ບຸກທະລຸ​ໃນ​ວຽກງານຮັກສາ, ພັດທະນາ​ພາສາ ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ

06:46 | 13/09/2024

ຍສໝ​ - ກ່ອນ​ລາຍການ ວັນເຊີດຊູພາສາ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ລະຄອນ​ໃຫຍ່​ ຮ່າ​ໂນ້ຍ ໃນຕອນຄ່ຳວັນທີ 8 ກັນຍາ, ​ຮອງ​ລັດຖະມົນຕີ - ຫົວໜ້າຄະນະ​ກຳມະການ​ແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ, ທ່ານນາງ ເລ​ທິ​ທູ​ຮັ່ງ​ ໄດ້ຕອບສຳພາດນັກ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ພາ​ສາ ​ຫວຽດນາມ ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ຂໍ້​ມູນ​ກ່ຽວ​ກັບ​ຈຸດ​ໃໝ່​ໃນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວສຳລັບຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການສ້າງນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

​ໂຄງການ “ວັນ​ເຊີດ​ຊູ​ວັນ​ພາສາ​ຫວຽດນາມ ໃນປະຊາຄົມຊາວຫວຽດນາມ ອາຢູ່ຕ່າງປະເທດ ໄລຍະ 2023-2030” ​ໄດ້​ຮັບ​ການອະນຸມັດຈາກ​ທ່ານ​ນາຍົກລັດຖະມົນຕີ ​ແຕ່​ວັນ​ທີ 3 ສິງຫາ 2022, ສາມາດຖື​ວ່າ​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ວຽກ​ງານ​ຮັກສາ, ພັດທະນາ​ພາສາ ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ, ສ້າງ​ກຳລັງຜັກດັນ​ທີ່​ສໍາ​ຄັນ​ ເພື່ອຊຸກຍູ້ບັນດາການເຄື່ອນໄຫວ​ສິດ​ສອນ, ຮ່ຳຮຽນ ແລະ​ ຕອບ​ສະ​ຫນອງ​ຄວາມ​ມຸ່ງປາ​ຖະ​ຫນາ ​ແລະ ​ຄວາມ​ຕ້ອງ​ການຢ່າງແທດຈິງຂອງ​ຊຸມ​ຊົນ​.

ປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່​ຫຼາຍ​ປະ​ເທດ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບອົງການ​ຕາງໜ້າ ​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ວັນ​ເຊີດ​ຊູ​ພາສາ​ຫວຽດນາມ ​ເຊັ່ນ: ​ສ້າງ​ຕັ້ງ​ບັນດາຄະນະ​ພາສາ​ ຫວຽດນາມ ສະເພາະ ໃນສະມາຄົມ; ເປີດ​ໃໝ່ ຫຼື ເປີດກ້ວາງຂະ​ໜາດ​ຂອງບັນດາ​ໂຮງຮຽນ, ຫ້ອງ​ຮຽນ​ເພື່ອ​ສິດສອນ ​ແລະ ຮຽນ​ພາສາ​ ຫວຽດນາມ; ສ້າງຕັ້ງ“ເວທີປາໄສຮັກສາພາສາຫວຽດນາມ ຢູ່ຕ່າງປະເທດ”; ຈັດ​ຕັ້ງ​ບັນດາການ​ສຳ​ມະ​ນາ, ​ກອງປະຊຸມເຈລະຈາ... ແບ່ງ​ປັນ​ປະ​ສົບ​ການ​ກ່ຽວ​ກັບ​ວິ​ທີ​ການ​ສິດສອນ ແລະ ຮຽນ​ພາ​ສາ​ຫວຽດນາມ.

ບຸກທະລຸ​ໃນ​ວຽກງານຮັກສາ, ພັດທະນາ​ພາສາ ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ

ທ່ານນາງ​ຮອງ​ລັດຖະມົນຕີ ເລ​ທິທູ​ຮັ່ງ ​ທີ່ພິທີ​ເປີດຕູ້ປຶ້ມພາສາ ​ຫວຽດນາມ ເພື່ອ​ຮັບ​ໃຊ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຝະລັ່ງ ​ໃນ​ເດືອນ ກໍລະກົດ 2024.

