![]() | GNI ປະກອບສ່ວນໃນການເຜີຍແຜ່ວັດທະນະທໍາການອ່ານໃຫ້ນັກຮຽນ |
![]() | GNI ສົມທົບເຜີຍແຜ່ຄວາມງາມຂອງຕົ້ນລະດູບານໃໝ່ຢູ່ ຕວຽນກວາງ |
ຊຸດການຊ່ວຍເຫຼືອນີ້ມີເປົ້າໝາຍໃນການສ້ອມແປງຫຼັງຄາ ແລະ ເພດານຂອງອາຄານ 14 ຫ້ອງຮຽນ ແລະ ສ່ວນປະກອບອື່ນໆ ເຊັ່ນ ອາຄານພັກນັກຮຽນ, ອາຄານອະເນກປະສົງ, ຫ້ອງຄົວ, ພ້ອມທັງຈັດຫາຄອມພິວເຕີ, ໂທລະພາບ ແລະ ລະບົບລໍາໂພງໃໝ່ໃຫ້ໂຮງຮຽນ. ນອກເໜືອຈາກນັ້ນ, ຍັງໄດ້ມອບ 17 ຊຸດຂອງຂວັນ ປະກອບມີ ຊຸດເຄື່ອງແບບຮຽນລະດູຮ້ອນ - ໜາວ ແລະ ເງິນສົດຈໍານວນ 1.5 ລ້ານດົງ/ຄົນ ໃຫ້ແກ່ນັກຮຽນ 17 ຄົນທີ່ໄດ້ຮັບຜົນກະທົບຫນັກ.
“ບັນດາຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍນີ້ ບໍ່ພຽງແຕ່ຊ່ວຍໃຫ້ພວກເຮົາມີເງື່ອນໄຂໃນການຮຽນທີ່ດີຂຶ້ນ, ແຕ່ຍັງເປັນແຮງບັນດານໃຈອັນອົບອຸ່ນ, ຊ່ວຍໃຫ້ພວກເຮົາຮູ້ວ່າ ຢູ່ໃສໆກໍຍັງມີຜູ້ທີ່ມີນໍ້າໃຈອັນອ່ອນໂຍນ,ໃສ່ໃຈຕໍ່ນັກຮຽນໃນຊຸມຊົນນ້ອຍໆນີ້. ຫວັງວ່າຈະໄດ້ຕ້ອນຮັບຄູ ແລະ ພີ່ໆ GNI ກັບມາຢ້ຽມໂຮງຮຽນ, ເພື່ອໃຫ້ພວກເຮົາໄດ້ໂຊວ໌ໂຮງຮຽນທີ່ສວຍງາມກວ່າ, ເຕັມໄປດ້ວຍສຽງຫົວເຮາະ ແລະ ຄວາມຝັນທີ່ກໍາລັງເຕີບໃຫຍ່,” ນ້ອງ ຫງວຽນທິເຕືອງວີ, ນັກຮຽນຊັ້ນປີທີ 5, ໂຮງຮຽນປະຖົມຊວນອຽນ ແບ່ງປັນ.
![]() |
GNI ມອບຂອງຂວັນໃຫ້ແກ່ນັກຮຽນ. (ຮູບ: GNI) |
ຫຼັງຈາກພາຍຸໝາຍເລກ 5 (Kajiki) ໃນທ້າຍສິງຫາ ປີ 2025, ແຂວງຮາຕິ້ງເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຫນັກທີ່ສຸດ ມີພັນບ້ານເຮືອນນັບຫຼັງຖືກພາຍຸພັດຫລຸດຫຼັງຄາ, 47 ໂຮງຮຽນ ແລະ ຫຼາຍໂຄງການຖືກຄວາມເສຍຫາຍຢ່າງຮ້າຍແຮງ. ໂດຍສະເພາະໃນໂຮງຮຽນປະຖົມສຶກສາຊວນອຽນ (ບ້ານຕຽນດຽນ), ຫຼັງຄາຂອງຫ້ອງຮຽນ ຈຳນວນ 14 ຫ້ອງ 2 ຊັ້ນ ຖືກພາຍຸພັດຫາຍໄປທັງໝົດ, ເພດານເຮືອນແຕກແລະຮ້າວ, ອຸປະກອນການສອນຫຼາຍຢ່າງຖືກທຳລາຍໝົດສິ້ນ, ສົ່ງຜົນກະທົບຕໍ່ການສອນແລະການຮຽນຂອງຄູແລະນັກຮຽນ. ໃນສະພາບການດັ່ງກ່າວ, ການຟື້ນຟູສິ່ງອຳນວຍຄວາມສະດວກໃນໂຮງຮຽນກາຍເປັນຄວາມຕ້ອງການອັນຮີບດ່ວນເພື່ອຮັບປະກັນຄວາມປອດໄພ, ຄວາມສະດວກໃນການຮຽນຮູ້ຂອງນັກຮຽນ.
