ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ

14:09 | 14/08/2024

ຍສໝ - ວັນ​ທີ 9 ສິງຫາ, ​ໃນ​ຂອບ​ເຂດ​ການ​ເດີນທາງໄປປະຕິບັດງານ​ຢູ່ແຂວງ ອຸ​ດອນ​ທາ​ນີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ ​ໄທ ຟ້າ​ມຫວຽດ​ຮຸ່ງ ​ໄດ້​ມີ​ການເຮັດວຽກ​ກັບ​ການ​ນຳ​ຂອງ​ມະຫາວິທະຍາ​ໄລ ຣາດຊະພັດ ອຸດອນທານີ ​ແລະ ຢ້ຽມຢາມ​ສູນ​ສຶກສາ ​ຫວຽດນາມ ທີ່​ຕັ້ງ​ຢູ່​ໃນຂອບເຂດ​ໂຮງຮຽນ.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຜີຍແຜ່ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ
ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ

ໂດຍແຈ້ງທີ່​ການເຮັດວຽກ, ທ່ານ ປອ ວິ​ບູນ ​ເພັນ​ສຸກ, ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ ​ອຸດອນທານີ ​ໃຫ້​ຮູ້​ວ່າ: ໂຮງຮຽນ​ມີ​ການ​ພົວພັນ​ຮ່ວມ​ມື​ກັບ 14 ຮາກຖານການ​ສຶກສາຢູ່ ​ຫວຽດນາມ ​ເພື່ອແນໃສ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຕາມ​ໂຄງການ​ຝຶກ​ງານ ​ແລະ ການສຳຜັດວັດທະນະທຳ​ທີ່ຫຼາກຫຼາຍ​ໃນຊຸມປີຜ່ານມາ.

ປະຈຸ​ບັນ, ມີຈຳນວນ​ນັກ​ສຶກສາ ​ຫວຽດນາມ 212 ຄົນ​ພວມ​ຮ່ຳຮຽນ​ຢູ່​ມະຫາວິທະຍາ​ໄລ ​ອຸດອນ​ທານີ ​ໃນ​ຫຼາຍ​ສາຂາ​ວິຊາ​ຕ່າງໆ. ພິເສດ, ນັບແຕ່ເດືອນ ພະຈິກ ປີກາຍ, ໂຮງຮຽນໄດ້ສ້າງຕັ້ງສູນສຶກສາ ຫວຽດນາມ ດ້ວຍຈຸດປະສົງປະສານສົມທົບການຄົ້ນຄວ້າ ແລະ ບຳລຸງສ້າງລົງເລິກຊະແໜງກ່ຽວກັບ ຫວຽດນາມ, ສະໜອງຂໍ້ມູນ ແລະ ຄວາມຮູ້ຫຼາຍດ້ານກ່ຽວກັບ ຫວຽດນາມ, ພ້ອມກັນນັ້ນ ກໍ່ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈ ແລະ ​ການ​ຮ່ວມ​ມື​ທີ່​ດີ​ງາມລະ​ຫວ່າງ​ສອງ​ປະ​ເທດ.

ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ

ປຶ້ມສອນພາສາ ຫວຽດນາມ ຈຳນວນໜຶ່ງຢູ່ສູນສຶກສາ ຫວຽດນາມ.

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າ​ມຫວຽດ​ຮຸ່ງ ແລ້ວ, ສູນ​ສຶກ​ສາ ​ຫວຽດ​ນາມ ຂຶ້ນກັບ​ມະ​ຫາ​ວິ​ທະ​ຍາ​ໄລ ອຸດອນທານີ ແມ່ນ​ສູນ​ສຶກ​ສາ ​ຫວຽດ​ນາມ ແຫ່ງ​ທຳ​ອິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ດຳ​ເນີນ​ງານ​ຢູ່ ​ໄທ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວັງ​ວ່າ​ໂຮງຮຽນ​ຈະ​ສົມທົບ​ກັບ​​ກົງສຸນໃຫຍ່ ​ຫວຽດນາມ ປະຈຳ ຂອນແກ່ນ ​ເພື່ອ​ໃຫ້​ສູນ​ດັ່ງກ່າວ​ມີ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ອຸດົມສົມບູນ. ໂດຍຜ່ານ​ນັ້ນ​ ກໍ່ໄດ້​ນຳ​ເອົາ​ຄວາມ​ຮູ້​ດ້ານ​ສະຕິ​ປັນຍາ​ກ່ຽວ​ກັບ​ ຫວຽດນາມ ມາ​ໃຫ້​ບັນດາ​ນັກ​ສຶກສາ, ນັກ​ຄົ້ນ​ຄ້ວາ ​ຫຼື ຊາວ​ໄທ ​ທີ່​ຮັກ​ແພງ ​ແລະ ຢາກຊອກຮູ້​ກ່ຽວ​ກັບ​ ຫວຽດນາມ.