ພິ​ເສດ​ແມ່ນ​​ບັນດາ​ການ​ເຄື່ອນ​ໄຫວ​ວັນ​ເຊີດ​ຊູ​ພາສາ​ຫວຽດນາມ ໃນ​ວັນ​ທີ 8 ກັນຍາ ​ແລະ ການ​ແຂ່ງຂັນ “ຄົ້ນ​ຫາ​ທູດພາສາ​ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ” - ພາຍຫຼັງ 2 ປີ​ແຫ່ງ​ການ​ຈັດ​ຕັ້ງ - ໄດ້​ຄັດ​ເລືອກ ​ແລະ ​ເຊີດ​ຊູ​ທູດພາສາ​ຫວຽດນາມ 10 ຄົນຢູ່ບັນດາບໍລິເວນ, ອາຍຸແຕກຕ່າງກັນ, ໃນນັ້ນ ທູດອາຍຸນ້ອຍທີ່ສຸດແມ່ນມີພຽງແຕ່ 8 ປີເທົ່ານັ້ນ (ຍີ່ປຸ່ນ) ແລະ ຍັງມີທູດທີ່ເປັນຄົນຕ່າງປະເທດ (ລາວ) ນຳອີກ.

ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ອົງການ​ຕາງໜ້າ, ຄວາມຂະຫຍັນຂັນເຄື່ອນ, ຕອບສະໜອງ​ຂອງ​ບັນດາ​ສະມາຄົມ, ອົງການ, ບຸກຄົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ສະທ້ອນ​ໃຫ້ເຫັນເຖິງ​ປະ​ເທດ​ຊາດ ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວເຊີດ​ຊູພາສາຫວຽດນາມ ຢູ່ບັນດາບໍລິເວນ.

- ຫວ່າງ​ມໍ່ໆ​ມາ​ນີ້, ພາ​ສາ​ຫວຽດນາມ ​ໄດ້​ກາຍ​ເປັນ​ພາ​ສາ​ທາງ​ການ​ຢູ່ San Francisco, ອາ​ເມ​ລິ​ກາ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຕົວ​ຢ່າງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຕ້ອງການ​ນຳ​ໃຊ້​ພາສາ​ຫວຽດນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ບັນດາ​ປະ​ເທດ​ໃນ​ໂລກ, ມີບົດບາດບໍ່ໜ້ອຍ​ໃນ​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຂອງ​ປະຊາ​ຄົມ. ຂໍຮຽນຖາມທ່ານ, ທ່ານນາງຕີລາຄາເລື່ອງນີ້ຄືແນວໃດ?

ວັນ​ທີ 11 ມິຖຸນາ 2024, ສະພາຕິດຕາມກວດການະຄອນ ​ແລະ ​ເທດສະມົນທົນ San Francisco ​ໄດ້​ຜ່ານ​ມະຕິ​ຕົກລົງ​ການນຳ​ໃຊ້​ພາສາ​ຫວຽດນາມ ​ໃນບັນດາການ​ບໍລິການສາທາລະນະ​ເຊັ່ນ: ການແປ, ການ​ປະກາດ, ​ເອກະສານ​ໃນ​ເວັບ​ໄຊ, ຄຽງຄູ່ກັບພາສາ​ອັງກິດ, ຈີນ, ສະ​ເປນ ​ແລະ ຟີ​ລິບ​ປິນ.

ໂດຍໄດ້ຮັບການຮັບຮູ້ວ່າເປັນໜຶ່ງໃນພາສາທາງການຢູ່ San Francisco, ພາສາ ຫວຽດນາມ ບໍ່ພຽງແຕ່ແມ່ນພາສາສື່ສານຂອງປະຊາຄົມຊາວ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນວິທີເພື່ອໃຫ້ປະຊາຄົມມີສຽງເວົ້າໃນບັນດາການເຄື່ອນໄຫວເສດຖະກິດ, ວັດທະນະທຳ ແລະ ການເມືອງຂອງປະຈຳຖິ່ນ. ຜ່ານ​ນັ້ນ, ກໍ່ໄດ້ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຮັກສາ, ໂຄສະນາ​ພາສາ​ຫວຽດນາມ ​ແລະ ອະນຸລັກ​ຮັກສາ​ເອກະລັກ​ວັດທະນະທຳ​ຫວຽດນາມ ຢູ່​ໃນ​ຊຸມ​ຊົນ. ລຸ້ນ​ໜຸ່ມ​ຫວຽດນາມ​ ​ທີ່​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່​ຕ່າງປະ​ເທດ​ສາມາດ​ສືບ​ຕໍ່​ຮ່ຳຮຽນ ​ແລະ ​ນຳໃຊ້​ພາສາ​ແມ່, ໂດຍຜ່ານນັ້ນ ກໍ່ຮັກສາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຮາກ​ຖານ ​ແລະ ວັດທະນະທຳ​ຂອງ​ຊາດ.

- ຂໍຮຽນທ່ານນາງ, ທ່ານນາງ​ໄດ້​ຕີ​ລາຄາ​ບົດບາດ​ຂອງຖັນແຖວ “ທູດ” ພາສາຫວຽດນາມ - ບັນດາອາຈານສາ​ສະໝັກ - ໃນ​ການ​ຮັກສາ ​ແລະ ເສີມຂະຫຍາຍພາສາຫວຽດນາມ ຢູ່​ຕ່າງປະ​ເທດ​ຄື​ແນວ​ໃດ?

