ຍົກສູງບົດບາດ ຫວຽດນາມ ພາຍໃນການຮ່ວມມື ວັດທະນະທຳ - ສັງຄົມ ASEAN

14:10 | 09/07/2026

ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫາກຊົງປະກາດໃຊ້ ຂໍ້ຕົກລົງສະບັບເລກທີ 1541/QĐ-BVHTTDL ກ່ຽວກັບ ແຜນການເຄື່ອນໄຫວ ໄລຍະປີ 2026-2030 ຜັນຂະຫຍາຍ ແຜນງານເຄື່ອນໄຫວ ປະຕິບັດແຜນການຍຸດທະສາດ ປະຊາຄົມວັດທະນະທຳ - ສັງຄົມ ASEAN ຢູ່ ຫວຽດນາມ ໄລຍະປີ 2026-2035.

ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ
ເພື່ອນມິດສາກົນຕີລາຄາສູງຕໍ່ບົດບາດຂອງ ປະເທດ ຫວຽດນາມ ພາຍໃດການກຳນົດທິດທາງອະນາຄົດຂອງ ASEAN

ສະເພາະແມ່ນ, ແຜນການໄດ້ຮັບການປະກາດໃຊ້ ແນໃສ່ຜັນຂະຫຍາຍແຜນງານເຄື່ອນໄຫວ ວັດທະນະທຳ - ສັງຄົມ ASEAN ໄລຍະປີ 2026-2035 ຢ່າງຄົບຊຸດ ແລະ ມີປະສິດທິຜົນ ພາຍໃນບັນດາຂົງເຂດທີ່ຂຶ້ນກັບຂອບເຂດການຄຸ້ມຄອງລັດ ຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ.

ໃນຂະນະດຽວກັນ ກໍຢັ້ງຢືນ ແລະ ຍົກສູງບົດບາດຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໃນຖານະເປັນອົງການປາຍຍອດການຮ່ວມມືສະເພາະຂະແໜງການ ພາຍໃນບັນດາຂົງເຂດວັດທະນະທຳ, ຄອບຄົວ, ກິລາ ແລະ ຂໍ້ມູນຂ່າວສານ.

ຫັນບັນດາຄາດໝາຍ ແລະ ມາດຕະການຍຸດທະສາດທີ່ກ່ຽວຂ້ອງ ຂອງແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ASEAN ຮອດປີ 2030 ໃຫ້ເປັນຮູບປະທຳ, ປະກອບສ່ວນສ້າງສາປະຊາຄົມອັນສະໜິດແໜ້ນ, ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງຍືນຍົງ.

ຍົກສູງບົດບາດ ຫວຽດນາມ ພາຍໃນການຮ່ວມມື ວັດທະນະທຳ - ສັງຄົມ ASEAN
ການຮ່ວມມືດ້ານວັດທະນະທຳ ພາຍໃນ ASEAN ໄດ້ຮັດແໜ້ນຄວາມສະໜິດແໜ້ນ ຂອງປະຊາຊົນ ຢູ່ບັນດາປະເທດສະມາຊິກ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. (ແຫຼ່ງຂ່າວ: TTXVN)

ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຮຽກຮ້ອງໃຫ້ການປະຕິບັດແຜນການດັ່ງກ່າວ ຕ້ອງບົນຈິດໃຈເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ເສີມຂະຫຍາຍບົດບາດອົງການປາຍຍອດການຮ່ວມມືສະເພາະຂະແໜງການ ໃຫ້ໄດ້ສູງສຸດພາຍໃນບັນດາຂົງເຂດທີ່ຮັບຜິດຊອບ, ເປັນເຈົ້າການເຊື່ອມໂຍງ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວ ຂອງບັນດາຊ່ອງທາງສະເພາະຂະແໜງການທີ່ກ່ຽວຂ້ອງ.

ຮັດແໜ້ນ ແລະ ຊິງໂຄຣໄນ (Synchronous): ຮັບປະກັນກົນໄກຂໍ້ມູນຂ່າວສານ, ປະສານງານຢ່າງສະໜິດແໜ້ນ, ທະລຸລ່ວງ ລະຫວ່າງ ກະຊວງວັດທະນະທຳ, ກิລາ ແລະ ການທ່ອງທ່ຽວ ກັບບັນດາທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ພາຍໃນການປະຕິບັດບັນດາຄາດໝາຍຍຸດທະສາດ ໄລຍະປີ 2026-2030.

