

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ຍສໝ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ໂຮ່ຈິ​ມິນ ຫງວຽນ​ວັນ​ຢຸງ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 76 ປີ​ແຫ່ງ​ວັນ​ເອກະລາດ​ແຫ່ງ​ຊາດ ອິດສະຣາ​ແອນ (14 ພຶດສະພາ 1948 – 14 ພຶດສະພາ 2024) ໂດຍສະຖານທຸດ ອິດສະຣາ​ແອນ ປະຈຳ ຫວຽດນາມ ຈັດຕັ້ງຢູ່​ນະຄອນ ​ໂຮ່ຈິ​ມິນ ໃນ​ຕອນ​ຄ່ຳ​ວັນ​ທີ 18 ມິຖຸນາ​.

ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລາວ ສົ່ງ​ເສີມ​ການ​ນຳ​ເຂົ້າ-ສົ່ງ​ອອກ​ທີ່ຕິດ​ພັນ​ກັບ​ການ​ຫັນ​ເປັນ​ດິ​ຈິ​ຕອນ

ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລາວ ສົ່ງ​ເສີມ​ການ​ນຳ​ເຂົ້າ-ສົ່ງ​ອອກ​ທີ່ຕິດ​ພັນ​ກັບ​ການ​ຫັນ​ເປັນ​ດິ​ຈິ​ຕອນ

ຍສໝ - ນັບແຕ່ວັນທີ 28 ມິຖຸນາ ຫາ 30 ມິຖຸນາ 2024, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ຈະດຳເນີນການສຳມະນາ "ສົ່ງເສີມການນໍາເຂົ້າ ແລະ ສົ່ງອອກທີ່ຕິດພັນກັບການຫັນເປັນດິຈິຕອນ" ເພື່ອແລກປ່ຽນປະສົບການການນຳໃຊ້ການຫັນເປັນດິຈິຕອນ ໃນການຮ່ວມມືດ້ານການຄ້າ ແລະ ການນໍາເຂົ້າ-ສົ່ງອອກລະຫວ່າງວິສາຫະກິດ ຫວຽດນາມ - ລາວ.

ມີງດຶກ

ເຫດການ
302 Found

Found

The document has moved here.