ດ່ານັ່ງ ຂົນຂວາຍການຊ່ວຍເຫຼືອອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກວ່າ 246 ຕື້ດົ່ງ

02:02 | 12/10/2023

ຍສໝ - ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ວຽກ​ງານອົງການບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ​ປີ 2023 ​ໂດຍພະແນກ​ການ​ຕ່າງປະ​ເທດ​ນະຄອນ​ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ກັນຍາ​, ​ໄລຍະ 2019 - 2022, ນະຄອນ​ດ່າ​ນັ່ງ​ ໄດ້​ຂົນຂວາຍ ​ແລະ ຮັບບ້ວງ​ເງິນ​​ຊ່ວຍ​ເຫຼືອ 191 ບ້ວງຈາກບັນດາ​ອົງການ​ບໍ່ຂຶ້ນກັບລັດຖະບານຕ່າງປະ​ເທດ ດ້ວຍ​ຍອດ​ຈຳນວນ​ງົບປະມານ​ທີ່​ໝັ້ນ​ໝາຍ​ແມ່ນ 384,1 ຕື້​ດົ່ງ ​ແລະ ​ໄດ້​ເບີກຈ່າຍ 246,2 ຕື້​ດົ່ງ, ບັນລຸ 65%.

ວຽກງານບໍ່ຂຶ້ນລັດຖະບານໃຫ້ຄຳໝັ້ນສັນຍາອຸປະຖຳມີມູນຄ່າກວ່າ 88 ຕື້ດົ່ງ ວຽກງານບໍ່ຂຶ້ນລັດຖະບານໃຫ້ຄຳໝັ້ນສັນຍາອຸປະຖຳມີມູນຄ່າກວ່າ 88 ຕື້ດົ່ງ
UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານຜູ້ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ກີ່ມິນ ​ໄດ້​ຮອງຮັບ ​ແລະ ຕີ​ລາຄາ​ສູງ​ບັນດາ​ໝາກຜົນວຽກງານ​ຂົນຂວາຍ, ຮັບເອົາ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ບໍ່ຂຶ້ນກັບລັດຖະບານຕ່າງປະ​ເທດ. ການ​ນຳ​ນະຄອນ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ​ກັບ​ນະຄອນ​ດ່າ​ນັ່ງ. ດ້ວຍ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ​ເດັກນ້ອຍ​ທຸກ​ຍາກ​ ກໍ່ໄດ້​ຮັບ​ການປົວແປງເປັນພໍສົມຄວນ. ນີ້​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຫຼ່ງກຳລັງ​ສຳຄັນ​ປະກອບສ່ວນ​ກໍ່ສ້າງ ​ແລະ ພັດທະນາ​ຕົວ​ເມືອງ.

ດ່ານັ່ງ ຂົນຂວາຍການຊ່ວຍເຫຼືອອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກວ່າ 246 ຕື້ດົ່ງ
ບັນດາ​ອົງການບໍ່ຂຶ້ນກັບລັດຖະບານຕ່າງປະ​ເທດ​ປະຕິບັດ​ຫຼາຍ​ໂຄງການ​ໜູນ​ຊ່ວຍ​ການ​ພັດທະນາ ​ແລະ ໜູນ​ຊ່ວຍ​ມະນຸດສະທຳ​ຢູ່ ຫວຽດນາມ

ຕາມບົດ​ລາຍ​ງານ​ແລ້ວ, ​ໄລຍະ 2019-2022, ນະຄອນ ດ່າ​ນັ່ງ ​ໄດ້​ຂົນຂວາຍ ​ແລະ ​ໄດ້​ຮັບ​ບ້ວງ​ເງິນ​ຊ່ວຍ​ເຫຼືອ 191 ​ບ້ວງ ດ້ວຍ​ຍອດ​ຈຳນວນ​ງົບປະມານ 384,1 ຕື້​ດົ່ງ, ບ້ວງ​ເງິນ​ໜູນ​ຊ່ວຍທີ່ເບີກຈ່າຍ​ແລ້ວ 246,2 ຕື້​ດົ່ງ, ບັນລຸ 65%. ​ໃນ 8 ​ເດືອນ​ຕົ້ນ​ປີ 2023, ນະຄອນ ດ່າ​ນັ່ງ ​ໄດ້ຂົນຂວາຍ ​ແລະ ​ໄດ້​ຮັບ​ບ້ວງຊ່ວຍ​ເຫຼືອ 26 ບ້ວງ ດ້ວຍ​ຍອດ​ຈຳນວນ​ເງິນ​ທີ່ໃຫ້ຄຳ​ໝັ້ນສັນຍາ​ກ່ວາ 181 ຕື້​ດົ່ງ.

ໄລຍະ 2023-2025, ນະຄອນ ດ່ານັ່ງ ສືບຕໍ່ລະດົມບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃຫ້ການໜູນຊ່ວຍໃນຫຼາຍຂົງເຂດບຸລິມະສິດຄື: ສາທາລະນະສຸກ; ການສຶກສາ; ການບຳລຸງສ້າງ, ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ ແລະ​ ການ​ຊີ້​ນໍາ​ການ​ເຮັດ​ວຽກ​; ແກ້ໄຂບັນຫາສັງຄົມ; ສິ່ງ​ແວດ​ລ້ອມ, ການຮັບມື​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ປ້ອງ​ກັນ ແລະ ຫຼຸດ​ຜ່ອນ​ໄພ​ທຳ​ມະ​ຊາດ; ກະສິກຳ, ປ່າໄມ້, ການປະມົງ ແລະ ການພັດທະນາຊົນນະບົດ; ວິ​ທະ​ຍາ​ສາດ​ ແລະ​ ເຕັກ​ໂນ​ໂລ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.