50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ

08:00 | 14/04/2025

ຍສໝ - ໄຊຊະນະວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງໃຫ້ແກ່ຫວຽດນາມ ພັດທະນາ. ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ G. Weerasinghe ເລຂາທິການໃຫຍ່ພັກກອມມູນິດ ສີລັງກາ ກ່ອນການຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025).

ໄຊຊະນະ ດ້ຽນບຽນຝູ - ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ຫວຽດນາມ ແລະ ອານເຊຣີ ແບ່ງປັນອະດີດ ແລະ ມຸ່ງໄປເຖິງອະນາຄົດ ໄຊຊະນະ ດ້ຽນບຽນຝູ - ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ຫວຽດນາມ ແລະ ອານເຊຣີ ແບ່ງປັນອະດີດ ແລະ ມຸ່ງໄປເຖິງອະນາຄົດ
ໂຮງໝໍສະໜາມໄດ້ຈັດໂຄງການອາສາສະໝັກຢູ່ຊູດານໃຕ້ ເພື່ອສະເຫຼີມສະຫຼອງວັນທີ 30 ເມສາ ໂຮງໝໍສະໜາມໄດ້ຈັດໂຄງການອາສາສະໝັກຢູ່ຊູດານໃຕ້ ເພື່ອສະເຫຼີມສະຫຼອງວັນທີ 30 ເມສາ

ຕາມທ່ານປະລິນຍາເອກ G. Weerasinghe ແລ້ວ, ຫວຽດນາມ ຕີເອົາໄຊຊະນະພວກຈັກກະພັດທີ່ເຂັ້ມແຂງທີ່ສຸດໃນໂລກ ແລະທ້ອນໂຮມປະເທດຊາດເປັນເອກະພາບ ໃນວັນທີ 30 ເມສາ 1975, ສຳເລັດພາລະກິດປົດປ່ອຍຊາດ ແລະສ້າງຕັ້ງປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມຂຶ້ນ. ໄຊຊະນະອັນຍິ່ງໃຫຍ່ນີ້ໄດ້ກາຍເປັນແຫຼ່ງບັນດານໃຈຂອງຊາດ, ນ້ຳໃຈພິລະອາດຫານ ແລະກຳລັງແຮງໃຫ້ແກ່ປະຊາຊົນ ຫວຽດນາມ ໃນໄລຍະຕໍ່ໄປຂອງການຕໍ່ສູ້, ແມ່ນການປົດປ່ອຍສັງຄົມ. ກຳລັງແຮງ ແລະແຮງ ບັນດານໃຈອັນໃຫຍ່ຫຼວງທີ່ໄດ້ຮັບການປົດປ່ອຍຍ້ອນໄຊຊະນະທີ່ກ່າວມາຂ້າງເທິງນັ້ນໄດ້ເປີດເສັ້ນທາງໃຫ້ແກ່ປະຊາຊົນຫວຽດນາມ ສືບຕໍ່ກໍ່ສ້າງສັງຄົມນິຍົມ ແລະຍາດໄດ້ຫຼາຍໄຊຊະນະ.

50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ
ພາບເອກະສານ: TTXVN

ບັນດາບັ້ນຮົບຂະໜາດໃຫຍ່ໄດ້ນຳເອົາໄຊຊະນະມາໃຫ້ປະຊາຊົນຫວຽດນາມ ກໍ່ແມ່ນແຫຼ່ງບັນດານໃຈໃຫ້ປະຊາຊົນ ແລະຂະບວນການປົດປ່ອຍຊາດຢູ່ອາຊີ, ອາຟະລິກາ, ອາເມລິກາ ລາຕີນ ໃນຄວາມມານະພະຍາຍາມຕໍ່ສູ້ຕ້ານລັດທິຈັກກະພັດເພື່ອປົດປ່ອຍປະເທດຊາດ. ພຶດຕິກຳຕົວຈິງໄດ້ສະແດງໃຫ້ໂລກເຫັນວ່າ ເສັ້ນທາງທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ໃນປີ 1975 ແມ່ນຖືກຕ້ອງ.

ນັບແຕ່ນັ້ນມາຈົນຮອດປະຈຸບັນ, ຫວຽດນາມ ໄດ້ມີບາດກ້າວເດີນອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ ແລະໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບການພັດທະນາໄວທີ່ສຸດໃນໂລກ. ຫວຽດນາມ ພວມເດີນຕາມເສັ້ນທາງພັດທະນາທີ່ມີອະທິປະໄຕໃນພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະກາຍເປັນປະເທດອຸດສາຫະກຳ ດ້ວຍບັນດາຂະແໜງເສດຖະກິດກະສິກຳ ແລະການບໍລິການດີພໍສົມຄວນ.

