ຕາມອົງການຮ່ວມມືລະຫວ່າງປະເທດຍີ່ປຸ່ນ (JICA), ໃນເດືອນກັນຍາ ແລະ ເດືອນຕຸລາ ປີ 2025, ປະເທດຫວຽດນາມໄດ້ປະສົບກັບໄພພິບັດທໍາມະຊາດຄັ້ງໃຫຍ່ຕໍ່ເນື່ອງ, ລວມທັງພາຍຸເລກ 8 (Mitag), 9 (Ragasa), 10 (Bualoi) ແລະ 11 (Matmo) ພ້ອມດ້ວຍຝົນຕົກໜັກແລະນ້ຳຖ້ວມໃນຫຼາຍທ້ອງຖິ່ນ.
ໃນນັ້ນ, ພາຍຸ Mitag ແລະ Ragasa ທີ່ພັດຂຶ້ນມາຢັງພາກເໜືອ ແລະ ພາກກາງ ຕອນຕົ້ນເດືອນກັນຍາ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ໂຄງສ້າງພື້ນຖານ ແລະ ການຜະລິດກະສິກໍາ. ທ້າຍເດືອນກັນຍາ, ພາຍຸ Bualoi ໄດ້ພັດເຂົ້າມາທີ່ແຂວງເງ່ຫອານ ແລະ ຮາຕິ້ງ, ເຮັດໃຫ້ເກີດນ້ຳຖ້ວມຂະໜາດໃຫຍ່. ກ່ອນທີ່ນ້ຳຖ້ວມຈະທັນລົດລົງ, ພາຍຸ Matmo (ເລກ 11) ກໍ່ໄດ້ພັດເຂົ້າມາອີກທີ່ພາກເໜືອ, ເຮັດໃຫ້ລະດັບນ້ຳໃນແມ່ນ້ຳສູງຂຶ້ນເກີນສະຖິຕິເກົ່າ, ເຮັດໃຫ້ເກີດຄວາມເສຍຫາຍຢ່າງຫນັກ, ໂດຍສະເພາະຢູ່ແຂວງ ບັກນິງ ແລະ ໄທຫງວຽນ.
![]() |
ພິທີມອບສົ່ງສິນຄ້າຊ່ວຍເຫຼືອດ່ວນຂອງລັດຖະບານຍີ່ປຸ່ນ ໃນວັນທີ 13 ຕຸລາ. (ຮູບ: JICA) |
ຕໍ່ໜ້າສະຖານະການສຸກເສີນນີ້, ລັດຖະບານຫວຽດນາມໄດ້ຂໍຮັບການຊ່ວຍເຫຼືອຈາກສາກົນ. ເພື່ອຕອບສະນອງ, ລັດຖະບານຍີ່ປຸ່ນຜ່ານອົງການ JICA ໄດ້ຕັດສິນໃຈດໍາເນີນໂຄງການຊ່ວຍເຫຼືອດ່ວນດ້ານພິບັດທໍາມະຊາດ,ໂດຍຈັດສົ່ງສິນຄ້າຈໍາເປັນຫຼາຍປະເພດ ເຊັ່ນ: ເຄື່ອງກອງນ້ໍາ, ຜ້າຫົ່ມ, ແຜ່ນພລາສຕິກອະເນກປະສົງ, ກະປ໋ອງພາດສະຕິກ... ສິ່ງຂອງເຫຼົ່ານີ້ມີເປົ້າໝາຍເພື່ອຊ່ວຍໃຫ້ປະຊາຊົນໃນພື້ນທີ່ນ້ໍາຖ້ວມສາມາດຟື້ນຟູຫຼັງພິບັດ, ກັບມາດໍາເນີນຊີວິດປົກກະຕິໄດ້ໄວຂຶ້ນ.
ສິນຄ້າທັງໝົດໄດ້ຖືກຂົນສົ່ງອອກຈາກຄັງຂອງ JICA ແລະ ເດີນທາງມາຮອດສະໜາມບິນນ້ອບາຍໃນວັນທີ 13 ຕຸລາ. ພິທີສົ່ງມອບໄດ້ຖືກຈັດຂຶ້ນໃນວັນດຽວກັນ ມີຜູ້ແທນຈາກກະຊວງເກດສະຕະກໍາ ແລະ ການພັດທະນາຊົນນະບົດຂອງຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ແລະ ສໍານັກງານ JICA ປະຈໍາຫວຽດນາມເຂົ້າຮ່ວມ. ກົມຄວບຄຸມເຂື່ອນກັ້ນນ້ໍາ ແລະ ການປ້ອງກັນພິບັດທໍາມະຊາດ ໄດ້ຮັບມອບສິນຄ້າຊ່ວຍເຫຼືອ ແລະ ກ່າວວ່າ ຈະເຮັດການປະສານງານ, ແຈກຢາຍໃຫ້ແກ່ພື້ນທີ່ທີ່ໄດ້ຮັບຜົນກະທົບຮ້າຍແຮງ, ໃນໄວທີ່ສຸດໂດຍໃຫ້ຄວາມສໍາຄັນກັບແຂວງບັກນິງ.
![]() |
ສິນຄ້າຊ່ວຍເຫຼືອຖືກຂົນລົງຈາກເຮືອບິນທີ່ສະໜາມບິນໂນ້ຍບາຍ. (ຮູບ: JICA) |
ໃນພິທີມອບຮັບ, ທ່ານ Kobayashi Yosuke, ຫົວໜ້າສຳນັກງານ JICA ປະຈຳ ຫວຽດນາມ ໄດ້ເນັ້ນຢ້ຳວ່າ: “ພວກເຮົາຂໍຢືນຢັນຄວາມມຸ່ງຫມັ້ນໃນການຊ່ວຍເຫຼືອປະຊາຊົນຫວຽດນາມໃນເວລາທີ່ຍາກລຳບາກນີ້. ສິນຄ້າຊ່ວຍເຫຼືອດ່ວນຈະຖືກສົ່ງເຖິງມືປະຊາຊົນໃຫ້ໄວທີ່ສຸດ, ເພື່ອຊ່ວຍໃຫ້ພວກເຂົາຟື້ນຟູຊີວິດໃຫ້ກັບມາປົກກະຕິໄວໆ.”
ຕົວແທນ JICA ກໍໄດ້ຢືນຢັນວ່າ, ການຊ່ວຍເຫຼືອໃນຄັ້ງນີ້ເປັນການສະທ້ອນໃຫ້ເຫັນເຖິງຈິດໃຈສາມັກຄີ ແລະ ຄວາມສຳພັນຄູ່ຮ່ວມມືທີ່ໝັ້ນຄົງລະຫວ່າງປະເທດຍີ່ປຸ່ນ ແລະ ຫວຽດນາມ, ໂດຍສະເພາະໃນເວລາທີ່ເຜີຍໄພ,ເມື່ອຈິດໃຈຮ່ວມມືດ້ານມະນຸດສະທຳຍິ່ງມີຄ່າຫຼາຍຂຶ້ນ.
ນ້ຳໃຈມິດຕະພາບ ຫວຽດນາມ-ລາວ ພາຍຫຼັງພາຍຸ ແລະ ໄພນໍ້າຖ້ວມ | |
ຊາວຫວຽດນາມ ຢູ່ຮຸ່ງກາຣີ ໄດ້ບໍລິຈາກເງິນ 44,000 ເອີໂຣ ໃຫ້ປະຊາຊົນຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸນໍ້າຖ້ວມ |
ແທັງຮັ່ງ