ນ້ຳໃຈອົບອຸ່ນຂອງປະຊາຊົນໃນໄລຍະເກີດໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ

16:46 | 10/07/2021

ມີຊາວນະຄອນ ໂຮ່ຈີມິນ ນັບແສນຄົນພວມປະສົບກັບຄວາມຫຍຸ້ງຍາກດ້ານວຽກເຮັດງານທຳ, ລາຍຮັບ, ຕະຫຼອດຮອດຄາບເຂົ້າໃນແຕ່ລະມື້. ພ້ອມກັບການໜູນຊ່ວຍຂອງອຳນາດການປົກປ້ອງ, ການແບ່ງປັນຂອງບັນດາທ້ອງຖິ່ນອື່ນໆ.

ງານວາງສະແດງ “ຫງວຽນເຕິດແທ່ງ - ໂຮ່ຈີມິນ: ຈາກທ່າກໍາປັ່ນຍ່າຣົ່ງ ເຖິງສະໜາມຫຼວງບາດິ່ງ ປະຫວັດສາດ” ງານວາງສະແດງ “ຫງວຽນເຕິດແທ່ງ - ໂຮ່ຈີມິນ: ຈາກທ່າກໍາປັ່ນຍ່າຣົ່ງ ເຖິງສະໜາມຫຼວງບາດິ່ງ ປະຫວັດສາດ”
ໄຂສັບປະດາສິນຄ້າ ຫວຽດນາມ ຢູ່ນະຄອນ ຮ່າໂນ້ຍ ປີ 2021 ໄຂສັບປະດາສິນຄ້າ ຫວຽດນາມ ຢູ່ນະຄອນ ຮ່າໂນ້ຍ ປີ 2021
ຮ້ານຂ້າຍສິນຄ້າບໍ່ເກັບເງິນ (ພາບ: baotintuc.vn)
ຮ້ານຂ້າຍສິນຄ້າບໍ່ເກັບເງິນ (ພາບ: baotintuc.vn)

ໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນຢູ່ນະຄອນ ໂຮ່ຈີມິນ. ມີຊາວນະຄອນໂຮ່ຈີມິນ ນັບແສນຄົນພວມປະສົບກັບຄວາມຫຍຸ້ງຍາກດ້ານວຽກເຮັດງານທຳ, ລາຍຮັບ, ຕະຫຼອດຮອດຄາບເຂົ້າໃນແຕ່ລະມື້. ພ້ອມກັບການໜູນຊ່ວຍຂອງອຳນາດການປົກປ້ອງ, ການແບ່ງປັນຂອງບັນດາທ້ອງຖິ່ນອື່ນໆ, ກໍຄືບັນດາຊາວນະຄອນ ໂຮ່ຈີມິນ ເອງ ພວມຊ່ວຍເຫຼືອເຊິ່ງກັນແລະກັນຢ່າງແທດຈິງ, ມີປະສິດທິຜົນ ແລະ ເຕັມໄປດ້ວຍຄວາມຮັກແພງ.

“ປະຊາຊົນຊື້ເຄື່ອງຂອງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ. ມີແຫຼ່ງສະບຽງອາຫານນີ້ ກໍ່ຍ້ອນບັນດາຜູ້ໃຈບຸນໃຈກຸ້ສົນໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫຼືອກຳມະກອນພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະຕໍ່ໜ້ານີ້.”

ອ້າຍ ດັ້ງແຄງຢຸຍ, ຜູ້ອຳນວຍການໃຫຍ່ບໍລິສັດ ເຕີນຍຽນ ຈຳກັດ, ເຊິ່ງແມ່ນບໍລິສັດປຸງແຕ່ງທັນຍາຫານແບ່ງປັນວ່າ: “ທາງບໍລິສັດເອງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ກໍ່ຍັງສ້າງຕັ້ງຮ້ານຂ້າຍສິນຄ້າບໍ່ເກັບເງິນຕໍ່ໜ້າຫ້ອງການໃຫ້ແກ່ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກມາຮັບ. ພວກຂ້າພະເຈົ້າກໍ່ໄດ້ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ບັນດາຜູ້ປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດ ແລະ ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກອື່ນໆນຳອີກ”.

vovworld.vn

ເຫດການ
302 Found

Found

The document has moved here.