ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່

20:58 | 19/06/2026

ຍສໝ - ຕອນບ່າຍວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ເນື່ອງພາຍໃດໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.

ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ
ຫວຽດນາມ - ລັດເຊຍ ຂະຫຍາຍອະວະກາດແຫ່ງການຮ່ວມມືດ້ານເສດຖະກິດ
ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່
ທ່ານປະທານສະພາແຫ່ງຊາດ ເເຈິ່ນແທັງເໝີນ ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ. ພາບ: ຢວານເຕີ໋ນ/TTXVN.

ຢູ່ພາຍໃດການຕ້ອນຮັບ, ໂດຍຜ່ານທ່ານເອກອັກຄະລັດຖະທູດ Jim Nickel, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຝາກຄຳຢ້ຽມຢາມຖາມຂ່າວອັນສະໜິດສະໜົມເຖິງ ທ່ານນາງຜູ້ວ່າການ ການາດາ, ປະທານສະພາຕ່ຳ, ສະພາສູງ ແລະ ປະຊາຊົນການາດາ, ໃນຂະນະດຽວກັນ ກໍໄດ້ຕີລາຄາສູງຕໍ່ກັບຄວາມພະຍາຍາມ ຂອງທ່ານເອກອັກຄະລັດຖະທູດ ພາຍໃດການຊຸກຍູ້ການຮ່ວມມື ຫວຽດນາມ - ການາດາ.

ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມປື້ມປີຕິຍິນດີ ຕໍ່ກັບບັນດາການຂະຫຍາຍຕົວຢ່າງແຂງແຮງ ຂອງສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ, ພາຍໃດນັ້ນ ກິດຈະກຳການແແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ການຮ່ວມມືລະຫວ່າງບັນດາຊ່ອງທາງ, ແຕ່ລະຂັ້ນ ແມ່ນໄດ້ຮັບການຮັກສາໄວ້ຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ມູນຄ່າການຄ້າສອງສົ້ນ (ທະວິພາຄີ) ມີການເພີ່ມຂຶ້ນຢ່າງວ່ອງໄວ, ໂດຍບັນລຸໄດ້ 8,6 ຕື້ USD ພາຍໃດປີ 2025, ນຳເອົາສອງປະເທດກາຍເປັນຄູ່ຮ່ວມມືດ້ານການຄ້າອັນສຳຄັນຂອງກັນແລະກັນ; ການຮ່ວມມືພາຍໃດບັນດາຂົງເຂດ ວິທະຍາສາດ, ເເຕັກໂນໂລຊີ, ການສຶກສາ - ອົບຮົມ ໄດ້ມີການຂະຫຍາຍຕົວໃນແງ່ບວກ. ໂດຍສະເພາະແມ່ນ ສາຍພົວພັນລະຫວ່າງບັນດາອົງການນິຕິບັນຍັດ ຂອງສອງປະເທດ ແມ່ນໄດ້ຮັບການເອົາໃຈໃສ່ຢ່າງຕໍ່ເນື່ອງ, ບັນລຸໄດ້ໝາກຜົນແບບເປັນຮູບປະທຳຫຼາກຫຼາຍປະການ ດ້ວຍການສ້າງຕັ້ງບັນດາກຸ່ມສະມາຊິກສະພາແຫ່ງຊາດມິດພາບ ຢູ່ພາຍໃດສອງປະເທດ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຢືນຢັນວ່າ ຫວຽດນາມ ຖືວ່າ ການາດາ ແມ່ນໜຶ່ງພາຍໃດບັນດາຄູ່ຮ່ວມມືອັນສຳຄັນ; ພ້ອມທັງເນັ້ນໜັກວ່າ ສອງປະເທດຕ່າງກໍມີຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຮ່ວມກັນຢ່າງຫຼວງຫຼາຍ ວ່າດ້ວຍສັນຕິພາບ, ສະຖຽນລະພາບ, ລະບຽບກົດໝາຍ, ການຫັນເປັນຄວາມຫຼາກຫຼາຍ, ການຫັນເປັນພຫຸພາຄີ; ມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງ ພາຍໃດຂົງເຂດພະລັງງານ, ການເຕີບໂຕສີຂຽວ, ການປະຕິຮູບປະດິດສ້າງ, ເຕັກໂນໂລຊີຊັ້ນສູງ. ທ່ານປະທານສະພາແຫ່ງຊາດ ຖືວ່າ, ຈຳເປັນຕ້ອງໄດ້ໝູນໃຊ້ຄວາມໄດ້ປຽບ ຂອງຄວາມຕົກລົງຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃຫ້ດີກວ່າເກົ່າ ເພື່ອຂະຫຍາຍຂອບເຂດການຮ່ວມມືຢ່າງບໍ່ຢຸດຢັ້ງ, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່, ບົນຮາກຖານແຫ່ງການຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າໃສ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ຢູ່ພາຍໃດເຂດພາກພື້ນ ອາຊີ - ປາຊີຟິກ ແລະ ບົນໂລກ.

ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່
ທ່ານປະທານສະພາແຫ່ງຊາດ ເເຈິ່ນແທັງເໝີນ ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ. ພາບ: ຢວານເຕີ໋ນ/TTXVN.

ບົນຈິດໃຈດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Jim Nickel ສືບຕໍ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ ແລະ ເປັນຮູບປະທຳ ລະຫວ່າງ ສອງປະເທດ ພາຍໃດບັນດາຂົງເຂດ ພະລັງງານ, ວິທະຍາສາດ - ເຕັກໂນໂລຊີ, ການປະຕິຮູບປະດິດສ້າງ, ເສດຖະກິດສີຂຽວ, ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ຕໍກັບສາຍພົວພັນທາງຊ່ອງທາງນິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈ ແລະ ຍິນດີຕ້ອນຮັບຕໍ່ກັບການສະໜັບສະໜູນຊ່ວຍເຫຼືອ ຂອງການາດາ ພາຍໃດການກໍ່ສ້າງ ແລະ ປັບປຸງລະບົບກົດໝາຍຂອງຫວຽດນາມໃຫ້ສົມບູນ, ສະໜັບສະໜູນການຍົກສູງສະມັດຖະພາບໃຫ້ແກ່ບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດ; ສະເໜີໃຫ້ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການຮ່ວມມືລະຫວ່າງບັນດາກະຊວງວິຊາສະເພາະ, ເສີມຂະຫຍາຍບົດບາດຂອງບັນດາກຸ່ມສະມາຊິກສະພາແຫ່ງຊາດມິດພາບໃຫ້ຍິ່ງກວ່າເກົ່າ; ໃນຂະນະດຽວກັນ ກໍສືບຕໍ່ປະສານງານຢ່າງສະໜິດແໜ້ນ ຢູ່ພາຍໃດບັນດາເວທີປາໄສພັນທະມິດລັດຖະສະພາພຫຸພາຄີ ບົນໂລກ ແລະ ເຂດພາກພື້ນ.

ທ່ານເອກອັກຄະລັດຖະທູດ Jim Nickel ໄດ້ສະແດງຄວາມອວຍພອນຢ່າງຈິງໃຈ ຕໍ່ກັບການທີ່ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສະພາແຫ່ງຊາດ ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດຫວຽດນາມ ຊຸດທີ XVI, ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄວາມສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ກໍຄືການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນແຕ່ລະຂັ້ນ ອາຍຸການ 2026 - 2031; ຕີລາຄາສູງຕໍ່ກັບບັນດາທິດທາງ, ບຸລິມະສິດການພັດທະນາ ແລະ ການເຊື່ອມໂຍງສາກົນໃໝ່ຂອງຫວຽດນາມ; ທັງເຊື່ອໝັ້ນວ່າ ຫວຽດນາມ ຈະຍາດໄດ້ຄວາມສຳເລັດໃໝ່, ຍົກສູງຖານະຕຳແໜ່ງສາກົນ ຂອງປະເທດຊາດ.

ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ການາດາ ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງພາຍໃດ ASEAN, ແມ່ນຂົວຕໍ່ຊ່ວຍເພີ່ມທະວີສາຍພົວພັນ ລະຫວ່າງ ການາດາ ຮ່ວມກັບ ASEAN. ພາຍໃດການສະແດງຄວາມເຫັນດີເຫັນພ້ອມ ຕໍ່ກັບບັນດາການຕີລາຄາ ແລະ ຂໍ້ສະເໜີ ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ກ່ຽວກັບການຂະຫຍາຍຕົວຢ່າງຈົບງາມ ແລະ ທ່າແຮງບົ່ມຊ້ອນແຫ່ງການພັດທະນາ, ຍົກລະດັບຂອບເຂດສາຍພົວພັນການຮ່ວມມືລະຫວ່າງສອງປະເທດພາຍໃດໄລຍະເວລາຕໍ່ໜ້າ, ທ່ານເອກອັກຄະລັດຖະທູດ Jim Nickel ເນັ້ນໜັກວ່າ ພາຍໃດສະພາບການສາກົນທີ່ມີສິ່ງທ້າທາຍຫຼາກຫຼາຍປະການ, ການາດາ ແລະ ຫວຽດນາມ ຕ່າງກໍມີຜົນປະໂຫຍດຮ່ວມກັນອັນໃຫຍ່ຫຼວງ ພາຍໃດການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເສລີພາບດ້ານການຄ້າ, ລະບຽບສາກົນທີ່ອີງໃສ່ກົດລະບຽບກົດໝາຍ ແລະ ຄວາມເປັນເອກະລາດທາງດ້ານຍຸດທະສາດ ເພື່ອເພີ່ມທະວີສາຍພົວພັນແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຮ່ວມກັນພັດທະນາ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ.

ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ການາດາ ຈະປະສານງານຢ່າງສະໜິດແໜ້ນຮ່ວມກັບຫວຽດນາມ ແນໃສ່ເພີ່ມທະວີສາຍພົວພັນການຮ່ວມມືແບບເປັນຮູບປະທຳ ພາຍໃດການກໍ່ສ້າງຕ່ອງໂສ້ອຸປະທານທີ່ຍືນຍົງ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ການຮັບມືກັບການປ່ຽນແປງຂອງສະພາບພູມອາກາດ, ເພີ່ມທະວີສາຍພົວພັນການຮ່ວມມືທາງຊ່ອງທາງນິຕິບັນຍັດ...; ປະສານງານຢ່າງສະໜິດແໜ້ນຢູ່ພາຍໃດບັນດາເວທີປາໄສພຫຸພາຄີ, ໂດຍສະເພາະແມ່ນພາຍໃດຂອບເຂດຄວາມຕົກລົງຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ

ຍສໝ - ວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທັງ ມັ້ນ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ) ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ ເນື່ອງພາຍໃດໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.

ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ

ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ ວຽງຈັນ (ສປປ ລາວ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ປະສານງານຮ່ວມກັບ ພາກສ່ວນພາສາຫວຽດນາມ ສັງກັດສະມາຄົມຄົນຫວຽດນາມ ນະຄອນຫຼວງວຽງຈັນ ຈັດຕັ້ງການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ສະເພາະໃຫ້ແກ່ນັກສຶກສາພາສາຫວຽດນາມ ທີ່ເປັນພະນັກງານຫຼັກແຫຼ່ງມາຈາກບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ແລະ ...

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