ເປັນຮູບປະທຳ ແລະ ມີປະສິດທິຜົນ: ກຳນົດຢ່າງຈະແຈ້ງຕໍ່ກັບຄວາມຮັບຜິດຊອບ ຂອງຫົວໜ່ວຍເຈົ້າພາບ ແລະ ຫົວໜ່ວຍປະສານງານ; ຮັບປະກັນຄວາມຄືບໜ້າ, ຄຸນນະພາບວຽກງານ; ໃນຂະນະດຽວກັນກໍສອດແຊກ, ລະດົມບັນດາແຫຼ່ງກຳລັງສາກົນໃຫ້ໄດ້ສູງສຸດ ເພື່ອສະໜັບສະໜູນຊ່ວຍເຫຼືອວິວັດທະນາການຮ່ວມມື ແລະ ເຊື່ອມໂຍງ.

ສືບທອດ ແລະ ຂະຫຍາຍຕົວ: ບັນດາການເຄື່ອນໄຫວຜັນຂະຫຍາຍ ແມ່ນອີງໃສ່ລູດແມັບ (Roadmap) ຂອງ ASEAN ຢ່າງສະໜິດແໜ້ນ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງ ຫວຽດນາມ.

ກ່ຽວກັບໜ້າທີ່, ພາຍໃນຂົງເຂດວັດທະນະທຳ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ວາງໜ້າທີ່ຈັດຕັ້ງຜັນຂະຫຍາຍ ບັນດາການເຄື່ອນໄຫວໂຄສະນາ ແນໃສ່ຢັ້ງຢືນເອກະລັກ ASEAN ຜ່ານບັນດາຄວາມພະຍາຍາມໂຄສະນາພາບພົດລວມຂອງ ASEAN ເຊັ່ນ: ວັນ ASEAN, ທຸງ ASEAN, ເພງປະຈຳຊາດ ASEAN ແລະ ສັນຍະລັກ ASEAN.

ຈັດຕັ້ງ ຫຼື ເຂົ້າຮ່ວມບັນດາການແຂ່ງຂັນ, ງານວາງສະແດງ, ສັບປະດາຮູບເງົາ, ເທສະການສິລະປະ ແນໃສ່ໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ ແລະ ASEAN.

ຜັນຂະຫຍາຍບັນດາແຜນງານການເຄື່ອນໄຫວ ຊຸກຍູ້ພາບພົດ, ບົດບາດ ASEAN ຢູ່ທົ່ວໂລກ ຜ່ານບັນດາແຜນງານ, ການເຄື່ອນໄຫວວັດທະນະທຳ, ສິລະປະ, ເທສະການຮູບເງົາ, ງານວາງສະແດງ…; ປະສານງານເສີມຂະຫຍາຍສຽງເວົ້າເອກະພາບຂອງ ASEAN ຢູ່ທີ່ບັນດາເວທີປາໄສສາກົນ.

ຈັດຕັ້ງການໂຄສະນາ ແລະ ຊຸກຍູ້ການຮ່ວມມືກ່ຽວກັບບົດບາດ, ຄຸນຄ່າມໍລະດົກວັດທະນະທຳ ພາຍໃນການຂະຫຍາຍຕົວປະຊາຄົມ ASEAN; ເສີມຂະຫຍາຍບົດບາດ ASEAN ພາຍໃນການຮ່ວມມືກ່ຽວກັບມໍລະດົກວັດທະນະທຳ ກັບບັນດາຄູ່ຮ່ວມມືສາກົນ; ປະສານງານຜັນຂະຫຍາຍບັນດາສົນທິສັນຍາສາກົນ ທີ່ບັນດາປະເທດ ASEAN ເປັນສະມາຊິກ, ພາຍໃນນັ້ນມີການສ້າງສໍານວນເອກະສານມໍລະດົກວັດທະນະທຳຫຼາຍຊາດ.

