ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ: ຫວຽດນາມ ຈະປະກອບສ່ວນ​ຮັບປະກັນ​ສິດທິມະນຸດ​ໃນ​ພາກພື້ນ ​ແລະ ສາກົນ​ໃຫ້​ດີ​ກວ່າເກົ່າ

16:25 | 19/10/2022

ໂດຍສະແດງຄວາມຊົມເຊີຍ ຫວຽດນາມ ທີ່ໄດ້ຮັບການເລືອກຕັ້ງເຂົ້າສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025, ທ່ານ ແສງເພັດ ຮຸ່ງບຸນຢວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ໃຫ້ສໍາພາດກັບວາລະສານ ຍຸກສະໄໝ ເຊິ່ງໃຫ້ຮູ້ວ່າ: ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ສະແດງຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນການຮັບປະກັນສິດທິມະນຸດໃນພາກພື້ນ ແລະ ສາກົນ.

ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ
ງານວາງສະແດງວິຈິດສິນ ພາກພື້ນ V - ເຂດໃຕ້ຂອງພາກກາງ ແລະ ໄຕຫງວຽນ ຄັ້ງທີ 27 ໃນປີ 2022 ງານວາງສະແດງວິຈິດສິນ ພາກພື້ນ V - ເຂດໃຕ້ຂອງພາກກາງ ແລະ ໄຕຫງວຽນ ຄັ້ງທີ 27 ໃນປີ 2022

ຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ວັນ​ທີ 11 ຕຸລາ 2022, ຫວຽດ​ນາມ ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​ ອາຍຸການ 2023-2025, ທ່ານ​ຕີ​ລາ​ຄາ​ແນວ​ໃດກ່ຽວກັບ​ໝາກຜົນ​ດັ່ງ​ກ່າວ​?

- ຂ້າພະ​ເຈົ້າສະແດງຄວາມ​ຂໍ​ຊົມ​ເຊີຍ ຫວຽດນາມ ​ທີ່ໄດ້​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ ອາຍຸການ 2023-2025. ເຫດການນີ້ບໍ່ພຽງແຕ່ເປັນຂ່າວດີສໍາລັບຫວຽດນາມເທົ່ານັ້ນ, ຫາກຍັງເປັນຂ່າວດີ ແລະ ຄວາມພາກພູມໃຈຂອງອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.

ການ​ທີ່ ຫວຽດ​ນາມ ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​ ໄດ້ຢືນຢັນ​ວ່າ ປະຊາ​ຄົມ​ສາກົນ​ໄດ້​ຮັບ​ຮູ້​ບັນດາ​ນະ​ໂຍບາຍ, ຄວາມ​ມານະ​ພະຍາຍາມ ​ແລະ ບັນດາ​ຜົນງານ​ຂອງ ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ພາຍໃນປະ​ເທດ ກໍ່ຄື​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າຂອງ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ສາກົນ ເຊັ່ນ​ຢູ່​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ (AICHR) ຫຼື​ ໃນ​ອາຍຸການທີ່​​ເປັນ​ສະມາຊິກ​ບໍ່​ປະຈຳ​ການ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ອົງການ​ສະຫະ​ປະຊາ​ຊາດ​ ອາຍຸການ 2020-2021.

