![]() | ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ |
![]() | ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ອົງການ ActionAid ສືບຕໍ່ຮ່ວມມືໃນຂົງເຂດພັດທະນາ |
ທີ່ການເຮັດວຽກ, ທ່ານນາງ ເລທິແທງຢາງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ກ່າວວ່າ ປະຈຸບັນ, ນະຄອນມີອົງການ NGO ປະມານ 40 ອົງການ ພວມຜັນຂະຫຍາຍ 44 ລາຍການ, ໂຄງການ ຢູ່ບັນດາຂົງເຂດຄື ການແພດ, ການສຶກສາ, ກະສິກຳ, ສັງຄົມ, ມະນຸດສະທຳ, ການໜູນຊ່ວຍຊຸມຊົນ ແລະ ຕ້ານການປ່ຽນແປງດິນຟ້າອາກາດ.
![]() |
ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຮອງຫົວໜ້າຄະນະກຳມະການວຽກງານກ່ຽວກັບບັນດາອົງການ NGO ກ່າວຄຳປາໄສທີ່ການເຮັດວຽກ. |
ນັບແຕ່ ປີ 2023 ມາຮອດປະຈຸບັນ, ຄະນະກຳມະການປະຊາຊົນນະຄອນໄດ້ອະນຸມັດຜ່ານ 24 ບ້ວງຊ່ວຍເຫຼືອຈາກບັນດາອົງການ, ບຸກຄົນຕ່າງປະເທດ ດ້ວຍຍອດມູນຄ່າເກືອບ 2,9 ລ້ານ USD, ເທົ່າກັບກວ່າ 70 ຕື້ດົ່ງ. ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ແລະ ບັນດາສະມາຊິກສະມາຄົມມິດຕະພາບໄດ້ປະຕິບັດ 23 ລາຍການບັນດາໂຄງການເພີ່ມໃໝ່ ດ້ວຍຍອດຈຳນວນມູນຄ່າເກືອບ 63 ຕື້ດົ່ງ.
ທີ່ການເຮັດວຽກ, ຜູ້ຕາງໜ້າບັນດາອົງການ NGO ໄດ້ຍົກອອກບັນດາຂໍ້ຄົງຄ້າງກ່ຽວຂ້ອງເຖິງລະບຽບການບໍລິຫານ, ການເຂົ້າເຖິງຂໍ້ມູນຂ່າວສານ, ການອອກໃບອະນຸຍາດໃໝ່ ແລະ ການຕໍ່ກຳນົດໃບອະນຸຍາດໃຫ້ບັນດາອົງການດັ່ງກ່າວ ພ້ອມກັບການແນະນຳປະຕິບັດບັນດາຂໍ້ກຳນົດໃນອະນຸສັນຍາ 80/2020/NĐ-CP ແລະ ແຈ້ງການທາງການ 23/2022/TT-BTC. ບັນດາອົງການກໍ່ໄດ້ສະເໜີບູລິມະສິດເພື່ອໜູນຊ່ວຍບັນດາໂຄງການໃນບັນດາຂົງເຂດການແພດ, ການສຶກສາ, ກະສິກຳ, ການລົບລ້າງຄວາມອຶດຫີວ ແລະ ຫຼຸດຜ່ອນຄວາມທຸກຍາກ ພ້ອມກັນນັ້ນ ກໍ່ຮຽກຮ້ອງເພີ່ມທະວີການບຳລຸງສ້າງໃຫ້ແກ່ພະນັກງານ ແລະ ໜູນຊ່ວຍການປະຕິບັດບັນດາຂໍ້ກຳນົດການເງິນທີ່ກ່ຽວຂ້ອງເຖິງການໜູນຊ່ວຍຕ່າງປະເທດ.
