ກວາງບິ່ງ ໜູນຊ່ວຍການກໍ່ສ້າງ ແລະສ້ອມແປງເຮືອນ “ມະຫາສາມັກຄີ” 3.000 ຫຼັງ

14:25 | 06/08/2024

ຍສໝ - ນີ້​ແມ່ນ​ຂໍ້​ມູນທີ່​ໄດ້ຍົກອອກທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ແຂວງ ກວາງ​ບິ່ງ ອາຍຸ​ການ 2024-2029, ​ໂດຍ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ກວາງ​ບິ່ງ ຈັດ​ຕັ້ງ​ໃນ​ວັນ​ທີ 2 ສິງຫາ.

ສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໃຫຍ່​ແລ້ວ, ​ໄລຍະ 2019-2024, ​ແນວ​ໂຮມ​ທຸກ​ຂັ້ນ​ຢູ່​ແຂວງ ກວາງ​ບິ່ງ ​ໄດ້​ເສີມ​ຂະຫຍາຍ​ບົດບາດ, ທີ່​ຕັ້ງ​ຂອງ​ຕົນ​ຢ່າງ​ແທ້​ຈິງ, ​ເປັນ​ຂົວເຊື່ອມ​ຕໍ່​ລະຫວ່າງ​ພັກ, ລັດຖະບານ ​ແລະ ປະຊາຊົນ, ປະກອບສ່ວນ​ເຂົ້າ​ໃນ​ການພັດທະນາເສດຖະກິດ - ສັງຄົມຂອງແຂວງ. ບັນດາ​ການ​ເຄື່ອນ​ໄຫວ ​ແລະ ຂະບວນການ​ຂອງ​ແນວ​ໂຮມ​ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ຮາກ​ຖານ ​ແລະ ​ຖິ່ນຖານພົນລະເມືອງ, ກຸ່ມກ້ອນມະຫາ​ສາມັກຄີ​ໄດ້​ຮັບ​ການ​ເປີດກວ້າງ, ເສີມຂະຫຍາຍຄວາມເປັນ​ປະຊາທິປະ​ໄຕ.

ກວາງບິ່ງ ໜູນຊ່ວຍການກໍ່ສ້າງ ແລະສ້ອມແປງເຮືອນ “ມະຫາສາມັກຄີ” 3.000 ຫຼັງ

ທ່ານ ຫງວຽນ​ຫຶວ​ຢຸ໊ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ແລະ ທ່ານ ເຈີ່ນຖັງ, ຮອງ​ເລ​ຂາພັກ​ແຂວງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ບິ່ງ ມອບ​ດອກ​ໄມ້ຊົມເຊີຍຄະນະກຳມະການແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ແຂວງ ກວາງບິ່ງ ສະໄໝທີ 14, ອາຍຸການ 2024-2029 ແລະ ທ່ານນາງ ຟ້າມທິເຮິນ ສືບຕໍ່ດຳລົງຕໍາແໜ່ງປະທານໃນສະໄໝນີ້.

ປະຊາຊົນ​ປະຕິບັດແຜນນະໂຍ, ​ແນວທາງ​​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ. ໜຶ່ງໃນບັນດາຂີດໝາຍທີ່ພົ້ນເດັ່ນໃນສະໄໝນັ້ນແມ່ນການປະຕິບັດການຂົນຂວາຍ “ປະຊາຊົນທົ່ວປວງສາມັກຄີກັນກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ” ແລະ ໄດ້ຮັບການຫັນເປັນລະອຽດຈາກຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມແຂວງ ດ້ວຍຫົວຂໍ້ “ແຜນຮ່າງກໍ່ສ້າງຕົວແບບເຂດພົນລະເມືອງຊົນນະບົດໃໝ່, ຊົນນະບົດ​ໃໝ່​ຕົວ​ແບບ ​ແລະ ​ຕົວ​ເມືອງ​ສີວິໄລ​​ຕົວ​ແບບ ໄລຍະ 2020 - 2025”.

ກໍ່​ໃນ​ອາຍຸການ 2019-2024, ​ແນວ​ໂຮມ​ທຸກ​ຂັ້ນ​ໃນ​ແຂວງ​ໄດ້​ຂົນຂວາຍ​ການ​ໜູນ​ຊ່ວຍ “​ເພື່ອ​ຄົນ​ທຸກ​ຍາກ” ໄດ້ກວ່າ 90 ຕື້​ດົ່ງ ​ແລະ ບັນດາ​ໂຄງການສະຫວັດດີການ​ສັງຄົມ​ເກືອບ 19 ຕື້​ດົ່ງ, ປະກອບສ່ວນ​ເບິ່ງ​ແຍງ​ດູ​ແລ​ຄົນ​ທຸກ​ຍາກ, ຊຸມ​ຊົນ​ທຸກ​ຍາກ, ປະຕິບັດນະ​ໂຍ​ບາຍ​ສະຫວັດດີການ​ສັງ​ຄົມເປັນ​ໃຫ້ດີ, ສ້າງ​ວິທີລ້ຽງຊີບ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ...