ການ​ທີ່ ຫວຽດນາມ ​ໄດ້​ຮັບ​ເລືອກ​​ເຂົ້າ​ບັນດາ​ອົງການ​ສຳຄັນ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ ​ແລະ ອິດທິພົນຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ທີ່ພວມເພີ່ມ​ຂຶ້ນ. ສຽງ​ເວົ້າຂອງ​ຫວຽດ​ນາມ ກໍ່ຕາງໜ້າ​ໃຫ້ແກ່​​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ໄດ້​ປະ​ກອບ​ສ່ວນ ແລະ​ ສະ​ແດງອອກ​ບົດ​ບາດ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ ຢ່າງບໍ່ຢຸດຢັ້ງ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ: ຫວຽດນາມ ຈະປະກອບສ່ວນ​ຮັບປະກັນ​ສິດທິມະນຸດ​ໃນ​ພາກພື້ນ ​ແລະ ສາກົນ​ໃຫ້​ດີ​ກວ່າເກົ່າ
ທ່ານ ແສງເພັດ ຮຸ່ງບຸນຢວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ເພື່ອ​ປະຕິບັດ​ບົດບາດ​ຂອງ​ຕົນ​​ຢູ່ ສປຊ ໃຫ້​ເປັນຢ່າງ​ດີ, ຫວຽດນາມ ຄວນ​ເຮັດ​ແນວ​ໃດ ​ແລະ ຄວນ​ສຸມ​ໃສ່​ເຂົ້າໃນບັນດາ​ບັນຫາ​ໃດ​ແດ່?

- ສະ​ພາບ​ການ​ຫຼັງ Covid-19, ສະ​ຖາ​ນະ​ການ​ໂລກ​ທີ່​ມີຄວາມສັບ​ສົນ, ​ຄາດ​ເດົາ​ໄດ້ຍາກ ​ແລະ​ ບັນດາວິ​ກິດ​ການ​ສະ​ບຽງ​ອາ​ຫານ, ວິ​ກິດ​ການ​ພະ​ລັງ​ງານ ​ແລະ ​ອື່ນໆ​ ຈະ​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ຕໍ່ການ​ຊຸກຍູ້​ສິດ​ທິ​ມະ​ນຸດ​ໃນອາຍຸການເປັນ​ສະ​ມາ​ຊິກ​ສະ​ພາ​ສິດທິມະນຸດ ສປຊ ​ຂອງ​ຫວຽດ​ນາມ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າ​ຄິດ​ວ່າ ຫວຽດນາມ ມີ​ທ່າ​ໄດ້​ປຽບຫຼາຍ​ກວ່າ​ສິ່ງ​ທ້າ​ທາຍ. ກ່ອນ​ອື່ນ​ໝົດ, ສຽງເວົ້າຂອງ​ປະ​ເທດໜຶ່ງ​ທີ່ເຄີຍ​ຜ່ານຜ່າ​ສົງຄາມ ​ແລະ ປະຈຸ​ບັນ​ປະຊາຊົນ​ສາມາດ​ດຳລົງ​ຊີວິດ​ຢ່າງ​ມີ​ສັນຕິພາບ ​ແລະ ມີ​ຄວາມ​ຜາ​ສຸກ ຈະ​ມີຄວາມເຊື່ອຖືສູງ ແລະ ຫວຽດນາມ ອາດ​ເປັນ​ແຫຼ່ງກຳລັງ​ໃຈ ​ແລະ ​ເປັນ​ແບບຢ່າງ​ໃຫ້​ຫຼາຍ​ປະ​ເທດ​ຮ່ຳຮຽນ, ພະຍາຍາມ​ຊຸກຍູ້​ສິດທິ​ມະນຸດ.

ທີ 2, ຫວຽດນາມ ເຄີຍປະຕິບັດ​ບົດບາດ​ນີ້​ໄດ້ຢ່າງດີເລີດໃນ​ອາຍຸການ 2014-2016, ດັ່ງ​ນັ້ນ​ຈຶ່ງ​ມີ​ພື້ນຖານ​ເພື່ອ​ສືບ​ຕໍ່ເສີມຂະຫຍາຍ​ປະສົບ​ການ ​ແລະ ໝາກຜົນຂອງຕົນ​ໃນອາຍຸການ​ຈະ​ມາ​ເຖິງ.