![]() |
ບັນຍາກາດທີ່ການເຮັດວຽກ. |
ກ່າວຄຳປາໄສທີ່ການເຮັດວຽກ, ທ່ານ ຫງວຽນຫງອກຮຸ່ງ - ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຮອງຫົວໜ້າຄະນະກຳມະການວຽກງານກ່ຽວກັບບັນດາອົງການ NGO ໃຫ້ຮູ້ວ່າ ການພົບຄັ້ງນີ້ແມ່ນເພື່ອແນໃສ່ຊອກຮູ້ສະພາບການເຄື່ອນໄຫວຂອງບັນດາອົງການ NGO ຢູ່ທ້ອງຖິ່ນ, ການຮ່ວມມືລະຫວ່າງບັນດາອົງການ ແລະ ອຳນາດການປົກຄອງທ້ອງຖິ່ນ; ພ້ອມກັນນັ້ນ ກໍ່ໄດ້ຮັບຟັງການແບ່ງປັນ, ປຶກສາຫາລືກ່ຽວກັບຄວາມຫຍຸ້ງຍາກ, ສະເໜີບັນດາວິທີການເພີ່ມທະວີການຄຸ້ມຄອງ ແລະ ດຶງດູດການຊ່ວຍເຫຼືອຈາກ NGO ໃນບໍລິເວນນະຄອນ ໃນໄລຍະຈະມາເຖິງ.
![]() |
ຜູ້ຕາງໜ້າບັນດາອົງການ NGO ໄດ້ແລກປ່ຽນ, ສະເໜີບັນດາຂໍ້ສະເໜີແນະທີ່ການເຮັດວຽກ. |
ໂດຍຜ່ານການແລກປ່ຽນ, ທ່ານ ຫງວຽນຫງອກຮຸ່ງ ໄດ້ຮັບຮູ້ການສົມທົບກັນຢ່າງມີປະສິດທິຜົນລະຫວ່າງ ບັນດາອົງການ NGO ແລະ ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ, ຕີລາຄາສູງບັນດາລາຍການ ແລະ ໂຄງການຢູ່ທ້ອງຖິ່ນ. ທ່ານຢືນຢັນວ່າ ແຜນນະໂຍບາຍຂອງຫວຽດນາມ ແມ່ນສືບຕໍ່ສ້າງເງື່ອນໄຂທີ່ສະດວກໃຫ້ບັນດາອົງການ NGO. ທ່ານສະເໜີໃຫ້ບັນດາອົງການເພີ່ມທະວີການຮ່ວມມືກັບບັນດາພະແນກ, ຂະແໜງການທ້ອງຖິ່ນ ເພື່ອເປີດກວ້າງບັນດາໂຄງການ ພ້ອມກັນນັ້ນ ທ່ານກໍ່ຫວັງວ່າ ສະຫະພັນ ເກີນເທີ ຈະຈັດຕັ້ງບັນດາການພົບປະແລກປ່ຽນປະຈຳປີກັບບັນດາອົງການ NGO ເພື່ອຮັບຟັງຄຳເຫັນ, ຍົກສູງປະສິດທິຜົນໃນການເຄື່ອນໄຫວໜູນຊ່ວຍ.
![]() | ຫຼາຍຈຸດພົ້ນເດັ່ນໃນການດຶງດູດ, ລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່ ກ່າເມົາ ຍສໝ - ແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ສະຫະພັນບັນດາອົງການມິດຕະພາບແຂວງ ກ່າເມົາ ໄດ້ສຸມໃສ່ປະຕິບັດດ້ານຂອງວຽກງານຢ່າງມີປະສິດທິຜົນ, ພິເສດແມ່ນວຽກງານລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸໄດ້ໝາກຜົນຫລາຍຢ່າງ, ນຳມາເຊິ່ງຫຼາຍຜົນປະໂຫຍດຢ່າງແທດຈິງໃຫ້ແກ່ຊຸມຊົນ, ປະກອບສ່ວນເຂົ້າໃນວຽກງານຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນ. ໂດຍແລກປ່ຽນກັບວາລະສານຍຸກສະໄໝ, ທ່ານ ຫງວຽນດົງເຂີຍ - ປະທານສະຫະພັນບັນດາອົງການມິດຕະພາບແຂວງ ກ່າເມົາ ໃຫ້ຮູ້ວ່າ: |
![]() | ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ຍສໝ - ວຽກງານຂົນຂວາຍການຊ່ວຍເຫຼືອຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດຳເນີນໂດຍສະຫະພັນບັນດາອົງການມິດຕະພາບແຂວງ ເຫົ້າຢ່າງ ໄດ້ນຳມາເຊິ່ງຜົນປະໂຫຍດຕົວຈິງຫຼາຍຢ່າງໃຫ້ແກ່ປະຊາຊົນ. ບັນດາກິດຈະການກໍ່ສ້າງຂົວ, ທາງ, ໂຮງຮຽນ ແລະ ພື້ນຖານໂຄງລ່າງ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ. |