ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

22:52 | 15/07/2024

ຍສໝ - ວັນທີ 13 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ກວາງບິ່ງ ແລະ ເງ້ອານ ເນື່ອງໃນໂອກາດ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ
ຕັ້ງໜ້າຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ຢູ່ ລາວ ກັບຄືນເມືອບ້ານເກີດເມືອງນອນ

ທີ່ແຂວງ ກວາງບິ່ງ, ເຂົ້າຮ່ວມພິທີມີທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ; ທ່ານ ຫງວຽນຫງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ; ທ່ານ ເລືອງຫງອກບິ໋ງ, ປະທານສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ແລະ ຜູ້ຕາງໜ້າພະແນກການຕ່າງປະເທດ, ຫ້ອງການຄະນະກຳມະການປະຊາຊົນແຂວງ ກວາງບິ່ງ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

ທ່ານ ຟານ​ແອງ​ເຊີນ (ທີ​ສາມ​ຈາກ​ຊ້າຍ), ປະ​ທານ​ສະ​ຫະ​ພັນບັນດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ໄດ້ຢື້​ຢ້ຽມຖາມຂ່າວ​ບັນ​ດາ​ທະ​ຫານ​ເສຍອົງຄະ ທີ່​ພິ​ທີ​ມອບ​ຂອງ​ຂວັນ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ມອບ​ຂອງຂວັນ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ: ວຽກ​ງານ​ຕອບບຸນແທນຄຸນ​​ ​ແມ່ນ​ທັງ​ໜ້າ​ທີ່​ຮັບຜິດຊອບ ​ແລະ ​ແມ່ນ​​ການກະທຳທີ່ດີງາມ​ສູງ​ສົ່ງ​ຂອງ​ຊາວ ຫວຽດນາມ ​ເພື່ອແນໃສ​ຕອບບຸນແທນຄຸນ​ເຖິງ​ບັນດາ​ນັກຮົບ​ວິລະ​ຊົນ ​ແລະ ບັນດາ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ​ ບັນດາຜູ້ທີ່ອຸທິດສ່ວນ, ​ເສຍສະຫຼະ​ເລືອດ​ເນື້ອ​ສ່ວນ​ໜຶ່ງ​ເພື່ອ​ຍາດ​ເອົາ​ເອກະລາດ ​ແລະ ​ເສລີພາບມາ​ໃຫ້​ປະ​ເທດ​ຊາດ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

ທ່ານ ຫງວຽນ​ງອກ​ຮຸ່ງ (ທີ 4 ຈາກ​ຂວາ), ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ ​ແລະ ທຶນການ​ສຶກສາ​ໃຫ້​ບັນດາ​ນັກ​ຮຽນ​ທີ່​ເປັນ​ລູກ​ຫຼານ​ຂອງ​ບັນດາ​ຄອບຄົວ​ນະ​ໂຍບາຍ.

​ເນື່ອງ​ໃນ​ໂອກາດ​ນີ້, ຈາກ​ແຫຼ່ງທຶນອຸປະຖຳ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໄດ້​ມອບ​ເຮືອນແຫ່ງຄວາມຮັກແພງ 8 ຫຼັງ, ທຶນ​ສຶກສາ 110 ​ພູດ ​ແລະ ຂອງຂວັນ 100 ພູດໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ​ຢູ່ບໍລິເວນ​ແຂວງ ກວາງ​ບິ່ງ ດ້ວຍຍອດ​ມູນ​ຄ່າ 690 ລ້ານ​ດົ່ງ.

ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ບິ່ງ ເລືອງຫງອກບິ໋ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຄວາມ​ຮັກ​ແພງ ​ແລະ ຄວາມເອົາໃຈໃສ່​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ມີ​ຕໍ່​ແຂວງ ກວາງ​ບິ່ງ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ທະຫານ​ເສຍອົງຄະ ​ແລະ ຄອບຄົວ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ນີ້​ແມ່ນ​ແຫຼ່ງກຳລັງ​ໜູນ​ຊ່ວຍ ​ແລະ ​ໃຫ້​ກຳລັງ​ໃຈ, ​ການແບ່ງປັນ​ກັບ​ຄວາມສູນເສຍຂອງບັນດາທະຫານ​ເສຍ​ອົງຄະ, ຄອບຄົວ​ນັກຮົບເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໄດ້​ມອບ​ຂອງຂວັນ​ 190 ລ້ານ​ດົ່ງ​ໃຫ້​ຜູ້ຕາງໜ້າ​ແຂວງ ​ເງ້ອານ.

ໃນຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສະໜາມ​ຫຼວງ ໂຊວຽດ ເງ້ຕິ໊ງ, ​ເທສະບານເມືອງ ຮຶງຫງວ່ຽນ (​ເມືອງ ຮຶງຫງວ່ຽນ), ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເງ້ອານ ​ຈັດ​ຕັ້ງ​ການ​ມອບ​ຂອງຂວັນ 50 ພູດ (​ແຕ່​ລະພູດມີມູນຄ່າໜຶ່ງລ້ານດົ່ງ) ​ໃຫ້​ທະຫານ​ເສຍອົງຄະ 30 ຄົນ​ຢູ່​ເມືອງ ຮຶງຫງວ່ຽນ ​ແລະ ທະຫານ​​ເສຍອົງຄະ 20 ຄົນ​ຢູ່​ນະຄອນ ວິງ; ມອບເຮືອນ​ແຫ່ງ​ຄວາມ​ຮັກແພງ 2 ຫຼັງ​ໃຫ້ 2 ຄອບ​ຄົວ​ຂອງ​ຜູ້​ເສຍ​ສະຫຼະ​ຊີ​ວິດເພື່ອຊາດ​ຢູ່​ເມືອງ ກອນກວງ ​ດ້ວຍ​ຍອດມູນ​ຄ່າ 190 ລ້ານ​ດົ່ງ. ແຫຼ່ງກຳລັງອຸປະຖຳແມ່ນໄດ້ຮັບຈາກອົງການ Centre For Tropical Medicine (Oxford University Clinical Research Unit - Vietnam).

ກ່າວ​ຄຳ​ປາໄສ​ທີ່​ພິທີ​ມອບ​ຂອງຂວັນ, ທ່ານ​ນາງ ​ໂຮ່ທິ​ເຈົາ​ລວານ, ຮອງ​ຫົວໜ້າ​ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແຂວງ ​ເງ້ອານ ​ໄດ້​ສົ່ງ​ຄຳ​ຂອບ​ໃຈ​ເຖິງ​ພະນັກງານ, ລັດຖະກອນ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ແລະ ຜູ້ອຸປະຖໍາທຸກ​ຄົນ​ ທີ່ໄດ້ເອົາໃຈໃສ່ ແລະ ຮ່ວມເດິນທາງ, ຕອບບຸນແທນຄຸນມາຍັງບັນດາຄອບຄົວນະໂຍບາຍໃນແຂວງ. ​​ແຂວງ ​ເງ້ອານ ເວົ້າລວມ ​ແລະ ​ເມືອງ ຮຶງຫງວ່ຽນ ເວົ້່າສະເພາະ ກໍ່ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ອາໄລຫາ ​ແລະ ​ຕອບບຸນແທນຄຸນ​ເຖິງ​ບັນດາ​ນັກຮົບ​ວິລະ​ຊົນ ​ແລະ ບັນດາ​ລູກ​ຫຼານ​ດີ​ເດັ່ນ​ຂອງ​ປະ​ເທດ​ຊາດ​ທີ່​ຕໍ່ສູ້ຢ່າງກ້າຫານ ​ແລະ ເສຍສະຫຼະ​ຊີວິດຢ່າງພິລະອາດຫານ​ ເພື່ອ​ຄວາມເອກະລາດ, ເສລີພາບຂອງປະເທດຊາດ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ຍສໝ - ວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ໃຫ້ການຕ້ອນຮັບການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາອະດີດນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນຢູ່ສະຫະພັນ ລັດເຊຍ.

ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ

ຍສໝ - ວັນທີ 6 ແລະ 7 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ໄດ້ສົມທົບກັບກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການແຂວງ ຫົວພັນ, ລາວ ຈັດການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນຂອງ 2 ຫົວໜ່ວຍຮັບຜິດຊອບ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.