ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024.

10:08 | 16/10/2023

ຍສໝ - ການຟື້ນຟູຄືນໃໝ່ແມ່ນຍ້ອນຄວາມຕ້ອງການຂອງໂລກໄດ້ຮັບການປັບປຸງ, ປະກອບສ່ວນຊຸກຍູ້ການສົ່ງອອກ.

HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024 HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024
ຫວຽດນາມ​ ມີ​ຄວາມ​ສາມາດ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ ຫວຽດນາມ​ ມີ​ຄວາມ​ສາມາດ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ

ທະນາຄານ​ໂລກ (WB) ຄາດ​ຄະ​ເນ​ວ່າ ​ເສດຖະກິດ​ຫວຽດນາມ ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ ຈະ​ຟື້ນ​ຕົວ​ເປັນ 5,4% ​ແລະ 6% ​ໃນ​ປີ 2024-2025. ຢ່າງໃດກໍ່ຕາມ, ການຄາດຄະເນແມ່ນຂຶ້ນກັບຄວາມສ່ຽງຕໍ່ການພັດທະນາຈໍານວນຫນຶ່ງ.

ຫຼາຍອົງການສືບສວນ, ຄົ້ນຄວ້າເສດຖະກິດໂລກ ຫາກໍ່ດັດປັບການຄາດຄະເນການເຕີບໂຕຂອງ ຫວຽດນາມ ໃນປີ 2023 ແລະ 2024. ບັນດາການດັດປັບລະດັບຄາດຄະເນການເຕີບໂຕສະແດງໃຫ້ເຫັນວ່າ, ເສດຖະກິດ ຫວຽດນາມ ພວມຟື້ນຟູ ແລະ ມີລະດັບການເຕີບໂຕຢ່າງຕັ້ງໜ້າເມື່ອທຽບໃສ່ບັນດາພື້ນຖານເສດຖະກິດອື່ນ.

ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024.

ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024

ໃນກາງອາທິດນີ້, ໜັງສືພິມ Investing, ປະຕູຖານຂໍ້ມູນຂ່າວສານການເງິນໂລກ, ຄັດສະເໜີການຄາດຄະເນຂອງທະນາຄານ HSBC ກ່ຽວກັບການເຕີບໂຕເສດຖະກິດຂອງ ຫວຽດນາມ ແລະ ໃຫ້ຂໍ້ສັງເກດຂອງນັກຊ່ຽວຊານ ໂດຍຖືວ່າ, ການຟື້ນຟູຄືນໃໝ່ແມ່ນຍ້ອນຄວາມຕ້ອງການຂອງໂລກໄດ້ຮັບການປັບປຸງ, ປະກອບສ່ວນຊຸກຍູ້ການສົ່ງອອກ. ໜັງສືພິມ Investing ໄດ້ຄັດສະເໜີການຕີລາຄາຂອງທ່ານ Frederic Neumann, ຫົວໜ້ານັກເສດຖະກິດກຸ່ມຄົ້ນຄວ້າເສດຖະກິດອາຊີ, ທະນາຄານ HSBC ໃຫ້ຮູ້ວ່າ: ເຖິງວ່າການສົ່ງອອກຂອງທົ່ວໂລກຫຼຸດລົງກໍ່ຕາມ, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງຍາດໄດ້ອັດຕາສວນຂອງຕະຫຼາດ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດ ຫວຽດນາມ ມີລັກສະນະແກ່ງແຍ້ງສູງ.

ເນື່ອງໃນໂອກາດນີ້, ສຳນັກຂ່າວສານ ຊິນຮວາ ຂອງ ຈີນ ກໍ່ໄດ້ຄັດສະເໜີບົດລາຍງານຂອງສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ+3 (AMRO) ເມື່ອອົງການດັ່ງກ່າວຍົກລະດັບຄາດຄະເນການເຕີບໂຕຂອງ ຫວຽດນາມໃນ ປີນີ້. ໃນຂະນະນັ້ນ, ໜັງສືພິມ Thestar ຂອງ ມາເລເຊຍ ໄດ້ເຕື້ອງເຖິງບົດລາຍງານຂອງທະນາຄານໂລກຫວ່າງມໍ່ໆມານີ້, ໃນນັ້ນໃຫ້ຂໍ້ສັງເກດວ່າ: ບັນດາບໍລິສັດປຸງແຕ່ງ, ຜະລິດຂອງ ຫວຽດນາມ ພວມຄ່ອຍໆກາຍເປັນໃຈກາງຂອງພື້ນຖານເສດຖະກິດເທື່ອລະກ້າວ.

ສ່ວນໜັງສືພິມ Fibre2fashion (ອາເມລິກາ) ກໍ່ໃຫ້ຄຳເຫັນວ່າ, ຄວາມດຶງດູດການລົງທຶນຂອງ ຫວຽດນາມ ຍັງແຂງແຮງຢູ່, ເມື່ອມີວິສາຫະກິດ ເອີລົບ ຫຼາຍແຫ່ງໄດ້ຈັດອັນດັບ ຫວຽດນາມ ເຂົ້າໃນບັນຊີລາຍຊື່ 10 ປະເທດຕ່າງປະເທດທີ່ມາລົງທຶນແຖວໜ້າຂອງເຂົາເຈົ້າ.

ຄຳຮຸ່ງ

ເຫດການ