ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ

10:22 | 17/10/2025

ຍສໝ - ຕອນບ່າຍວັນທີ 14 ຕຸລາ, ທີ່ນະຄອນຫຼວງວຽງຈັນ (ລາວ), ທ່ານພົນໂທ ຄຳລຽງ ອຸດທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນື່ອງໃນໂອກາດນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ທີ່​ພິ​ທີ, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ໃນວຽກ​ງານ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກ​ສາ​​ຊາຍ​ແດນ​ສອງປະເທດຫວຽດ​ນາມ - ລາວ.

ຫວຽດນາມ-ກໍາປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ປັບປຸງການປະສານງານໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດລາວ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ໄດ້ເຂົ້າຮ່ວມ ແລະ ສົ່ງກຳລັງທະຫານເຂົ້າຮ່ວມພິທີສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສະແດງນ້ຳໃຈສາມັກຄີ, ຄວາມຕິດພັນຢ່າງຊື່ສັດລະຫວ່າງສອງປະເທດ ແລະ ສອງກອງທັບ.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ

ທ່ານພົນເອກ ຟານວັນຢາງ ໄດ້ມີການທັກທາຍທາງທະຫານທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. (ພາບ: Xuan Tu/VNA).

ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ນັບຖືຢ່າງສູງບັນດາການໜູນຊ່ວຍອັນໃຫຍ່ຫຼວງ, ລ້ຳຄ່າ, ສຸດໃຈ, ຊອບທຳ ແລະ ມີປະສິດທິຜົນ ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນລາວ ທີ່ມີຕໍ່ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດແຕ່ກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ປ້ອງກັນຊາດໃນປະຈຸບັນ.

ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກ່ຽວກັບສະພາບການຢູ່ ຫວຽດນາມ ໃນໄລຍະຜ່ານມາ; ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້; ​ແລະ ​ບາງ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ການ​ພົບ​ປະ​ເຈລະຈາ​ໃນ​ວັນ​ດຽວ​ກັນ​ກັບ​ທ່ານ​ພົນ​ໂທ ຄຳລຽງ ອຸດທະໄກສອນ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ.

ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ, ການພົບປະປະຈຳປີລະຫວ່າງລັດຖະມົນຕີປ້ອງກັນປະເທດ 3 ທ່ານ ແລະ ການຊ້ອມຮົບຮ່ວມຄົ້ນຫາ ແລະ ກູ້ຊີບລະຫວ່າງກອງທັບຫວຽດນາມ - ລາວ ແລະ ກຳປູເຈຍ ຈະສືບຕໍ່ຮັດແໜ້ນການພົວພັນສາມັກຄີ, ຄວາມຕິດພັນລະຫວ່າງ 3 ປະເທດ ເວົ້າລວມ ແລະ ລະຫວ່າງ 3 ກອງທັບ ເວົ້າສະເພາະ, ປະກອບສ່ວນປະຕິບັດຕົວຈິງບັນດາໝາກຜົນສຳຄັນທີ່ບັນລຸໄດ້ທີ່ກອງປະຊຸມຂັ້ນສູງລະຫວ່າງການນຳ 3 ປະເທດ.

ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະສືບຕໍ່ເອົາໃຈໃສ່, ຊີ້ນໍາບັນດາອຳນາດການປົກຄອງລາວ ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ປະຕິບັດບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດຢ່າງຮອບດ້ານ, ມີປະສິດທິຜົນ, ແທດຈິງ, ແທດເໝາະກັບຄວາມຄາດຫວັງຂອງບັນດາການນໍາຂັ້ນສູງສອງປະເທດ.

ຝ່າຍລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຂ່ຳນັບຮັບຕ້ອນຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ; ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ, ຢືນຢັນ​ວ່າ​ນີ້​ແມ່ນພິສູດ​ໃຫ້​ເຫັນ​ສາຍພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ການນຳ ສປປ ລາວ ຂອບໃຈຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນອັນໃຫຍ່ຫຼວງ, ຈິງໃຈ ແລະ ສຸດອົກສຸດໃຈຂອງຫວຽດນາມ ທີ່ມີຕໍ່ລາວ ໃນຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນການບຳລຸງສ້າງພະນັກງານ, ແບ່ງປັນປະສົບການໃນການສ້າງກອງທັບ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຊ່ວຍເຫຼືອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢືນຢັນວ່າ, ພັກ, ລັດ ແລະ ກອງທັບລາວ ຍາມໃດກໍ່ຖືເປັນສໍາຄັນ ແລະ ໃຫ້ບຸລິມະສິດໃນການພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ, ຖືນີ້ແມ່ນເສົາຄໍ້າສໍາຄັນໃນການພົວພັນແບບພິເສດລາວ-ຫວຽດນາມ; ພ້ອມ​ກັນ​ນັ້ນ, ກໍ່ຢືນຢັນ​ຈະ​ສືບ​ຕໍ່​ຊີ້​ນຳ​ບັນດາ​ອົງການ​ທີ່​ມີ​ໜ້າ​ທີ່​ຂອງ​ສອງ​ປະ​ເທດ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ປະຕິບັດ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ທີ່​ໄດ້​ຕົກລົງ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເນັ້ນໜັກວ່າ ປີ 2025 ມີຄວາມໝາຍທີ່ສຳຄັນເປັນພິເສດ, ເປັນປີສຸດທ້າຍຂອງກອງປະຊຸມໃຫຍ່ຂອງພັກ, ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງແຕ່ລະພັກໃນ 2 ປະເທດໃນຕົ້ນປີ 2026.

2 ປະເທດພວມສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນປະສົບການໃນການກະກຽມກອງປະຊຸມໃຫຍ່, ປະກອບສ່ວນເຂົ້າໃນການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໃນໄລຍະໃໝ່ຂອງແຕ່ລະພັກໃຫ້ປະສົບຜົນສຳເລັດ.

ຫວຽດນາມ-ຟີລິບປິນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຟີລິບປິນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຍສໝ - ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຟີລິບປິນ, ຕັດສິນໃຈພ້ອມກັບ ຟີລິບປິນ ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງກວ້າງຂວາງ, ຍືນຍົງ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນຂອງພາກພື້ນ ແລະໃນໂລກ.

ຫວຽດນາມ-ກູບາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກູບາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຍສໝ - ໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ການຮ່ວມມືດ້ານປ້ອງກັນຊາດຍາມໃດກໍ່ຖືເປັນໜຶ່ງໃນບັນດາເສົາຄ້ຳ, ເປັນແບບຢ່າງເພື່ອຊຸກຍູ້ການຮ່ວມມືໃນຂົງເຂດອື່ນໆ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