ທີ​ສາມ, ຫວຽດນາມ ​ຫາກໍ່​ສິ້ນ​ສຸດ​ອາຍຸ​ການ​ເປັນ​ສະມາຊິກ​ບໍ່​ປະຈຳການ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໃນ​ປີ​ກາຍ​ນີ້ ​ແລະ ອາດສືບ​ຕໍ່​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ລິ​ເລີ່​ມ​ໃນອາຍຸການ​ສະມາຊິກ​ສະພາ​ສິດທິມະນຸດນີ້ ​ເພື່ອ​ຊຸກຍູ້​ຈິດ​ໃຈ​ມະນຸດສະທຳ, ຄວາມຮັກແພງ, ​ເພີ່ມ​ທະວີ​ການ​ກະທໍາ​ມະນຸດສະທຳ; ການຈັດຕັ້ງປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ; ການຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການເອົາໃຈໃສ່ຕໍ່ບັນດາກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ເຊັ່ນ ​ແມ່​ຍິງ ແລະ​ ເດັກ​ນ້ອຍ​ເປັນ​ຕົ້ນ.

ທີ​ສີ່, ຂ້າພະ​ເຈົ້າ​ເຫັນ​ວ່າ, ຫວຽດນາມ ມີ​ຖັນແຖວພະນັກງານ​ການ​ທູດ​ຫຼາຍ​ຝ່າຍ​ທີ່​ເຮັດ​ວຽກ​ຢ່າງ​ມີ​ຄວາມ​ຮັບຜິດຊອບ, ມີ​ປະສົບ​ການຫຼາກຫຼາຍ ​ແລະ ມີ​ກົນ​ໄກ​ປະສານ​ສົມທົບລະຫວ່າງ​ບັນດາ​ກະຊວງ, ຂະແໜງການ​ພາຍ​ໃນ ​ແລະ ຕ່າງປະ​ເທດຢ່າງມີໄຫວພິບ. ນີ້​ແມ່ນ​ສິ່ງ​ທີ່​ລາວ​ພວມ​ມຸ່ງ​ໄປ​ເຖິງ ​ແລະ ກໍ່​ແມ່ນ​ທ່າ​ໄດ້​ປຽບ​ອັນ​ໃຫຍ່​ຫຼວງ​ຂອງ​ຫວຽດນາມ ​ໃນ​ຖານະ​ເປັນ​ສະມາຊິກ​ຂອງ​ອົງການ​ທີ່​ມີ​ບົດບາດສໍາຄັນແຖວ​ໜ້າ​ໃນ​ລະບົບ ສປຊ ​ໃນ​ການ​ປົກປ້ອງ ​ແລະ ຊຸກຍູ້​ສິດທິ​ມະນຸດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ມີ​ຄວາມ​ຫວັງ​ຄື​ແນວ​ໃດ​ກ່ຽວ​ກັບ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ເຂົ້າໃນສະພາ​ສິດທິມະນຸດ ສປຊ ​ໃນ​ອາຍຸການ​ນີ້​?

- ສານທີ່​ຫວຽດນາມ​ ນໍາ​ມາ​ໃຫ້​ສະພາ​ສິດທິມະນຸດ​ໃນອາຍຸການ​ຕໍ່​ມາ​ແມ່ນ “​ເຄົາລົບ ​ແລະ ​ເຂົ້າ​ໃຈ. ການໂອ້ລົມສົນທະນາ ແລະ ການຮ່ວມມື. ສິດທິມະນຸດທັງໝົດ – ສໍາລັບທຸກຄົນ”. ດ້ວຍ​ສານທີ່​ຮອບດ້ານ ແລະ ກວມລວມ​ນີ້, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ສະພາ​ສິດທິມະນຸດ ສປຊ.

ພ້ອມ​ກັນ​ນັ້ນ, ຂ້າພະ​ເຈົ້າ​ ກໍ່ຫວັງ​ວ່າ ຫວຽດນາມ ຈະ​ມີ​ບົດບາດ​ເຊື່ອມ​ຕໍ່ໃຫ້ແກ່ບັນດາ​ການ​ຮ່ວມ​ມື​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າເກົ່າຂອງ AICHR ກັບ​ສະພາ​ສິດທິມະນຸດ ສປຊ ໃນ​ອາຍຸການ​ຈະ​ມາ​ເຖິງ, ມຸ່ງໄປເຖິງຄວາມ​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ຂອງ​ປະຊາ​ຄົມ​ສາກົນ, ຊ່ວຍ​ໃຫ້ປະຊາຊົນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້ຊົມໃຊ້ສິດ​ທິ​ມະ​ນຸດ​ ແລະ ​ສິດທິພົນລະເມືອງ ນັບມື້ນັບດີຂຶ້ນ.

ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ມີປະເທດທີ່ກໍາລັງພັດທະນາເປັນຈໍານວນຫຼາຍ, ຄວາມຢືດຢຸ່ນຂອງບັນດາພື້ນຖານເສດຖະກິດໃນພາກພື້ນຕໍ່ກັບບັນດາວິກິດການຍັງບໍ່ສູງ ແລະ ທັງເປັນພາກພື້ນທີ່ຖືກຜົນກະທົບຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ, ບັນດາສິ່ງເຫຼົ່ານີ້ມີຜົນກະທົບອັນໃຫຍ່ຫຼວງຕໍ່ການຮັບປະກັນສິດທິມະນຸດໃຫ້ແກ່ປະຊາຊົນໃນພາກພື້ນ. ຂ້າພະ​ເຈົ້າ​ຫວັງ​ວ່າ ຫວຽດນາມ ຈະ​ສາມາດ​ນຳພາ​ພາກ​ພື້ນ​ຜ່ານ​ຜ່າ​ບັນດາສິ່ງ​ທ້າ​ທາຍ, ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມທີ່ແທດຈິງ ​ແລະ ມີ​ປະສິດທິ​ຜົນ, ​ເປີດ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ບັນດາ​ປະ​ເທດທີ່​ພວມ​ພັດທະນາ ປະກອບສ່ວນ ​ແລະ ມີຄວາມມານະພະຍາຍາມລວມໃນການ​ປົກ​ປັກ​ຮັກສາ​ສິດທິ​ມະນຸດ.

ຂໍຮຽນທ່ານ​ເອກ​ອັກຄະ​ລັດຖະທູດ​ ແບ່ງປັນ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ບັນດາ​ຜົນງານ​ດ້ານ​ສິດທິ​ມະນຸດ​ຂອງ ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້?

- ການ​ທີ່ ຫວຽດນາມ ໄດ້ຮັບການເລືອກ​ຕັ້ງເຂົ້າ​ສະພາ​ສິດທິ​ມະນຸດ ​ອາຍຸການ 2023-2025 ​ອີກ​ເທື່ອ​ໜຶ່ງໄດ້​ສະ​ແດງ​ໃຫ້​ເຫັນການ​ຮັບ​ຮູ້​ຂອງ​ສາກົນ​​ຕໍ່ບໍ່​ພຽງ​ແຕ່ບັນດາການ​ປະກອບສ່ວນຂອງພວກເຮົາໃນການ​ຊຸກຍູ້​ສິດທິ​ມະນຸດ​ໃນ​ທົ່ວ​ໂລກ​ເທົ່າ​ນັ້ນ, ຫາກຍັງກ່ອນ​ອື່ນ​ໝົດ​ແມ່ນ​ການ​ຮັບ​ຮູ້​ຕໍ່ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ບັນດາສິດທິ​ມະນຸດ​ຂັ້ນ​ພື້ນຖານ​ຢູ່​ພາຍ​ໃນ​ປະ​ເທດ.

