ບັນດາຄ້າຍທະຫານ​ຊາຍ​ແດນກອນຕຸມ ແຮກສ່ຽວກັບ​ຕາ​ແສງຊາຍແດນ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງ​ຊາດ

06:38 | 25/11/2021

ຍສໝ - ໃນລະຫວ່າງ​ວັນ​ທີ 16 – 18 ພະຈິກ 2021, ມີ 14/16 ຄ້າຍທະຫານ​ຊາຍ​ແດນ​ແຂວງກອນ​ຕຸມ ​ຂອງທະຫານຊາຍແດນແຂວງກອນຕຸມ ໄດ້​ຈັດ​ພິທີແຮກສ່ຽວ​ກັບ 11 ຕາແສງຊາຍ​ແດນ ​ເພື່ອ​ແນ​ໃສ່​ເພີ່ມທະວີ​ສາຍ​ພົວພັນ​ສາມັກຄີ, ສະໜິດ ຕິດພັນ, ​ແບ່ງປັນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະກັນ ປະຕິບັດສໍາເລັດ​ໜ້າ​ທີ່​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດກວ່າອີກ, ຍູ້ແຮງການ​ພັດທະນາ​ເສດຖະກິດ, ວັດທະນະທຳ ​ແລະ ສັງຄົມ​ຢູ່​ທ້ອງ​ຖິ່ນ.

ເປີດ​ກອງ​ປະ​ຊຸມ​ຄັ​້ງ​ທີ 5 ຂອງ ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ເປີດ​ກອງ​ປະ​ຊຸມ​ຄັ​້ງ​ທີ 5 ຂອງ ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ
ຫວຽດ​ນາມ ຍາມ​ໃດ​ກໍ່​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ຫວຽດ​ນາມ ຍາມ​ໃດ​ກໍ່​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ
ຄ້າຍທະຫານ​ຊາຍ​ແດນກອນຕຸມ ແຮກສ່ຽວກັບ​ຕາ​ແສງຊາຍແດນ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງ​ຊາດ
ບັນດາຄ້າຍທະຫານ​ຊາຍ​ແດນກອນຕຸມ ແຮກສ່ຽວກັບ​ຕາ​ແສງຊາຍແດນ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງ​ຊາດ. ພາບ: bienphong.com.vn

ບັນດາຄ້າຍທະຫານ​ຊາຍ​ແດນ ​ແລະຄະນະ​ກຳມະການ​ປະຊາຊົນ 11 ຕາແສງຕົກລົງ ສົມທົບ​ກັນ​ໂຄສະນາ ​ແລະຜັນຂະຫຍາຍບັນດາ​ຄຳ​ສັ່ງ​, ມະຕິຂອງ​ພັກ, ​ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​ກ່ຽວ​ກັບໜ້າທີ່​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນ​ຊາຍແດນ ​ແລະພັດທະນາ​ເສດຖະກິດ - ສັງຄົມໃນບໍລິເວນ; ຂົນຂວາຍ​ປະຊາຊົນ​ຫັນປ່ຽນ​ແນວ​ຄິດ ​ແລະວິທີປະຕິບັດ ​ໃນ​ການ​ອະນຸລັກ​ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ຊົນ​ເຜົ່າ, ລົບ​ລ້າງ​ຮີດຄອງ​ປະ​ເພນີ​ທີ່​ຫຼ້າຫຼັງ, ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ເຕັກ​ນິກ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ.

ພ້ອມ​ກັນ​ນັ້ນ, ກໍ່ຜັນຂະຫຍາຍການປະຕິບັດ​ຄຳ​ສັ່ງເລກ​ທີ 01-CT/TTg ຂອງ​​ນາຍົກລັດຖະມົນຕີ ວ່າດ້ວຍ “ການຈັດ​ຕັ້ງຂະບວນການ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ ​ແລະຄວາມ​ໝັ້ນຄົງ​ຊາຍ​ແດນ​ແຫ່ງ​ຊາດ​ໃນ​ສະພາບ​ການ​ໃໝ່”ຢ່າງ​ມີ​ປະສິດທິ​ຜົນ; ຂະບວນການ “ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ພະຍາດ​ໂຄ​ວິດ-19 ​ແລະການ​ເຂົ້າ-​ອອກເມືອງ​ຢ່າງ​ຜິດ​ກົດໝາຍ...

ເນື່ອງ​ໃນ​ໂອກາດ​ນີ້, ກອງ​ບັນຊາ​ການ​ທະຫານ​​ຊາຍ​ແດນແຂວງກອນ​ຕຸມ ​ໄດ້​ມອບ​ຄ້ອງ 2 ຊຸດ ມີ​ມູນ​ຄ່າ 30 ລ້ານ​ດົ່ງ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງດັກ​ລອງ, ​ແລະ ມອບງົວພັນ 4 ​ໂຕ​ໃຫ້​ນັກຮຽນ 4 ຄົນ ​ເຊິ່ງ​ແມ່ນ “ລູກຮັກຂອງຄ້າຍ​ທະຫານຊາຍແດນ” ຂອງ 4 ຄ້າຍທະຫານຊາຍ​ແດນ ເຊິ່ງມີມູນ​ຄ່າ 60 ລ້ານ​ດົ່ງ ​ແລະ ຂອງຂວັນ​ຫຼາຍພູດ​ໃຫ້​ຄອບຄົວ​ທຸກ​ຍາກ.

ໄຊພອນ

ເຫດການ
302 Found

Found

The document has moved here.