ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ)

15:12 | 03/10/2023

ຍສໝ - ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ​ແຕ່​ວັນ​ທີ 29 – 30 ກັນຍາ, ຄະນະ​ຜູ້​ແທນ​ນາຍ​ພົນ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ພວມ​ຝຶກ​ອົບຮົມ​ທັກ​ສະ​ການ​ຂ່າວ​ຢູ່​ຫວຽດນາມ ນຳ​ໂດຍ​ທ່ານ​ພົນ​ໂທ ​ຄອນ​ສະຫວັນ ​ໄຊ​ຍະ​ລາດ (​ຂອນ. - ສະຫວັນ ໄຊຍະລາດ, ຮອງບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນລາວ, ທັງເປັນຫົວໜ້າຄະນະ, ໄດ້ລົງຢ້ຽມຢາມ ແລະ ແລກປ່ຽນບົດຮຽນວຽກງານວິຊາສະເພາະກັບພະນັກງານ-ນັກຮົບ, ນັກຂ່າວໜັງສືພິມທະຫານເຂດ 1.

ສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດກໍາປູເຈຍ, ລາວ, ຫວຽດນາມ ສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດກໍາປູເຈຍ, ລາວ, ຫວຽດນາມ
ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ: ຫວຽດນາມ ຈະປະກອບສ່ວນ​ຮັບປະກັນ​ສິດທິມະນຸດ​ໃນ​ພາກພື້ນ ​ແລະ ສາກົນ​ໃຫ້​ດີ​ກວ່າເກົ່າ ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ: ຫວຽດນາມ ຈະປະກອບສ່ວນ​ຮັບປະກັນ​ສິດທິມະນຸດ​ໃນ​ພາກພື້ນ ​ແລະ ສາກົນ​ໃຫ້​ດີ​ກວ່າເກົ່າ

ໃນວັນທີ 29 ກັນຍາ, ສະຫາຍພັນເອກພິເສດ ໂງແອັງທູ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ແລະສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າ ບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ນໍາໜ້າຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ໄປຢ້ຽມຢາມ ແລະເຮັດວຽກທີ່ກອງບັນຊາການທະຫານແຂວງ ທ໊າຍງວຽນ ເນື່ອງໃນໂອກາດທີ່ຄະນະມາເຂົ້າຮ່ວມຊຸດອົບຮົມກ່ຽວກັບວຽກງານສື່ມວນຊົນ ຢູ່ຫວຽດນາມ.

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍພັນເອກພິເສດ ຟານກວຽດຖັ໊ງ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ທ໊າຍງວຽນ ໃຫ້ຮູ້ວ່າ: ກອງບັນຊາການທະຫານແຂວງທ໊າຍງວຽນ ມີຄວາມດີໃຈທີ່ໄດ້ຕ້ອນຮັບພະນັກງານໜັງສືພິມກອງທັບປະຊາຊົນລາວ ມາຢ້ຽມຢາມ, ແລກປ່ຽນບົດຮຽນປະສົບການ ກ່ຽວກັບວຽກງານກໍ່ສ້າງອົງຄະນະພັກ ຂອງກອງບັນຊາການທະຫານແຂວງ ທ໊າຍງວຽນ.

ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ)

ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານແຂວງທ໊າຍງວຽນ

ໃນເວລາຢ້ຽມຢາມ, ແລກປ່ຽນບົດຮຽນປະສົບການຢູ່ກອງບັນຊາການທະຫານແຂວງ ທ໊າຍງວຽນ, ສະຫາຍພັນເອກພິເສດ ຟານກວຽດຖັ໊ງ ຫວັງວ່າ ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຈະໄດ້ຮັບເອົາຄວາມຮູ້ ແລະປະສົບການທີ່ເປັນປະໂຫຍດ ແລະມີຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ ແລະຊາວຫວຽດນາມ.ຕາງໜ້າໃຫ້ຄະນະ, ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ, ແລກປ່ຽນປະສົບການ ແລະສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ຮອບຄອບຖີ່ຖ້ວນຂອງການນຳກອງບັນຊາການທະຫານແຂວງ ທ໊າຍງວຽນ ແລະບັນດາອົງການ, ກົມກອງ; ພ້ອມທັງເນັ້ນໜັກວ່າ ການຢ້ຽມຢາມ ແລະການມາທັດສະນະສຶກສາຄັ້ງນີ້ ສະແດງໃຫ້ເຫັນນ້ຳໃຈສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ, ປະກອບສ່ວນຮັດແໜ້ນສາຍພົວພັນອັນສະໜິດສະໜົມລະຫວ່າງສອງປະເທດຫວຽດນາມ - ລາວ.

ຕອນບ່າຍວັນດຽວກັນ, ຄະນະຍັງໄດ້ມີການເຄື່ອນໄຫວແລກປ່ຽນບົດຮຽນກ່ຽວກັບວຽກງານໂຄສະນາ ກັບໜັງສືພິມທະຫານເຂດ 1, ທີ່ການເຮັດວຽກ, ສະຫາຍພັນເອກພິເສດ ໂງຮົ່ງຖ໊າຍ, ຮອງຫົວໜ້າຫ້ອງການເມືອງທະຫານເຂດ 1 ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບຈຸດພົ້ນເດັ່ນດ້ານປະຫວັດສາດ, ພາລະໜ້າທີ່ ແລະແລກປ່ຽນບົດຮຽນໃນວຽກງານໂຄສະນາຂອງໜັງສືພິມທະຫານເຂດ 1.

ສ່ວນສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ແບ່ງປັນວ່າ: ການຢ້ຽມຢາມ ແລະຊອກຮູ້ພຶດຕິກຳຕົວຈິງກັບໜັງສືພິມທະຫານເຂດ 1 ແມ່ນເພື່ອແນໃສ່ແລກປ່ຽນບົດຮຽນປະສົບການໃນການຜັນຂະຫຍາຍມາດຕະການໂຄສະນາເຜີຍແຜ່ລະຫວ່າງສອງອົງການສື່ມວນຊົນຂອງກອງທັບສອງປະເທດ ໃຫ້ນັບມື້ນັບມີປະສິດທິຜົນ, ປະກອບສ່ວນເສີມຂະຫຍາຍ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.