ທ່ານເອກອັກຄະລັດຖະທູດ EU ຄົນໃໝ່ກ່າວວ່າ: “ຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງວ່າຈຸດເວລາຂອງຫວຽດນາມມາເຖິງແລ້ວ”

19:50 | 02/10/2023

“ຫວຽດນາມ ບໍ່ແມ່ນປະເທດທີ່ແປກສຳລັບຂ້າພະເຈົ້າ, ເທື່ອທຳອິດທີ່ຂ້າພະເຈົ້າມານີ້ແມ່ນປີ 1996”, ທ່ານ Julien Guerrier ເອກອັກຄະລັດຖະທູດຄົນໃໝ່ຂອງສະຫະພາບເອີຣົບ (EU) ປະຈຳ ຫວຽດນາມ ໄດ້ແບ່ງປັນບຸນວາດສະໜາທີ່ມີກັບຫວຽດນາມ.

ທ່ານເອກອັກຄະລັດຖະທູດ Elsbeth Akkerman: VUFO ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ “ການພົວພັນຄູ່ຮ່ວມມືຮອບດ້ານ” ລະຫວ່າງ ໂຮນລັງ ແລະ ຫວຽດນາມ ທ່ານເອກອັກຄະລັດຖະທູດ Elsbeth Akkerman: VUFO ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ “ການພົວພັນຄູ່ຮ່ວມມືຮອບດ້ານ” ລະຫວ່າງ ໂຮນລັງ ແລະ ຫວຽດນາມ
ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ

ທ່ານ​ເອກ​ອັກຄະ​ລັດຖະທູດ Julien Guerrier ກໍ່ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາການ​ເຂົ້າ​ຮ່ວມ WTO ຂອງ ຫວຽດນາມ ​ໃນ​ໄລຍະ 2004-2005 ​ໃນ​ບົດບາດ​ເປັນເຈົ້າ​ໜ້າ​ທີ່​ເອີ​ລົບ.

ໃນ​ໄລ​ຍະ​ເກືອບ 30 ປີ​ຂອງ​ການ​ເດີນ​ທາງ, ທ່ານ Guerrier ສະ​ແດງ​ຄວາມ​ປະ​ທັບ​ໃຈ​ທີ່​ໄດ້​ຕິດຕາມການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ, ສ່ວນ​ໜຶ່ງ​ຂອງຜົນສຳເລັດ ແມ່ນຍ້ອນຄວາມເປັນເຈົ້າການເປີດປະຕູ​ນະ​ໂຍ​ບາຍກັບ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ດ້ານ​ການ​ຄ້າ - ​ເຊິ່ງທ່ານ​ກ່າວ​ວ່າ ​ໄດ້​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ຫັນປ່ຽນ​ຢ່າງ​ວ່ອງ​ໄວ.

ໂດຍແບ່ງປັນເພີ່ມເຕີມກ່ຽວກັບຂະບວນການເຈລະຈາ WTO - ເຫດການສໍາຄັນໃນຂະບວນການຮ່ວມມື ແລະການເຊື່ອມໂຍງຂອງຫວຽດນາມ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ໃນເວລານັ້ນ, ຫວຽດນາມ ມີຫຼາຍຂົງເຂດທີ່ຕ້ອງເປີດກວ້າງ, ຄວາມຫຍຸ້ງຍາກທີ່ສຸດແມ່ນການປ່ຽນແປງບັນດາຂໍ້ກຳນົດກົດໝາຍ, ກອບນິຕິກໍາ, ພິເສດແມ່ນໃນຂົງເຂດໂທລະຄົມ, ການບໍລິການ ແລະ ການທະນາຄານ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂະ​ບວນການ​ເຈລະຈາ ​ແລະ ການປະຕິບັດ​ຂອງ ຫວຽດນາມ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຝ່າຍ EU, ປະກອບສ່ວນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເສດຖະກິດ ​ຫວຽດນາມ, ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ​ເປີດ​ກວ້າງ​ຕະຫຼາດ... ນຳ​ມາເຊິ່ງເສັ້ນທາງແຫ່ງ​ບັນດາ​ຜົນງານ​ດ້ານ​ເສດຖະກິດ​ໃນ​ປະຈຸ​ບັນ, ນັກການທູດ ເອີລົບ ກ່າວ.

