ປະຕິບັດໂຄງການທາງລົດໄຟ ລາວ-ຫວຽດນາມ ຢ່າງແທ້ຈິງ

15:47 | 30/10/2023

ຍສໝ - ​ໂຄງການ​ທາງ​ລົດ​ໄຟ ລາວ-ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຂອງ​ລັດຖະບານ ຫວຽດນາມ ​ແລະ ລາວ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ວິວັດ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ ​ແລະ ລັດ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ.

ເລີ່ມ​ເຄື່ອນ​ໄຫວ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແຊ່​ເຢັນຈາກ​ຈີນ ໄປ​ຍັງ​ຫວຽດ​ນາມ ແລະລາວ ເລີ່ມ​ເຄື່ອນ​ໄຫວ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແຊ່​ເຢັນຈາກ​ຈີນ ໄປ​ຍັງ​ຫວຽດ​ນາມ ແລະລາວ
ລົດແທັກຊີໄຟຟ້າຫວຽດນາມ ເຂົ້າສູ່ຕະຫຼາດລາວ ລົດແທັກຊີໄຟຟ້າຫວຽດນາມ ເຂົ້າສູ່ຕະຫຼາດລາວ

ເສັ້ນທາງລົດໄຟ ລາວ-ຫວຽດນາມ ເຊື່ອມຕໍ່ລະຫວ່າງອາຊຽນ ຈາກພາກກາງຂອງ ສປປ ລາວ ໃນແຂວງຄໍາມ່ວນຂ້າມຊາຍແດນ ລາວ-ຫວຽດນາມ ເຖິງທະເລນໍ້າເລິກ ຫວູງອ໊າງຂອງ ສສ ຫວຽວນາມ ໄກ້ຈະເປັນຄວາມເປັນຈິງ, ເມື່ອກະຊວງຄົມມະນາຄົມຂົນ ສົ່ງຫວຽດນາມ ໄດ້ຕົກລົງເຫັນດີໃຫ້ ບໍລິສັດຮ່ວມທຸລະກິດລະຫວ່າງ ບໍລິສັດການຄ້ານໍ້າມັນອາຍແກັສລາວ ແລະ ບໍລິສັດຫຸ້ນສ່ວນແດວກ໋າເປັນຜູ້ລົງທຶນສະເໜີໂຄງການສ້າງບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການທາງລົດໄຟ ຫວູງອ໊າງ-ເຕິນເອີບ-ໝູ໊ຢາ ຕາມແບບວິທີຄູ່ຮ່ວມມືພາກລັດ-ເອກະຊົນ (PPP).ຖ້າເປັນໄປຕາມແຜນຮ່ວມມື ລະຫວ່າງສອງຊາດລາວ-ຫວຽດ ນາມຈະເຮັດໃຫ້ ສປປ ລາວ ມີເສັ້ນ ທາງລົດໄຟຂ້າມແດນ ຫລື ເອີ້ນວ່າເສັ້ນທາງລົດນາໆຊາດເປັນສາຍທີ 2 ຖັດຈາກໂຄງການເສັ້ນທາງລົດໄຟລາວ- ຈີນ ທີ່ຂຶ້ນຊື່ວ່າເສ້ັນທາງລົດໄຟຕົວແບບທີ່ດີໃນອາຊຽນ ພາຍຫລັງເປີດໃຫ້ບໍລິການໃນທ້າຍ ປີ 2021 ຜ່ານມາ.

