ຫວຽດ​ນາມ - ຈຸດ​ຫມາຍ​ປາຍ​ທາງທີ່ນິຍົມຂອງ​ນັກ​ທ່ອງ​ທ່ຽວ​ໄທ

00:00 | 30/08/2023

ຍສໝ - ຕາມ​ບໍລິສັດ​ທ່ອງ​ທ່ຽວ Indochina Unique (ດ່ານັ້ງ) ​ແລ້ວ, ຫົວໜ່ວຍຮັບແຂກ ທ່ອງທ່ຽວໄທ ຢູ່ດ່ານັ້ງ, ນັບ​ແຕ່​ໄດ້​ເປີດບໍລິການ, ຂົວ ວ່າງ (ຂົວເຫຼືອງ) ຢູ່ເຂດທ່ອງທ່ຽວ Sun World Ba Na Hills (ດ່ານັ້ງ) ​ໄດ້​ສ້າງ​ຜົນ​ສະທ້ອນ​ຢ່າງ​ແຮງ ​ແລະ ​ປົກຄຸມໃນທຸກ ພາຫະນະສື່​ມວນ​ຊົນ​ໄທ​. ຖ້ຽວ​ບິນ​ສອງ​ສົ້ນ, ລາຍການ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ໄທ​ ລ້ວນ​ແຕ່​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຄື ​ນະຄອນ​ດ່າ​ນັງ ​ແລະ ຂົວ​ເຫຼືອງ.

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການຈັດ​ຕັ້ງ​ໂຄງການ​ແລກປ່ຽນ​ສິລະ​ປະ​ໂກ​ລົມ​ບີ ຢູ່ ຫວຽດນາມ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການຈັດ​ຕັ້ງ​ໂຄງການ​ແລກປ່ຽນ​ສິລະ​ປະ​ໂກ​ລົມ​ບີ ຢູ່ ຫວຽດນາມ

ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ມີ​ຣີ​ສອດທີ່ມີ​ຄຸນ​ນະ​ພາບ​ຫຼາຍ​ແຫ່ງ, ຫວຽດ​ນາມ ໄດ້​ ແລະ ພວມເປັນ​ຈຸດ​ໝາຍ​ທີ່​ນັກ​ທ່ອງ​ທ່ຽວ​ສາ​ກົນ​ເລືອກ​ເຟັ້ນ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ໃນ​ປີ 2023. ໃນນັ້ນ, ຫຼາຍ​ຄົນ​ແມ່ນ​ນັກ​ທ່ອງ​ທ່ຽວ​ໄທ.

ຫົວໜ້າກົມໃຫຍ່ທ່ອງ​ທ່ຽວ​ໄທ (TAT) Yuthasak Supasorn ໃຫ້ຮູ້​ວ່າ ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໄທ​ເພີ່ມ​ຂຶ້ນ​ເນື່ອງ​ຈາກ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີຊື່ສຽງຫຼາຍ​ແຫ່ງ​ໄດ້​ເປີດ​ຄືນ​ໃໝ່​ໂດຍ​ບໍ່​ມີ​ຂໍ້​ຈຳ​ກັດ. ແຫຼ່ງ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ​ນັກ​ທ່ອງ​ທ່ຽວ​ໄທ​ໃນ​ໄລ​ຍະ​ບຸນ​ປີ​ໃໝ່​ແມ່ນ ຍີ່​ປຸ່ນ, ສ​ເກົາ​ຫຼີ, ຫວຽດນາມ…. ຈຳນວນ​ຖ້ຽວ​ບິນ​ຂອງ​ຄົນ​ໄທ​ ໄປ​ຫວຽດນາມ ​ແລະ ບັນດາ​ຈຸດໝາຍ​ປາຍທາງ​ຂ້າງ​ເທິງນັບມື້ນັບ​ເພີ່ມ​ຂຶ້ນ.

Việt Nam - Điểm đến ưa thích của khách du lịch Thái Lan - ảnh 1

ພາບປະກອບ: TTXVN

ຕາມ​ບໍລິສັດ​ທ່ອງ​ທ່ຽວ Indochina Unique (ດ່ານັ້ງ) ​ແລ້ວ, ຫົວໜ່ວຍຮັບແຂກ ທ່ອງທ່ຽວໄທ ຢູ່ດ່ານັ້ງ, ນັບ​ແຕ່​ໄດ້​ເປີດບໍລິການ, ຂົວ ວ່າງ (ຂົວເຫຼືອງ) ຢູ່ເຂດທ່ອງທ່ຽວ Sun World Ba Na Hills (ດ່ານັ້ງ) ​ໄດ້​ສ້າງ​ຜົນ​ສະທ້ອນ​ຢ່າງ​ແຮງ ​ແລະ ​ປົກຄຸມໃນທຸກ ພາຫະນະສື່​ມວນ​ຊົນ​ໄທ​. ຖ້ຽວ​ບິນ​ສອງ​ສົ້ນ, ລາຍການ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ໄທ​ ລ້ວນ​ແຕ່​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຄື ​ນະຄອນ​ດ່າ​ນັງ ​ແລະ ຂົວ​ເຫຼືອງ.

ຄຽງ​ຂ້າງ​ນັ້ນ, ບັນດາສະຖານທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ​ເຊັ່ນ: ນະຄອນ ດ່າ​ລາດ, ແຄ໊ງຮວ່າ, ​ຖະໜົນເກົ່າ​ໂຮ້ຍອານ (ກວາງ​ນາມ)... ກໍ່​ໄດ້​ກາຍ​ເປັນ ສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວໄທ. ອາຫານທີ່ຈັບອົກຈັບໃຈ, ວັດທະນະທຳທີ່ເປັນເອກະລັກສະເພາະ, ປູສະນີຍະສະຖານຫຼາຍແຫ່ງ, ສະຖານທີ່ລະຫຼິ້ນບັນເທິງ ແລະ ລາຄາທີ່ເໝາະສົມແມ່ນປັດໄຈຕົ້ນຕໍທີ່ດຶງດູດ ນັກທ່ອງທ່ຽວໄທມາ ຫວຽດນາມ ເປັນຈຳນວນຫຼວງຫຼາຍ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.