ທ່ານ​ນາງ ເຢືອງບິກຫ​ງອກ, ສະມາຊິກ​ຄະນະ​ຄຸ້ມຄອງ​ສູນ​ ​ໃຫ້​ຮູ້​ວ່າ: ສູນສຶກສາ ​ຫວຽດນາມ ໄດ້ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ພົ້ນເດັ່ນ​ຄື: ຈັດ​ຕັ້ງ​ລາຍການ​ບຸນ​ເຕັດ​ໃຫ້​ບັນດາ​ນັກ​ສຶກສາ ​ໄທ ພວມຮ່ຳ​ຮຽນພາສາ ​ຫວຽດນາມ ຢູ່​ສູນ ​ແລະ ບັນດາ​ນັກ​ສຶກສາ ຫວຽດນາມ ທີ່​ພວມ​ຮ່ຳຮຽນ​ຢູ່​ປະເທດ ໄທ. ເຫດການ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ລຸ້ນ​ໜຸ່ມ ​ໄທ ​ຫຼາຍ​ຄົນ​ມາຊອກຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ຊາວ​ຫວຽດ​ນາມ.

ສູນ​ດັ່ງກ່າວ​ກໍ່​ໄດ້​ຮ່ວມ​ມື ​ແລະ ​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ນຳ​ນັກ​ສຶກສາ ​ໄທ ​ໄປ​ຮຽນພາສາຫວຽດ ​ຢູ່ ຫວຽດນາມ ​ແລະ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ນັກ​ສຶກສາ ຫວຽດນາມ ​ໄປ​ຝຶກ​ງານ ​ແລະ ສຶກສາ​ໄລຍະ​ສັ້ນຢູ່ ​ໄທ.

ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫວຽດ​ຮຸ່ງ (ກາງ) ມອບ​ປື້ມ​ຂອງ​ ສະຫາຍອະດີດ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໃຫ້​ສູນ​ສຶກ​ສາ ​ຫວຽດ​ນາມ.

ທ່ານ​ນາງ ເຢືອງບິກຫ​ງອກ ຫວັງ​ວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສູນ​ຈະ​ຈັດ​ຕັ້ງ​ບັນ​ດາຫຼັກສູດການຮຽນພາສາ​ ​ຫວຽດ​ນາມ ພື້ນ​ຖານເປັນປະຈຳໄລຍະ ແລະ ເປົ້າ​ໝາຍ​ສູງ​ກວ່າ​ໃນອະນາຄົດ​ແມ່ນ​ມຸ່ງໄປເຖິງການ​ຄົ້ນ​ຄ​ວ້າ​ກ່ຽວ​ກັບ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ ຫວຽດ​ນາມ.

ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029.

ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029.

ຍສໝ - ວັນທີ 14 ມິຖຸນາ ຢູ່ໂຮງຮຽນນາໆຊາດ St. Nicholas School, ດານັງ ໄດ້ເປີດກອງ​ປະ​ຊຸມ​ໃຫຍ່​​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ ຄັ້ງ​ທີ 5 ສະໄໝ 2024 – 2029 ຢູ່​ນະ​ຄອນ ດາ​ນັງ.

ໄທ - ທ້ອງຕະຫຼາດນຳເຂົ້າໝາກ​ທຸລຽນ ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ

ໄທ - ທ້ອງຕະຫຼາດນຳເຂົ້າໝາກ​ທຸລຽນ ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ

ໄທ ​ເປັນ​ປະ​ເທດ​ສົ່ງ​ອອກ​ໝາກ​ທຸລຽນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ກາຍ​ເປັນ​ທ້ອງຕະຫຼາດ​ນຳ​ເຂົ້າ​ໝາກທຸລຽນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ ຫວຽດ​ນາມ ​ໃນ 4 ເດືອນ​ຕົ້ນ​ ປີ 2024.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.