ຄວາມສາມັກຄີທົ່ວປວງຊົນທັງຊາດແມ່ນປັດໄຈສຳຄັນຂອງໄຊຊະນະ ປີ 1975 ແລະກົງກັນຂ້າມ, ບັນດາໄຊຊະນະທີ່ຍິ່ງໃຫຍ່ຕໍ່ພວກຈັກກະພັດທີ່ເຂັ້ມແຂງທີ່ສຸດໃນໂລກ ພ້ອມກັບການເສຍສະຫຼະຊີວິດອັນໃຫຍ່ຫຼວງຂອງປະຊາຊົນໃນບັນດາບັ້ນຮົບໄດ້ກາຍເປັນແຫຼ່ງບັນດານໃຈ, ເປັນກຳລັງແຮງ ແລະຄວາມສາມັກຄີທົ່ວປວງຊົນທັງຊາດເພື່ອ ສືບຕໍ່ເສັ້ນທາງສ້າງສາປະເທດຊາດ.

50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ
ທ່ານປະລິນຍາເອກ G. Weerasinghe ເລຂາທິການໃຫຍ່ພັກກອມມູນິດ ສີລັງກາ. ພາບ: TTXVN

ເອກະລາດ, ເປັນເຈົ້າຕົນເອງ ແລະລັດທິຫຼາຍຝ່າຍໄດ້ກາຍເປັນເສົາຄ້ຳຫຼັກຂອງວິວັດທະນາການຕັດສິນໃຈຂອງປະເທດ ແລະສາກົນ, ປະກອບສ່ວນອັນໃຫຍ່ຫຼວງຊ່ວຍຫວຽດນາມ ບັນລຸໄດ້ການພັດທະນາເສດຖະກິດກໍ່ຄືຖານະບົດບາດ, ທີ່ຕັ້ງໃນທົ່ວໂລກ.

ທ່ານເລຂາທິການໃຫຍ່ Weerasinghe ຊີ້ອອກໃຫ້ເຫັນວ່າ ໃນບັ້ນຮົບທີ່ຍິ່ງໃຫຍ່ ແລະແກ່ຍາວເປັນເວລາຫຼາຍທົດສະວັດນີ້, ພັກກອມມູນິດຫວຽດນາມ ໄດ້ສວມບົດບາດຫຼັກແຫຼ່ງແກ່ນສານດ້ວຍການສ້າງລະບົບແນວຄິດຢ່າງຖືກຕ້ອງ, ປ່ຽນແປງຍຸດທະວິທີໄປຕາມການເວລາ, ສາມັກຄີບັນດາກຳລັງທົ່ວປວງຊົນທັງຊາດ ແລະສາກົນ. ການຮັບປະກັນຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ຫວຽດນາມ, ພາຍໃຕ້ການນຳພາຂອງພັກກອມມູນິດໄດ້ສືບຕໍ່ຮັບປະກັນໃຫ້ຫວຽດນາມ ມີສະພາບແວດລ້ອມສຳຄັນທີ່ສຸດເພື່ອພັດທະນາເສດຖະກິດ-ສັງຄົມ, ຕາມນັ້ນແມ່ນຮັກສາຖານະບົດບາດ ແລະທີ່ຕັ້ງຂອງປະເທດໃນເວທີພາກພື້ນ ແລະສາກົນ.

ເປັນທີ່ຈະແຈ້ງແລ້ວວ່າ, ບັນດາບົດຮຽນຂອງການຕໍ່ສູ້ປົດປ່ອຍຊາດໄດ້ໝູນໃຊ້ເຂົ້າໃນການພັດທະນາຂອງຫວຽດນາມ ໃນປະຈຸບັນ. ບັນດາພາກສ່ວນຂອງສັງຄົມໄດ້ເຂົ້າຮ່ວມການພັດທະນາເສດຖະກິດດ້ວຍການເປີິດຫຼາຍເສັ້ນທາງທີ່ແຕກຕ່າງກັນຢ່າງມີປະສິດທິຜົນ. ບັນດານະໂຍບາຍທີ່ໝູນໃຊ້ຢູ່ໃນລະດັບພາກພື້ນ ແລະສາກົນ ກໍ່ໄດ້ນຳມາເຊິ່ງໝາກຜົນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຕ່າງຝ່າຍຕ່າງມີຜົນປະໂຫຍດຂອງຫວຽດນາມ.