ທ່ານເອກອັກຄະລັດຖະທູດ EU ຄົນໃໝ່ກ່າວວ່າ: “ຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງວ່າຈຸດເວລາຂອງຫວຽດນາມມາເຖິງແລ້ວ”
ທ່ານ​ເອກ​ອັກຄະ​ລັດຖະທູດ​ຂອງ​ສະຫະພາບ​ເອີ​ລົບ (EU) ປະຈຳ ຫວຽດນາມ Julien Guerrier. ພາບ: ລຽນຮ່າ

ໃນ​ສະພາບ​ທີ່​ພາກ​ພື້ນ​ມະ​ຫາ​ສະ​ຫມຸດ​ອິນ​ເດຍ - ​ປາ​ຊີ​ຟິກ ນັບ​ມື້​ນັບ​ກາຍ​ເປັນ​ໃຈກາງ​ຂອງ​ໂລກ, EU ​ໄດ້ພັດທະນາຍຸດ​ທະ​ສາດ​ເພື່ອເຂົ້າ​ຮ່ວມ​ພາກ​ພື້ນ​ນີ້​ຫຼາຍ​ກວ່າ​ເກົ່າ - ​ເຊິ່ງເປັນບ່ອນທີ່ ຫວຽດນາມ ມີ​ອິດ​ທິພົນຜົນສະທ້ອນພິເສດກ່ຽວກັບ​ດ້ານ​ເສດຖະກິດ, ປະຊາກອນວິທະຍາ ​ແລະ ພູມ​ສາດການເມືອງ, ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດກ່າວ.

ທ່ານ​ເອກ​ອັກຄະ​ລັດຖະທູດໃຫ້ຮູ້​ວ່າ “​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ​ແລ້ວ, ສະຫະພາບ​ເອີ​ລົບ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ໄດ້​ສະໜັບສະໜູນ​ການ​ພັດທະນາ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຫວຽດນາມ ​ແລະ ສຳລັບ​ພວກ​ຂ້າພະ​ເຈົ້າ, ສິ່ງ​ດັ່ງກ່າວ ແມ່ນ​ນັບ​ມື້​ນັບ​ມີ​ຄວາມ​ສຳຄັນ”.

ທ່ານ​ເອກ​ອັກຄະ​ລັດຖະທູດກໍ່​ແບ່ງປັນຕື່ມ​ວ່າ: “ສິ່ງ​ທີ່​ຂ້າພະ​ເຈົ້າ​ຢາກ​ເຮັດ​ໃນ​ວາລະປະຈຳການ​​ໄລຍະ​ສອງສາມປີຈະມາ​ເຖິງ ແມ່ນ​ສືບ​ຕໍ່ ແລະ ​ສະໜັບສະໜູນໃຫ້​ຄວາມມຸ່ງຫວັງ​​ຂອງ​ຫວຽດນາມ​ ເພື່ອ​ກາຍ​ເປັນ​ພື້ນຖານ​ເສດຖະກິດ​ທີ່ກ້າວ​ໜ້າ​ໃນ​ປີ 2045 ​ແລະ ເພື່ອເປົ້າໝາຍການ​ປ່ອຍອາຍ​ພິດລົງເປັນ 0 ໃນ​ປີ 2050.

ຕາມ​ທ່ານ​ແລ້ວ, EU ສາມາດ​ໜູນ​ຊ່ວຍ ຫວຽດນາມ ຕາມ​ວິທີທີ່ເປັນ “​​ເອກະລັກ​ສະ​ເພາະທີ່ສຸດ”, ຜ່ານ 5 ​ເຄື່ອງ​ມື​ສະ​ເພາະ.

ທີ​ໜຶ່ງ​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສະຫະພາບ​ເອີ​ລົບ (EVFTA). ມາ​ຮອດ​ປະຈຸ​ບັນ, ນີ້​ຍັງ​ແມ່ນ​ເຄື່ອງ​ມື, ຊ່ວຍ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ການ​ຄ້າ​ລະຫວ່າງ EU ​ແລະ ຫວຽດນາມ. ຍ້ອນ​ມີການ​ປະຕິບັດສັນຍາ​ດັ່ງກ່າວ, ການ​ຄ້າ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ 32%, ​ໃນ​ນັ້ນ, ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​ແມ່ນ​ສູງ​ກວ່າ​ການ​ສົ່ງ​ອອກ​ຂອງ EU 4 ​ເທົ່າ.