ຖັນແຖວ“ທູດພາສາຫວຽດນາມ” ນີ້​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮັກ​ສາ ແລະ ເສີມຂະຫຍາຍພາສາຫວຽດນາມ ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໃນ​ທົ່ວ​ໂລກ. ບໍ່​ພຽງ​ແຕ່​ແມ່ນ​ຜູ້​ສອນ​ພາສາ​ໂດຍ​ກົງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນດາ​ປັດ​ໄຈ​ສຳຄັນ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ສົ່ງ​ເອກະລັກ​ວັດທະນະທຳ​ຫວຽດນາມ ​ໃຫ້​ລຸ້ນໜຸ່ມ​ທີ່​ເກີດ, ​ເຕີບ​ໃຫຍ່​ຢູ່​ຕ່າງປະ​ເທດ ​ແລະ ສາກົນ. ເຂົາ​ເຈົ້າ​ຊ່ວຍ​ໃຫ້​ຜູ້​ຮຽນ, ​ພິເສດແມ່ນ​ລຸ້ນໜຸ່ມ​ຂອງ​ຊາວ ຫວຽດນາມ ທີ່​ເກີດ​ຢູ່​ຕ່າງປະ​ເທດ, ​ເຂົ້າ​ໃຈ​ກົກເຄົ້າເຫງົ້າກໍ​ຂອງຕົນໂດຍຜ່ານພາສາ​ແມ່. ການ​ຮຽນ​ພາສາ​ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ການ​ຮຽນ​ພາສາເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ດູດ​ຊຶມ​ຮີດຄອງ​ປະ​ເພນີຂອງ​ບ້ານ​ເກີດ​ເມືອງ​ນອນນຳອີກ.

ບັນດາ “ທູດ" ເຫຼົ່ານີ້ ໄດ້ເຄື່ອນໄຫວດ້ວຍຄວາມອາສາສະຫມັກທັງໝົດ, ຫຼາຍຄົນບໍ່ໄດ້ຮັບຄ່າແຮງງານແຕ່ຍັງອຸທິດເວລາ ແລະ ຄວາມພະຍາຍາມຂອງຕົນ ເພື່ອເປົ້າຫມາຍຮັກສາພາສາ ແລະ ວັດທະນະທໍາ. ສິ່ງ​ດັ່ງກ່າວ ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຕໍ່​ປະຊາ​ຄົມ, ປະ​ເທດ​ຊາດ ແລະ ແຫຼ່ງລະດົມໃຫຍ່​ໃຫ້​ແກ່​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ​ໃນ​ການ​ຮັກສາພາສາຫວຽດນາມ ​ໃນ​ສະພາບ​ແວດ​ລ້ອມ​ສາກົນ. ພວກ​ຂ້າພະເຈົ້າ ມີ​ຄວາມ​ຖືເປັນສຳຄັນ, ຮູ້​ບຸນ​ຄຸນ ແລະ ສັນຍາວ່າ​ຈະຮ່ວມເດີນທາງກັບ​ຄູ​ອາ​ຈານ​ໃນ​ອາ​ຊີບ​ອັນ​ສູງ​ສົ່ງ​ຂອງ​ຕົນ.

- ຂໍຂອບໃຈທ່ານນາງຮອງລັດຖະມົນຕີ !

ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ

ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ

ຍສໝ - ທ່ານ​ນາງ ຫງວຽນ​ທິຢ້ຽວລິງ, ປະ​ທານສະຫະ​ສະ​ມາ​ຄົມ​ຊາວ​ໜຸ່ມ, ນັກສຶກສາ ຫວຽດ​ນາມ ປະ​ຈຳ ເອີ​ລົບ ​ໃຫ້​ຮູ້​ຄືແນວນັ້ນເມື່ອ​ຕີ​ລາ​ຄາ​ກ່ຽວກັບບົດ​ບາດ​ຂອງຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດໃນ​ວຽກງານຂອງຄະນະຊາວໜຸ່ມ​ຢູ່​ຕ່າງ​ປະ​ເທດ.

ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ

ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ

ຍສໝ - ເນື່ອງ​ໃນ​ໂອກາດ​ທີ່ ສະຫາຍ​ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ, ບັນດາ​ອົງການ, ບຸກຄົນໃນ​ທົ່ວ​ໂລກທີ່ເປັນເພື່ອນ​ມິດ, ຄູ່​ຮ່ວມ​ມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ແລະ ບັນດາ​ອົງການ​ສະມາຊິກ ​ໄດ້​ສົ່ງ​ຈົດໝາຍ, ​ໂທລະ​ເລກ ​ເພື່ອຊົມເຊີຍທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.