ແນວໂຮມປະເທດຊາດຫວຽດນາມ ໂຮ່ຈີມິນ ມອບທຶນການສຶກສາເຕັມທຶນໃຫ້ບັນດາພະນັກງານແນວໂຮມ ແລະ ນັກສຶກສາລາວ

09:38 | 03/10/2025

ຍສໝ - ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ແລ້ວ, ​ແຕ່ລະ​ປີ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ທຶນ​ສຶກສາ​ປະລິນຍາ​ໂທ​ເຕັມ​ທຶນ​ໃຫ້​ແກ່​ພະນັກງານ​ແນວ​ລາວ​ສ້າງ​ຊາດ 1 ທຶນ ​ແລະ ທຶນ​ສຶກສາ​ປະລິນຍາຕີ​ເຕັມ​ທຶນ​ໃຫ້​ນັກ​ສຶກສາ​ລາວ 3 ຄົນ ຢູ່​ນະຄອນຫຼວງ​ວຽງ​ຈັນ.

ນະຄອນ ໂຮ່ຈີມິນ - Hyogo (ຍີ່ປຸ່ນ) ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດີຈີຕອນ
ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ວັນທີ 30 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາງ ເຈືອງທິບິກແຫ້ງ - ຮອງປະທານຜູ້ປະຈຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ພົບປະເຈລະຈາກັບຄະນະຜູ້ແທນແນວລາວສ້າງຊາດ ຢູ່ ນະຄອນຫຼວງວຽງຈັນ ໂດຍທ່ານ ສົມໃຈ ຊຽງຊອງແຕງ - ຮອງປະທານ ເປັນຫົວໜ້າຄະນະ.

ແນວໂຮມປະເທດຊາດຫວຽດນາມ ໂຮ່ຈີມິນ ມອບທຶນການສຶກສາເຕັມທຶນໃຫ້ບັນດາພະນັກງານແນວໂຮມ ແລະ ນັກສຶກສາລາວ

ກອງ​ປະ​ຊຸມ​ເຮັດ​ວຽກ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ປະ​ຈຳ ​ນະ​ຄອນ ໂຮ່​ຈີ​ມິນ ແລະ ແນວ​ລາວ​ສ້າງ​ຊາດ ຢູ່​ນະ​ຄອນຫຼວງ ວຽງ​ຈັນ. (ພາບ: A.H)

ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ໄລຍະ 2022 – 2024 ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ໜຶ່ງ​ໃນ​ບັນ​ດາ​ລາຍ​ການ​ດີ​ເດັ່ນ​ແມ່ນ “ຄອບ​ຄົວ​ຫວຽດ​ນາມ ກັບ​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ”.

ຄະນະ​ປະຈຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ​ໄດ້​ສ້າງໂຄງການ​ໄລຍະ 2021 – 2025 ດ້ວຍ​ການ​ສົມທົບ​ຂອງ​ຄະນະ​ຊາວ​ໜຸ່ມ​ນະຄອນ, ສະຫະພັນ​ແມ່ຍິງ, ສະຫະພັນ​ແຮງ​ງານ, ສະມາຄົມ​ນັກຮົບ​ເກົ່າ, ສະມາຄົມ​ຊາວ​ກະສິກອນ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ. ມາ​ຮອດ​ປະຈຸ​ບັນ, ມີ 219 ຄອບຄົວ​ຊາວ​ຫວຽດນາມ ​ໄດ້​ເຂົ້າຮ່ວມໜູນ​ຊ່ວຍ​ນັກ​ສຶກສາ​ລາວ 385 ຄົນ, ປະກອບສ່ວນ​ຮັດແໜ້ນ​ຄວາມມິດຕະພາບ​ກັບ​ປະຊາຊົນ.

​ໃນໄລຍະ 2022 – 2024, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ 2 ​ຄະນະ​ປະຕິບັດງານ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງ​ວຽງ​ຈັນ; ຕ້ອນຮັບ​ຄະນະ​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ​ລາວ ​ແລະ ບັນດາຄອບຄົວ​ນັກ​ສຶກສາ​ລາວ ​ໄປ​ແລກປ່ຽນ​ຢູ່​ນະຄອນ​ໂຮ່ຈິ​ມິນ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຖືກ​ຕີ​ລາຄາ​ວ່າ​ໄດ້​ປະກອບສ່ວນ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືມິດຕະພາບ​ລະຫວ່າງ 2 ທ້ອງ​ຖິ່ນ.

ແນວໂຮມປະເທດຊາດຫວຽດນາມ ໂຮ່ຈີມິນ ມອບທຶນການສຶກສາເຕັມທຶນໃຫ້ບັນດາພະນັກງານແນວໂຮມ ແລະ ນັກສຶກສາລາວ

ທ່ານ ສົມໃຈ ຊຽງຊອງແຕງ ທີ່ກອງປະຊຸມ. (ພາບ: A.H)

ທ່ານ ສົມໃຈ ຊຽງຊອງແຕງ ຕີລາຄາສູງການໜູນຊ່ວຍຕົວຈິງຂອງນະຄອນ ໂຮ່ຈີມິນ ໃນວຽກງານຂອງແນວໂຮມປະເທດຊາດ ຫວຽດນາມ, ຈາກການສະໜອງອຸປະກອນ, ແບ່ງປັນປະສົບການໃນການປຸກລະດົມຂົນຂວາຍປະຊາຊົນຢ່າງທັນການ, ຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກ, ຜ່ານນັ້ນເປັນການຊຸກຍູ້ຄວາມສາມັກຄີ, ຄວາມຕິດພັນລະຫວ່າງປະຊາຊົນສອງປະເທດ.

