ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ

13:31 | 08/05/2026

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ ນີ້ແມ່ນບົດປາໄສຂອງທ່ານນາງ ຮ່າທິຫງາ (Hà Thị Nga), ກຳມະການຄະນະບໍລິຫານງານສູນກາງພັກ, ຮອງປະທານ - ເລຂາໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃນພິທີຖະແຫຼງຂ່າວ ວັນທີ 04 ພຶດສະພາ ຢູ່ ຮ່າໂນ້ຍ ເພື່ອແຈ້ງຂໍ້ມູນ ແລະ ແນະນຳກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031.

ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ
ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI

ເລີ່ມຕົ້ນໄລຍະແຫ່ງການພັດທະນາໃໝ່

ຕາມທ່ານນາງ ຮ່າທິຫງາ (Hà Thị Nga) ແລ້ວ, ກອງປະຊຸມໃຫຍ່ ສະໄໝທີ X ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຂຶ້ນໃນ ຕຸລາ 2024, ໃນຂະນະທີ່ກອງປະຊຸມໃຫຍ່ ສະໄໝທີ XI ຈະຈັດຂຶ້ນໃນ ພຶດສະພາ 2026. ນີ້ແມ່ນກອງປະຊຸມໃຫຍ່ທີ່ມີການຮັດສັ້ນອາຍຸການ ເຊິ່ງໄດ້ຮັບການອະນຸຍາດຈາກກົມການເມືອງ ແລະ ຄະນະເລຂາທິການ. ໃນທັນທີພາຍຫຼັງກອງປະຊຸມໃຫຍ່ ສະໄໝທີ XI ຂອງແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້ ນັ້ນ ກໍຈະຈັດກອງປະຊຸມໃຫຍ່ຂຶ້ນພ້ອມກັນ ເພື່ອຫັນເປັນລາຍລະອຽດດ້ານຈິດໃຈ, ເນື້ອໃນ ແລະ ບັນດານຳພາໜ້າທີ່, ວິທີການແກ້ໄຂທີ່ສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

"ນີ້ແມ່ນການຕົກລົງທີ່ສຳຄັນ ເພື່ອຮັບປະກັນຄວາມເປັນເອກະພາບ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ", ທ່ານນາງ ຮ່າທິຫງາ ຊີ້ແຈ້ງ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ
ທ່ານນາງ ຮ່າທິຫງາ (Hà Thị Nga), ກຳມະການຄະນະບໍລິຫານງານສູນກາງພັກ, ຮອງປະທານ - ເລຂາໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່າວປາໄສໃນພິທີຖະແຫຼງຂ່າວ. (ພາບ: ດິງຮວາ)

ທ່ານນາງໃຫ້ຮູ້ວ່າ ວຽກງານການຫັນກຽມກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ຮັບການຜັນຂະຫຍາຍຢ່າງເປັນລະບົບ ແລະ ເປັນມືອາຊີບ, ນັບແຕ່ການກຽມເອກະສານທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່, ວຽກງານພະລາທິການ, ການໂຄສະນາ ແລະ ບຸກທະລາກອນ. ມາຮອດປັດຈຸບັນ, ບັນດາອະນຸກຳມະການພື້ນຖານແມ່ນສຳເລັດໜ້າທີ່ແລ້ວ, ພວມກ້າວເຂົ້າສູ່ໄລຍະການປັບປຸງຂັ້ນສຸດທ້າຍ ເພື່ອຮັບປະກັນໃຫ້ກອງປະຊຸມໃຫຍ່ດຳເນີນໄປຢ່າງຮຽບຮ້ອຍ.

