ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ

10:09 | 06/12/2023

ຍສໝ - ຕາມ​ຜູ້ຕາງໜ້າຂອງ​ສຳ​ນັກ​ຂ່າວສານ ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 5 ທັນວາ, ຢູ່​ນະຄອນຫຼວງ​ ວຽງ​ຈັນ, ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ເຫວືອງດິງເຫ້ວ, ​ທ່ານເລຂາທິການ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ບຸ່ຍວັນເກື່ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​​ສະພາ​ແຫ່ງ​ຊາດລາວ ນາງ ປິ່ງຄຳ ລາຊະສິມມາ.

ຍົກສູງການຮ່ວມມືລະຫວ່າງ 3 ສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ຍົກສູງການຮ່ວມມືລະຫວ່າງ 3 ສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ
ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ

ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການສະ​ພາ​ແຫ່ງ​ຊາດ ບຸ່ຍ​ວັນ​ເກື່ອງ ໄດ້​ສະແດງຄວາມຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນສຸງຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ແຫ່ງ​ຊາດ 3 ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດນາມ (CLV) ດ້ວຍ​ລາຍການດຳເນີນງານທີ່ອຸດົມສົມບູນ, ແທດຈິງ, ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ບົດ​ບາດ, ຄວາມ​ຮັບຜິດຊອບ​ຂອງ​ສະພາ​ແຫ່ງ​ຊາດ 3 ປະ​ເທດ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 3 ຝ່າຍຢ່າງຈະແຈ້ງ.

ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ
ທ່ານ​ເລ​ຂາ​ທິ​ການ​​ສະ​ພາ​ແຫ່ງ​ຊາດ, ຫົວໜ້າຫ້ອງວ່າການ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ບຸ່ຍ​ວັນ​ເກື່ອງ ໄດ້​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ວຽກ​ງານ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມຂັ້ນສຸງຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ແຫ່ງ​ຊາດ 3 ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດນາມ.

ທ່ານ​ເລ​ຂາ​ທິ​ການ​ສະ​ພາ​ແຫ່ງ​ຊາດ ​ລາວ ນາງ ປິ່ງຄຳ ລາຊະສິມມາ ໄດ້​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການສະ​ພາ​ແຫ່ງ​ຊາດ, ຫົວໜ້າຫ້ອງວ່າການ​ສະ​ພາ​ແຫ່ງ​ຊາດ ພ້ອມກັບບັນດາສະມາຊິກຄະ​ນະ​ເລ​ຂາ​ທິການສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ກອງ​ປະ​ຊຸມຂັ້ນສູງ 3 ປະ​ເທດ CLV, ການຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການແບ່ງປັນ ແລະ ສະໜັບສະໜູນຂອງຄະນະເລຂາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຕໍ່ກັບຄະນະເລຂາທິການສະພາແຫ່ງຊາດລາວ ໃນຂະບວນການເສນາທິການ ແລະ ຮັບໃຊ້ສະພາແຫ່ງຊາດລາວ ໃນການກະກຽມຈັດກອງປະຊຸມຂັ້ນສູງຄັ້ງນີ້; ຫວັງ​ວ່າ​ຫ້ອງວ່າການ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຄະນະ​ເລຂາທີການ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ການ​ກະກຽມ​ຈັດ​ຕັ້ງ​ກອງ​ປະຊຸມສະມັດຊາໃຫຍ່​ລະຫວ່າງລັດຖະ​ສະພາບັນດາປະເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (AIPA) ຄັ້ງທີ 45 ​ໃນ​ປີ 2024, ຄົ້ນຄວ້າເປີດຫ້ອງຮຽນພາສາຫວຽດນາມ ຢູ່ ລາວ ແລະ ສືບຕໍ່ຊຸກຍູ້ການຮ່ວມມື, ສະໜັບສະໜູນລາວ ໃນວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນກ່ຽວກັບສະພາແຫ່ງຊາດ.

ທ່ານເລຂາທິການສະພາແຫ່ງຊາດ 2 ທ່ານ ສະແດງຄວາມປິຕິຊົມຊື່ນກ່ຽວກັບໝາກຜົນແຫ່ງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ແລະ ການພົວພັນຮ່ວມມືລະຫວ່າງຄະນະເລຂາທິການ ແລະ ຫ້ອງການສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມານີ້. ສອງຝ່າຍ ໄດ້ປະຕິບັດຢ່າງມີປະສິດທິຜົນບັນດາເນື້ອໃນຂອງສັນຍາຮ່ວມມືທີ່ໄດ້ລົງນາມລະຫວ່າງສະພາແຫ່ງຊາດ 2 ປະເທດ ແລະ ຄະນະເລຂາທິການ, ຫ້ອງວ່າການສະພາແຫ່ງຊາດຂອງ 2 ປະເທດໃນໄລຍະການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນປີ 2022 ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ.

ທ່ານ​ເລຂາທິການສະພາແຫ່ງຊາດ 2 ​ປະ​ເທດ ກໍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ຄະນະເລຂາທິການ, ຫ້ອງວ່າການ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ​ການ​ສົມທົບ​ກະກຽມ​ຈັດ​ຕັ້ງ​ກອງ​ປະຊຸມ​ສະມັດຊາໃຫຍ່ AIPA-45 ​ແລະ ກອງ​ປະຊຸມ, ​ແລກປ່ຽນ​ການ​ເຮັດ​ວຽກ​ລະຫວ່າງຄະນະ​ເລຂາທິການ, ຫ້ອງວ່າການ​ສະພາ​ແຫ່ງ​ຊາດຂອງ​ສອງ​ປະ​ເທດທີ່​ຈະ​ຈັດ​ຂຶ້ນ​ຢູ່​ລາວ​ ໃນ​ປີ 2024...; ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ ຄຽງ​ຄູ່​ກັບ​ເລື່ອງ​ສະພາ​ແຫ່ງ​ຊາດ​ຂອງ 3 ປະ​ເທດ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ຂັ້ນ​ສູງ, 3 ອົງການ​ເສນາທິການ, ຊ່ວຍວຽກໃຫ້​ສະພາ​ແຫ່ງ​ຊາດ​ຂອງ 3 ປະ​ເທດ​ ກໍ່​ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ແບ່ງປັນ​ປະສົບ​ການ​ໃນ​ການ​ດຳ​ເນີນ​ງານ ​ແລະ ສົມທົບ​ກັນເປັນເສນາທິການ ​ແລະ ຮັບ​ໃຊ້​ສະພາ​ແຫ່ງ​ຊາດ​ຂອງ 3 ປະ​ເທດ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຂອງ​ກອງ​ປະຊຸມຂັ້ນສຸງ CLV ຂອງ 3 ປະ​ເທດ​ຄັ້ງ​ທຳ​ອິດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 3 ປະ​ເທດໃນ​ໄລຍະ​ຈະ​ມາ​ເຖິງ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ສະ​ພາ​ແຫ່ງ​ຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ​ຍ​ວັນ​ເກື່ອງ ກໍ່ໄດ້​ມອບ​ຂອງ​ຂວັນ​ຂອງ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ໃຫ້​ແກ່​ສະ​ພາ​ແຫ່ງ​ຊາດ ລາວ.

ມິງດຶກ

ເຫດການ
302 Found

Found

The document has moved here.