ຕາມ​ການ​ຕີ​ລາຄາ​ຂອງ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ (UNDP) ກ່ຽວ​ກັບ​ການ​ພັດທະນາ​ມະນຸດ​ທົ່ວ​ໂລກ 2021-2022, ​ເຖິງ​ແມ່ນ​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ຂອງ​ໂລກ​ລະບາດ​ໂຄ​ວິດ-19, ແຕ່ ຫວຽດນາມ ກໍ່ຍັງ​ປະຕິບັດ​ໄດ້ເປັນ​ຢ່າງ​ດີ. ດັດ​ຊະ​ນີ​ການ​ພັດ​ທະ​ນາ​ມະ​ນຸດ​ໄດ້​ເພີ່ມ​ຂຶ້ນ 2 ຂັ້ນໃນຕາຕະລາງ​ການ​ຈັດ​ອັນ​ດັບ​ຂອງ​ໂລກ​, ຂຶ້ນເປັນອັນດັບ 115 ໃນ​ປີ 2021​.

ດ້ານ​ດັດ​ຊະ​ນີ​ການ​ພັດ​ທະ​ນາ​ລະ​ຫວ່າງ​ຍິງ​ຊາຍ, ຫວຽດ​ນາມ ຢືນ​ອັນ​ດັບ​ທີ 65 ໃນ​ຈຳ​ນວນ 162 ປະ​ເທດ, ນອນໃນ​ຈຳ​ນວນ 5 ກຸ່ມ​ທີ່​ສູງ​ສຸດ​ໃນ​ໂລກ. ພິ​ເສດ, ອັດ​ຕາ​ສ່ວນ​ແມ່​ຍິງ​ຢູ່​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ​ນອນໃນກຸ່ມ​ສູງ​ທີ່​ສຸດ​ໃນ​ໂລກ. ດ້ວຍບັນດາຜົນງານ ແລະ ປະສົບການຕົວຈິງທີ່ມີຢູ່ແລ້ວ ຈະເປັນພື້ນຖານເພື່ອໃຫ້ ຫວຽດນາມ ສືບຕໍ່ສະແດງຄວາມຮັບຜິດຊອບ, ປະກອບສ່ວນຊຸກຍູ້ ແລະ ຮັບປະກັນສິດທິມະນຸດໃນພາກພື້ນ ແລະ ສາກົນ.

ດ້ວຍ​ນະ​ໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປົກ​ປ້ອງ ​ແລະ ຊຸກຍູ້​ບັນດາສິດທິ​ມະນຸດ​ຂັ້ນ​ພື້ນ​ຖານ​. ສິ່ງ​ດັ່ງກ່າວ​ໄດ້​ກຳນົດ​ໄວ້​ໃນ​ລັດຖະທຳ​ມະນູນ​ປີ 2013 ​ແລະ ບັນດາ​ເອກະສານ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ຫຼາຍ​ສະບັບ. ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ຮັບປະກັນ​ສິດທິ​ມະນຸດ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ສາກົນ.

​ໂດຍ​ສະ​ເພາະ​ໃນ​ເດືອນ​ມີນາ​ ປີ 2022 ຜ່ານມາ, ຫວຽດນາມ​ໄດ້​ພິມ​ເຜີຍ​ແຜ່​ບົດ​ລາຍ​ງານ​ກາງ​ສະ​ໄໝ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາຂໍ້​ສະ​ເໜີ​ແນະ​ ເຊິ່ງຫວຽດນາມ​ໄດ້​ຮັບຕາມ​​​ກົນ​ໄກ​ກວດກາຄືນ​ປະຈໍາໄລຍະກ່ຽວກັບສິດທິ​ມະນຸດ​, ​ໂດຍ​ເອີ້ນຫຍໍ້​ວ່າ​ UPR ​ຮອບ​ວຽນທີ III, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບຂອງ​​ປະ​ເທດ​ສະມາຊິກ, ຄວາມ​ໂປ່​ງ​ໃສ ​ແລະ ຄວາມເຂັ້ມງວດ​ຂອງ ຫວຽດນາມ ຕໍ່​ກົນ​ໄກ UPR ​ເວົ້າ​ສະ​ເພາະ ​ແລະ ການປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດ​ ເວົ້າລວມ.

ຂໍຂອບໃຈທ່ານ!

ໄຊພອນ

ເຫດການ
302 Found

Found

The document has moved here.