ຈຸດເດັ່ນທີ່ສຳຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ ແມ່ນການປ່ຽນແປງພື້ນຖານໃນຮູບແບບການຈັດຕັ້ງ ພາຍຫຼັງການປະຕິບັດການຈັດສັນກົງຈັກຕາມມະຕິສະບັບເລກທີ 18-NQ/TW ລົງວັນທີ 25 ຕຸລາ 2017. ຕາມນັ້ນແລ້ວ, ແນວໂຮມປະເທດຊາດ (MTTQ) ຫວຽດນາມ ບໍ່ພຽງແຕ່ເຄື່ອນໄຫວແບບທຳມະດາຄືແຕ່ກ່ອນເທົ່ານັ້ນ ແຕ່ຍັງມີບົດບາດສຳຄັນ, ກວ້າງຂວາງ ແລະ ຮອບດ້ານກວ່າເກົ່າ. ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໄດ້ມາຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ໂດຍກົງ, ເຄື່ອນໄຫວຢ່າງເປັນເອກະພາບພາຍໃນແນວໂຮມ. ຮູບແບບການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ໄດ້ມີການປ່ຽນແປງຢ່າງມີລັກສະນະພື້ນຖານ. ນອກຈາກນັ້ນ, ກົມການເມືອງ, ຄະນະເລຂາທິການ ຍັງໄດ້ປະກາດໃຊ້ແຈ້ງການສະຫຼຸບສະບັບເລກທີ 230-KL/TW ລົງວັນທີ 05 ມັງກອນ 2026 ໂດຍກຳນົດເອົາ 29 ສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້ຢູ່ສູນກາງ ນັ້ນ ເຄື່ອນໄຫວຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ໂດຍກົງ.

"ກອງປະຊຸມໃຫຍ່ຄັ້ງນີ້ ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ ແລະ ກວ້າງຂວາງ. ບົດບາດເປັນສູນກາງປະສານງານຂອງແນວໂຮມປະເທດຊາດ ຫວຽດນາມ ຕ້ອງໄດ້ຮັບການຢືນຢັນຢ່າງຈະແຈ້ງ ແລະ ແຂງແຮງກວ່າເກົ່າ ເພື່ອປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ເສີມຂະຫຍາຍຢ່າງແຂງແຮງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອຮ່ວມກັບພັກ, ລັດ ເຮັດໃຫ້ບັນດາຄວາມມຸ່ງຫວັງກ່ຽວກັບການສ້າງສາປະເທດ ຫວຽດນາມ ໃຫ້ພັດທະນາເຂັ້ມແຂງໃນຍຸກສະໄໝແຫ່ງການພັດທະນາໃໝ່ປະກົດຜົນເປັນຈິງ", ທ່ານນາງ ຮ່າທິຫງາ ເນັ້ນໜັກ.

ຕາມທ່ານນາງແລ້ວ, ກອງປະຊຸມໃຫຍ່ ຄັ້ງທີ XI ຍັງມີຄວາມໝາຍໃນການຫັນເປັນລາຍລະອຽດບັນດາແນວທາງ, ການຕົກລົງ ແລະ ທັດສະນະໃໝ່ຂອງພັກ ຕໍ່ກັບການເຄື່ອນໄຫວຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້. ທຸກເນື້ອໃນເຫຼົ່ານີ້ແມ່ນໄດ້ຫັນເປັນລາຍລະອຽດໃນເອກະສານຂອງກອງປະຊຸມໃຫຍ່, ໃນເປົ້າໝາຍ, ໜ້າທີ່, ແຜນງານເຄື່ອນໄຫວ, ວິທີການແກ້ໄຂ ແລະ ບັນດາຂອດບຸກທະລຸຂອງແນວໂຮມປະເທດຊາດ ຫວຽດນາມ.

ກອງປະຊຸມໃຫຍ່ຄັ້ງນີ້ຍັງມີຄວາມພິເສດດ້ານສ່ວນປະກອບຜູ້ເຂົ້າຮ່ວມ, ໂດຍມີການເຂົ້າຮ່ວມຢ່າງຄົບຖ້ວນຂອງຕົວແທນບັນດາຊັ້ນຄົນໃນສັງຄົມ, ຊາວຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ, ພ້ອມກັບບັນດາອົງການຈັດຕັ້ງສາສະໜາທີ່ເຄື່ອນໄຫວຢ່າງຖືກກົດໝາຍໃນດິນແດນ ຫວຽດນາມ. ສິ່ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ.

