ທ່າຝຣັ່ງ ວັງສີຄາມ ສະຖານທີ່ທ່ອງທ່ຽວ ຍອດນິຍົມຂອງ ແຂວງຄຳມ່ວນ

16:10 | 09/10/2023

ຍສໝ - ອີງຕາມຂໍ້ມູນຈາກ ຂະແໜງທ່ອງທ່ຽວ, ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່າຝຣັ່ງ ວັງສີຄາມ ເປັນສະຖານທີ່ ທ່ອງທ່ຽວ ແຫ່ງໜຶ່ງຂອງ ເມືອງທ່າແຂກ ທີ່ໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ

ຮ່າຕິ້ງ ແລະຄຳມ່ວນ ເພີ່ມທະວີການຮ່ວມມືຮອບດ້ານ ຮ່າຕິ້ງ ແລະຄຳມ່ວນ ເພີ່ມທະວີການຮ່ວມມືຮອບດ້ານ
ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ). ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ).

ທ່າຝຣັ່ງວັງສີຄາມ ແມ່ນວັງນໍ້າໜຶ່ງໃນສາຍນໍ້າໂດນ ນອນຢູ່ໃນເຂດບ້ານສອງຄອນ ກັບບ້ານທອກ, ຫ່າງຈາກຕົວເມືອງທ່າແຂກ ປະມານ 18 ກິໂລແມັດ, ທ່າຝຣັ່ງແມ່ນເອີ້ນ ຕາມຊາວບ້ານ ມາແຕ່ສະໄໝຝຣັ່ງ ມາປົກຄອງລາວ ເພາະວັງນໍ້າດັ່ງກ່າວ ຄົນຝຣັ່ງມັກພາຄອບຄົວ ໄປພັກຜ່ອນ ແລະ ອາບນໍ້າ ເຊິ່ງເປັນວັງນໍ້າເລິກ, ບາງບ່ອນກໍມີກ້ອນຫີນ ພົ້ນຂຶ້ນຈາກໜ້ານໍ້າ ທີ່ມີສີຟ້າໃສ. ໃນເວລາທີ່ກຳລັງມຸ່ງໜ້າ ໄປສູ່ວັງນໍ້າແຫ່ງນີ້, ຖ້າເຮົາເງີຍໜ້າຂຶ້ນຈະແນມເຫັນພູ 3 ໜ່ວຍ, ສອງໜ່ວຍຈະຢູ່ດ້ານຂ້າງ ແລະ ອີກໜຶ່ງໜ່ວຍຈະຢູ່ກາງ ໜຶ່ງໃນພູສາມໜ່ວຍນີ້ ມີໜ່ວຍໜຶ່ງຊື່ວ່າ ພູມ່ວງ (ເວລາຍ່າງເຂົ້າບ້ານທອກ ຢູ່ຟາກນໍ້າເບື້ອງຊ້າຍ) ໃນສະໄໝກ່ອນອາເມຣິກາ ເຄີຍໃຊ້ເປັນປ້ອມສອດແນມ ການເຄື່ອນຍ້າຍກຳລັງ ຂອງກອງ ທັບປະຊາຊົນລາວ ໂດຍສະເພາະ ການເຄື່ອນທັບເຂົ້າ ເພື່ອປົດປ່ອຍ ຕົວເມືອງທ່າແຂກ. ພູໜ່ວຍນີ້, ເມື່ອຂຶ້ນໄປແລ້ວຈະສາມາດ ແນມເຫັນຕົວເມືອງທ່າແຂກ ໄດ້ຢ່າງທົ່ວເຖິງ (ໃຊ້ເວລາຍ່າງຂຶ້ນ ປົກກະຕິ ປະມານ 4 ຊົ່ວໂມງ).

ທ່າຝຣັ່ງ ວັງສີຄາມ ສະຖານທີ່ທ່ອງທ່ຽວ ຍອດນິຍົມຂອງ ແຂວງຄຳມ່ວນ

ທ່າຝຣັ່ງ ວັງສີຄາມ ສະຖານທີ່ທ່ອງທ່ຽວ ຍອດນິຍົມຂອງ ແຂວງຄຳມ່ວນ

ທ່າຝຣັ່ງແຫ່ງນີ້ ແມ່ນໄດ້ຮັບການສຳປະທານ ເພື່ອພັດທະນາ ໂດຍແມ່ນບໍລິສັດ ເຄເຄ ພັດທະນາ ການທ່ອງທ່ຽວ ຈຳກັດ, ພາຍຫລັງທີ່ພັດທະນາແລ້ວ ໄດ້ເລີ່ມເປີດໃຫ້ບໍລິການ ຢ່າງເປັນທາງການ ໃນວັນທີ 18 ທັນວາ 2018 ເຊິ່ງໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ແວະມາຢ້ຽມຢາມສະຖານທີ່ແຫ່ງນີ້ ບໍ່ໄດ້ຂາດສາຍ ແລະ ເມື່ອບໍ່ດົນຜ່ານມານີ້ ບໍລິສັດ ເຄເຄ ພັດທະນາ ການທ່ອງທ່ຽວ ກໍໄດ້ເປີດແຫລ່ງທ່ອງທ່ຽວຖໍ້າຊຽງລຽບ ເຊິ່ງຢູ່ໃກ້ກັບ ທ່າຝຣັ່ງ ວັງສີຄາມ ພຽງແຕ່ 1 ກິ ໂລແມັດ (ຢູ່ຟາກທາງເຂົ້າ ທ່າຝຣັ່ງ ເບື້ອງຂວາມື) ເໝາະສຳລັບນັກທ່ອງທ່ຽວສາຍລຸຍ ກັບກິດຈະກຳ Zipline ບໍ່ວ່າຈະເປັນ: ການຍ່າງຂົວອູ່, ຂົວຂັ້ນໄດ, ຂົວຮູບໂຕ V, ການຖ່າຍຮູບຢູ່ຕາຂ່າຍແມງມຸມ, ຂີ່ສາຍສະລິງ, ດື່ມກາເຟ ຢູ່ຮ້ານເທິງຕົ້ນໄມ້ ແລະ ອື່ນໆ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.