ໂລກພວມປະເຊີນໜ້າກັບການປະຕິວັດອຸດສາຫະກຳ 4.0 ແລະຫັນເປັນດີຈີຕອນແມ່ນຄຸນລັກສະນະຕົ້ນຕໍຂອງໄລຍະນີ້. ເຕັກໂນໂລຢີ robot, ປັນຍາປະດິດ (AI), ພະລັງງານທົດແທນ... ໄດ້ກາຍເປັນຄຳສັບທີ່ໃຊ້ຫຼາຍໃນໄລຍະນີ້. ບັນດາປະເທດພວມແກ່ງແຍ້ງຢ່າງຂ້ຽວຂາດ ແລະຫັນເປັນທັນສະໄໝແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຢູ່ທຸກປະເທດ ແລະຫວຽດນາມ ກໍ່ນອນຢູ່ໃນນັ້ນ.

ຕາມທ່ານເລຂາທິການໃຫຍ່ Weerasinghe ແລ້ວ, ການເຊື່ອມໂຍງເສດຖະກິດທົ່ວໂລກແມ່ນວິວັດທະນາການທີ່ບໍ່ສາມາດຕ່າວປີ້ນໄດ້ ແລະສິ່ງນີ້ໄດ້ອະພິປາຍໃນ “ຖະແຫຼງການກອມມູນິດ”. ຄຽງຄູ່ກັນນັ້ນ, ການຮ່ວມມືພາກພື້ນ, ສາກົນ ແລະເດີນຕາມລັດທິຫຼາຍຝ່າຍ ກໍ່ແມ່ນບັນດານະໂຍບາຍຫຼັກແຫຼ່ງທີ່ຫວຽດນາມ ໄດ້ຈັດຕັ້ງປະຕິບັດ. ນອກຈາກນັ້ນ, ການກູ້ມຕົນເອງ ແລະການພັດທະນາທີ່ມີອະທິປະໄຕ ກໍ່ແມ່ນສິ່ງທີ່ຈຳເປັນເພື່ອບັນລຸໄດ້ບັນດາເປົ້າໝາຍເສດຖະກິດໂດຍກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ວາງອອກ.

ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ ສະຖານທູດລາວ ປະຈໍາ ແບນຊິກ, ກຳປູເຈຍ ອວຍພອນວັນຊາດຫວຽດນາມ ວັນທີ 2 ກັນຍາ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024), ທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ແບນຊິກ ແລະ ທ່ານ ເອກອັກຄະລັດຖະທູດ ລາວ ...

ວັນທີ 25 ເມສາ 1954: ກອງກຳລັງທະຫານປະສົມ ຫວຽດນາມ - ລາວ ໄດ້ສະກັດກັ້ນ ແລະ ບຸກໂຈມຕີສັດຕູຕາມເສັ້ນທາງຖອນທະຫານ. ວັນທີ 25 ເມສາ 1954: ກອງກຳລັງທະຫານປະສົມ ຫວຽດນາມ - ລາວ ໄດ້ສະກັດກັ້ນ ແລະ ບຸກໂຈມຕີສັດຕູຕາມເສັ້ນທາງຖອນທະຫານ.

ຍສໝ - ເພື່ອ​ໃຫ້ມີ​ກຳລັງຊ່ວຍໜູນໃຫ້ສະໜາມຮົບ​ຫຼັກ ​ຢູ່​ດ້ຽນບຽນ​ຝູ​ ທີ່ພວມຢູ່ໃນສະພາບສຸກເສີນ, ວັນ​ທີ 25 ​ເມສາ 1954, ຝ່າຍ​ສັດຕູ​ໄດ້​ສົ່ງ​ກອງ​ທະຫານ​ເຄື່ອນ​ທີ່ເລກ 1 ພ້ອມ​ດ້ວຍ​ 3 ກອງ​ພັນ​ ​ແລະ 1 ກອງພັນ​ປືນ​ໃຫຍ່ ໄປຕາມເສັ້ນທາງເລກທີ 12 ຖອນທະຫານ​ອອກ​ສູ່​ເມືອງທ່າແຂກ (ລາວ). ​ແຕ່​ໃນ​ລະຫວ່າງທາງ​ທີ່​ຈະ​ຖອນ​ທະຫານ ພວກເຂົາ​ເຈົ້າ​ໄດ້​ຖືກ​ກອງ​ພັນໃຫຍ່ 18 ​ພ້ອມ​ກຳລັງ​ປະກອບ​ອາວຸດ​ລາວ ...

ເບິ່ງເພີ່ມເຕີມໃນ: ຄອບຄົວຫວຽດນາມ

ເບິ່ງເພີ່ມເຕີມ
ເຫດການ