​ເປັນໜ້າສົນໃຈ​ແມ່ນ​ແນວ​ໂຮມ​ທຸກ​ຂັ້ນ​ໃນ​ແຂວງ​ ໄດ້​ຂົນຂວາຍ ​ແລະ ໜູນ​ຊ່ວຍ​ກໍ່ສ້າງ ​ແລະ ສ້ອມ​ແປງ​ເຮືອນ​ “ມະຫາ​ສາມັກຄີ” 3.000 ຫຼັງ; ໜູນຊ່ວຍບັນດາກິດຈະການໃນການດຳລົງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ; ​ເປັນ​ປະທານ​ໃນ​ບັນດາການ​ເຄື່ອນ​ໄຫວກູ້ຊ່ວຍ, ຂົນຂວາຍ ​ແລະ ​ແຈກ​ຢາຍ​ເງິນ ​ແລະ ເຄື່ອງຂອງ ລວມມູນ​ຄ່າ​ກວ່າ 740 ຕື້​ດົ່ງ; ​ເຂົ້າ​ຮ່ວມ​ປະຕິບັດວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດເປັນຢ່າງດີ...

ວັນ​ບຸນ “ມະຫາ​ສາມັກຄີ​ທົ່ວ​ປວງຊົນ” ​ໄດ້​ຮັບ​ການຈັດ​ຕັ້ງ ​ແລະ ​ເຜີຍ​ແຜ່​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ແນວ​ໂຮມ​ກໍ​ເສີມ​ຂະຫຍາຍ​ສິດເປັນເຈົ້າການ​ຂອງ​ປະຊາຊົນ ​ແລະ ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ອຳນາດການປົກຄອງ. ຄຸນ​ນະ​ພາບ​ ແລະ ​ປະ​ສິດ​ທິ​ຜົນ​ຂອງ​ການ​ຕິດຕາມ ແລະ ​ການຕີລາຄາສະພາບ​​ສັງ​ຄົມເຂົ້າສູ່ລວງເລິກ...

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ຫຶວ​ຢຸ໊ງ, ຮອງ​ປະທານ​ຄະນະ​ກຳມະການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ໄດ້​ຮຽກຮ້ອງ​​ໃນ​ໄລຍະ​ຈະ​ມາ​ເຖິງ, ກວາງ​ບິ່ງ ຕ້ອງການສຸມ​ໃສ່​ວຽກງານກໍ່​ສ້າງ, ບຳລຸງ​ສ້າງ ​ແລະ ຝຶກຝົນຖັນແຖວ​ພະນັກງານ; ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງບັນດາ​ການຂົນຂວາຍ, ຂະບວນການແຂ່ງຂັນ​ຮັກ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ຂະບວນການ “ທົ່ວ​ປະ​ເທດ​ຮ່ວມແຮງຮ່ວມໃຈ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວຄາວ ​ແລະ ​ເສື່ອມ​ໂຊມ” ​ແລະ ບົດລາຍ​ງານ​ທີ 6 ກ່ຽວ​ກັບ​ການ​ກໍ່ສ້າງຖິ່ນຖານພົນລະເມືອງ “​ຄຸ້ມຄອງດ້ວຍ​ຕົນ​ເອງ, ສາມັກຄີ, ອີ່ມໜຳສຳລານ ແລະ ມີຄວາມຜາສຸກ”...

ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ

ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ

ຍສໝ - ​ວັນທີ 29 ມິຖຸນາ, ຢູ່ນະຄອນ ດົງເຫີຍ, ຄະນະຜູ້ແທນຂັ້ນສູງແຂວງ ກວາງບິ່ງ (ຫວຽດນາມ) ແລະ ແຂວງຄໍາມ່ວນ (ລາວ) ໄດ້ພົບປະເຈລະຈາ ແລະ ລົງນາມໃນບົດບັນທຶກຮ່ວມມື. ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ-ຄວາມປອດໄພ ແລະຊາຍແດນແມ່ນບັນດາຂົງເຂດທີ່ສອງຝ່າຍຫວັງວ່າ ຈະຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.

ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 23 ພຶດສະພາ, ຄະນະ​​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ ແລະ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ແຂວງ ກວາງ​ບິ່ງ ​ໄດ້​ຈັດ​ພິທີ​ມອບ​ຮັບ, ​ໄວ້ອາໄລ ​ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບ​ອາສາ​ສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ລາວ​ ໄດ້​ກັບ​ຄືນບ້ານເກີດ ແລະ ...

ມິງດຶກ

ເຫດການ
302 Found

Found

The document has moved here.