![]() | ເກົາຫຼີເໜືອ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ |
![]() | ຍີ່ປຸ່ນ ແລະ ຝຣັ່ງ, ການາດາ, ເຢຍລະມັນ ສົມທົບນຳກັນແກ້ໄຂບັນຫາ ກັບ ສປປ.ເກົາຫຼີເໜືອ |
![]() |
ປະຊາຊົນນະຄອນຫຼວງ ພຽງຢາງ ໄດ້ໃຫ້ການຕ້ອນຮັບທ່ານປະທານ ໂຮ່ຈີມິນ ນຳໜ້າຄະນະຜູ້ແທນຂອງພັກ, ລັດຖະບານ ຫວຽດນາມ ໄປຢ້ຽມຢາມມິດຕະພາບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີເໜືອ ແຕ່ວັນທີ 8-12 ກໍລະກົດ 1957. (ພາບ: VNA) |
ພາຍໃຕ້ການນຳພາຂອງພັກແຮງງານ ເກົາຫຼີເໜືອ ສ້າງຕັ້ງໂດຍທ່ານປະທານ ເກົາຫຼີເໜືອ Kim Il Sung (10 ຕຸລາ 1945) ແລະ ບັນດາຜູ້ນຳສືບຕໍ່ Kim Jong Il ແລະ Kim Jong Un, ປະຊາຊົນ ສປປ ເກົາຫຼີ ບັນລຸໄດ້ບັນດາຜົນງານສຳຄັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມ, ພິເສດແມ່ນການພັດທະນາພື້ນຖານໂຄງລ່າງ, ບໍ່ແຮ່, ອຸດສາຫະກຳໜັກ, ສາທາລະນະສຸກ, ການສຶກສາ… ໃນຊຸມປີ 60 ແລະ 70 ຂອງສະຕະວັດທີ 20; ຜ່ານຜ່າຄວາມຫຍຸ້ງຍາກຫລາຍຢ່າງ, ໂດຍສະເພາະດ້ານພະລັງງານ ແລະ ສະບຽງອາຫານ, ນັບແຕ່ຊຸມປີ 1990 ຂອງສະຕະວັດທີ 20.
ເຖິງວ່າຈະປະສົບກັບສິ່ງທ້າທາຍຫຼາຍຢ່າງຍ້ອນການຂວ້ຳບາດ ແລະ ໂລກລະບາດໂຄວິດ-19, ແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 8 ຂອງພັກແຮງງານ ສປປ ເກົາຫຼີ (ເດືອນ ມັງກອນ2021) ຍັງໄດ້ເນັ້ນໜັກເຖິງໜ້າທີກໍ່ສ້າງສັງຄົມນິຍົມຢ່າງສຳເລັດຜົນ, ສຸມໃສ່ສ້າງໂຄງປະກອບເສດຖະກິດຄືນໃໝ່, ຊຸກຍູ້ການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ ແລະ ປັບປຸງການພົວພັນຕ່າງປະເທດຢ່າງຮອບດ້ານ...
ກອງປະຊຸມໃຫຍ່ໄດ້ສະເໜີແຜນການພັດທະນາເສດຖະກິດແຫ່ງຊາດ 5 ປີ ໄລຍະ 2021-2025, ຢືນຢັນຈິດໃຈ “ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ”, ສຸມໃສ່ພັດທະນາອຸດສາຫະກຳໂລຫະ ແລະ ເຄມີ ແລະ ເອົາໃຈໃສ່ພັດທະນາກະສິກຳ.
ປະຕິບັດບັນດາທິດທາງທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ 8, ພັກໄດ້ນຳພາປະຊາຊົນ ສປປ ເກົາຫຼີ ໄດ້ທຳຄວາມພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ສືບຕໍ່ບັນລຸ້ຜົນງານຫຼາຍຢ່າງ.
ພັກນຳພາລັດສຸມໃສ່ພັດທະນາເສດຖະກິດ-ສັງຄົມ ໂດຍຜ່ານນະໂຍບາຍ “ເອົາປະຊາຊົນເປັນໃຈກາງ”, ສືບຕໍ່ໃຫ້ບຸລິມະສິດແກ້ໄຂບັນດາບັນຫາຊີວິດການເປັນຢູ່ຂອງປະຊາຊົນຢ່າງຮີບດ່ວນເຊັ່ນ: ເຮືອນຊານ ແລະ ສະບຽງອາຫານ; ສຸມໃສ່ປະຕິບັດນະໂຍບາຍພັດທະນາທ້ອງຖິ່ນ ແລະ ຊຸກຍູ້ການຜັນຂະຫຍາຍໃຫ້ສຳເລັດໃນໄລຍະ 2021-2025.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ ແມ່ນໜຶ່ງໃນບັນດາປະເທດທຳອິດສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ (ວັນທີ 31 ມັງກອນ 1950). ໃນ 75 ປີຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ສສ ຫວຽດນາມ - ສ.ປ.ປ.ເກົາຫຼີ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Kim Il Sung ຍາມໃດກໍ່ໄດ້ຮັບການເຫັນຄວາມສຳຄັນຈາກສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.
2 ຝ່າຍຮັກສາການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.
