![]() | ການເຄື່ອນໄຫວຫຼາຍຢ່າງກ່ຽວກັບການສອນ ແລະ ການຮຽນພາສາຫວຽດນາມ ໃນພາກຕາເວັນອອກສຽງເໜືອຂອງປະເທດໄທ |
![]() | ວັນເຊີດຊູພາສາຫວຽດນາມ ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ຢູ່ພາກຕາເວັນອອກເໜືອຂອງປະເທດໄທ |
ທີ່ການສົນທະນາທາງໂທລະສັບ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ດີການຢ້ຽມຢາມ, ການເຄື່ອນໄຫວພົບປະສອງຝ່າຍຂັ້ນສູງ ແລະທຸກຂັ້ນໃນໄລຍະຈະມາເຖິງ, ພິເສດແມ່ນບັນດາກິດຈະກຳທີ່ກອງປະຊຸມສຸດຍອດອາຊຽນ ແລະກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄາດວ່າຈະດຳເນີນໃນທ້າຍປີ 2025.
![]() |
ທ່ານ ເລຮວ່າຍຈູງ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Sihasak Phuangketkeow ລັດຖະມົນຕີກະຊວງການຕ່າງປະເທດໄທ. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ລັດຖະມົນຕີສອງທ່ານ ຕີລາຄາວ່າ ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄໍ້າສຳຄັນໃນການພົວພັນສອງຝ່າຍ; ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືດ້ານເສດຖະກິດ, ມຸ່ງໄປເຖິງບັນລຸເປົ້າໝາຍວົງເງິນການຄ້າສອງຝ່າຍໃຫ້ໄດ້ 25 ຕື້ໂດລາສະຫະລັດໂດຍໄວຕາມທິດດຸນດ່ຽງກວ່າ; ສົມທົບກັນສ້າງຕັ້ງກຸ່ມປະຕິບັດງານລວມແນໃສ່ຜັນຂະຫຍາຍຍຸດທະສາດ “3 ເຊື່ອມຕໍ່” ຢ່າງມີປະສິດທິຜົນ, ແທດຈິງ, ລວມມີການເຊື່ອມຕໍ່ລະບົບຕ່ອງໂສ້ຕອບສະໜອງ; ເຊື່ອມຕໍ່ຂະແໜງເສດຖະກິດ, ວິສາຫະກິດ ແລະທ້ອງຖິ່ນສອງປະເທດ; ເຊື່ອມຕໍ່ຍຸດທະສາດການເຕີບໂຕແບບຍືນຍົງຂອງສອງປະເທດ...
ສອງຝ່າຍສະໜັບສະໜູນການເພີ່ມທະວີການຮ່ວມມືດ້ານການເມືອງ, ຄວາມໝັ້ນຄົງສອງຝ່າຍ; ເຫັນດີເປັນເອກະພາບສົມທົບກັນປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາທີ່ຈະບໍ່ອະນຸຍາດໃຫ້ບຸກຄົນ ຫຼືອົງການໃດນໍາໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ.
ກ່ຽວກັບການຮ່ວມມືພາກພື້ນ ແລະສາກົນ, ສອງຝ່າຍຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍ ແລະພາກພື້ນ; ພ້ອມກັບບັນດາປະເທດອາຊຽນ, ປັບປຸງຄວາມສາມັກຄີ, ເປັນເອກະພາບ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ; ເພີ່ມທະວີການຮ່ວມມືພັດທະນາອະນຸພາກພື້ນ.
![]() | ຈົດໝາຍອວຍພອນນາຍົກລັດຖະມົນຕີ ລາຊະອານາຈັກໄທ Anutin Charnvirakul ຍສໝ - ເນື່ອງໃນໂອກາດທີ່ທ່ານ Anutin Charnvirakul ໄດ້ຮັບການອະນຸມັດຈາກກະສັດແຫ່ງລາຊະອານາຈັກໄທ ເປັນນາຍົກລັດຖະມົນຕີ, ວັນທີ 8 ກັນຍານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອວຍພອນ. |
![]() | ບາງຈຸດພິເສດໃນການພົວພັນຫວຽດນາມ - ໄທ ຍສໝ - 'ຈຸດບາດລ້ຽວໃໝ່, ສິ່ງທ້າທາຍແຕ່ມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ' - ນັ້ນແມ່ນສິ່ງທີ່ຂ້າພະເຈົ້າບອກຕົນເອງເມື່ອຮູ້ວ່າຈະໄປເຮັດວຽກຢູ່ປະເທດໄທ. |