ວຽກງານບໍ່ຂຶ້ນລັດຖະບານໃຫ້ຄຳໝັ້ນສັນຍາອຸປະຖຳມີມູນຄ່າກວ່າ 88 ຕື້ດົ່ງ

07:55 | 05/10/2023

ຍສໝ - ວັນ​ທີ 3 ຕຸລາ​ນີ້, ຄະນະ​ປະຈຳສະຫະພັນ​ບັນດາອົງການມິດຕະພາບ​ແຂວງ ດົ່ງນາຍ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 16 (​​ຊຸດ​ທີ 2) ​ເພື່ອ​ຕີ​ລາຄາ​ໝາກຜົນ 9 ​ເດືອນ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ 3 ​ເດືອນ​ທ້າຍ​ປີ 2023.

88 ປະເທດ ແລະ ເຂດແຄວ້ນ ລົງທຶນເຂົ້າໃນ ຫວຽດນາມ ໃນ 7 ເດືອນຕົ້ນປີ 2022 88 ປະເທດ ແລະ ເຂດແຄວ້ນ ລົງທຶນເຂົ້າໃນ ຫວຽດນາມ ໃນ 7 ເດືອນຕົ້ນປີ 2022
UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ

ຕາມ​ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ດົ່ງນາຍ ຫງວຽນ​ແທ່ງ​ຈິ໋ ​ແລ້ວ, ​ໃນ 9 ​ເດືອນ​ຕົ້ນ​ປີ 2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ໄດ້​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​ຢ່າງ​ມີ​ປະສິດທິ​ຜົນ​ຄື: ຈັດ​ຕັ້ງ​ໄດ້ຫຼາຍເຫດການ​ພົວພັນ​ຕ່າງປະ​ເທດ​ກັບ​ບັນດາ​ຄູ່​ຮ່ວມ​ມື; ວຽກ​ງານ​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ​​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຜັນຂະຫຍາຍ​ຢ່າງ​ຕັ້ງ​ໜ້າ, ເປັນເຈົ້າການ, ໄດ້ຈັດຕັ້ງທີ່ການແຂ່ງຂັນ​ຊອກ​ຮູ້​ວຽກ​ງານ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ, ເຊິ່ງດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ...

ວຽກງານບໍ່ຂຶ້ນລັດຖະບານໃຫ້ຄຳໝັ້ນສັນຍາອຸປະຖຳມີມູນຄ່າກວ່າ 88 ຕື້ດົ່ງ
ບັນດາຜູ້ແທນໄດ້ສົນທະນາທີ່ຢູ່ກອງປະຊຸມ

ພິ​ເສດ, ວຽກ​ງານ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຂອງ​ຕ່າງ​ປະ​ເທດ ​ບັນ​ລຸ​ຍອດມູນຄ່າ​ໃຫ້ຄຳໝັ້ນສັນຍາ​ອຸ​ປະ​ຖຳ​ລວມກວ່າ 88 ຕື້​ດົ່ງ (ເພີ່ມ​ຂຶ້ນ​ປະ​ມານ 16,6 ຕື້​ດົ່ງ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2022).

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ສະ​ເໜີ 19 ໜ້າ​ທີ່ ​ແລະ ວຽກ​ງານ​ທີ່​​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່​ນີ້​ຮອດ​ທ້າຍ​ປີ. ​ໃນ​ນັ້ນ ຈະຈັດຕັ້ງ ''ຈັງຫວະທຳນອງ​ມິດຕະພາບ​''; ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ ​ແລະ ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ດົ່ງ​ນາຍ; ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 2 ສະ​ມາ​ຄົມ​ມິດ​ຕະ​ພາບຫວຽດ​ນາມ - ຈີນ, ຫວຽດ​ນາມ - ຝ​ຣັ່ງ ແລະ ຫວຽດ​ນາມ - ​ອາ​ເມ​ລິ​ກາ… ຂອງແຂວງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.