ໃນຂະບວນການຕໍ່ຕ້ານອາເມລິກາກູ້ຊາດ, ຫວຽດນາມ ໄດ້ຮັບການໜູນຊ່ວຍທັງດ້ານວັດຖຸ ແລະ ຈິດໃຈຈາກ ສປປ ເກົາຫຼີ. ເກົາຫຼີ ໄດ້ສະໜອງອຸປະກອນ ແລະ ກົນຈັກໃຫ້ແກ່ຫວຽດນາມ, ຊ່ວຍຝຶກອົບຮົມນັກສຶກສາ ແລະ ນັກຝຶກງານ, ແລະ ສົ່ງນັກບິນໄປຫວຽດນາມ...
ສ່ວນເຮົາ, ນັບແຕ່ເສົງຄາມມາຮອດປັດຈຸບັນ, ປະຊາຊົນ ຫວຽດນາມ ໄດ້ໜູນຊ່ວຍຊາວ ສປປ ເກົາຫຼີ ເຂົ້າຫຼາຍສິບພັນໂຕນ.
ໃນບັນດາຂົງເຂດການຮ່ວມມື, ກະສິກຳແມ່ນໜຶ່ງໃນບັນດາຈຸດທີ່ສົດໃສ. ບັນດາຜູ້ຊ່ຽວຊານກະສິກຳຫວຽດນາມ ໄດ້ໜູນຊ່ວຍບັນດາຄູ່ຮ່ວມມືຂອງສປປ ເກົາຫຼີ ກຳໄດ້ບັນດາການເຕັກນິກກ້າວໜ້າໃນການຄົ້ນຄວ້າເລືອກເອົາແນວເຂົ້າ ແລະ ປູກເຂົ້າ, ປະກອບສ່ວນເຂົ້າໃນການເກັບກ່ຽວເຂົ້າໃນໄລຍະມໍ່ໆມານີ້.
ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປປ ເກົາຫຼີ ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ພັດທະນາໃນຊຸມປີມໍ່ໆມານີ້, ດ້ວຍຈຸດໝາຍສຳຄັນແມ່ນການຢ້ຽມຢາມມິດຕະພາບຫວຽດນາມ ຂອງທ່ານຜູ້ນຳ ສປປ ເກົາຫຼີ Kim Jong Un ຢ່າງເປັນທາງການໃນຕົ້ນເດືອນມີນາ 2019.
ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, 2 ປະເທດໄດ້ຈັດຕັ້ງການເຄື່ອນໄຫວໃນຂອບເຂດປີມິດຕະພາບຫວຽດນາມ - ສ.ປ.ປ ເກົາຫຼີ, ຄົບຮອບ 75 ປີ ແຫ່ງການພົວພັນທາງການທູດ.
![]() | ສືບຕໍ່ເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງກາວບັ່ງ ໄດ້ຮັບການສ້າງຕັ້ງແຕ່ປີ 2013, ມາຮອດປະຈຸບັນ, ສະມາຄົມໄດ້ຜັນຂະຫຍາຍການເຄື່ອນໄຫວແທດຈິງ, ມີປະສິດທິຜົນຖືກຕາມແນວທາງ, ນະໂຍບາຍການທູດຂອງພັກ ແລະລັດ, ນັບມື້ນັບເສີມຂະຫຍາຍການເຄື່ອນໄຫວໃນວຽກງານການທູດປະຊາຊົນ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ຮັກສາ ແລະປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຊຸກຍູ້ການຮ່ວມມືສາກົນຫຼາຍຂະແໜງ, ຫຼາຍຂົງເຂດ ກໍ່ຄືພັດທະນາເຄືອຂ່າຍການເຄື່ອນໄຫວການທູດປະຊາຊົນໃນບໍລິເວນແຂວງ. |
![]() | ຫວຽດນາມກໍາລັງກຽມພ້ອມເປັນຢ່າງດີສໍາລັບກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງ ສະຫະລັດອາເມລິກາ - ເກົາຫຼີເໜືອ ຍສໝ - “ມາຮອດປະຈຸບັນທີ່ສາມາດເວົ້າໄດ້ວ່າວຽກງານການກຽມພ້ອມໄດ້ມີການປະຕິບັດຕາມກໍານົດເວລາ ແລະ ໄດ້ຮັບການຕີລາຄາສູງຂອງສອງປະເທດອາເມລິກາ ແລະ ເກົາຫຼີເໜືອ, ຂອບໃຈຫວຽດນາມ”. ນີ້ແມ່ນການຢືນຢັນຂອງທ່ານລັດຖະມົນຕີຊ່ວຍວ່າການຕ່າງປະເທດ ເລ ຮວ່າຍ ຈູງ ໃນເວລາຕອບຄໍາຖາມສໍາພາດຂ່າວໃນຕອນບ່າຍຂອງວັນທີ 21 ກຸມພາ ກ່ຽວກັບການກະກຽມຂອງຫວຽດນາມສໍາລັບກອງປະຊຸມສຸດຍອດຄັ້ງທີສອງລະຫວ່າງ ສະຫະລັດອາເມລິກາ - ເກົາຫຼີເໜືອ ຈະໄດ້ໄຂຂຶ້ນໃນເມື່ອວັນທີ່ 27- 28/2 ທີ່ ... |
ແທັງຮັ່ງ