ການປ່ຽນແປງໃໝ່ໂຄງປະກອບສະມາຊິກຄະນະກຳມະການສູນກາງແນວໂຮມປະເທດຊາດ ສະໄໝທີ XI

ກ່ຽວກັບວຽກງານບຸກທະລາກອນ, ແຜນການໃຫ້ຮູ້ວ່າ ຈຳນວນບຸກທະລາກອນກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ຄາດຄະເນແມ່ນ 405 ທ່ານ, ເທົ່າກັບສະໄໝທີ X ແລະ ໄດ້ຮັບການເຫັນດີຈາກຂັ້ນທີ່ມີສິດອຳນາດ, ຜ່ານການເຫັນດີໃນກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 7, ສະໄໝທີ X. ໃນນັ້ນ, ໂຄງປະກອບຄວບຄູ່ຄາດຄະເນແມ່ນ ເພດຍິງ ກວມອັດຕາສ່ວນ 23,31%; ບຸກຄົນນອກພັກ ກວມອັດຕາສ່ວນ 50,62%; ຊົນເຜົ່າສ່ວນໜ້ອຍ ກວມອັດຕາສ່ວນ 26,57%; ຕົວແທນສາສະໜາ ກວມອັດຕາສ່ວນ 19,55%.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ
ພິທີຖະແຫຼງຂ່າວແຈ້ງຂໍ້ມູນ ແລະ ແນະນຳກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031. (ພາບ: ດິງຮວາ)

ທ່ານນາງ ຮ່າທິຫງາ (Hà Thị Nga) ໃຫ້ຮູ້ວ່າ ເຖິງແມ່ນວ່າຈຳນວນລວມຈະບໍ່ເພີ່ມຂຶ້ນ, ແຕ່ໂຄງປະກອບແມ່ນມີການປັບປຸງຕາມທິດທາງຂະຫຍາຍອອກໃນບາງຂົງເຂດ. ລະອຽດແມ່ນ ເພີ່ມບຸກທະລາກອນອີກ 21 ທ່ານ ທີ່ເປັນຜູ້ມີຊື່ສຽງ, ປັນຍາຊົນ, ຊ່ຽວຊານໃນຂົງເຂດຕ່າງໆ ແລະ ບຸກຄົນດີເດັ່ນໃນບັນດາພາກສ່ວນເສດຖະກິດ. ໃນຈຳນວນນີ້ ຈະສຸມໃສ່ບັນດາຂົງເຂດ: ວິທະຍາສາດເຕັກນິກ, ວິທະຍາສາດສັງຄົມ, ກົດໝາຍ, ບັນດາກຸ່ມບໍລິສັດເສດຖະກິດ, ຂົງເຂດວັນນະຄະດີສິລະປະ, ການສຶກສາ ແລະ ຊ່ຽວຊານດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໂດຍສະເພາະ, ແມ່ນມີສ່ວນປະກອບຕົວແທນໃຫ້ແກ່ບັນດາພາກສ່ວນເສດຖະກິດຢູ່ບັນດາເຂດເສດຖະກິດຈຸດສຸມ, ວິສາຫະກິດເອກະຊົນທີ່ຜະລິດໂດຍກົງ.

ຕາມທ່ານນາງ ຮ່າທິຫງາ ແລ້ວ, ການທີ່ຮັກສາຈຳນວນສະມາຊິກຫຼາຍກວ່າ 50% ແມ່ນບຸກຄົນນອກພັກ ໄດ້ສືບຕໍ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງລັກສະນະຫຼາກຫຼາຍ, ກວ້າງຂວາງ ແລະ ປະຊາທິປະໄຕ ໃນການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ.

ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ

ຍສໝ - ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X ໄດ້ຈັດກອງປະຊຸມຄັ້ງທີ 7 ເພື່ອສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນວຽກງານຕາມຂອບເຂດສິດ, ຈຸດສຸມແມ່ນວຽກງານຫັນກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13/5/2026 ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄະນະປະທານ ຄັ້ງທີ 7, ສະໄໝທີ X ແນໃສ່ສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນສຳຄັນ ເພື່ອຫັນກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ...

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ອ່ານຫຼາຍທີ່ສຸດ