ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ).

09:26 | 14/04/2023

ຍ​ສ​ໝ - ແຂວງ ກວ໋າງບິ່ງ ໜູນ​ຊ່ວຍ​ການ​ກໍ່ສ້າງ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນຕົ້ນ ເອກະພາບ, ຮັບ​ໃຊ້​ການສິດ​ສອນ​ໃຫ້​ນັກ​ຮຽນ​ແຂວງ ຄຳ​ມ່ວນ (ລາວ) ດ້ວຍ​ມູນ​ຄ່າ​ປະ​ມານ 25 ຕື້​ດົ່ງ.

ສ້ອມແປງ ປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ ສ້ອມແປງ ປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ
ADB ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 683 ລ້ານ USD ເພື່ອ​ສ້າງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ​ແຫ່ງ​ທຳ​ອິດ​ຢູ່ ລາວ ADB ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 683 ລ້ານ USD ເພື່ອ​ສ້າງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ​ແຫ່ງ​ທຳ​ອິດ​ຢູ່ ລາວ
ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ).
ພິ​ທີ​ວາງ​ສີ​ລະ​ລຶກ ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ເອ​ກະ​ພາບ (ພ​າບ: Conganquangbinh.gov.vn)

ຕອນ​ເຊົ້າ​ວັນ​ທີ 11 ​ເມສາ​ນີ້, ຄະນະ​ຜູ້​ແທນ​ແຂວງ​ກວາງ​ບິ່ງ ​ໄດ້​ເຂົ້າ​ຮ່ວມ​ພິທີວາງສີລາລຶກ​ໂຄງການ​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ເອ​ກະ​ພາບ ​ແຂວງ​ຄຳ​ມ່ວນ, ປະ​ເທດ​ລາວ.

ຕາມ​ການ​ສະ​ເໜີ​ຂອງ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂວງ ຄຳ​ມ່ວນ ​ກ່ຽວກັບການໜູນ​ຊ່ວຍ​ການ​ລົງທຶນ​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ການ​ຮ່ຳຮຽນ​ໃຫ້​ແກ່​ລູກ​ຫຼານ​ຊາວ​ຫວຽດນາມ ຢູ່​ແຂວງ ຄຳ​ມ່ວນ, ​ໂດຍ​ໄດ້​ຮັບ​ການ​ເປັນເອກະພາບຂອງ​ການ​ນຳ​ສອງ​ປະ​ເທດ, ​ແຂວງ​ກວາງ​ບິ່ງ ​ໄດ້​ຕົກລົງ​ໜູນ​ຊ່ວຍ​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ເອ​ກະ​ພາບ ​ໃຫ້​ສະມາຄົມ​ຊາວ​ຫວຽດນາມ ຢູ່​ແຂວງ​ຄຳ​ມ່ວນ.

ໂຄງການ​ມີ​ມູນ​ຄ່າ​ທັງ​ໝົດ 25 ຕື້​ດົ່ງ, ໂດຍ​ອອກ​ແບບ 3 ຊັ້ນ, ​ໃນ​ນັ້ນ​ມີ​ຫ້ອງ​ເຮັດ​ວຽກ​ຂອງ​ຄູ, ຫ້ອງ​ຮຽນ​ທິດ​ສະ​ດີ, ຫ້ອງ​ຮຽນ​ໜ່ວຍວິຊາ, ຫ້ອງ​ສະໝຸດ, ຫ້ອງ​ການ​ແພດ, ຫ້ອງ​ອຸປະກອນ​ການ​ສອນ... ​ໂຮງຮຽນ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນສຶກສາໃຫ້ແກ່ນັກຮຽນທີ່ເປັນລູກຫຼານຊາວຫວຽດນາມ ຢູ່ແຂວງຄໍາມ່ວນ ເທົ່າ​ນັ້ນ, ຫາກ​ຍັງສະ​ຫງວນ​ໃຫ້​ແກ່ນັກຮຽນທີ່ເປັນລູກຫຼານຊາວເຜົ່າລາວຢູ່ແຂວງ ຄໍາມ່ວນ ອີກ​ດ້ວຍ.

ຕາງໜ້າ​ໃຫ້​ຄະນະ​ພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ແຂວງ ຄຳ​ມ່ວນ, ສະຫາຍ ວັນ​ໄຊ ພົງ​ສະຫວັນ ​ເລ​ຂາ​ຄະນະພັກ, ເຈົ້າ​ແຂວງ​ຄຳ​ມ່ວນ ໄດ້​ຂອບ​ໃຈ​ຄວາມ​ເອົາ​ໃຈ​ໃສ່, ສະໜັບສະໜູນ​ຂອງ​ຄະນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ​ແລະ ປະຊາຊົນ​ແຂວງ ກວາງ​ບິ່ງ ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ວ່າ ເລື່ອງ​ແຂວງ​ກ໋​ວາງ​ນິງ ​ໜູນ​ຊ່ວຍ ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ​ ເອ​ກະ​ພາບ ຈະ​ປະກອບສ່ວນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແຂວງ ຄຳ​ມ່ວນ ​ໃນ​ອະນາຄົດ, ​ແມ່ນ​ສັນຍາ​ລັກ​ແຫ່ງ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ ແຂວງ ກວາງ​ບິ່ງ ​ແລະ ​ແຂວງ​ ຄຳ​ມ່ວນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.