ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

08:20 | 20/06/2024

ຍສໝ - ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ສົມທົບກັບ​ສະຖານ​ກົງສຸນ​ໃຫຍ່ ອິນເດຍ ປະຈໍາ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງວັນ Yoga ສາກົນ ຄັ້ງທີ 10 ປີ 2024.

ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024
ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ກະກຽມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ​ອາ​ຊຽນ 2024

ດ້ວຍ​ຫົວ​ຂໍ້​ວ່າ: Yoga - ມອບສິດ​ໃຫ້​ແກ່ເພດຍິງ, ເຫດການ ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ເກືອບ 1.000 ຄົນ, ໃນ​ນັ້ນ​ມີ​ນັກ​ສຶກ​ສາ​ອິນ​ເດຍ 200 ກວ່າ​ຄົນ​ທີ່ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ ແລະ ການ​ຢາ ເກີນເທີ.

ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

ທ່ານ Madan Mohan Sethi, ກົງສຸນໃຫຍ່ສາທາລະນະລັດ ອິນເດຍ ປະຈຳນະຄອນ ​ໂຮ່ຈີ​ມິນ ກ່າວ​ຄຳປາໄສທີ່​ເຫດການ.

ນີ້​ແມ່ນ​ເຫດການທີ່ໄດ້ຈັດຕັ້ງ​ປະຈຳ​ປີ ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ເກີນເທີ ກັບ​ສະຖານ​ກົງສຸນ​ໃຫຍ່ ອິນ​ເດຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ​ປະຊາຊົນສອງປະ​ເທດ ​ເວົ້າ​ລວມ. ເຫດການດັ່ງກ່າວ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ຊອກຫາບັນດາຈຸດຄວາມງາມ​ດ້ານ​ວັດທະນະທຳ​ລະຫວ່າງ 2 ປະ​ເທດຢ່າງ​ເປັນ​ປະຈຳ. ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ ເກີນເທີ ​ໄດ້​ປະຕິບັດຕົວຈິງ ແລະ ທຳຄວາມຮູ້ຈັກກັບ​ການ​ຝຶກ​ຊ້ອມ Yoga, ເຝິກແອບກຳ​ລັງ​ກາຍຫຼາຍກ່ວາອີກ.

ກ່າວ​ຄຳ​ປາໄສ​ນະ​ທີ່​ນີ້, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ເກີນ​ເທີ ຫງວຽນ​ທຶກຮ້ຽນ ໄດ້​ຝາກຄວາມ​ຂອບ​ໃຈ​ຕໍ່ສະ​ຖານ​ກົງ​ສຸນ​ໃຫຍ່ ອິນ​ເດຍ ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນ ທີ່​ເລືອກ​ເອົານະຄອນ ເກີນເທີ ເພື່ອ​ຈັດ​ຕັ້ງ​ວັນ Yoga ສາ​ກົນ 2024 ຢ່າງ​ມີ​ຄວາມ​ໝາຍ. “ໂດຍຜ່ານ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ບໍ່​ພຽງ​ແຕ່​ປະກອບສ່ວນ​ເພີ່ມ​ທະວີ, ເພີ່ມພູນຄູນສ້າງການ​ພົວພັນ​ມິດຕະພາບ​​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໂຄສະນາ​ຮູບພາບ, ປະຊາຊົນ ເກີນເທີ ແລະ ປະ​ເທດຊາດ ຫວຽດນາມ ທີ່​ສວຍ​ງາມ​ເຖິງເພື່ອນ​ມິດ​ສາກົນເປັນຈຳນວນຫຼວງຫຼາຍ​ອີກ​ດ້ວຍ", ທ່ານ ຫງວຽນ​​ທຶກຮ້ຽນ ​ເນັ້ນ​ໜັກ.