ຜັນຂະຫຍາຍບັນດາຂໍ້ລິເລີ່ມຂະຫຍາຍຕົວ ພື້ນຖານເສດຖະກິດສ້າງສັນ ASEAN (ACE); ຊຸກຍູ້ການຂະຫຍາຍຕົວ ບັນດາອຸດສາຫະກຳວັດທະນະທຳ ແລະ ສ້າງສັນ (CCI); ຈັດຕັ້ງບັນດາການເຄື່ອນໄຫວຍົກສູງຄວາມສາມາດ ແລະ ຂະຫຍາຍຕົວແຫຼ່ງຊັບພະຍາກອນມະນຸດດ້ານວັດທະນະທຳ, ສ້າງສັນ.

ພາຍໃນຂົງເຂດຂໍ້ມູນຂ່າວສານ ແລະ ການສື່ສານ: ຈັດຕັ້ງບັນດາການເຄື່ອນໄຫວສື່ສານ ແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບປະຊາຄົມ ASEAN ແລະ ເອກະລັກລວມຂອງ ASEAN, ຜ່ານການຮ່ວມມືເພີ່ມທະວີການເຊື່ອມຕໍ່ລະຫວ່າງມະນຸດ, ຂະຫຍາຍຕົວວັດທະນະທຳປ້ອງກັນ, ແລະ ໂຄສະນາບັນດາກັບຄຸນຄ່າວັດທະນະທຳ.

ຍູ້ແຮງການສື່ສານກ່ຽວກັບເອກະລັກວັດທະນະທຳ ASEAN, ບັນດາກັບຄຸນຄ່າລວມ ແລະ ຜົນປະໂຫຍດຂອງປະຊາຄົມ ຜ່ານບັນດາແພລດຟອມດິຈິຕອນ ແລະ ເຄືອຂ່າຍສັງຄົມທີ່ນິຍົມຢູ່ ຫວຽດນາມ, ເພີ່ມທະວີການປະຕິສຳພັນດິຈິຕອນເຂົ້າເຖິງມວນຊົນ, ເປັນພິເສດແມ່ນກຸ່ມໄວໜຸ່ມ.

ເພີ່ມທະວີເວລາອອກອາກາດ, ຄຸນນະພາບຂອງບັນດາໜ້າສະເພາະ, ຂະແໜງການສະເພາະ, ຂ່າວບົດ ກ່ຽວກັບການຮ່ວມມືວັດທະນະທຳ, ຄອບຄົວ, ກິລາ ແລະ ຂໍ້ມູນຂ່າວສານ ASEAN ຢູ່ເທິງບັນດາພາຫະນະຂໍ້ມູນຂ່າວສານມວນຊົນ ແລະ ແພລດຟອມດິຈິຕອນ.

ຈັດຕັ້ງບັນດາຊຸດຝຶກອົບຮົມ, ກອງປະຊຸມສໍາມະນາ, ເວທີປາໄສ, ການສົນທະນາ ໃຫ້ແກ່ນັກຂ່າວ, ບັນນາທິການ ແລະ ບັນດາອົງການສື່ມວນຊົນ, ວາລະສານ ກ່ຽວກັບປະຊາຄົມ ASEAN.

ປະສານງານກັບກະຊວງການຕ່າງປະເທດ ແລະ ກະຊວງພາຍໃນ ເພື່ອຮັກສາ, ອັບເດດ (Update) ເນື້ອໃນໃຫ້ແກ່ປະຕູຂໍ້ມູນຂ່າວສານ ASEAN ຫວຽດນາມ (https://aseanvietnam.vn); ຍູ້ແຮງການສື່ສານກ່ຽວກັບ ASEAN ຜ່ານບັນດາອົງການວາລະສານ ສັງກັດກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແລະ ບັນດາແພລດຟອມດິຈິຕອນທີ່ນິຍົມ.

ສຳລັບຂົງເຂດກາຍະສຶກສາ, ກິລາ, ຜັນຂະຫຍາຍບັນດາທາງອອກຊຸກຍູ້ຄວາມສາມາດເຂົ້າເຖິງກິລາຢ່າງຮອບດ້ານ, ຂະຫຍາຍການເຂົ້າຮ່ວມຂອງຊຸມຊົນ, ເປັນພິເສດແມ່ນບັນດາກຸ່ມທີ່ງ່າຍຕໍ່ການຖືກທຳລາຍ (ກຸ່ມດ້ອຍໂອກາດ).