![]() |
GNI ໄດ້ມອບຊຸດການສະໜັບສະໜູນເພື່ອຟື້ນຟູຄວາມເສຍຫາຍຫຼັງຈາກພາຍຸໝາຍເລກ 5 (Kajiki) ໃຫ້ແກ່ໂຮງຮຽນປະຖົມສຶກສາຊວນອຽນ, ບ້ານຕຽນດຽນ, ແຂວງຮາຕິ້ງ ດ້ວຍງົບປະມານລວມ 770 ລ້ານດົງ. (ຮູບ: GNI) |
ຊຸດການສະໜັບສະໜູນນີ້ ບໍ່ພຽງແຕ່ມອບໃຫ້ 519 ນັກຮຽນ ແລະ ຄູອາຈານ ມີສະພາບແວດລ້ອມໃນການຮຽນທີ່ປອດໄພ, ສະດວກສະບາຍຫຼາຍຂຶ້ນ ແຕ່ ຍັງຊ່ວຍຈຸດປະກາຍໃຫ້ເກີດຈິດໃຈມັ່ນ, ຄວາມມຸ່ງມັ້ນຂອງເດັກນ້ອຍໃນການຝ່າຟັນຫຼັງເຫດທຳມະຊາດ. ພ້ອມກັນນັ້ນ, ຜ່ານກິດຈະກຳນີ້ GNI ຍັງຢືນຢັນຄຳມັ້ນສັນຍາທີ່ຈະຢູ່ເຄີຍຂ້າງຄູ່ກັບທ້ອງຖິ່ນຕ່າງໆ ຂອງຫວຽດນາມ ໃນຄວາມພະຍາຍາມສ້າງຊຸມຊົນທີ່ຍືນຍົງ ແລະ ສ້າງໂອກາດໃນການພັດທະນາຢ່າງຮອບດ້ານໃຫ້ແກ່ເດັກນ້ອຍ. ສໍາລັບ GNI ທຸກໆໂຮງຮຽນທີ່ໄດ້ຮັບການຟື້ນຟູ ແມ່ນອີກໜຶ່ງກ້າວທີ່ເລັກ ແຕ່ມີຄວາມໝາຍໃຫຍ່ ໃນເສັ້ນທາງແຫ່ງການສ້າງ “Good Change” — ການປ່ຽນແປງໃນທາງບວກ ເພື່ອຄວາມສຸກຂອງເຊົ້າຮຸ່ນໃໝ່ໃນອະນາຄົດ.
![]() | ທຶນການສຶກສາ GNI ຕິດປີກຄວາມໃຝ່ຝັນໃຫ້ແກ່ນັກຮຽນທຸກຍາກ 48 ຄົນຢູ່ ຝູເຖາະ ຍສໝ - ນັກຮຽນ 48 ຄົນທີ່ມີສະພາບການຫຍຸ້ງຍາກພິເສດຢູ່ໂຮງຮຽນມັດທະຍົມຕອນຕົ້ນ ກວາງອຽນ, ຕາແສງ ກວາງອຽນ, ເມືອງ ແທັງບາ, ແຂວງ ຝູເຖາະ ຫາກໍ່ໄດ້ຮັບທຶນສຶກສາຈາກກຸ່ມບໍລິສັດ Shing Tak, ດ້ວຍການເຊື່ອມຕໍ່ຂອງອົງການ Good Neighbors International (GNI). |
![]() | GNI ມອບຂອງຂວັນກວ່າ 2.100 ພູດໃຫ້ແກ່ເດັກນ້ອຍຢູ່ແຂວງ ແທງຮວາ ຍສໝ - GNI ໄດ້ມອບຂອງຂວັນແຕ່ລະປີຫຼາຍກ່ວາ 2.100 ພູດໃຫ້ແກ່ເດັກນ້ອຍອຸປະຖຳຢູ່ 5 ຕາແສງໂຄງການຂຶ້ນກັບເມືອງ ວິ້ງລົກ, ແຂວງ ແທງຮວາ ໃນ 3 ວັນແຕ່ວັນທີ 26 – 28 ສິງຫາ 2024. ນີ້ແມ່ນການເຄື່ອນໄຫວປະຈຳປີທີ່ນອນໃນແຜນການຂົງເຂດອຸປະຖຳເດັກນ້ອຍ ທີ່ໄດ້ຮັບການຜັນຂະຫຍາຍໂດຍ GNI ນັບແຕ່ປີ 2005 ມາຮອດປັດຈຸບັນ. |
ແທັງຮັ່ງ