ກອນລຳປະຫວັດສາດຂອງຊາວຫວຽດນາມ ໄດ້ຮັບການຂຽນຂຶ້ນພາຍໃຕ້ການນຳພາຂອງພັກ.

09:41 | 20/08/2025

ຍສໝ - ການປະຕິວັດເດືອນສິງຫາ ຫຼື ເອີ້ນວ່າ ການລຸກຮືຂຶ້ນເດືອນສິງຫາ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານຂອງພັກກອມມູນິດອິນດູຈີນ ໃນສະໄໝນັ້ນ, ປະຈຸບັນນີ້ແມ່ນພັກກອມມູນິດຫວຽດນາມ, ຂອງປະທານ ໂຮ່ຈີມິນ ແລະ ບັນດາຜູ້ນຳອື່ນໆ.

ເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ສະພາບ​ການ​ໃໝ່ຢ່າງບໍ່ຢຸດຢັ້ງ
ການ​ນຳ​ພັກ, ລັດ ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ.
ກອນລຳປະຫວັດສາດຂອງຊາວຫວຽດນາມ ໄດ້ຮັບການຂຽນຂຶ້ນພາຍໃຕ້ການນຳພາຂອງພັກ.

ວັນ​ທີ 19 ສິງຫາ​ປີ 1945, ພາຍຫຼັງ​ການມິດຕິງ​ຢູ່​ສະໜາມ​ຫຼວງ ໂຮງລະຄອນໃຫຍ່, ປະຊາຊົນ​ນະຄອນຫຼວງ​ໄດ້​ຍຶດຄອງສຳນັກ​ພາກ​ເໜືອ, ອົງການນຳພາສູງສຸດຂອງອຳນາດການປົກຄອງລູກແຫຼ້ງຕີນມືຝະລັ່ງ ຢູ່​ພາກ​ເໜືອ. (ທີ່ມາ: ເອກະສານ TTXVN)

ການປະຕິວັດເດືອນສິງຫາ ປີ 1945 ແມ່ນໜຶ່ງໃນຫຼາຍກອນລຳປະຫວັດສາດໂດຍປະຊາຊົນຫວຽດນາມ ປະກອບ ແລະ ການປະຕິວັດນີ້ ໄດ້ປ່ຽນແປງສະພາບການຢູ່ ຫວຽດນາມ, ຢູ່ອິນດູຈີນຂຶ້ນກັບ ຝຣັ່ງ ໃນສະໄໝນັ້ນ ກໍ່ຄືສຳລັບບັນດາລະບອບອານານິຄົມໃນໂລກ.

​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວຂອງສຳນັກຂ່າວສານຫວຽດນາມ ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນ​ຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ທ່ານ​ Fredesmán Turró González - ອະດີດ​ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ, ຮອງປະທານສະມາຄົມມິດຕະພາບ ກູບາ-ຫວຽດນາມ ຕີລາຄາວ່າ ການປະຕິວັດເດືອນສິງຫາ ແມ່ນການປະກອບສ່ວນອັນສຳຄັນຂອງຊາວຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ແລະ ເອກະລາດອັນຄົບຖ້ວນຂອງບັນດາອານານິຄົມ.

ກອງ​ປະຊຸມ​​ທົ່ວ​ປະ​ເທດ​ຂອງ​ພັກ​ທີ່​ຈັດ​ຂຶ້ນ​ຢູ່​ເຕິ​ນຈ່າວ ​ແຕ່​ວັນ​ທີ 14-15 ສິງຫາ 1945 ​ໄດ້​ສະຫລຸບ​ວ່າ ທັງໝົດເງື່ອນ​ໄຂພາວະວິໄສ ແລະ ອັດຕະວິໄສ ​ລ້ວນ​ແຕ່​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ລຸກ​ຮື້​ຂຶ້ນ​ເພື່ອ​ຍາດເອົາ​ອຳນາດ​ຈາກມືຂອງຟາສິດຍີ່ປຸ່ນ​ກ່ອນ​ທີ່​ທະຫານພັນທະ​ມິດ​ເຂົ້າ​ສູ່​ອິນ​ດູ​ຈີນ.

ທ່ານ​ຮອງ​ປະທານ​ສະມາຄົມ​ມິດຕະພາບ​ກູ​ບາ-ຫວຽດນາມ ​ເນັ້ນ​ໜັກ​ວ່າ ການ​ປະຕິວັດ​ເດືອນ​ສິງຫາ​ຍັງ​ສອນ​ພວກ​ເຮົາ​ໃຫ້​ຮູ້​ຄວາມ​ສຳຄັນ​ຂອງ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ ​ແລະ ບັນດາການ​ນຳ​, ​ກໍ່ຄື​ຕ້ອງ​ສືບ​ຕໍ່​ຄົ້ນຄວ້າ ​ແລະ ​ໄຈ້​ແຍກບັນດາເງື່ອນ​ໄຂພາວະວິໄສ ແລະ ອັດຕະວິໄສ ເພື່ອ​ກຳນົດ​ບັນດາ​ການ​ເຄື່ອນ​ໄຫວຕ້ອງ​ປະຕິບັດ​ໃນ​ແຕ່ລະ​ໄລຍະ. ໃນ​ຄວາມ​ໝາຍ​ນີ້, ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ໄດ້​ປະ​ໄວ້​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ທີ່​ສຸດ.