ສະໜັບສະໜູນຊ່ວຍເຫຼືອການຂະຫຍາຍຕົວກິລາທີ່ມີຜົນງານສູງ ຜ່ານການປະຕິຮູບເຕັກໂນໂລຊີ, ການນຳໃຊ້ວິທະຍາສາດ ແລະ ຍົກສູງປະສິດທິຜົນການຄຸ້ມຄອງ; ຊຸກຍູ້ການເຂົ້າຮ່ວມຝຶກແອບກາຍະສຶກສາ, ກິລາ ຂອງປະຊາຊົນຢູ່ທຸກໆເກນອາຍຸ.

ຍູ້ແຮງການອະນຸລັກ, ເສີມຂະຫຍາຍບັນດາປະເພດກິລາ ແລະ ການຫຼິ້ນພື້ນເມືອງ; ເສີມຂະຫຍາຍບົດບາດຂອງກິລາ ພາຍໃນການຊຸກຍູ້ສັນຕິພາບ, ຍົກສູງສຸຂະພາບຊຸມຊົນ ແລະ ສ້າງວິຖີຊີວິດທີ່ດີງາມ.

ເສີມຂະຫຍາຍວັດທະນະທຳ, ກິລາ ແລະ ປະກອບສ່ວນເຂົ້າໃນການຂະຫຍາຍຕົວເສດຖະກິດ - ສັງຄົມ, ຄວາມວັດທະນາຖາວອນລວມ, ກໍຄືການຫັນບັນດາຄວາມມຸ່ງມາດປາດຖະໜາລວມໃຫ້ເປັນຈິງ.

ຕິດພັນກັບຂົງເຂດຄອບຄົວ, ຜັນຂະຫຍາຍບັນດາການເຄື່ອນໄຫວສື່ສານກ່ຽວກັບລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຕະຖານມະນຸດ ຫວຽດນາມ ແນໃສ່ກະຈາຍບັນດາຄຸນຄ່າອັນດີງາມ, ບຳລຸງສ້າງຈິດໃຈຮັກຊາດ, ຄວາມມີເມດຕາທຳ, ຄວາມອົດກັ້ນ, ຄວາມສາມັກຄີ, ຄວາມຮັບຜິດຊອບ; ເຄົາລົບຄວາມຫຼາກຫຼາຍດ້ານວັດທະນະທຳ; ປະກອບສ່ວນສ້າງສາຊາວ ຫວຽດນາມ ໃຫ້ມີການຂະຫຍາຍຕົວຢ່າງຮອບດ້ານ, ມີຄວາມຮັບຜິດຊອບຕໍ່ຄອບຄົວ, ຊຸມຊົນ, ສັງຄົມ ແລະ ປະເທດຊາດ.

ເສີມຂະຫຍາຍບົດບາດຂອງຄອບຄົວ ພາຍໃນການສຶກສາ, ຍົກສູງຄວາມຮັບຮູ້ ແລະ ຊຸກຍູ້ຄວາມເຂົ້າໃຈດ້ານດິຈິຕອນ; ຍູ້ແຮງການສື່ສານກ່ຽວກັບສິດຂອງບັນດາເປົ້າໝາຍດ້ອຍໂອກາດພາຍໃນຄອບຄົວ, ໃນຂະນະດຽວກັນກໍສ້າງໂອກາດ ແລະ ຮັບປະກັນສະຫວັດດີການສັງຄົມແບບເຊື່ອມໂຍງ, ກວມລວມ.

ສຳລັບການສອດແຊກນະໂຍບາຍ, ສະຫຼຸບຕີລາຄາ ແລະ ລາຍງານ: ກວດກາບັນດາແຜນງານ, ຍຸດທະສາດ, ມາດຕະຖານ ແລະ ຄຳໝັ້ນສັນຍາ ທີ່ ຫວຽດນາມ ເຂົ້າຮ່ວມ ເທິງພື້ນຖານບັນດາຄາດໝາຍຂອງແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ASEAN 2026-2035. ຄັດເລືອກບັນດາມາດຕະການອັນເໝາະສົມ ເພື່ອສອດແຊກເຂົ້າໃນບັນດາແຜນງານເຄື່ອນໄຫວ, ແຜນການໄລຍະຍາວ ແລະ ປະຈຳປີຂອງກະຊວງ ເພື່ອຈັດຕັ້ງປະຕິບັດ.

