![]() | ລາງວັນທ່ອງທ່ຽວ ຫວຽດນາມ 2025: ເຊີດຊູ 113 ວິສາຫະກິດ, ຫົວໜ່ວຍ |
![]() | ງານວາງສະແດງ “ຫວຽດນາມ, ພູມສັນຖານແຫ່ງຄວາມຊົງຈຳ” ຢູ່ ຍີ່ປຸ່ນ |
ໃນລະຫວ່າງວັນທີ 30 ກັນຍາ ຫາວັນທີ 2 ຕຸລາ, ຢູ່ສູນວາງສະແດງ Espacio Riesco (Santiago), ງານຕະຫຼາດນັດສາກົນ ESPACIO FOOD & SERVICE 2025 ໄດ້ດຳເນີນໄປດ້ວຍບັນຍາກາດຄຶກຄື້ນ, ດຶງດູດກວ່າ 1,400 ຮ້ານສະແດງໃນເນື້ອທີ່ 34,442 ຕາແມັດ ແລະ ແຂກຜູ້ຊົມ 40,000 ຄົນ, ລວມທັງຜູ້ນໍາເຂົ້າ, ລະບົບຊຸບເປີ້ມາເກັດ, ຮ້ານອາຫານ - ໂຮງແຮມຂະຫນາດໃຫຍ່, ກັບຜູ້ຊ່ຽວຊານດ້ານອຸດສາຫະກໍາອາຫານ ແລະ ເຄື່ອງດື່ມຈໍານວນຫຼາຍໃນອາເມລິກາລາຕິນ.
ໃນຂອບເຂດຂອງງານຕະຫຼາດນັດ, ຮ້ານສະແດງ ຫວຽດນາມ ໂດຍສະຖານທີ່ສະຖານທູດຫວຽດນາມ ປະຈຳ ຈີເລ ເປັນປະທານໄດ້ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະເຖິງເພື່ອນມິດສາກົນ.
ມີວິສາຫະກິດພາຍໃນປະເທດປະມານ 50 ແຫ່ງໄດ້ສົ່ງສິນຄ້າມາວາງສະແດງ, ຈາກຜະລິດຕະພັນກະເສດຫຼັກ (ເຂົ້າ, ກາເຟ, ໝາກໄມ້ແຫ້ງ, ນ້ຳໝາກໄມ້, ເຄື່ອງເທດ, ອາຫານສຳເລັດຮູບ) ເຖິງເຄື່ອງຫັດຖະກຳ, ເຄື່ອງໃຊ້ໃນເຮືອນຄົວ, ສົມທົບກັບບັນດາຜະລິດຕະພັນທີ່ມີເຄື່ອງໝາຍວັດທະນະທຳຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດເກື່ອງ ພ້ອມກັບພະນັກງານສະຖານທູດ ໄດ້ມີໜ້າຢ່າງໂດຍກົງ, ສະຫນັບສະຫນູນວິສາຫະກິດດໃນການສົ່ງເສີມຍີ່ຫໍ້, ຕິດຕໍ່ຄູ່ຮ່ວມງານ ແລະ ຊອກຫາໂອກາດການຮ່ວມມື.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ການເຂົ້າຮ່ວມຂອງຫວຽດນາມ ຢູ່ເຫດການ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງການສະໜອງ ແລະ ຄວາມຕ້ອງການ, ເປີດກວ້າງຊ່ອງທາງຈຳໜ່າຍຢູ່ ຈີເລ ແລະ ບັນດາປະເທດອາເມລິກາໃຕ້, ແນະນຳໃຫ້ແກ່ເພື່ອນມິດສາກົນ ເຫັນວ່າ ຫວຽດນາມ ມີລັກສະນະຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ພ້ອມແລ້ວທີ່ຈະພ້ອມກັບວິສາຫະກິດໃນຂະບວນການເຊື່ອມໂຍງ.
ຜົນໄດ້ຮັບໃນເບື້ອງຕົ້ນແມ່ນໃນທາງບວກຫຼາຍ. ພາຍຫຼັງ 3 ວັນຂອງງານວາງສະແດງ, ມີວິສາຫະກິດຈີເລເກືອບ 60 ແຫ່ງໄດ້ລົງທະບຽນແລກປ່ຽນ ແລະ ສະແດງຄວາມຮຽກຮ້ອງຕ້ອງການນຳເຂົ້າສິນຄ້າຫວຽດນາມ, ພິເສດແມ່ນເຂົ້າສານ, ໝາກໄມ້ແຫ້ງ, ກາເຟ, ນ້ຳໝາກໄມ້, ອາຫານທະເລແຊ່ແຂງ ແລະ ອາຫານສຳເລັດຮູບ.
ນີ້ແມ່ນສັນຍານຊີ້ໃຫ້ເຫັນວ່າສິນຄ້າຫວຽດນາມ ພວມໄດ້ຮັບຄວາມເອົາໃຈໃສ່ໃນຕະຫຼາດທີ່ມີກຳລັງຊື້ໃຫຍ່, ລະດັບການບໍລິໂພກສະບຽງອາຫານສູງ ແລະ ລະບົບຈຳໜ່າຍທັນສະໄໝຄື ຈີເລ.