ໄຊຊະນະຂອງການປະຕິວັດເດືອນ ສິງຫາ ໄດ້ນຳໄປສູ່ການເກີດຂຶ້ນຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເມື່ອ 80 ປີກ່ອນ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ).

ວັນ​ທີ 2 ກັນຍາ​ປີ 1945, ປະທານ​ໂຮ່ຈີ​ມິນ​ໄດ້​ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ​ຂອງ​ຫວຽດນາມ​ຢູ່​ສະໜາມ​ຫຼວງ ​ບາ​ດິ່ງ ​ແລະ ປະເທດສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ເປັນ​ຄັ້ງ​ທຳ​ອິດ, ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດ​ເອ​ກະ​ລາດ, ມີອະ​ທິ​ປະ​ໄຕ ແລະ ໄດ້​ຮັບ​ບັນດາສິດ​ຢ່າງ​ຄົບ​ຖ້ວນ. ​ເປັນ​ຄັ້ງ​​ທຳ​ອິດ ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ມີພື້ນຖານປະຊາທິປະ​ໄຕ ​ແລະ ສາທາລະນະ​ລັດ​ປະຊາຊົນ​ໄດ້​ປະກົດ​ຕົວ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຊາຊົນ​ຫວຽດນາມ ຕ້ອງ​ສືບ​ຕໍ່​ຕໍ່ສູ້, ບໍ່​ແມ່ນ​ເພື່ອ​ຍາດເອົາເອກະລາດ ແລະ ອະທິປະ​ໄຕ, ​ແຕ່​ແມ່ນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຈາກ​ການ​ຮຸກ​ຮານ​ຂອງ​ຕ່າງປະ​ເທດ.

ຕາມ​ທ່ານ González ແລ້ວ, ​ໃນ 80 ປີ​ແຫ່ງ​ການ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ຫວຽດນາມ ບັນລຸ​ໄດ້​ໄຊຊະນະ​ສຳຄັນ​ໃນ​ທຸກ​ຂົງ​ເຂດ. ຫວຽດນາມ​ໄດ້​ເອົາ​ຊະນະ​ສັດຕູ​ທັງ​ໝົດ​ທີ່​ນາບ​ຂູ່​ເຖິງ​ເອກະລາດ ​ແລະ ອະທິປະ​ໄຕ​ຂອງ​ຕົນ, ສ້າງ​ໄຊຊະນະ​ປະຫວັດສາດ​ໃນ​ວັນ​ທີ 30 ເມສາ1975, ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ​ຄືນ​ໃໝ່​ພາຍຫຼັງ​ສົງຄາມ​ມາ​ເປັນ​ເວລາ​ຫຼາຍ​ປີ.

ກອນລຳປະຫວັດສາດຂອງຊາວຫວຽດນາມ ໄດ້ຮັບການຂຽນຂຶ້ນພາຍໃຕ້ການນຳພາຂອງພັກ.

ທ່ານ Fredesman Turró González, ອະດີດເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ແລະ ຮອງປະທານສະມາຄົມມິດຕະພາບກູບາ-ຫວຽດນາມ ໃຫ້ສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ. (ພາບ: Viet Hung/ TTXVN)

ທ່ານ​ຮອງ​ປະທານ​ສະມາຄົມ​ມິດຕະພາບ​ກູ​ບາ - ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ພາຍຫຼັງ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ. ຫວຽດນາມ ໄດ້ມີບັນດາການຫັນປ່ຽນອຸດົມການ ແລະ ໂຄງປະກອບ, ບໍ່ພຽງແຕ່ຊ່ວຍໃຫ້ ຫວຽດນາມ ຫຼຸດພົ້ນອອກຈາກສະພາບຫຍຸ້ງຍາກໃນຊຸມປີ 1980 ເທົ່ານັ້ນ, ຫາກຍັງບັນລຸໄດ້ບັນດາຜົນງານດ້ານເສດຖະກິດ - ສັງຄົມ, ຖືວ່າແມ່ນບາດກ້າວບຸກທະລຸ ແລະ ພວມຫັນພື້ນຖານເສດຖະກິດຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນໂລກ, ດ້ວຍອັດຕາການເຕີບໂຕປະຈໍາປີສູງ.