ເຄື່ອງມືທີສອງແມ່ນ Global Gateway - ກອງທຶນ 300 ຕື້ເອີໂຣ ສໍາລັບເຕັກໂນໂລຢີກໍ່ສ້າງພື້ນຖານໂຄງລ່າງ. ກອງທຶນໜູນຊ່ວຍບັນດາປະເທດໃນແບບຍືນຍົງ, ພິຈາລະນາຜົນກະທົບຂອງບັນດາໂຄງການທີ່ກ່ຽວຂ້ອງຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຍັງ​ກ່າວ​ເຖິງ​ໂຄງການສາຍພົວພັນ​ຄູ່​ຮ່ວມ​ມືກ່ຽວກັບການ​ຫັນປ່ຽນ​ພະລັງງານ​ທີ່ຍຸດຕິທຳ (JETP), ລະດົມ​ທຶນ 15,5 ຕື້ ໂດລາສະຫະລັດ ຈາກ​ແຫຼ່ງການ​ເງິນ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ, ໜູນ​ຊ່ວຍ​ຂະ​ບວນການ​ຫັນປ່ຽນ​ພະລັງງານ​ຈາກ​ຖ່ານ​ຫີນ​ເປັນ​ພະລັງງານທົດແທນໃຫ້​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ: “ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຮັບຜິດຊອບ​ພິ​ເສດໃນການ​ໜູນ​ຊ່ວຍ ຫວຽດນາມ ​ບັນລຸໄດ້ເປົ້າໝາຍປ່ອຍອາຍ​ພິດລົງເປັນ 0 ​ໃນ​ປີ 2050.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຍັງ​ກ່າວ​ວ່າ ​ເຄື່ອງ​ມື​ຕໍ່ໄປ​ແມ່ນ​ໂຄງການ​ອຸປະຖຳສາທາລະນະໃຫ້​ແກ່​ການ​ຄົ້ນ​ຄ້ວາ ​ແລະ ປ່ຽນແປງໃໝ່ທີ່ມີ​ຊື່​ວ່າ Horizon Europe, ​ຕາມນັ້ນແລ້ວກໍ່ເປັນ​ການ​ສ້າງສະໜາມ ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ​ ຫວຽດນາມ, ຊຸກຍູ້​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ວິ​ໄສ​ທັດ​ເ ອີ​ລົບ, ​ແລກປ່ຽນ ​ແລະ ​ແບ່ງປັນ​ຄວາມ​ຮູ້, ທັກ​ສະ ແລະ ​ເຕັກ​ໂນ​ໂລ​ຊີ​.

ສຸດ​ທ້າຍ​ແມ່ນ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ ​ແລະ ປ້ອງກັນຄວາມສະຫງົບ. ສອງ​ຝ່າຍໄດ້​ມີສັນຍາແມ່ກ່ຽວກັບການ​ຮ່ວມ​ມື​ດ້ານປ້ອງ​ກັນຊາດ ​ແລະ ປ້ອງກັນຄວາມສະຫງົບ (FPA), ນອກຈາກ​ນັ້ນ ແມ່ນໂຄງການເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບຢູ່ ອາຊີ ​ຂອງ EU. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ນີ້​ແມ່ນ​ກົນ​ໄກ​ເພື່ອ​ໃຫ້ 2 ຝ່າຍສາມາດເປີດກວ້າງ​ຂອບຂະໜາດການ​ຮ່ວມ​ມື​ໃນບັນດາເຄື່ອນໄຫວຮັກສາ​ສັນຕິພາບ, ຄວາມສະຫງົບ​ທາງເຄືອຂ່າຍອິນ​ເຕີ​ເນັດ, ກໍ່ສ້າງ​ກຳລັງ​ການ​ເດີນ​ທະ​ເລ, ​ແບ່ງປັນ​ບັນດາ​ເປົ້າໝາຍ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກພື້ນ.

ທ່ານເອກອັກຄະລັດຖະທູດ EU ຄົນໃໝ່ກ່າວວ່າ: “ຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງວ່າຈຸດເວລາຂອງຫວຽດນາມມາເຖິງແລ້ວ”
ທ່ານ​ເອກ​ອັກຄະ​ລັດຖະທູດ​ຂອງ​ສະຫະພາບ​ເອີ​ລົບ (EU) ປະຈຳ ຫວຽດນາມ Julien Guerrier ທີ່​ຢູ່ກອງ​ປະຊຸມ​ຂ່າວ​ໃນ​ວັນ​ທີ 27 ກັນຍາ​. ພາບ: ລຽນຮ່າ

