Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ

08:31 | 15/02/2023

ຍ​ສ​ໝ - ການ​ດຳ​ລົງ​ຊີ​ວິດ​ທີ່​ຄຶກ​ຄື້ນ​ມ່ວ​ນ​ຊືນ ແລະ ມີ​ຈຸດ​ໃໝ່​ອ່ຽມຫຼາຍ​ຢ່າງ​ຂອງ​ຄອບ​ຄົວໜຸ່ມ ຜົວ​ຊາວ​ຫວຽດ​ນາມ - ເມຍ​ຊາວ​ຢູ​ແກຼນ ເຊິ່ງແມ່ນ​ທ້າວ ຟານ​ຫວູ​ເຊີນ ແລະ ນາງ Sophia ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຊື່​ສັງ​ຄົມ​ອອນ​ໄລ​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ບັນ​ດາ​ຄຼິ​ບ​ວີ​ດີ​ໂອ ຖ່າຍ​ເອງ, Sophia ຍັງ​ມີ​ຄວາມ​ກະ​ຕື້​ລືລົ້ນ​ເມື່ອ​ເລົ່າ​ເລື່ອງ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​​ກັບ ຜົວ ແລະ ລູກ​ສາວ Alisa ຂອງ​ຕົນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ​ເພື່ອ​ມີ​ຄວາມ​ຜາ​ສຸກ​ຄື​ໃນ​ປັດ​ຈຸ​ບັນ, ລູກ​ໄພ້ ຢູ​ແກຼນ ເຄີຍ​ບໍ່​ຟັງ​ຄວາມ​ພໍ່​ແມ່ ເພື່ອ​ຕັດ​ສິນ​ໃຈ​ເອົາ​ຜົວ​ທີ່​ຢູ່​ຕ່າງ​ປະ​ເທດ ຫ່າງ​ຈາກ​ບ້ານ​ເກີດ​ເມືອງນອນ​ເກືອບ 8000 ກີ​ໂລ​ແມັດ.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ
ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ທີ່​ອົບ​ອຸ່ນ​ບົນ​ດິນ​ແດນ ກາ​ຊັກ​ສະ​ຖານ ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ທີ່​ອົບ​ອຸ່ນ​ບົນ​ດິນ​ແດນ ກາ​ຊັກ​ສະ​ຖານ

Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ

ການ​ດຳ​ລົງ​ຊີ​ວິດ​ທີ່​ຄຶກ​ຄື້ນ​ມ່ວ​ນ​ຊືນ ແລະ ມີ​ຈຸດ​ໃໝ່​ອ່ຽມຫຼາຍ​ຢ່າງ​ຂອງ​ຄອບ​ຄົວໜຸ່ມ ຜົວ​ຊາວ​ຫວຽດ​ນາມ - ເມຍ​ຊາວ​ຢູ​ແກຼນ ເຊິ່ງແມ່ນ​ທ້າວ ຟານ​ຫວູ​ເຊີນ ແລະ ນາງ Sophia ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຊື່​ສັງ​ຄົມ​ອອນ​ໄລ​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ບັນ​ດາ​ຄຼິ​ບ​ວີ​ດີ​ໂອ ຖ່າຍ​ເອງ, Sophia ຍັງ​ມີ​ຄວາມ​ກະ​ຕື້​ລືລົ້ນ​ເມື່ອ​ເລົ່າ​ເລື່ອງ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​​ກັບ ຜົວ ແລະ ລູກ​ສາວ Alisa ຂອງ​ຕົນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ​ເພື່ອ​ມີ​ຄວາມ​ຜາ​ສຸກ​ຄື​ໃນ​ປັດ​ຈຸ​ບັນ, ລູກ​ໄພ້ ຢູ​ແກຼນ ເຄີຍ​ບໍ່​ຟັງ​ຄວາມ​ພໍ່​ແມ່ ເພື່ອ​ຕັດ​ສິນ​ໃຈ​ເອົາ​ຜົວ​ທີ່​ຢູ່​ຕ່າງ​ປະ​ເທດ ຫ່າງ​ຈາກ​ບ້ານ​ເກີດ​ເມືອງນອນ​ເກືອບ 8000 ກີ​ໂລ​ແມັດ.

Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ
ຄ​ອບ​ຄົວ​ຂອງ​ສອງ​ຄົນ ກັບ​ລູກ​ສາວ​ຂອງ​ຕົນ (ພາບ: thoidai.com.vn)

ຄວາມ​ຈິງ​ໃຈ​ແມ່ນ​ຂໍ້​ກຸນ​ແຈ ຂອງ​ຄວາມ​ຮັກ

ນັ້ນ​ແມ່ນ​ຄວາມໃນໃຈຂອງ​ທ້າວ ຟານ​ຫວູ​ເຊີນ (ເກີດ​ປີ 1992, ບ້ານ​ເກີດ​ຢູ່ ນາມ​ດິງ, ຫວຽດ​ນາມ) ກັບ​ນັກ​ຂ່າວ​ວາ​ລະ​ສານ​ຍຸກ​ສະ​ໄໝ, ເມື່ອ​ເວົ້າ​ເຖິງ​ເຄັດ​ລັບ​ຜ່າ​ນ​ຜ່າ​ໄລ​ຍະ​ທາງ ​ເມື່ອ​ຕ້ອງຜ່ານ​ເວ​ລາທີ່​ຮັກ​ແຕ່ຢູ່ໄກກັນ ແລະ ຫຼັງ​ຈາກ​ນັ້ນ ແມ່ນ​ການ​ຮ່ວມ​ເດີນ​ທາງ​ໃນ​ການ​ດຳ​ລົງ​ຊີ​ວິດ.

ທ້າວ ​ເຊີນ ແລະ ນາງ Sophia ຮູ້​ຈັກ​ກັນ​ເມື່ອ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ Kiev (Ukraine) ເມື່ອ​ປີ 2014. ນາງ Sophia ຮຽນ​ພາກ​ພາ​ສາ ຫວຽດ, ສ່ວນ​ ເຊີນ ​ຮຽນ​ພະ​ແນກ​ການ​ທູດ. ຄັ້ງ​ທຳ​ອິດ, ທ້າວ ​ເຊີນ ມີ​ຄວາມ​ສົນ​ໃຈ​ຕໍ່​ ນາງ Sophia ຍ້ອນ​ຄວາມ​ງາມ ແລະ ຮ້ອຍ​ຍິ້ມ​ຂອງ​ນາ​ງ​ຊາວ ຢູ​ແກູນ, ສ່ວນ ນາງ Sophia ຮັກ​ຜູ້​ບ່າວ​ຄົນ​ຫວຽດ ຍ້ອນ​ນິດ​ໄສ​ທີ່​ດີ, ເອື້ອເຟື້ອ, ລອບ​ຄ​ອບ​ຖີ່​ຖ້ວນ.