ທີ່​ການ​ເຈລະຈາ, ການ​ນຳແນວຮົບ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໄລຍະ 2025-2030 ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳຄັນ​ຄື: ຍູ້ແຮງ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ແບບພິເສດ​ລະຫວ່າງ​ຫວຽດນາມ - ລາວ; ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ​ແລກປ່ຽນ​ປະສົມການ​ໃນ​ວຽກ​ງານ​ແນວ​ໂຮມ;

ຊຸກຍູ້​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ເສດຖະກິດ; ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ; ຜູ້​ສົ່ງ​ກວມ​ຄ່າ​ໄປ​ກັບ​ຕ່າງປະ​ເທດ); ປະຕິບັດການຮ່ວມມືດ້ານວິຊາຊີບຕາມຄວາມຕ້ອງການຂອງແຕ່ລະຝ່າຍ.

ແນວໂຮມປະເທດຊາດຫວຽດນາມ ໂຮ່ຈີມິນ ມອບທຶນການສຶກສາເຕັມທຶນໃຫ້ບັນດາພະນັກງານແນວໂຮມ ແລະ ນັກສຶກສາລາວ

2 ຫົວໜ່ວຍ​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ປະກອບສ່ວນ​ຮັກສາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ນະຄອນຫຼວງ​ວຽງ​ຈັນ. (ພາບ: A.H)

ພິເສດ, ໃນແຕ່ລະປີ ນະຄອນ ໂຮ່ຈີມິນ ຈະໃຫ້ອຸປະຖຳທຶນການສຶກສາປະລິນຍາໂທເຕັມທຶນ ໃຫ້ແກ່ພະນັກງານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຈຳນວນ 1 ທຶນ ແລະ ທຶນການສຶກສາ ປະລິນຍາໂທເຕັມທຶນໃຫ້ແກ່ນັກສຶກສາລາວ 3 ຄົນ ຢູ່ນະຄອນຫຼວງວຽງຈັນ.

ທ່ານ​ນາງ​ຮອງ​ປະທານ​ຜູ້ປະຈຳຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ເຈືອງ​ທິບິກ​ແຫ້ງ ຢືນຢັນ​ວ່າ ນະຄອນ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ ​ແລະ ຄຽງ​ຂ້າງ​ແນວ​ລາວ​ສ້າງ​ປະ​ເທດ​ນະຄອນຫຼວງ ວຽງ​ຈັນ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​. ພ້ອມ​ກັນ​ນັ້ນ, ກໍ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອໃຫ້​ພະນັກງານ, ນັກຮຽນ​ລາວໄປຍັງ​ຮ່ຳຮຽນ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່ແໜ້ນແຟ້ນລະຫວ່າງ​ສອງ​ທ້ອງ​ຖິ່ນ.

ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຢ້ຽມຢາມ ແລະພົບປະແລກປ່ຽນຢູ່ນະຄອນ ໂຮ່ຈີມິນ ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຢ້ຽມຢາມ ແລະພົບປະແລກປ່ຽນຢູ່ນະຄອນ ໂຮ່ຈີມິນ

ຫວ່າງແລ້ວນີ້ ຢູ່ນະຄອນໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບກຳປັ່ນ ຂຶ້ນກັບລາຍການກໍາປັ່ນຊາວໜມອາຊີຕາເວັນອອກສຽງໃຕ້ ແລະ ຍີ່ປຸ່ນ (SSEAYP) ຄັ້ງທີ 48, ປີ 2024.

ແນວໂຮມປະເທດຊາດຫວຽດນາມ ປາດຖະໜາຢາກເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົບປະແລກປ່ຽນຫວຽດນາມ - ອິນເດຍ ແນວໂຮມປະເທດຊາດຫວຽດນາມ ປາດຖະໜາຢາກເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົບປະແລກປ່ຽນຫວຽດນາມ - ອິນເດຍ

ຍສໝ - ໃນລະຫວ່າງວັນທີ 7-11 ພະຈິກ, ຄະນະປະຕິບັດງານຂອງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍທ່ານນາງ ຫງວຽນທິທູຮ່າ, ຮອງປະທານ ທັງເປັນເລຂາທິການໃຫຍ່ ໄປຢ້ຽມຢາມ ແລະເຮັດວຽກຢູ່ອິນເດຍ ເພື່ອຊອກຮູ້ຄວາມສາມາດບົ່ມຊ້ອນຊຸກຍູ້ການພົວພັນພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ ແລະການຮ່ວມມືລະຫວ່າງບັນດາອົງການ, ອົງການຈັດຕັ້ງມະຫາຊົນຂອງສອງປະເທດ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