ການ​ນຳ​ນະຄອນ ເກີນເທີ ກໍ່​ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານ​ກົງສຸນ​ໃຫຍ່ ອິນ​ເດຍ ປະຈຳ ນະຄອນ ​ໂຮ່ຈີ​ມິນ ຈະ​ສືບ​ຕໍ່​ເປັນຂົວຕໍ່ແຫ່ງ​ການ​ໜູນ​ຊ່ວຍ ​ເພື່ອ​ໃຫ້​ນະຄອນ ເກີນເທີ ສາມາດ​ຮ່ວມ​ມື, ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ຕ້ອນຮັບຫຼາຍ​ຄະນະ​ສິລະ​ປະ​, ນັກ​ລົງທຶນ, ນັກ​ທ່ອງ​ທ່ຽວ​ຈາກ ອິນ​ເດຍ ​ມາຍັງ​ນະຄອນ ​ເກີນ​ເທີ ​ເພື່ອ​ແລກປ່ຽນ, ຢ້ຽມຢາມ, ຮ່ວມ​ມື ​ແລະ ລົງທຶນ.

ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

ຜູ້ຝຶກ Yoga ເກືອບ 1,000 ຄົນຈາກບັນດາສະໂມສອນ Yoga, ນັກສຶກສາອິນເດຍ ແລະ ປະຊາຊົນໃນບໍລິເວນນະຄອນ ໄດ້ເຂົ້າຮ່ວມການປະຕິບັດຕົວຈິງໂຍຄະພື້ນຖານ Yoga ພາຍໃຕ້ການແນະນໍາຂອງຄູຝຶກ Yoga ໃນຕອນເຊົ້າຂອງວັນທີ 19 ມິຖຸນາ.

ທ່ານ Madan Mohan Sethi, ກົງສຸນໃຫຍ່ ສາທາລະນະລັດ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ Yoga ແມ່ນວິຊາໜຶ່ງທີ່ມີມາແຕ່ດົນນານແລ້ວ. ວິຊາ​ນີ້ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຕ້ອນຮັບ​ຢູ່ ​ອິນ​ເດຍ​ ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ຢູ່ ຫວຽດນາມ. ໂດຍຜ່ານ Yoga, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ນັບ​ມື້​ນັບໄດ້ເຕີບໂຕຢ່າງເຂັ້ມແຂງກ່ວາ.

ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

ໂດຍຜ່ານ Yoga, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ນັບ​ມື້​ນັບໄດ້ເຕີບໂຕຢ່າງເຂັ້ມແຂງກ່ວາ.

​ເປັນ​ທີ່​ຮູ້​ກັນ​ວ່າ ນັບ​ແຕ່​ປີ 2015 ​ເປັນ​ຕົ້ນ​ມາ, ວັນ Yoga ສາກົນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ມິຖຸນາ ​ຂອງ​ທຸກໆ​ປີ. ມື້ນີ້ແມ່ນໄດ້ຮັບຄັດເລືອກໂດຍກອງປະຊຸມໃຫຍ່ສະຫະປະຊາຊາດ ເພື່ອເຊີດຊູບັນດາຄຸນຄ່າ, ຄຸນປະໂຫຍດຂອງ Yoga ສໍາລັບສຸຂະພາບຂອງມະນຸດ, ພ້ອມກັນນັ້ນ ຍັງເປັນໂອກາດທີ່ຈະຊຸກຍູ້ໃຫ້ທຸກຄົນຝຶກ Yoga ເພື່ອປ້ອງກັນພະຍາດຕ່າງໆ ພ້ອມທັງຕິດພັນສະມາຄົມນຳກັນ. ຜ່ານບັນດາການຈັດຕັ້ງ, ວັນ Yoga ສາກົນ ​ໄດ້​ກາຍ​ເປັນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ນັບ​ພັນ​ຄົນ ​ແລະ ກາຍ​ເປັນ​ວັນ​ບຸນໃຫຍ່ຂອງ​ຜູ້​ຝຶກ​ Yoga ຢູ່​ນະຄອນ ເກີນເທີ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 70 ຄົນ ​ໄປ​ຢ້ຽມຢາມ ​ເຈື່ອງ​ຊາ, ເຮືອນຍາມ DK-I ​ເນື່ອງ​ໃນ​ໂອກາດ​ວັນ​ທີ 30 ເມສາ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 1975 – 30 ​ເມສາ 2024) ​ແລະ ​ປົດ​ປ່ອຍ​ໝູ່​ເກາະ​ ເຈື່ອງ​ຊາ (29 ​ເມສາ 1975), ຄົບຮອບ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ (7 ພຶດສະພາ 1955), ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ...

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.