ສຳ​ລັບ​ຄູ່​ຮັກ​ທີ່​ມີ​ສັນ​ຊາດ​ຕ່າງ​ກັນ, ມີ​ຄວາ​ມ​ແຕກ​ຕ່າງ​ກັນ​ດ້ານ​ພາ​ສາ, ວັດ​ທະ​ນະ​ທຳ​ແມ່ນ​ຮົ້ວ​ກີດ​ຂວາງ ແຕ່​ສ່ວນ ທ້າວ ​ເຊີນ ແລະ ນາງ Sophia ພັດ​ກົງ​ກັນ​ຂ້າມ. ໂດຍ​ກຳ​ເນີດເຕີບ​ໃຫຍ່​ຢູ່ ຢູ​ແກຼນ, ດັ່ງ​ນັ້ນ ເຊີນ​ ສາ​ມາດ​ພົບ​ປະ​ ແລະ ເຂົ້າ​ໃຈ​ຄົນຮັກ​ຂອງ​ຕົນໄດ້​ຢ່າງ​ງ່າຍ​ດາຍ. ສ່ວນ Sophia ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ​ຄົນຮັກ​ໃນ​ການ​ຮຽນ​ພາ​ສາ ຫວຽດ ແລະ ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ. ພາຍຫຼັງ​ຮັກ​ກັນ​ເປັນ 2 ປີ, ສອງ​ຄົນ​​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທົດສອບໂດຍ​ຕ້ອງ​ຮັກ​ກັນ​ແບບທາງໄກ ເມື່ອ​ທ້າວ ​ເຊີນ ​ຕ້ອງ​ປະ​ຮຽນ​ປະ​ລິນ​ຍາໂທ ຢູ່ ອັງ​ກິດ ແລະ ເຢຍ​ລະ​ມັນ, ສ່ວນ Sophia ໄປ​ຮຽນ ປະ​ລິນ​ຍາ​ໂທ ຢູ່ ຫວຽດ​ນາມ. ເຊີນ ​ເລົ່າ​ສູ່​ຟັງ​ວ່າ: “Sophia ງາມຫຼາ​ຍ ແລະ ຮຽນ​ພາ​ສາ​ຫວຽດ​ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ ສັງ​ຄົມ ແລະ ມະ​ນຸດ​ສາດ, ເຊິ່ງ​ແມ່ນ​ໂຮງ​ຮຽນ​ທີ່​ມີ​ຜູ້​ຊາຍຫຼາຍ​ຄົນ​ຮຽນ. ເພາະ​ສະ​ນັ້ນ, ກ່ອນ​ທີ່ Sophia ໄປ​ຮຽນ​ຢູ່ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈຂໍແຕ່ງ​ງານ ແລະ ຂໍ​ອະ​ນຸ​ຍາດ​ພໍ່​ແມ່​ຂອງ Sophia”.

ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ເມື່ອ​ຮັກ​ກັນແບບທາງໄກ ແມ່ນ​ເວ​ລາ​ບໍ່ຄື​ກັນ ລະ​ຫວ່າງ ເຢຍ​ລະ​ມັນ ແລະ ຫວຽດ​ນາມ. ເມື່ອ​ເວ​ລາ ຢູ່ ຫວຽດ​ນາມ ແມ່ນ​ຕອນ​ກາງ​ເວັນ ແຕ່​ຢູ່​ເຢຍ​ລະ​ມັນ​ພັດ​ແມ່ນ​ຕອນ​ກາງ​ຄືນ. ເພາະ​ສະ​ນັ້ນ, ເຊີນ ແລະ Sophia ຍາມ​ໃດ​ກໍ່​ຍາດ​ແຍ່ງວັນ​ເວ​ລາຫຼັງ​ການ​ຮຽນ​ເພື່ອ​ໂອ້​ລົມ​ນຳ​ກັນ, ແບ່ງ​ປັນຄວາມໃນໃຈ​ກ່ຽວ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ດຳ​ລົງ​ຊີ​ວິດ. ຄູ່​ຮັກ​ນີ້​ໄດ້​ສັບ​ຊ້ອນ​ເວ​ລາ​ຢ່າງ​ມີ​ວິ​ທະ​ຍາ​ສາດ ແລະ ຍິ່ງ​ຮູ້​ສຶກ​ຖື​ເປັນ​ສຳ​ຄັນ​ວັນ​ເວ​ລາ​ທີ່​ໄດ້​ຢູ່​ຂ້າງ​ກັນ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ເວ​ລາ​ຄູ່​ຮັກ ຄິດ​ເຖິງ​ເລື່ອງ​ແຕ່ງ​ງານ ກໍ່​ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຄອບ​ຄົວ. “ພາຍຫຼັງ​ຮັກ​ກັນ​ເປັນ​ທາງ​ການ, ຂ້າ​ພະ​ເຈົ້າ​ໄດ້​ລົມ​ກັນ​ກັບ​ພໍ່​ແມ່. ຫຼັງ​ຈາກນັ້ນໄລ​ຍະ​ໜຶ່ງ, ຂ້າ​ພະ​ເຈົ້າ​ພາ Sophia ໄປຫາຄອບ​ຄົວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ພໍ່​ແມ່​ຂ້າ​ພະ​ເຈົ້າ​ຖື​ວ່າ ການ​ຕັດ​ສິນ​ຂອງ​ຂ້າ​ພະ​ເຈົ້າ​ຍັງບໍ່ທັນມີຄວາມເປັນຜູ້ໃຫຍ່. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຄອບ​ຄົວ Sophia ຮູ້​ສຶກເປັນຫວ່ງກັບຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ ແລະ ໄລ​ຍະ​ຫ່າງ​ທາງ​ພູ​ມີ​ສາດ ເຮັດ​ໃຫ້ Sophia ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ແຕ່​ຍ້ອນ​ຄວາມ​ກົດ​ດັນ​ດັ່ງ​ກ່າວ ຍິ່ງ​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຢູ່​ນຳ​ກັນ”.

