City tour - ທ່າອ່ຽງທ່ອງທ່ຽວ “ພົ້ນເດັ່ນ” ຢູ່ນະຄອນ ຫາຍຟ່ອງ

11:30 | 27/06/2022

ມີນັກທ່ອງທ່ຽວຫຼາຍຄົນມາຈາກນະຄອນຫຼວງ ຮ່າໂນ້ຍ ແລະ ບັນດາແຂວງເຂດໃກ້ຄຽງມາ ຫາຍຟ່ອງ ເພື່ອຮັບປະທານບັນດາເຍື່ອງອາຫານຢູ່ເຂດຖະໜົນທີ່ເປັນເອກະລັກສະເພາະ.

ບໍລິການລົດເມຟຣີ “Hanoi City tour” ໃຫ້ແກ່ຜູ້ແທນຊີເກມ 31 ບໍລິການລົດເມຟຣີ “Hanoi City tour” ໃຫ້ແກ່ຜູ້ແທນຊີເກມ 31
ທ່າກໍາປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ ຕ້ອນຮັບເສັ້ນທາງບໍລິການໃໝ່ ໄປຍັງຝັ່ງຕາເວັນຕົກຂອງສະຫະລັດອາເມລິກາ ໂດຍກົງ ທ່າກໍາປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ ຕ້ອນຮັບເສັ້ນທາງບໍລິການໃໝ່ ໄປຍັງຝັ່ງຕາເວັນຕົກຂອງສະຫະລັດອາເມລິກາ ໂດຍກົງ
ສະຖານີລົດໄຟຂອງ ຫາຍຟ່ອງ
ສະຖານີລົດໄຟຂອງ ຫາຍຟ່ອງ

ພາຍຫຼັງປະສົບຜົນສຳເລັດດ້ວຍລາຍການອາຫານແຊບ ທີໜຶ່ງ - “ຫາຍຟ່ອງ ອາຫານການກິນ”, ພະແນກທ່ອງທ່ຽວ ນະຄອນຫາຍຟ່ອງ ສືບຕໍ່ເປີດ “ລາຍການອາຫານແຊບນົວ - Foodtour ຫາຍຟ່ອງ” ທີ 2 ດ້ວຍຈຳນວນຮ້ານອາຫານທີ່ອຸດົມສົມບູນກວ່າ, ພ້ອມກັນນັ້ນແມ່ນແນະນຳບັນດາສະຖານທີ່ສ້າງຄວາມດຶງດູດໃຈຢູ່ ຫາຍຟ່ອງ ໃຫ້ນັກທ່ອງທ່ຽວດ້ວຍຊື່ວ່າ “ຫາຍຟ່ອງວົນໄປວຽນມາ check in”. ນີ້ແມ່ນສິ່ງທີ່ເຕີມເຕັມໃຫ້ລາຍການທ່ອງທ່ຽວພາຍໃນນະຄອນສົມບູນ- City tour , ເຊິ່ງແມ່ນທ່າອ່ຽງທ່ອງທ່ຽວໃໝ່ຢູ່ນະຄອນ ຫາຍຟ່ອງ.

ພາຍຫຼັງທີ່ພະແນກທ່ອງທ່ຽວ ຫາຍຟ່ອງ ເປີດ“ລາຍການອາຫານແຊບ” – Foodtour ຫາຍຟ່ອງ, ອາຫານການກິນຢູ່ຖະໜົນ ຫາຍຟ່ອງ ໄດ້ໂຄສະນາຢ່າງກວ້າງຂວາງນັ້ນ ໄດ້ສ້າງຄວາມດຶງດູດນັກທ່ອງທ່ຽວທັງຢູ່ໄກ ແລະ ຢູ່ໃກ້. ເຖິງວ່າບໍ່ແມ່ນວັນທ້າຍອາທິດກໍ່ຕາມ, ຢູ່ຖະໜົນສາຍຕ່າງໆເຂດໃຈກາງຂອງນະຄອນ ຫາຍຟ່ອງ ຄື: ຟານໂບ້ຍເຈົາ, ດິງຕຽນຮ່ວາງ ຫຼື ຕະຫຼາດ ກາດບີ, ຕະຫຼາດ ເລືອງວັນການ - ເຊິ່ງແມ່ນແຫ່ງໄດ້ຮັບຖືວ່າເປັນ “ແດນສະຫວັນອາຫານການກິນ” ຂອງ ຫາຍຟ່ອງ ມີນັກທ່ອງທ່ຽວຄັບຄາໜາແໜ້ນ. ມີນັກທ່ອງທ່ຽວຫຼາຍຄົນມາຈາກນະຄອນຫຼວງ ຮ່າໂນ້ຍ ແລະ ບັນດາແຂວງເຂດໃກ້ຄຽງມາ ຫາຍຟ່ອງ ເພື່ອຮັບປະທານບັນດາເຍື່ອງອາຫານຢູ່ເຂດຖະໜົນທີ່ເປັນເອກະລັກສະເພາະ, ຄື: ເຂົ້າຈີປາເຕເຜັດ, ເສັ້ນລ້ອນກະປູ, ເຂົ້າປຸ້ນປາເຜັດ, ກາເຟໃສ່ກະທິໝາກພ້າວ… ນ້ອງ ເລທິມາຍເຮືອງ, ນັກສຶກສາມະຫາວິທະຍາໄລ ພ້ອມກັບໝູ່ເພື່ອນໄດ້ພາກັນເດີນທາງຈາກ ຮ່າໂນ້ຍ ໄປ ຫາຍຟ່ອງ ດ້ວຍລົດຈັກ ພາຍຫຼັງທີ່ໄດ້ຮັບການແນະນຳກ່ຽວກັບອາຫານຢູ່ຖະໜົນສາຍຕ່າງໆຂອງນະຄອນທ່າກ່ຳປັ່ນນີ້.