ສ້າງບັນດາບົດລາຍງານສະຫຼຸບຕີລາຄາ, ອັບເດດຂໍ້ມູນເປັນປະຈຳ ກ່ຽວກັບການຮ່ວມມື ASEAN ພາຍໃນຂົງເຂດວັດທະນະທຳ, ຂໍ້ມູນຂ່າວສານ, ຄອບຄົວ ແລະ ກິລາ.

ສະເໜີຜັນຂະຫຍາຍປະຕິບັດບັນດາຖະແຫຼງການ, ຂໍ້ຕົກລົງຂອງບັນດາກອງປະຊຸມລັດຖະມົນຕີສະເພາະຂະແໜງການ ກ່ຽວກັບວັດທະນະທຳ, ກິລາ ແລະ ຂໍ້ມູນຂ່າວສານ.

ກ່ຽວກັບວຽກງານລະດົມແຫຼ່ງກຳລັງ ແລະ ຍົກສູງຄວາມສາມາດຂອງພະນັກງານ, ລະດົມແຫຼ່ງກຳລັງ: ປຸກລະດົມແຫຼ່ງກຳລັງຈາກບັນດາກອງທຶນພາຍໃນ ASEAN, ບັນດາອົງການຈັດຕັ້ງທັງພາຍໃນປະເທດ, ສາກົນ ແລະ ຄູ່ຮ່ວມມືຂອງ ASEAN. ເພີ່ມທະວີການດຶງດູດການຫັນເປັນສັງຄົມ (Socialization) ຕໍ່ກັບບັນດາແຜນງານສະແດງສິລະປະ, ເຫດການວັດທະນະທຳ, ງານວາງສະແດງ.

ເພີ່ມທະວີບຸກຄະລາກອນຮັບຜິດຊອບສະເພາະ ກ່ຽວກັບການຮ່ວມມື ASEAN. ເພີ່ມທະວີການກໍ່ສ້າງ, ບຳລຸງສ້າງ, ອັບເດດຄວາມຮູ້ສະເພາະຂະແໜງການ, ພາສາຕ່າງປະເທດ ໃຫ້ແກ່ພະນັກງານເຮັດວຽກງານຮ່ວມມືສາກົນ; ສົ່ງພະນັກງານຮັບຜິດຊອບສະເພາະ ເຂົ້າຮ່ວມບັນດາກອງປະຊຸມ, ກອງປະຊຸມສໍາມະນາບັນຫາສະເພາະກ່ຽວກັບ ASEAN.

ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ

ຍສໝ - ຢູ່ທ່າມກາງເນື້ອທີ່ອັນເກົ່າແກ່ຂອງ ສູນກາງຕົວເມືອງໂບຮານ Wroclaw (ປະເທດ ໂປໂລຍ), ເທສະການວັດທະນະທຳ ຫວຽດນາມ ໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຢ່າງຫຼວງຫຼາຍ ດ້ວຍບັນດາການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ ແລະ ອາຫານການກິນອັນໂດດເດັ່ນ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ ສູ່ເພື່ອນມິດສາກົນ.

ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ "ວີລະຊົນ ເວເນຊູເອລາ "

ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ ຕາມເວລາທ້ອງຖິ່ນ, ໂດຍໄດ້ຮັບການມອບສິດຈາກລັດຖະບານ ເວເນຊູເອລາ, ພັນໂທ ຣາອູນ Raúl Serrano Chacón ສັງກັດກອງບັນຊາການທະຫານຮັກສາການປະທານາທິບໍດີ - ຜູ້ປະສານງານຄະນະກູ້ໄພກູ້ຊີບ ຫວຽດນາມ - ໄດ້ເປັນປະທານພິທີມອບຫຼຽນໄຊ “ວີລະຊົນ ເວເນຊູເອລາ” ຊັ້ນໜຶ່ງ ໃຫ້ແກ່ ຄະນະກູ້ໄພກູ້ຊີບ ຫວຽດນາມ ...

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