ປີ 2018, ເຊີນ ແລະ Sophia ຈັດ​ງານດອງ​ພາຍຫຼັງ​ສອງ​ຄົນ​ສຳ​ເລັດຫຼັກສູດ​ກາ​ນ​ຮຽນ​ລະດັບ​ປະ​ລິນ​ຍາ​ໂທ. ງານ​ດອງ​ຂອງ​ຂອງ​ຄູ່​ຮັກ​ນີ້​ໄດ້​ຈັດ​ຂຶ້ນ​ຢູ່ Kiev ແລະ ຫວຽດ​ນາມ. ພາຍ​ຫຼັງ​ແຕ່​ງງານ, ເຊີນ ແລະ Sophia ຕັດ​ສິນ​ໃຈ​ກັບມາ​ດຳ​ລົງ​ຊີ​ວິດຢູ່ ຫວຽດ​ນາມ ແລະ ປັດ​ຈຸ​ບັນ​ພວມ​ດຳ​ລົງ​ຊີ​ວິດ​ຢູ່ ຮ່າ​ໂນ້ຍ.

ເມື່ອເລົ່າ​ກ່ຽວ​ກັບ​ຄວາມ​ຊົງ​ຈຳທີ່​ເປັນ​ໜ້າ​ຈົດ​ຈຳ​ໃນ​ວັນ Valentine, ເຊີນ ​ແບ່ງ​ປັນ​ວ່າ: “ປີ 2016, Sophia ໄດ້​ໄປ​ຍັງ ເຢຍ​ລະ​ມັນ​ ຕ້ອນ​ຮັບ​ວັນ Valentine ກັບ ​ເຊີນ. ສອງ​ຄົນ​ໄດ້​ໄປ​ຢ້ຽມ​ຊົມ​ berlin. ຂ້າ​ພະ​ເຈົ້າ​ຊື້ດອກ​ໄມ້, ຂອງ​ຂວັນ ແລະ ຮັບ​ປະທານ​ອາ​ຫານ​ຄ່ຳ. Sophia ຮູ້​ສຶກ​ປະ​ທັບ​ໃຈ ແລະ ມີຄວາມສຸກ​ທີ່​ສຸດ”. ສຳ​ລັບ ເຊີນ ແລະ Sophia, ການ​ສະ​ເຫຼີມ​ສະຫຼອງວັນ Valentine ແມ່ນຕອນ​ຮັກ​ກັນ ແລະ ພາຍຫຼັງ​ສ້າງ​ຄອບ​ຄົວ​ແລ້ວກໍ່​ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນຫຼາຍ​ຢ່າງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.