ທ່ານ​ເອກ​ອັກຄະ​ລັດຖະທູດ Guerrier ​ຖືວ່າ: ປະຊາຊົນ ຫວຽດນາມ ​ແລະ EU ມີ​ຄວາມ​​ປາ​ຖະໜາ​ລວມ: “ພວກ​ຂ້າພະ​ເຈົ້າໄດ້​ເວົ້າ​ເຖິງທິດ​ນຳຂອງ​ຫວຽດນາມ: ເອກະລາດ - ​ເສລີະພາບ - ຄວາມຜາສຸກ, ນັ້ນ​ແມ່ນ​ກຸ່ມຄຳ​ທີ່​ຂ້າພະ​ເຈົ້າ​ເຫັນໄດ້ເຖິງຄວາມສວຍ​ງາມ ​ແລະ ມີຄວາມ​ໝາຍ​ໃນ​ແຕ່​ລະ​ນິຍາມ ເຊິ່ວາ່ອງແສງ​ເຖິງຄວາມ​​ປາຖະໜາ​ຂອງ​ປະຊາຊົນ​ທັງ​ສອງ​ປະ​ເທດ ຫວຽດນາມ ແລະ EU".

ທ່ານ​ເອກ​ອັກຄະ​ລັດຖະທູດ Guerrier ຫວັງວ່າ 2 ຝ່າຍ​ຈະ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ມະນຸດ ເພື່ອເພື່ອຫັນເປົ້າໝາຍ ​ເອກະລາດ - ​ເສລີພາບ - ຄວາມຜາສຸກ ໃຫ້ປະກົດຜົນເປັນຈິງ, ພິ​ເສດ​ແມ່ນ​ການ​ພົບ​ປະ​ແລກປ່ຽນ​ດ້ານການສຶກສາ ແລະ ການ​ຢ້ຽມຢາມ​ຖາມຂ່າວເຊິ່ງກັນ ​ແລະ ກັນ , ໃນນັ້ນ ອາດ​ອາດເສົ້າເຖິງ​ງານ​ວາງສະ​ແດງ​ການ​ສຶກສາ​ຂອງ EU ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ຮ່າ​ໂນ້ຍ ໃນໄລຍະທີ່​ຈະ​ມາ​ເຖິງ.

ກ່ຽວ​ກັບ​ເປົ້າ​ໝາຍ​ພັດທະນາ ​ແລະ ສີຂຽວ​ຂອງ​ຫວຽດນາມ, ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດແລ້ວ, ​ເອີ​ລົບ ມີ​ປະສົບ​ການ​ຢ່າງເລິກເຊິ່ງ​ກວ້າງຂວາງ. ມາ​ຮອດ​ປະ​ຈຸ​ບັນ, ເອີ​ລົບ ​ບັນ​ລຸເປົ້າໝາຍ​ເພີ່ມທະວີ GDP ແລະ ຫຼຸດ​​ການ​​ອາຍ​ພິດໄປ​ພ້ອມ​ກັນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກ່າວ​ວ່າ “ຫວຽດ​ນາມ ມີ​ທ່າ​ໄດ້​ປຽບ ແລະ ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃນ​ທິດ​ທາງ​ນີ້".

ທ່ານ​​ເອກ​ອັກຄະ​ລັດຖະທູດ Guerrier ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ຕັດສິນໃຈໃນການຫັນປ່ຽນການຜະລິດລົດໄຟຟ້າ​ຂອງ Vinfast ​ເປັນ​ຕົວຢ່າງ​ຂອງ​ວິ​ສາ​ຫະກິດ​ ຫວຽດນາມ ​ແລະ ຢືນຢັນ​ວ່າ Vinfast ຈະບັນລຸທ່າໄດ້ປຽບຂອງຄົນປະຈັນບານ “first-movers advantages”.

ທ່ານ​ເອກ​ອັກຄະ​ລັດຖະທູດ Guerrier ​ໃຫ້​ຮູ້​ວ່າ: “ຂະ​ບວນການ​ຫັນປ່ຽນ​ສີຂຽວ​ມີ​ຄ່າ​ໃຊ້​ຈ່າຍ ​ແຕ່​ກໍ່ນຳ​ມາ​ເຊິ່ງກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ, ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່ ຫວຽດນາມ ມີ​ເງື່ອນ​ໄຂ​ສະດວກ​ສະ​ເພາະ​ໃຫ້​ແກ່​ຂະ​ບວນການ​ນີ້ ດ້ວຍ​ແຫຼ່ງນ້ຳ, ລົມ, ແສງຕາ​ເວັນ, ພູ...ທີ່ອຸດົມສົມບູນ''.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.