​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, GDP ​ໄດ້​ເພີ່ມ​ຂຶ້ນ 7,52%, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ບັນລຸ​ການ​ເຕີບ​ໂຕ​ໃນ​ແຕ່ລະ​ປີ​ໃຫ້​ໄດ້​ກວ່າ 8% ​ໃນ​ປີ​ນີ້ ​ແລະ ຊຸມປີ​ຕໍ່​ໄປ.

ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ ​ແລະ ສືບ​ຕໍ່​ປັບປຸງ​ຢ່າງ​ໝັ້ນຄົງ. ຄາດ​ວ່າ, ຫວຽດນາມ​ຈະ​ເຂົ້າ​ຮ່ວມ​ກຸ່ມ​ບັນດາ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ​ໃນ​ໄວໆ​ນີ້. ຫວຽດນາມ ກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ແບບຢ່າງ​ໃນ​ການຕໍ່ສູ້ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ.

ທ່ານ González ຕີ​ລາຄາ​ວ່າ ບັນດາ​ຜົນງານ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ ​ແລະ​ ຄວາມຂະຫຍັນຂັນເຂື່ອນໃນການ​ເຕີບ​ໂຕ, ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ພື້ນຖານ​ເສດຖະກິດທົ່ວ​ໂລກ, ການ​ພົວພັນ​ທາງ​ການ​ທູດ​ສັນຕິພາບ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື, ພ້ອມກັບການເຂົ້າຮ່ວມນັບ​ມື້​ນັບ​ເພີ່ມ​ຂຶ້ນຂອງຫວຽດນາມເຂົ້າ​ໃນ​ບັນດາ​ເວທີ​ປາ​ໄສ ​ແລະ ເຫດການສາກົນ​ໄດ້​ຍົກ​ສູງ​ກຽດ​ສັກ​ສີ​ຂອງ​ຫວຽດນາມ ​ໃນ​ເວທີ​ສາກົນ, ​ເຮັດ​ໃຫ້​ຫວຽດນາມ ກາຍ​ເປັນ​ປັດ​ໄຈ​ສຳຄັນ​ໃນ​ການ​ເມືອງ​ຂອງ​ໂລກ.

ທ່ານ González ເນັ້ນໜັກວ່າ, ການນຳຂອງພັກກອມມູນິດຫວຽດນາມ ແມ່ນກຸນແຈຂອງໄຊຊະນະທັງໝົດຂອງປະຊາຊົນ ຫວຽດນາມ, ທັງໃນພາລະກິດປົກປັກຮັກສາປະເທດຊາດ ແລະ ພັດທະນາເສດຖະກິດ. ການ​ນຳ​ພາ​ຂອງ​ພັກ​ແມ່ນ​ປັດ​ໄຈ​ຕັດ​ສິນ ແລະ ໄຊ​ຊະ​ນະ​ຂອງ​ຫວຽດ​ນາມ ແມ່ນ​ຕິດ​ພັນ​ກັບ​ການ​ນຳ​ພາ​ນັ້ນ.

ສະນັ້ນ, ພັກ ຍາມໃດກໍ່ມີກຽດສັກສີ, ອຳນາດໃນປະຊາຊົນຫວຽດນາມ, ຍັງປະຊາຊົນຫວຽດນາມ ເຊື່ອໝັ້ນຢ່າງຄົບຖ້ວນຕໍ່ການນຳພາຮອບດ້ານຂອງພັກ, ເຊື່ອໝັ້ນວ່າ ພຽງແຕ່ພັກມີຄວາມສາມາດໃນການນຳພາປະເທດບັນລຸໄດ້ໄຊຊະນະໃໝ່ບົນເສັ້ນທາງສ້າງສາພັດທະນາ, ທັນສະໄໝ ແລະ ວັດທະນາຖາວອນ.

ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂອ້​ລົມ​ສົນ​ທະ​ນາ​ກັບ ພັກ SPD ຂອງ ເຢຍ​ລະ​ມັນ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂອ້​ລົມ​ສົນ​ທະ​ນາ​ກັບ ພັກ SPD ຂອງ ເຢຍ​ລະ​ມັນ

ຍ​ສ​ໝ - ການ​ໂອ້​ລົມ​ສົນ​ທະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ “ການ​ເຕີບ​ໂຕ​ສີຂຽວ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂ​ອງ​ດິນ​ຟ້າ​ອາ​ກາດຢູ່ ຫວຽດ​ນາມ ແລະ ເຢຍ​ລະ​ມັນ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ

ຈີນ ແມ່ນປະເທດບ້ານໃກ້ເຮືອນຄຽງສຳຄັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານກັບ ຫວຽດນາມ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