![]() | ຫວຽດນາມ, ລາວ ເພີ່ມທະວີການຮ່ວມມືການສຶກສາ STEM – Robotics |
![]() | ການຮ່ວມມືດ້ານຄວາມປອດໄພສືບຕໍ່ແມ່ນເສົາຄ້ຳໃນການພົວພັນຫວຽດນາມ - ລາວ |
ການສ້າງຫ້ອງການຮ່ວມມືເພື່ອແນໃສ່ສ້າງພື້ນຖານຜັນຂະຫຍາຍບັນດາໂຄງການໜູນຊ່ວຍນັກຮຽນ, ຊາວຫວຽດນາມ ກ່ວາ 22.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ແຂວງ Chungnam, ປະກອບສ່ວນຍົກສູງທີ່ຕັ້ງຂອງປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ.
![]() |
ບັນດາຜູ້ແທນໄດ້ດຶງສາຍໂບເພື່ອເປີດສະຫຼອງຫ້ອງການຮ່ວມມືຫວຽດນາມ ຢູ່ແຂວງ Chungnam. (ພາບ: ສະມາຄົມຊາວຫວຽດນາມ ຢູ່ແຂວງ Chungnam) |
ກ່າວຄຳປາໄສທີ່ພິທີ, ທ່ານປອ. Moon Seong-Jae, ອຳນວຍການໂຮງຮຽນມະຫາວິທະຍາໄລ Sunmoon ໃຫ້ຮູ້ວ່າ ການສ້າງຕັ້ງຫ້ອງການແມ່ນພື້ນຖານເພື່ອຮັບຮູ້ບັນດາຄວາມມານະພະຍາຍາມຂອງປະຊາຄົມຊາວ ຫວຽດນາມ ຢູ່ແຂວງ Chungnam. ຜ່ານນັ້ນ, ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງໂຮງຮຽນ, ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຫົວໜ່ວຍຢູ່ຫວຽດນາມ, ພິເສດແມ່ນການເຊື່ອມໂຍງເຂົ້າກັບບັນດາການເຄື່ອນໄຫວຂອງສະມາຄົມຊາວຫວຽດນາມ ຢູ່ Chungnam.
ຕາມທ່ານປອ. ຫງວຽນແທັງລຽມ ແລ້ວ, ຮອງປະທານສະມາຄົມໃຫຍ່ຊາວ ຫວຽດນາມ ຢູ່ ສ.ເກົາຫຼີ, ຜູ້ກໍ່ຕັ້ງ ແລະ ປະທານສະມາຄົມຊາວ ຫວຽດນາມ ຢູ່ແຂວງ Chungnam, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ສະຫະສະມາຄົມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງປະຊາຄົມ ຫວຽດນາມ ຢູ່ Chungnam. ພາຍຫຼັງພິທີເປີດຕົວ, ສະມາຄົມຈະສົມທົບກັບໂຮງຮຽນປະຕິບັດແຜນການ ເພື່ອຜັນຂະຫຍາຍຕົວຈິງ, ສຸມໃສ່ການສຶກສາ, ຝຶກອົບຮົມວິຊາຊີບ ແລະ ແລກປ່ຽນວັດທະນະທໍາ.
ພາຍຫຼັງພິທີເປີດ, ຄະນະອຳນວຍການມະຫາວິທະຍາໄລ Sunmoon ແລະ ຄະນະປະຕິບັດງານຂອງຫ້ອງການ - ໃນນັ້ນມີສະມາຄົມຫວຽດນາມ ຢູ່ແຂວງ Chungnam, ສະມາຄົມນັກສຶກສາ ຫວຽດນາມ, ສະມາຄົມນັກສຶກສາເກົ່າ ຫວຽດນາມ ຢູ່ມະຫາວິທະຍາໄລ Sunmoon ໄດ້ປຶກສາຫາລືກ່ຽວກັບທິດທາງ, ສະເໜີບັນດາໂຄງການຕົ້ນຕໍໃນໄລຍະ 2026 – 2027, ເຊັ່ນ: ການຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ສົ່ງເສີມວັດທະນະທຳ ຫວຽດນາມ ຢູ່ Chungnam.
![]() | ເພີ່ມທະວີການຮ່ວມມືສອງຝ່າຍຕາມຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອາເມລິກາ ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ |
![]() | ໄຂເປີດເວທີປາໄສສາກົນບັນດານັກປັນຍາໜຸ່ມຫວຽດນາມ ຄັ້ງທີ 6 ຍສໝ - ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ເວທີປາໄສປັນຊາຊົນຫນຸ່ມ ຫວຽດນາມ ໃນທ່ົວໂລກ ຄັ້ງທີ VI ປີ 2025 ໄດ້ອັດລົງໃນຕອນບ່າຍວັນທີ 20 ກໍລະກົດ ຢູ່ ຮ່າໂນ້ຍ. |
ມີງດຶກ