ປະຕິບັດໂຄງການທາງລົດໄຟ ລາວ-ຫວຽດນາມ ຢ່າງແທ້ຈິງ

ລາວສົ່ງເສີມການກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ

ສໍາລັບໂຄງການທາງລົດໄຟ ຫວູງອ໊າງ-ເຕິນເອີບ-ໝູ໊ຢາ ຕາມແບບວິທີຄູ່ຮ່ວມມືພາກລັດ-ເອກະຊົນ (PPP)ແມ່ນເປັນອີກໂຄງການໜຶ່ງທີ່ໜ້າສົນໃຈ ເຊິ່ງຜູ້ຂຽນເອງກໍຕັ້ງຕາລໍຄອຍ ແລະ ໄດ້ອ່ານຂ່າວມາເກືອບຫລາຍປີແລ້ວຖ້າຫາກເປັນຄື ແຫລ່ງຂ່າວສື່ຕ່າງ ປະເທດອ້າງວ່າ ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ໄດ້ຕົກລົງເຫັນດີໃຫ້ບໍລິສັດ ຮ່ວມທຸລະກິດລະຫວ່າງ ບໍລິສັດ ການຄ້ານໍ້າມັນອາຍແກັສລາວ ແລະ ບໍລິສັດຫຸ້ນສ່ວນແດວກ໋າ ເປັນຜູ້ລົງທຶນ ແລະ ນັກລົງທຶນຮັບຜິດຊອບໜ້າ ທີ່ຈັດຕັ້ງການສ້າງບົດລາຍ ງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການທາງລົດໄຟ ຫວູງອ໊າງ-ເຕິນເອີບ- ໝູ໊ຢາ ຕາມແບບວິທີ PPP, ຍື່ນສະເໜີເພື່ອປະເມີນ ແລະ ເຊັນອະນຸມັດແຜນນະໂຍບາຍລົງທຶນໃຫ້ໂຄງການຕາມຂໍ້ກໍານົດ ແລະ ກົດໝາຍ. ກະຊວງຄົມມະນາຄົມຂົນສົ່ງ ເນັ້ນໜັກວ່າ ເລື່ອງສ້າງ, ປະເມີນ ແລະ ອະນຸມັດຜ່ານບົດລາຍງານ ຄົ້ນຄວ້າຄວາມເປັນໄປໄດ້, ການປະມູນເພື່ອຄັດເລືອກນັກລົງທຶນແມ່ນ ໄດ້ດໍາເນີນໄປຖືກຕາມຂໍ້ກໍານົດ ຂອງກົດໝາຍວ່າດ້ວຍການປະມູນ, ກົດໝາຍວ່າດ້ວຍການລົງທຶນຕາມແບບວິທີ PPP ແລະ ຕາມ ການກໍານົດຂອງກົດໝາຍອື່ນໆທີ່ກ່ຽວຂ້ອງ. ໂຄງການກໍ່ສ້າງທາງລົດໄຟ ຫວູງອ໊າງ-ເຕິນເອີບ-ໝູ໊ຢາ ຂຶ້ນກັບເສັ້ນທາງລົດໄຟ ວຽງຈັນ (ລາວ)- ຫວູງອ໊າງ ນອນໃນແຜນຜັງເຄືອຂ່າຍລົດໄຟໄລຍະ 2021- 2030, ວິໄສທັດຮອດປີ 2050 ໄດ້ອະນຸມັດ ຜ່ານ ຕາມຂໍ້ຕົກລົງເລກທີ 1769/QD-TTg ລົງວັນທີ 19 ຕຸລາ 2021 ຂອງນາຍົກລັດຖະມົນຕີ. ນີ້ແມ່ນໂຄງການສຳຄັນໃນຂອບເຂດໂຄງການສັງລວມທາງລົດໄຟ ຫວຽດນາມ-ລາວ, ແມ່ນໜຶ່ງໃນບັນດາບຸລິມະສິດຂອງລັດຖະບານສອງປະເທດຫວຽດນາມ - ລາວ ເຊິ່ງ ໄດ້ສະແດງອອກເພື່ອນໍາໄປຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ ລະຫວ່າງສອງພັກ, ສອງລັດກ່ຽວກັບການພັດທະນາເສດຖະກິດ ແລະ ພັດທະນາພື້ນຖານໂຄງລ່າງ. ເສັ້ນທາງລົດໄຟຫວຽດນາມ- ລາວ, ຕອນຫວູງອ໊າງ-ເຕິນເອີບ- ໝູ໊ຢາ ມີຄວາມຍາວທັງໝົດ 103ກິໂລແມັດ, ດ້ວຍເງິນລົງທຶນທັງໝົດ ປະມານ 27.485 ຕື້ດົ່ງ.

