ກຽມ​ພ້ອມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI

15:17 | 11/05/2026

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI, ໄລ​ຍະ 2026 – 2031 ຈະ​ດຳ​ເນີນ​ແຕ່​ວັນ​ທີ 11 – 13 ພຶດ​ສະ​ພາ ຢູ່​ຮ່າ​ໂນ້ຍ.

ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ “ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ” ຢູ່​ແຂວງ ກວາງ​ຈິ
ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ກາ​ນ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ
==
ກຽມ​ພ້ອມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI
ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI, ໄລ​ຍະ 2026 – 2031

ດ້ວຍ​ຫົວ​ຂໍ້ “ຄວາມ​ສາ​ມັກ​ຄີ - ປະ​ຊາ​ທິ​ປະ​ໄຕ - ປ່ຽນ​ແປງ​ໃໝ່ - ປະ​ດິດ​ຄິດ​ສ້າງ - ພັດ​ທະ​ນາ”, ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ 1.138 ທ່ານ ແລະ ແຂກ​ຖືກ​ເຊີນ 200 ທ່ານ.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້ ກໍ​ສ້າງ​ຂີດ​ໝາຍ​ຫັນ​ປ່ຽນ​ສຳ​ຄັນ​ເມື່ອ​ບັນ​ດາ​ອົງ​ການ​ການ​ເມືອງ - ສັງ​ຄົມ ແລະ ບັນ​ດາ​ອົງ​ການ​ມະ​ຫາ​ຊົນ ໂດຍ​ພັກ, ລັດ​ມອບ​ໜ້າ​ທີ່​ໄດ້​ຮັບ​ການສັບ​ຊ້ອນ​ມາ​ສັງ​ກັດ​ແນ​ວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ເປີດຄໍ​າ​ຮຽກ​ຮ້ອງ​ໃໝ່​ກ່ຽວ​ກັບ​ການຈັດ​ຕັ້ງກົງຈັກແລະ ແບບ​ວິ​ທີ​ການ​ເຄື່ອນ​ໄຫວ.

ວຽກ​ງານ​ການ​ກະ​ກຽມ​ກອ​ງ​ປະ​ຊຸມ​ໃຫຍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ, ມີ​ແບບ​ມີ​ແຜນ. ທ່ານ ຫງວຽນ​ບິ່ງ​ມິງ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ແນວ​ໂນມ​ປະ​ເທດ​ຊາດ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ອາ​ຍຸ​ການ​ນີ້​ໄດ້​ກໍ່​ສ້າງ 3 ບຸກ​ທະ​ລຸ. ບຸກ​ທະ​ລຸ​ທີ 1 ແມ່ນ​ຕ້ອງ​ປັບ​ປຸງ​ກົນ​ໄກໃຫ້​ສົມ​ບູນ​ແບບ ແລະ ພິ​ເວດ​ແມ່ນ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແບບ​ວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ທຸກ​ຂັ້ນ​ຢ່າງ​ແຮງ. ເນື້ອ​ໃນ​ທີ 2 ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຕິດ​ຕາມກວດ​ກາ​ການຕີລາຄາສັງຄົມ ຕາມ​ທິດ​ເປັນ​ເຈົ້າ​ການ​ແຕ່​ໄວ, ແຕ່​ໄວ, ແຕ່​ຂອດ​ກໍ່​ສ້າງ ຕະຫຼອດ​ຮອດ​ຂອ​ດ​ປະ​ຕິ​ບັດ​ນະ​ໂຍ​ບາຍ. ເນື້ອ​ໃນ​ສຸດ​ທ້າຍ​ຂອງ​ການ​ບຸກ​ທະ​ລຸ​ແມ່ນ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເປັນ​ມື​ອາ​ຊີບ, ສຸດ​ຈິດ​ສຸດ​ໃຈ, ຕອບ​ສະ​ໜອງ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ສະ​ພາບ​ການ​ໃໝ່”

ຕາມ vovworld.vn

https://vovworld.vn/lo-LA/khaawehdkaan/knym-phm-ayh-eikkng-pa-sum-ayhny-einw-om-pa-ethd-saad-hwnyd-naam-khng-thii-xi-2433925.vov5

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ນຳ​ຫວຽດ​ນາມ​ພັດ​ທະ​ນາ​ຢ່າງວ່ອງໄວ ແລະ ຍືນ​ຍົງ​ກ່​ວາ​ອີກ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ນຳ​ຫວຽດ​ນາມ​ພັດ​ທະ​ນາ​ຢ່າງວ່ອງໄວ ແລະ ຍືນ​ຍົງ​ກ່​ວາ​ອີກ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດໃນສະພາບການພາກພື້ນ ແລະ ໂລກພວມມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົ່ງຜົນກະທົບຕໍ່ຫຼາຍປະເທດ, ໃນນັ້ນມີລາວ ແລະ ຫວຽດນາມ.

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ຂີດ​ໝາຍ​ພິ​ເສດ,ຄາດ​ຫວັງ​ພັດ​ທະ​ນາ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ຂີດ​ໝາຍ​ພິ​ເສດ,ຄາດ​ຫວັງ​ພັດ​ທະ​ນາ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນກອງປະຊຸມໃຫຍ່ທີ່ເປັນຂີດໝາຍສຳຄັນພິເສດບົນເສັ້ນທາງພັດທະນາຂອງປະເທດ. ກອງປະຊຸມໃຫຍ່ຈະເປີດສັງກາດໃໝ່ - ສັງກາດເຊິ່ງ ຫວຽດນາມ ຕັດສິນໃຈຫັນສອງເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງພັກ ແລະ 100 ປີແຫ່ງວັນສ້າງຕັ້ງປະເທດໃຫ້ປະກົດຜົນເປັນຈິງ; ສູ້ຊົນຮອດປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ.

ຕາມ vovworld.vn

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