“ຂ້າພະເຈົ້າເຫັນວ່າ ອາຫານຢູ່ເຂດຖະໜົນສາຍຕ່າງໆຂອງ ຫາຍຟ່ອງ ແມ່ນມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ແຊບນຳອີກ. ຂ້າພະເຈົ້າໄດ້ກິນຢູ່ຫຼາຍບ່ອນມາແລ້ວ, ກິນຫຼາຍເຍື່ອງຕ່າງກັນ, ແຕ່ຂ້າພະເຈົ້າເຫັນວ່າ ຢູ່ ຫາຍຟ່ອງ ໄດ້ສ້າງຄວາມປະທັບໃຈຕໍ່ຂ້າພະເຈົ້າຫຼາຍທີ່ສຸດ. ຫວ່າງມໍ່ໆມານີ້, ຂ້າພະເຈົ້າໄດ້ຍິນກ່ຽວກັບລາຍການ foodtour ຫາຍຟ່ອງ ຫຼື ບັນດາເວັບໄຊນຳສະເໜີກ່ຽວກັບອາຫານຂອງ ຫາຍຟ່ອງ, ໂຄສະນາໃຫ້ອາຫານຂອງຫາຍຟ່ອງ ແລະ ນຳອາຫານຂອງ ຫາຍຟ່ອງ ເຂົ້າໃກ້ກັບປະຊາຊົນຢູ່ແຂວງອື່ນ ຫຼື ເພື່ອນມິດ, ນັກທ່ອງທ່ຽວສາກົນ”.

ລາຍການ Foodtour ຫາຍຟ່ອງ ໄດ້ສ້າງຂຶ້ນໄດ້ເກືອບ 2 ປີແລ້ວ, ມີຄວາມຄຶກຄື້ນ, ມີແຂກຄັບຄາໜາແໜ້ນແມ່ນພຽງແຕ່ໃນຈຸດເວລາທີ່ຂະແໜງທ່ອງທ່ຽວເປີດປະຕູຄືນໃໝ່ ພາຍຫຼັງທີ່ໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ດ້ວຍການເປີດ “ລາຍການອາຫານແຊບນົວ - Foodtour ຫາຍຟ່ອງ”. ໄລ່ສະເພາະຊຸມວັນພັກ 30 ເມສາ - 01 ພຶດສະພາ ຜ່ານມາ, ແຂກຂີ່ລົດໄຟຈາກ ຮ່າໂນ້ຍ ມາ ຫາຍຟ່ອງ ບັນລຸປະມານ 15.000 ເທື່ອຄົນ, ໃນນັ້ນນັກທ່ອງທ່ຽວກວມເອົາຫຼາຍກວ່າ 80%. ນັບແຕ່ເດືອນ ພຶດສະພາ ມາຮອດປະຈຸບັນ, ແຕ່ລະມື້ ຫາຍຟ່ອງ ໄດ້ຕ້ອນຮັບຜູ້ເຂົ້າຮ່ວມລາຍການ Foodtour ແຕ່ 2.000 ຫາ 3.000 ເທື່ອຄົນ ແລະ ຕົວເລກນີ້ມັກເພີ່ມຂຶ້ນໃນຕອນທ້າຍອາທິດ.

ພະແນກທ່ອງທ່ຽວ ສືບຕໍ່ເປີດ “ລາຍການອາຫານແຊບນົວ - Foodtour ຫາຍຟ່ອງ” ທີ 2 ດ້ວຍຈຳນວນຮ້ານອາຫານຫຼາຍກວ່າ ແລະ ເພີ່ມມາດຖານຄັດເລືອກກວ່າ, ສະຖານທີ່ຕັ້ງຮ້ານອາຫານທີ່ສະດວກ, ຊອກກິນໄດ້ງ່າຍ… ເອື້ອຍ ຫງວຽນທິແທັງຮ່ວຽນ, ເຈົ້າຂອງຮ້ານເຂົ້າຈີ່ປາເຕເຜັດ ຢູ່ຖະໜົນ ດິງຕຽນຮ່ວາງ, ໃຫ້ຮູ້ວ່າ ນັບແຕ່ຮ້ານຂອງຂ້າພະເຈົ້າຖືກຈັດເຂົ້າໃນ “ລາຍການອາຫານແຊບນົວ ຫາຍຟ່ອງ” ນັ້ນ, ມີລູກຄ້າເພີ່ມຂຶ້ນເກືອບທົບ 2 ເທົ່າ, ໃນນັ້ນຕົ້ນຕໍແມ່ນນັກທ່ອງທ່ຽວ.

“ພວກຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ຈາກພະແນກທ່ອງທ່ຽວ, ໄດ້ຝຶກແອບ, ຮ່ຳຮຽນຢ່າງມີແບບມີແຜນກ່ຽວກັບການປະພຶດຕໍ່ລູກຄ້າ, ເຮົາຂາຍເຄື່ອງກໍ່ຕ້ອງ “ເອົາໃຈ” ລູກຄ້າ. ອົງການທີ່ມີໜ້າທີ່ເອົາໃຈໃສ່ຕໍ່ຮ້ານອາຫານກໍ່ແມ່ນຈຸດທີ່ດີ, ລູກຄ້າມາກໍ່ຍິນດີ. ພວກຂ້າພະເຈົ້າກໍ່ຂາຍໄດ້ດີກວ່າ, ມີຄວາມເບີກບານມ່ວນຊື່ນກວ່າ”.

ຕໍ່ຈາກຜົນສຳເລັດຂອງລາຍການ Foodtour, ພະແນກທ່ອງທ່ຽວ ຫາຍຟ່ອງ ກໍ່ໄດ້ແນະນຳ “ແຜນທີ່ສະຖານທີ່ check in ຫາຍຟ່ອງ” ດ້ວຍບັນດາເຂດທ່ອງທ່ຽວດຶງດູດໃຈທີ່ສະຫງວນໃຫ້ນັກທ່ອງທ່ຽວແວ່ຢາມຄື: ໄປສະນີນະຄອນ, ໂຮງລະຄອນໃຫຍ່ ຫາຍຟ່ອງ, ຂົວ ຮ່ວາງວັນທຸ… ຕາມທ່ານ ຫວູຮຸຍເຕືອງ, ຮອງຫົວໜ້າພະແນກທ່ອງທ່ຽວ ນະຄອນຫາຍຟ່ອງ ແລ້ວ, ດ້ວຍເລື່ອງສ້າງ ແລະ ຂະຫຍາຍລາຍການອາຫານແຊບນົວ ແລະ ແຜນທີ່ສະຖານທີ່ check in ຫາຍຟ່ອງ, ທາງພະແນກທ່ອງທ່ຽວ ນະຄອນຫາຍຟ່ອງ ພວມຄ່ອຍໆເຕີມເຕັມໃຫ້ລາຍການທ່ອງທ່ຽວພາຍໃນນະຄອນສົມບູນ - city tour ທີ່ເປັນເອກະລັກສະເພາະຂອງນະຄອນ.

“ສ້າງລາຍການທ່ອງທ່ຽວໃຫ້ສົມບູນແບບຈາກບັນດາເຂດທີ່ນ້ອຍໆ, ຄືອາຫານການກິນ, ສະຖານທີ່ check inເຂດຢ້ຽມຊົມ, ທີ່ພັກ, ຂົນສົ່ງ… ຕໍ່ໄປນີ້, ພວກຂ້າພະເຈົ້າຈະສ້າງໂປຼແກຼມໃນໂທລະສັບມືຖື. ເມື່ອຂ້າພະເຈົ້າຢູ່ ຫາຍຟ່ອງ, ໂປຼແກຼມ ຈະສົ່ງຂໍ້ຄວາມເຂົ້າໂທລະສັບ ແລະ ຮຽກຮ້ອງໃຫ້ຕິດຕັ້ງໂປຼແກຼມໃນໂທລະສັບມືຖື. ສຸດທ້າຍແມ່ນມຸ່ງໄປເຖິງນະຄອນອັດສະລິຍະ, ເປັນມິດ, ຮັກແພງແຂກຄົນ, ທ່ອງທ່ຽວພັດທະນາ. ຈາກການທ່ອງທ່ຽວ, ໂຄສະນາພາບພົດຂອງນະຄອນ ຫາຍຟ່ອງຢ່າງກວ້າງຂວາງ”.

ທ່ອງທ່ຽວ ນະຄອນຫາຍຟ່ອງ ບໍ່ພຽງແຕ່ມີທະເລ ກາດບ່າ, ໂດເຊີນ, ມີບັນດາສະຖານທີ່ທ່ອງທ່ຽວໂດຍສະເພາະ… City tour ໄດ້ສ້າງຂຶ້ນຢ່າງມີແບບມີແຜນ, ເປັນມືອາຊີບ ໄດ້ກາຍເປັນທ່າອ່ຽງທ່ອງທ່ຽວໃໝ່ຢູ່ ຫາຍຟ່ອງ. ຜ່ານນັ້ນ, ປະກອບສ່ວນເຂົ້າໃນເປົ້າໝາຍຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ກວ່າ 4,5 ລ້ານເທື່ອຄົນໃນປີ 2022 ຂອງຂະແໜງທ່ອງທ່ຽວ ນະຄອນຫາຍຟ່ອງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.