ປະຕິບັດໂຄງການທາງລົດໄຟ ລາວ-ຫວຽດນາມ ຢ່າງແທ້ຈິງ

ບໍລິສັດການຄ້ານ້ຳມັນເຊື້ອໄຟ ລາວ ຮ່ວມມືກັບກຸ່ມວິສະວະກຳ ຢູຊິນ ແລະ ທາງລົດໄຟແຫ່ງຊາດ

ການກໍ່ ສ້າງທາງລົດໄຟລາວ-ຫວຽດນາມ ຈາກເມືອງທ່າແຂກ ໄປທ່າເຮືອ ຫວູງ ອ໊າງຂອງ ປະເທດຫວຽດ ນາມ ດ້ວຍຄວາມຍາວ 250 ກິໂລແມັດ ແລະ ມູນຄ່າການລົງທຶນກວ່າ 2 ຕື້ໂດລາ ຄາດວ່າຈະກໍ່ສ້າງສຳເລັດ ແລະ ໃຫ້ບໍລິການໃນປີ 2028. ເມື່ອບໍ່ດົນມານີ້, ບໍລິສັດປີໂຕຣລ້ຽມ ເທຣດດິ້ງລາວມະຫາຊົນ ໄດ້ຮ່ວມກັບ ບໍລິສັດ ຢູຊິງ ເອັນຈ ເນຍຣິ້ງ ຄໍເປີເຣຊັ່ນ (Yooshin Engineering Corporation) ແລະ ລັດວິສາຫະກິດລົດໄຟ ສ. ເກົາຫລີ ໄດ້ຈັດພິທີເຊັນສັນຍາການສໍາຫລວດ ແລະ ອອກແບບລະອຽດ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ ໂດຍມີບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ, ໂດຍການກໍ່ສ້າງຂອງໂຄງການດັ່ງກ່າວຈະແບ່ງອອກເປັນ 2 ໄລຍະຄື ໄລຍະທີ 1 ຈາກ ເມືອງທ່າແຂກ ແຂວງຄຳມ່ວນ ໄປຫາຊາຍແດນ ລາວ-ຫວຽດນາມ ແລະ ໄລຍະທີ 2 ຈາກຊາຍແດນ ລາວ-ຫວຽດນາມ ເຂົ້າໄປຫາທ່າເຮືອ ຫວູງອ໊າງ ປະເທດຫວຽດນາມ ລວມຄວາມຍາວທັງໝົດທັງ 2 ໄລຍະແມ່ນປະມານ 250 ກິໂລແມັດເຊິ່ງຄາດວ່າ ຈະເລີ່ມລົງມືກໍ່ສ້າງ ໃນທ້າຍປີ 2024 ແລະ ໃຫ້ສຳເລັດພ້ອມບໍລິການໃນປີ 2028. ທ່ານ ຈັນທອນ ສິດທິໄຊ ປະທານ ສະພາບໍລິຫານບໍລິສັດປີໂຕຣລຽມ ເທຣດດິ້ງລາວ ມະຫາຊົນກ່າວວ່າ: “ໂຄງການດັ່ງກ່າວຖືເປັນອີກຄວາມຫວັງໜຶ່ງຂອງຄົນລາວ ໃນການ ສ້າງໂຄງຮ່າງພື້ນຖານ ທີ່ສຳຄັນ ນຳ ໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຍົກສູງຄວາມສຳເລັດ ຂອງທັງ 2 ພັກ 2 ລັດ 2 ຊາດ ລາວ- ຫວຽດນາມ”. ໂຄງການທາງລົດໄຟ ລາວ-ຫວຽດນາມ ແມ່ນໜຶ່ງໃນໂຄງການທີ່ນອນຢູ່ໃນຍຸດທະສາດ ຂອງລັດຖະບານ ວ່າດ້ວຍການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີທາງ ອອກສູ່ທະເລ ໃຫ້ເປັນປະເທດທ່ີ ເຊື່ອມໂຍງເຊື່ອມຈອດການຂົນສົ່ງ.ເຖິງແນວໃດກໍດີ ເສັ້ນທາງລົດ ລາວ-ຫວຽດນາມ ຈະກາຍເປັນ ເສັ້ນທາງລົດໄຟເຊື່ອມໂຍງເຊື່ອມ ຈອດກັບນາໆຊາດສາຍທີ 2 ຮອງ ຈາກໂຄງ ການລົດໄຟລາວ-ຈີນ ເຊິ່ງໄດ້ວາງເປົ້າໝາຍໄວ້ວ່າ: ຈະເປັນເສັ້ນທາງເຊື່ອມໂຍງເຊື່ອມ ຈອດກັນລະຫວ່າງລາວ, ໄທ, ກໍາປູ ເຈຍ, ມາເລເຊຍ, ສິງກະໂປ, ສປ ຈີນ ແລະ ອອກສູ່ພາກພື້ນ-ສາກົນ ຄ້າຍໆກັບເສັ້ນທາງລົດໄຟລາວ- ຈີນ ແຕ່ຄວາມໄດ້ປຽບ ແລະ ຂໍ້ສະ ດວກອາດແຕກຕ່າງກັນ ລວມທັງ ເຕັກນິກ, ເຕັກໂນໂລຊີ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.