ນະຄອນ ເກີນເທີ ໄດ້ພົບປະເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.

07:45 | 09/01/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 9 ມັງກອນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ ນະຄອນ ​ໄດ້​ສົມທົບ​ກັບ​ສະຖານ​ກົງສຸນ​ໃຫຍ່ ສາທາລະນະ​ລັດ ກູ​ບາ ​ຈັດ​ຕັ້ງການພົບປະ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.

ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ
ຊຸກຍູ້ການພົວພັນຮ່ວມມືກັບອົງການກຳມະບານ ລາວ ແລະ ກູບາ ໃຫ້ນັບມື້ນັບເລິກເຊິ່ງ ຊຸກຍູ້ການພົວພັນຮ່ວມມືກັບອົງການກຳມະບານ ລາວ ແລະ ກູບາ ໃຫ້ນັບມື້ນັບເລິກເຊິ່ງ

ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ທຶກ​ຮ້ຽນ - ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ ​ໃຫ້​ຮູ້​ວ່າ: ປີ 2023 ​ແມ່ນ​ປີ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຄື: ສະເຫຼີມສະຫຼອງ 70 ປີ​ແຫ່ງ​ການບຸກໂຈມຕີຄ້າຍທະຫານ Moncada; ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງ​ວັນ ກູບາ ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ກັບ​ພາກໃຕ້ ຫວຽດ​ນາມ, ອົງການລິເລີ່ມຂອງສະມາຄົມມິດຕະພາບ ​ກູ​ບາ - ຫວຽດນາມ ປະຈຸບັນ; ສະເຫຼີມສະຫຼອງ 50 ປີແຫ່ງວັນຜູ້ນຳ Fidel Castro ມາຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ແລະ ມາຍັງເຂດປົດປ່ອຍພາກໃຕ້ ຫວຽດນາມ ໃນສະໄໝສົງຄາມທີ່ຄັບຂັນ, ດຸເດືອດ.

ນະຄອນ ເກີນເທີ ໄດ້ພົບປະເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.
ການ​ນຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ນະຄອນ ເກີນ​ເທີ ໄດ້​ມອບ​ດອກ​ໄມ້ ແລະ ຮູບພາບເປັນທີ່ລະນຶກໃຫ້​ທ່ານກົງ​ສູນ​ໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໂຮ່ຈີມິນ ແລະ ສາມີ

ບັນດາ​ເຫດການ​ດັ່ງກ່າວ​ມີ​ຄວາມ​ໝາຍ​ເປັນສັນຍະລັກ​ເຖິງ​ການ​ພົວພັນ​ມິດຕະພາບ​ ຫວຽດນາມ - ກູ​ບາ, ນ້ຳ​ໃຈວິລະ​ຊົນ, ພະລັງຈິດໃຈ ​ແລະ ສະຫງ່າຜ່າເຜີຍຂອງ​ເພື່ອນ​ມິດ​ ກູ​ບາ, ຂະບວນການສາກົນ​ແຫ່ງ​ຄວາມ​ສາມັກຄີ ແລະ ສະໜັບສະໜູນການປົດປ່ອຍຊາດຂອງ​ປະຊາຊົນ ​ຫວຽດນາມ, ສາຍພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ກູ​ບາ.

ຕາມແງ່ມູມຂອງ​ທ້ອງ​ຖິ່ນ, ທ່ານ ຫງວຽນທຶກຮ້ຽນ ໃຫ້​ຮູ້​ວ່າ ເກີນເທີ ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ທີ່​ຕັ້ງໜ້າ​ຜັນ​ຂະຫຍາຍ​ຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສະ​ເພາະ, ​ແທດ​ຈິງ ​ເພື່ອ​ແນໃສ່ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ ກູ​ບາ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ ກູ​ບາ ຢ່າງບໍ່ຢຸດຢັ້ງ. ນະ​ຄອນ ​​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຈຸດໝາຍ​ປາຍທາງ​ຂອງ​ຄະນະ​ການ​ນຳ​ຂັ້ນ​ສູງ​ ກູ​ບາ ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ຫວຽດນາມ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຢືນຢັນ​ທີ່ຕັ້ງສຳຄັນ​ຂອງ​ນະຄອນ ເກີນເທີ ແຕ່​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຂອງ​ພັກ ​ແລະ ລັດ ກູ​ບາ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ເວົ້າລວມ ແລະ ນະຄອນ ເກີນເທີ ເວົ້າສະເພາະ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ, ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ໃນ​ການ​ຮັດ​ແໜ້ນ, ຮັກສາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - ກູ​ບາ.

ທີ່ການພົບປະ, ທ່ານນາງ Ariadne Feo Labrada - ກົງສຸນໃຫຍ່ ສາທາລະນະລັດ ກູບາ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ສົ່ງຄຳຂອບໃຈ ລັດຖະບານ ນະຄອນ ເກີນເທີ ທີ່ຍາມໃດກໍ່ໃຫ້ການໜູນຊ່ວຍສະຖານກົງສຸນໃຫຍ່ ໃນຫຼາຍການເຄື່ອນໄຫວ. ໂດຍສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ໄວ​ແຫ່ງ​ການ​ພັດທະນາ​ໃນ​ທຸກ​ດ້ານ​ຂອງ​ນະຄອນ​ ເກີນ​ເທີ ພາຍຫຼັງ 20 ປີ​ແຫ່ງ​ການ​ກາຍ​ເປັນ​ນະ​ຄອນຂຶ້ນກັບສູນກາງ, ທ່ານ​ນາງ Ariadne Feo Labrada ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງຂອງຕົນຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ກັບ​ນະຄອນ ເກີນ​ເທີ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ສາມັກຄີ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ທີ່​ການ​ພົບ​ປະ ກໍໄດ້ດຳເນີນ​ການ​​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ນະຄອນ ​ເກີນ​ເທີ - ກູ​ບາ,ບັນດາ​ຜົນງານ​ທີ່ບັນລຸໄດ້​ລາງວັນ​ສູງ​ຢູ່​ການແຂ່ງຂັນ “ຂ້ອຍ​ຮັກ​ກູ​ບາ”.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.