ສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ

14:24 | 01/08/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 30 ກໍລະກົດ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ບິ່ງ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ເພື່ອ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (ວັນທີ 30 ກໍລະກົດ ປີ 2004 - ວັນທີ 30 ກໍລະກົດ ປີ 2024).

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຕອບບຸນແທນຄຸນບັນດາທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ກວາງບິ່ງ ແລະ ເງ້ອານ.
ກວາງບິ່ງ (ຫວຽດນາມ) - ຄໍາມ່ວນ (ລາວ) ຊຸກຍູ້ການສຶກສາ, ປ້ອງກັນຊາດ ແລະ ຊາຍແດນ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ບິ່ງ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ວັນ​ທີ 30 ກໍລະກົດ ປີ 2004. 20 ປີທີ່ຜ່ານມາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ບິ່ງ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ນັບມື້ນັບຢັ້ງຢືນ​ທີ່​ຕັ້ງ​ໃນ​ການ​ເຄື່ອນ​ໄຫວ​ພົວພັນ​ການທູດປະຊາຊົນ​ຂອງ​ແຂວງ.

ມາ​ຮອດ​ປະຈຸ​ບັນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ບິ່ງ ມີ 5 ສະມາຄົມ​ມິດຕະພາບ​ທີ່​ເປັນ​ສະມາຊິກ​ຄື: ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ລັດ​ເຊຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ດ້ວຍຈຳນວນສະມາຊິກ 1.400 ກວ່າຄົນ.

ສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ບິ່ງ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ເພື່ອ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (ວັນທີ 30 ກໍລະກົດ ປີ 2004 - ວັນທີ 30 ກໍລະກົດ ປີ 2024).

ພິ​ເສດ, ​ໃນ​ໄລຍະ 2020-2021, ​ແຂວງ ກວາງ​ບິ່ງ ຖືກ​ປະສົບ​ກັບ​ໄພ​ນ້ຳ​ຖ້ວມ​ຢ່າງ​ຮ້າຍ​ແຮງຢ່າງລຽນຕິດ, ​ມັນໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ຂອງ​ປະຊາຊົນ​ຢ່າງ​ຮ້າຍ​ແຮງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ບິ່ງ ​ໄດ້​ສົມທົບ​ກັບ​ຄະນະ​ປະສານ​ງານ​ຊ່ວຍ​ເຫຼືອ​ປະຊາຊົນ ​ເພື່ອ​ຮຽກຮ້ອງ ​ແລະ ຂົນຂວາຍບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຜ່ານ​ຜ່າ​ຜົນ​ຮ້າຍຈາກໄພທຳມະຊາດ, ຊ່ວຍ​ປະຊາຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ດ້ວຍ​ຍອດ​ມູນ​ຄ່າ​ການປ່ອຍເງິນ​ກວ່າ 50 ຕື້​ດົ່ງ.

ໂດຍເສີມຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ບິ່ງ ​ແລະ ບັນດາ​ສະມາຊິກ​ສະມາຄົມ​ຈະ​ສືບ​ຕໍ່​ປະຕິບັດ​ຄຳ​ຂວັນ “ເປັນເຈົ້າການ, ມີໄຫວພິບ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ປະສິດທິ​ຜົນ”, ​ເຊື່ອມຊຶມການຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ ສະບັບເລກທີ 12-CT/TW, ລົງວັນທີ 5 ມັງກອນ ປີ 2022 ຂອງຄະນເລຂາທິການກ່ຽວກັບການ “ເພີ່ມທະວີການນຳພາຂອງພັກ, ຍົກສູງປະສິດທິຜົນການທູດປະຊາຊົນໃນສະພາບການໃໝ່”, ຄຳສັ່ງເລກທີ 38-CT/TW, ລົງວັນທີ 19 ກັນຍາ ປີ 2019 ຂອງຄະນະເລຂາທິການກ່ຽວກັບການສືບຕໍ່ການປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃນສະພາບການໃໝ່; ຄຳສັ່ງຂອງ​ຄະນະ​ພັກ​ແຂວງ​ກ່ຽວ​ກັບ​ການ​ປ່ຽນແປງໃໝ່, ​ເສີມ​ຂະຫຍາຍ​ບົດບາດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ, ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສາກົນ​ໃຫ້ສະດວກ ແລະ ຍົກສູງຮູບ​ພາບ, ທີ່​ຕັ້ງ​ຂອງ​ແຂວງ ກວາງ​ບິ່ງ ກັບເພື່ອນມິດສາກົນ.

ຄຽງຂ້າງນັ້ນ, ສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ຍັງສຸມໃສ່ກໍ່ສ້າງລະບົບກຳລັງພະນັກງານປະຕິບັດວຽກງານການຕ່າງປະເທດ, ຖືເປັນສຳຄັນເຖິງການເສີມຂະຫຍາຍບົດບາດເປັນ “ທູດປະຊາຊົນ” ຂອງຊາວແຂວງ ກວາງບິ່ງ ແຕ່ລະຄົນ ເພື່ອໃຫ້ການເຄື່ອນໄຫວນີ້ມີລັກສະນະເປັນມະຫາຊົນ ແລະ​ ປະ​ຊາ​ຊົນ​.

ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 23 ພຶດສະພາ, ຄະນະ​​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ ແລະ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ແຂວງ ກວາງ​ບິ່ງ ​ໄດ້​ຈັດ​ພິທີ​ມອບ​ຮັບ, ​ໄວ້ອາໄລ ​ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບ​ອາສາ​ສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ລາວ​ ໄດ້​ກັບ​ຄືນບ້ານເກີດ ແລະ ...

ກວາງບິ່ງ, ດົ່ງ​ນາຍ ​ໄປ​ຢ້ຽມຢາມ, ອວຍພອນ​ປີໃໝ່ ແຂວງ ​ຈຳປາ​ສັກ ​ແລະ ​ແຂວງ Kampong Thom.

ກວາງບິ່ງ, ດົ່ງ​ນາຍ ​ໄປ​ຢ້ຽມຢາມ, ອວຍພອນ​ປີໃໝ່ ແຂວງ ​ຈຳປາ​ສັກ ​ແລະ ​ແຂວງ Kampong Thom.

ຍສໝ - ຄະ​ນະປະຕິບັດງານຂອງ 02 ແຂວງ ​ກວາງ​ບິ່ງ, ດົ່ງ​ນາຍ (ຫວຽດ​ນາມ) ໄດ້​ໄປ​ຢ້ຽມ​ຢາມ, ອວຍພອນ​ປີໃໝ່​ອົງຄະນະພັກ, ອຳນາດການປົກຄອງ ແລະ ປະ​ຊາ​ຊົນ​ແຂວງ ​ຈຳ​ປາ​ສັກ (ລາວ) ແລະ ແຂວງ Kampong Thom (ກຳ​ປູ​ເຈຍ) ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ລາວ ແລະ ​ບຸນ​ Chol chnam ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.