![]() |
ຮ້ານອາຫານຂອງວິສາຫະກິດຫວຽດນາມ ຢູ່ງານຕະຫຼາດນັດສາກົນຢູ່ ຈີເລ. (ພາບ: baoquocte.vn) |
ເຫດການດັ່ງກ່າວຍັງມີຄວາມໝາຍຕໍ່ການສືບຕໍ່ເຄື່ອນໄຫວສົ່ງເສີມການຄ້າຂອງຫວຽດນາມຢູ່ຈີເລ, ພາຍຫຼັງສະຖານທູດໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ Expo Café 2025 ເມື່ອເດືອນກໍລະກົດຜ່ານມາ. 2 ເຫດການຕິດຕໍ່ກັນ ສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນຍຸດທະສາດການທູດເສດຖະກິດຂອງ ຫວຽດນາມ, ປະກອບສ່ວນແທດຈິງໃຫ້ແກ່ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ຈີເລ, ໃນຂະນະທີ່ເປີດປະຕູສູ່ຕະຫຼາດອາເມລິກາລາຕິນສຳລັບສິນຄ້າຫວຽດນາມ.
ໃນສະພາບການທີ່ສອງປະເທດໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ, ຫວຽດນາມ ແມ່ນສະມາຊິກ CPTPP ແລະ RCEP ໃນປະຈຸບັນ, ໃນຂະນະທີ່ ຈີເລ ແມ່ນສະມາຊິກ CPTPP ໄດ້ກະກຽມ ແລະ ສະແດງຄວາມສົນໃຈເຖິງຄວາມສາມາດເຂົ້າຮ່ວມ RCEP. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ບັນດາກົນໄກຮ່ວມມືດ້ານການຄ້າພາກພື້ນພວມເປີດຊ່ອງທາງເຂົ້າເຖິງສິນຄ້າຂອງທັງສອງຝ່າຍຫຼາຍກວ່າເກົ່າ.
![]() |
ມີວິສາຫະກິດພາຍໃນປະເທດປະມານ 50 ແຫ່ງໄດ້ສົ່ງຜະລິດຕະພັນໄປວາງສະແດງ. (ພາບ: baoquocte.vn) |
ໝາກຜົນທີ່ບັນລຸໄດ້ໃນງານຕະຫຼາດນັດ ESPACIO FOOD & SERVICE 2025 ສະແດງໃຫ້ເຫັນວ່າ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນຂົງເຂດຜະລິດຕະພັນກະເສດ, ອາຫານ ແລະ ເຄື່ອງດື່ມ. ເຖິງຢ່າງໃດກໍຕາມ, ເພື່ອຫັນກາລະໂອກາດໃຫ້ປະກົດຜົນເປັນຈິງ, ບັນດາວິສາຫະກິດ ຫວຽດນາມ ຕ້ອງສືບຕໍ່ລົງທຶນດ້ານຄຸນນະພາບ, ສ້າງເຄື່ອງໝາຍການຄ້າ ແລະ ຕອບສະໜອງບັນດາຂໍ້ກຳນົດຢ່າງເຂັ້ມງວດກ່ຽວກັບການຫຸ້ມຫໍ່, ກວດສອບ ແລະ ຄວາມປອດໄພດ້ານອາຫານຂອງຕະຫຼາດ ຈີເລ ກໍ່ຄືພາກພື້ນ ອາເມລິກາໃຕ້.
![]() | ເພື່ອນມິດສາກົນສົ່ງຄວາມຊົມເຊີຍຢ່າງອົບອຸ່ນມາຍັງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງຊາດ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ຢ່າງປະສົມຜົນສຳເລັດ ແລະ ວັນຊາດ 2 ກັນຍາ, ຫຼາຍອົງການປະຊາຊົນ, ບຸກຄົນທີ່ເປັນເພື່ອນມິດ, ຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ. |
![]() | ວິສາຫະກິດ ແທງຮ໋ວາ ແລະ ຫົວພັນ ສະເໜີຫຼາຍແຜນການເພື່ອຍົກສູງປະສິດທິຜົນຂອງການເຄື່ອນໄຫວ ຍສໝ - ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ແຂວງ ແທງຮ໋ວາ ໄດ້ດຳເນີນກອງປະຊຸມ “ການຮ່ວມມືພັດທະນາການຄ້າຊາຍແດນ ແລະ ການເຊື່ອມຕໍ່ວິສາຫະກິດລະຫວ່າງແຂວງ ແທງຮ໋ວາ ແລະ ຫົວພັນ”. ຢູ່ທີ່ນີ້, ບັນດາວິສາຫະກິດແຂວງ ແທງຮ໋ວາ ແລະ ຫົວພັນ ໄດ້ສະເໜີຫຼາຍແຜນການເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຄື: ເພີ່ມທະວີການນຳໃຊ້ເຕັກໂນໂລຢີຂໍ້ມູນໃນການຄຸ້ມຄອງການຄ້າຊາຍແດນ; ເຮັດໃຫ້ຂັ້ນຕອນງ່າຍດາຍ ແລະ ຫຼຸດເວລາເປີດຫ້ອງການຜູ້ຕາງຫນ້າ; ສະຫນັບສະຫນູນວິສາຫະກິດບັນດາຂັ້ນຕອນກ່ຽວກັບພາສີ ... |
ມີງດຶກ